ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມີ​ການ​ປະ​ດິດ ອຸ​ປະ​ກອນກວດ​ຫາ ສານທີ່​ພາ​ໃຫ້​ເກີດ​ ໂຣກພູມ​ແພ້ ​ຂຶ້ນໄດ້​ແລ້ວ


ເຜິ້ງ​ບິນ​ໄປ​ຕອມ​ດອກຕາ​ເວັນ​ ທີ່​ມີ​ລະ​ອອງດອກ​ໄມ້​ຢ່າງ​ຫລວງ​ຫລາຍ ທີ່​ເປັນ​ສາ​ເຫດ​ນຶ່ງ ​ເຮັດ​ໃຫ້​ຄົນ​ເປັນ​ໂຣກ​ພູມ​ແພ້​ໄດ້​ນັ້ນ​.
ເຜິ້ງ​ບິນ​ໄປ​ຕອມ​ດອກຕາ​ເວັນ​ ທີ່​ມີ​ລະ​ອອງດອກ​ໄມ້​ຢ່າງ​ຫລວງ​ຫລາຍ ທີ່​ເປັນ​ສາ​ເຫດ​ນຶ່ງ ​ເຮັດ​ໃຫ້​ຄົນ​ເປັນ​ໂຣກ​ພູມ​ແພ້​ໄດ້​ນັ້ນ​.

ບໍ່​ວ່າ​ທ່ານ​ຈະ​ອາ​ໄສ​ຢູ່ແຫ່ງໃດ ຢູ່ໃນ​ເມືອງ ຫລື ​ຢູ່​ໃດ​ບ່ອນ​ນຶ່ງ​ໃນ​ເຂ​ດ​ຊົນ​ນະ​ບົດກໍ​ຕາມ ມັກຈະ​ມີສິ່ງ​ຕ່າງໆ ທີ່ເບິ່ງ​ດ້ວຍ​ຕາ​ເປົ່າບໍ່​ເຫັນ ທີ່​ອາດ​ເຮັດ​ໃຫ້​ທ່ານຈາມ ຫລື ເຮັດ​ໃຫ້​ເຈັບ​ປ່ວຍ​ຢ່າງ​ໃຫຍ່​ໄດ້. ການກວດ​ພົບ​ວັດ​ຖຸ​ທີ່ນ້ອຍໆ ເຊັ່ນລະ​ອອງດອກ​ໄມ້, ເຊື້ອລາ ແລະ​ສານມົນ​ລະ​ພິດ ອາດ​ຈະຕ້ອງ​ໃຊ້​ເວ​ລາ ແລະ​ມີຄ່າ​ໃຊ້​ຈ່າຍຢ່າງຫລວງ​ຫລາຍ ກໍ​ເປັນ​ໄດ້. ຫ້ອງ​ທົດ​ລອງ​ແຫ່ງ​ນຶ່ງ ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ​ຄາ​ລິ​ຟໍ​ເນຍໃນ​ນະ​ຄອນລອ​ສ ແອນ​ເຈີ​ລີສ (Los Angeles) ​ກຳ​ລັງ​ພະ​ຍາ​ຍາມ ​ທີ່ຈະ​ແກ້​ໄຂ​ບັນ​ຫານັ້ນ ດ້ວຍ​ການ​ພັດ​ທະ​ນາເຄື່ອງກວດຫາ​ສານທີ່​ພາ​ໃຫ້​ເກີດ​ໂຣກພູມ​ແພ້ສຳ​ລັບ​ພວກ​ລູກ​ຄ້າ. Elizabeth Lee, ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ​ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຕົ້ນ​ໄມ້ທີ່​ອອກດອກ ແລະສັດ​ອາ​ດເບິ່ງ​ແລ້ວ​ກໍ​ງາມຕາ​ ແລະ​ໜ້າ​ຮັກ​ດີ, ແຕ່​ວ່າ ພວກ​ມັນ​ກໍ​ລ້ວນ​ແຕ່​ປ່ອຍອະ​ນຸ​ມູນ​ອັນ​ນ້ອຍໆອອກ​ໄປ​ໃນ​ອາ​ກາດ ທີ່​ສາ​ມາດ​ພາ​ໃຫ້​ເກີດ​ບັນ​ຫາ​ທາງ​ສຸ​ຂະ​ພາບ​ໄດ້.

ທ່ານ ອາຍ​ດູ​ກວານ ອອ​ສ​ແຈນ (Aydogan Ozcan) ແລະ​ທີມ​ງານ​ຂອງ​ທ່ານ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ຄາ​ລິ​ຟໍເນຍ ໃນ​ນະ​ຄອນ​ລອ​ສແອນ​ເຈີ​ລີສ ຫລື UCLA ກຳ​ລັງ​ພັດ​ທະ​ນາ​ອຸ​ປະ​ກອນ​ທີ່​ຖື​ໄປ​ໄດ້ອັນ​ນີ້ ທີ່​ເອີ້ນ​ວ່າ ກ້ອງ​ຈຸ​ນລະ​ທັດທີ່ມີ​ການ​ຄຳ​ນວນ​ດ້ວຍ​ຄອມ​ພີວ​ເຕີ ໃຫ້ເປັນ​ວິ​ທີ​ການ ​ທີ່​ມີ​ລາ​ຄາ​ຖືກ ແລະ​ສະ​ດວກ​ຂຶ້ນໃນ ການກວດ​ຫາ​ອະ​ນຸ​ມູນ​ຕ່າງ​ໆ ​ເຊັ່ນ ເຊື້ອ​ລາ, ລະ​ອອງດອກ​ໄມ້ ແລະ​ ແມ່ນ​ແຕ່ ສານມົນ​ລະ​ພິດ ທີ່​ພົບ​ເຫັນຢູ່​ໃນ​ເຮືອນ​ຊານ, ໂຮງ​ຮຽນ ແລະ​ ແມ່ນ​ແຕ່​ຢູ່​ໃນ​ລົດ​ນັ້ນ​ໄດ້.

ທ່ານ ອອ​ສ​ແຈນ (Ozcan) ກ່າວ​ວ່າ "ອຸ​ປະ​ກອນ​ອັນ​ນີ້ສາ​ມາດ​ທີ່​ຈະ​ກວດ​ເບິ່ງ​ສິ່ງ​ປົນ​ເປື້ອນ​ຢູ່​ໃນ​ອາ​ກາດ, ອະ​ນຸ​ມູນ, ຄວາມ​ໜາ​ແໜ້ນ​ຂອງ​ມັນໄດ້.

ທ່ານ ອອ​ສ​ແຈນ (Ozcan) ເວົ້າຕໍ່​ໄປ​ວ່າ ມັນ​ສາ​ມາດກວດ​ພົບສານ​ທີ່​ພາ​ໃຫ້​ເກີດ​ໂຣກ​ພູມ​ແພ້ ເຊັ່ນລະ​ອອງດອກ​ໄມ້ ແລະເຊື້ອ​ລາໄດ້ຢ່າງ​ຊັດ​ເຈນ​ເຖິງ 90 ເປີ​ເຊັນ. ອາ​ກາດ​ ​ເຂົ້າ​ໄປ​ໃນປາກ​ທໍ່ນີ້. ອະ​ນຸ​ມູນ​ຢູ່​ໃນ​ອາ​ກາດ​ໄດ້​ເຂົ້າ​ໄປຄ້າງ​ຢູ່​ເທິງ​ວັດ​ຖຸ​ໃສໆ ທີ່​ໃຊ້ໄດ້ເທື່ອ​ດຽວ ຢູ່ຂ້າງ​ໃນ​ຫັ້ນ. ຈາກນັ້ນ, ເງົາ​ບາງໆ ຢູ່​ໃນ​ອະ​ນຸ​ມູນ​ເຫລົ່າ​ນີ້ ກໍ​ຈະ​ສ້າງພາບ​ສາມ​ມິ​ຕິ​ຂຶ້ນມາ.

ທ່ານ ອອ​ສ​ແຈນ (Ozcan) ກ່າວເພີ້ມ​ອີກວ່າ: "ຈາກນັ້ນ ກໍ​ຕ້ອງ​ມີ​ເຄື່ອງ​ຈັກ​ທີ່​ຄຳ​ນວນ​ດ້ວຍ​ຄອມ​ພີວ​ເຕີ​ ເພື່ອ​ສ້າງ​ພາບ​ສາມ​ມິ​ຕິ ນັ້ນ​ຄືນ​ມາ​ອີກ ແລະ​ສ້າງ​ພາບ​ທີ່​ພວກ​ເຮົາ​ຄຸ້ນ​ເຄີຍເຫັນໂດຍຜ່ານ​ກ້ອງ​ຈຸນ​ລະ​ທັດ​ທຳ​ມະ​ດາເຊັ່ນ​ນີ້. ສະ​ນັ້ນ ອຸ​ປະ​ກອນ​ອັນ​ນີ້ ທີ່​ຈິງ​ແລ້ວ​ໄດ້​ຖືກ​ຄວບ​ຄຸມ​ດ້​ວຍໂທ​ລະ​ສັບ​ມື​ຖື. ໂທ​ລະ​ສັບ​ມື​ຖືນີ້ ໃນ​ຕົວ​ມັນ​ເອງ​ກໍມີ​ແອບ​ພ​ລີ​ເຄ​ຊັນ ​ສະ​ເພາະທີ່​ເປັນສ່ວນ​ຕໍ່​ປະ​ສານທາງຮູບກ​ຣາ​ຟິກ ​ກັບຜູ້ຊົມ​ໃຊ້ ຫລື graphical user interface ເພື່ອ​ສະ​ແດງ​ໃຫ້ເຫັນ​ສິ່ງ​ທີ່​ທ່ານໄດ້ມາ ແລະຜົນ​ຂອງ​ມັນຄື​ຫຍັງ."

ທ່ານ ອອ​ສ​ແຈນ (Ozcan) ອະ​ທິ​ບາຍ​ວ່າ ເຄື່ອງຈັບພາບຂະ​ໜາດ 10 ຫາ 15 ເມ​ກາ​ ພິກ​ໂຊ​ລ (mega pizel) ຢູ່​ໃນ​ໂທ​ລະ​ສັບ​ມື​ຖືເປັນ​ອົງ​ປະ​ກອບ​ອັນ​ນຶ່ງ​ໃນ​ຫລາຍ​ໆ​ ອັນ ທີ່​ເຮັດ​ໃຫ້ເຄື່ອງກວດຫາ​ສານທີ່​ພາ​ໃຫ້​ເກີດ​ໂຣກພູມ​ແພ້ນີ້ ສ້າງ​ຂຶ້ນ​ໄດ້. ເຄື່ອງຈັບພາບດັ່ງ​ກ່າວບັນ​ທຶກຮູບ​ຮ່າງ​ຂອງ​ກາ​ນ​ກະ​ຈາຍ​ລຳ​ແສງ​ອອກ​ມາ​ຈາກ​ອະ​ນຸ​ມູນ​ຕ່າງໆ.

ທ່ານ ອອ​ສ​ແຈນ (Ozcan) ກ່າວ​ມ້ວນ​ທ້າຍ​ວ່າ: “ຍ້ອນ​ວ່າຜູ້​ຊົມ​ໃຊ້ໂທ​ລະ​ສັບ​ມື​ຖືນີ້ ມີ​ຫລາຍໆ​ຕື້​ຄົນທີ່ຕ້ອງ​ການ​ກ້ອງ​ຖ່າຍ​ຮູບ​ເຫລົ່າ​ນັ້ນ, ມັນ​ຊ່ວຍ​ໃຫ້​ພວກ​ເຮົາໃຫ້ສາ​ມາດ​ເຮັດ​ໃຫ້​ອຸປະ​ກອນ​ເຫລົ່າ​ນີ້ ​ມີ​ຂະ​ໜາດ​ນ້ອຍໆ​ໄດ້ ໃນ​ຂະ​ນະ​ດຽວ​ກັນ ​ກໍ​ເຮັດ​ໃຫ້ມີ​ຄວາມ​ສາ​ມາດ​ແຂ່​ງ​ຂັນໃນ​ການເຮັດ​ໃຫ້​ມີ​ເຄື່ອງ​ມື​ທັນ​ສະ​ໄໝ​ໄດ້.”

ທ່ານອອ​ສ​ແຈນ ແລະ​ທີມ​ງານຈະ​ສືບ​ຕໍ່​ເຮັດ​ໃຫ້​ອຸ​ປະ​ກອນນີ້ ມີ​ຂະ​ໜາດ​ນ້ອຍ​ລົງ​ໄປ​ກວ່ານີ້ໜ້ອຍ​ນຶ່ງ. ທ່ານ​ກ່າວ​ວ່າ ມັນ​ຄວນ​ມີ​ລາ​ຄາທີ່ຖືກ​ກວ່າ 100 ໂດ​ລາ ແລະ​ຫວັງ​ວ່າ ຈະ​ເຮັດ​ໃຫ້​ມັນ​ມີ​ໄວ້ສະ​ໜອງ​ ໃຫ້​ແກ່​ລູກ​ຄ້າ​ ພາຍ​ໃນ​ສອງ​ສາມ​ປີ​ຂ້າງ​ໜ້ານີ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG