ການເພີ່ມຂຶ້ນຂອງນ້ຳທະເລໃນມະຫາສະໝຸດ ແລະ ພະຍຸທີ່ຮຸນແຮງ ກວ່າເກົ່າໃນອະ
ນາຄົດແມ່ນກຳລັງລໍຖ້າພວກຄົນລຸ້ນໃໝ່ຢູ່ ໃນຂະນະທີ່ສະພາບ ອາກາດອົບອຸ່ນຂຶ້ນ.
ມັນຈະໃຊ້ນັກວິສະວະກອນ ທີ່ມີພອນສະຫວັນ ແລະ ນັກວາງແຜນຜັງເມືອງຫຼາຍຄົນ
ເພື່ອຕໍ່ສູ້ກັບສິ່ງທ້າທາຍພວກນັ້ນ. ການແຂ່ງຂັນຕົວເມືອງແຫ່ງ ອະນາຄົດປະຈຳປີ
ໄດ້ເພັ່ງເລັງໃສ່ການເຮັດໃຫ້ພວກນັກຮຽນມັດທະຍົມຕອນຕົ້ນ ຕື່ນເຕັ້ນກັບການຮຽນ
ຮູ້ທັກສະຕ່າງໆທີ່ເຂົາເຈົ້າຕ້ອງການ. ນັກຮຽນ ຫຼາຍກວ່າ 40,000 ຄົນຈາກ 1,500
ໂຮງຮຽນ ໄດ້ເຂົ້າຮ່ວມການແຂ່ງຂັນ ໃນປີນີ້. ນັກຂ່າວວີໂອເອ ສຕຕີຟ ບາຣາໂກນາ
ໄດ້ໄປເບິ່ງການແຂ່ງຂັນຮອບຊິງຊະນະເລີດໃນນະຄອນຫຼວງ ວໍຊິງຕັນ, ເຊິ່ງ ພຸດທະ
ສອນ ຈະນຳລາຍລະອຽດມາສາເໜີທ່ານໃນອັນດັບຕໍ່ໄປ.
ເຂົາເຈົ້າມາຈາກທົ່ວປະເທດ ແລະ ໄກອອກໄປຄືປະເທດ ຈີນ ພ້ອມກັບວິໄສທັດສຳ
ລັບຕົວເມືອງໃນອະນາຄົດ.
ນັກສຶກສາຈາກນະຄອນ ຊຽງໄຮ ປະເທດ ຈີນ ກ່າວວ່າ “ສ່ວນທີ່ງາມທີ່ສຸດຂອງພວກ
ເຮົາ ແມ່ນຂົວຂອງພວກເຮົາ. ເພາະວ່າ ພວກເຮົາສາມາດຜະລິດພະລັງງານຈາກລົມ
ຢູ່ຂົວນີ້. ແລະ ການຂົນສົ່ງຫຼັກຂອງພວກເຮົາກໍການແມ່ນໃຊ້ຂົວນີ້.”
ການແຂ່ງຂັນຕົວເມືອງແຫ່ງອະນາຄົດ ຈະໃຫ້ພວກໄວລຸ້ນເປັນຜູ້ຮັບຜິດຊອບໃນການ
ສ້າງຕົວເມືອງ ທີ່ສາມາດຕອບສະໜອງຕໍ່ສິ່ງທ້າທາຍ. ການແຂ່ງຂັນຂອງປີນີ້ມີຫົວຂໍ້
ວ່າ ຄວາມສາມາດໃນການຟື້ນຟູສູ່ປົກກະຕິ ຫຼັງຈາກໄພພິບັດທຳມະຊາດ, ເຊັ່ນແຜ່ນ
ດິນໄຫວ.
ແບບຢ່າງຕ້ອງຖືກສ້າງຂຶ້ນດ້ວຍວັດຖຸທີ່ຖືກນຳກັບມາໝຸນໃຊ້ໃໝ່ ສຳລັບມູນຄ່າເງິນບໍ່
ເກີນ 100 ໂດລາ.
ນັກສຶກສາຈາກລັດ ເທັກຊັສ ໄດ້ກ່າວວ່າ “ລະບົບເກັບນ້ຳຢູ່ບ່ອນນີ້ ແລະ ໝໍ້ເກັບພະ
ລັງງານຢູ່ບ່ອນນີ້ ແທ້ຈິງແລ້ວແມ່ນຊິ້ນສ່ວນຂອງໄດເປົ່າຜົມ. ສອງພາກສ່ວນຢູ່ພີ້ ແທ້
ຈິງແລ້ວແມ່ນເຄື່ອງຈັບ ຄອນແທັກ ເລັນ.”
ແຕ່ຢູ່ເບື້ອງຫຼັງແນວຄິດທີ່ປະຫຼາດນີ້ ແມ່ນການວາງແຜນທີ່ຈິງຈັງ.
ແຕ່ລະກຸ່ມຕ້ອງໄດ້ນຳສະເໜີ ລັກສະນະຂອງຄວາມສາມາດໃນການຟື້ນຟູຕົວຂອງ
ເມືອງຕໍ່ຜູ້ຊົມ ແລະ ຄະນະກຳມະການຜູ້ຕັດສິນ.
ກຸ່ມນັກສຶກສາລັດ ໄອດາໂຮ ກ່າວວ່າ “ກຳແພງທະເລແມ່ນເຮັດດ້ວຍຄອນກຣີດ ແລະ
ເຫຼັກ ເພື່ອຫຼຸດຜ່ອນແຮງກະທົບຂອງຄື້ນທະເລຢູ່ຕາມຊາຍຝັ່ງ. ດາວທຽມ IDA ຈະ
ເປີດໃຊ້ລະບົບຍົກກຳແພງທະເລຂຶ້ນຢ່າງອັດຕະໂນມັດ ໃນຂະນະທີ່ມັນເພີ່ມສູງຂຶ້ນ.”
ແລະ ມັນກ່ຽວກັບສິ່ງທີ່ເປັນຫຼາຍກວ່າໂຄງລ່າງພື້ນຖານພຽງຢ່າງດຽວ. ບັນດາຜູ້ຕັດ
ສິນຢາກຮູ້ວ່າ ເຈົ້າໄດ້ຄຳນຶງເຖິງປະຊາຊົນຂອງເຈົ້າດ້ວຍ.
ນັກສຶກສາຢູ່ເທິງເວທີເວົ້າວ່າ “ຖ້າມີຄົນຢາກສ້າງຫໍຄອຍໃຫຍ່ທີ່ສູງ 50 ຊັ້ນ, ພວກເຮົາ
ເຮັດຂໍ້ຕົກລົງ, ຄື, ບາງເທື່ອ 20 ຫຼັງໃນນັ້ນຕ້ອງເປັນເຮືອນສຳລັບຜູ້ທີ່ມີລາຍໄດ້ຕ່ຳ.”
ກຸ່ມຊ່ວຍເຫຼືອດ້ານວິສະວະກອນ DiscoverE ໄດ້ດຳເນີນການແຂ່ງຂັນເປັນເວລາ
ເກືອບ 3 ທົດສະວັດແລ້ວ.
ຜູ້ອຳນວຍການຂອງໂຄງການ, ທ່ານນາງ ເທຍ ຊາເຮີ ກ່າວວ່າມັນແມ່ນເຄື່ອງມືການ
ສິດສອນທີ່ເຄັ່ງຄັດ ແຕ່ມີປະສິດທິພາບຫຼາຍ. ທ່ານນາງໄດ້ບອກເດັກຊາຍຄົນນຶ່ງ ຜູ້
ທີ່ໄດ້ຖາມອາຈານຂອງລາວວ່າ ຍາມໃດເຂົາເຈົ້າຈະໄດ້ເກັບໄປ “ຮຽນຮູ້ຕົວຈິງ.”
ທ່ານນາງ ເທຍ ກ່າວວ່າ “ເຈົ້າຮູ້ປະເພດທີ່ພວກເຮົາມີແຕ່ນັ່ງອ່ານໜັງສືຢູ່ຫັ້ນ ແລະ
ບອກຄຳຕອບໃຫ້ເຈົ້າບໍ່. ແລະ ລາວເວົ້າວ່າ, ເອົາ, ມີຫຍັງທີ່ເຈົ້າບໍ່ຮູ້ ກ່ຽວກັບ ຄື້ນນ້ຳ
ພາຍຸທີ່ເຈົ້າບໍ່ໄດ້ຮູ້ຈາກທິດແລ້ວນີ້? ມີຫຍັງທີ່ເຈົ້າຮູ້ແດ່ກ່ຽວກັບຂະໜາດຂອງມັນ?
ເຈົ້າຮູ້ຫຍັງແດ່ກ່ຽວກັບອັນນີ້? ແລະ ເຈົ້າມ່ວນຊື່ນຫຼາຍໃນເວລາທີ່ເຈົ້າເຮັດມັນ.” ແລະ
ລາວເວົ້າຕອບວ່າ, ນີ້ແມ່ນການຮຽນຮູ້ບໍ? ຂ້ອຍຢາກຮູ້ກ່ຽວກັບສິ່ງນີ້ຕື່ມອີກ.”
ຜູ້ຊະນະເລີດຈະໄດ້ຮັບລາງວັນກັບບ້ານ 7,500 ໂດລາສຳລັບໂຄງການວິທະຍາສາດ
ໂຮງຮຽນຂອງເຂົາເຈົ້າ ແລະ ຈະໄດ້ເດີນທາງໄປຮ່ວມທັດສະນະລະດູຮ້ອນທີ່ເພັ່ງເລັງ
ໃສ່ວິທະຍາສາດ.
ຜູ້ຊະນະເລີດຂອງປີນີ້, ແມ່ນມາຈາກໂຮງຮຽນມັດທະຍົມຕອນຕົ້ນ ວໍວິກ ໃນລັດ ເພັນ
ຊິລເວເນຍ, ເຂົາເຈົ້າເວົ້າວ່າເຂົາເຈົ້າຍັງໄດ້ຮຽນຮູ້ ກ່ຽວກັບ ທັກສະໃນໂລກເປັນຈິງ,
ເຊັ່ນການຮັບມືກັບຄວາມລົ້ມແຫຼວ.
ກຸ່ມຜູ້ຊະນະເລີດເວົ້າວ່າ “ຂ້າພະເຈົ້າຄິດວ່າສ່ວນທີ່ຍາກທີ່ສຸດແມ່ນການພະຍາຍາມ
ທີ່ຈະບໍ່ທໍ້ແທ້ ເມື່ອບາງຢ່າງບໍ່ເປັນໄປຕາມແຜນ. ແລະ ຂ້າພະເຈົ້າຄິດວ່າສະມາຊິກ
ຂອງທີມໄດ້ປະກອບສ່ວນກັບມັນ. ສະນັ້ນ, ຊິເວົ້າວ່າ ເຄື່ອງຈັກນຶ່ງບໍ່ເຮັດວຽກ. ມັນ
ເຮັດໃຫ້ໝົດຫວັງ.
“ການສື່ສານແມ່ນກະແຈສຳຄັນ.”
“ແມ່ນແລ້ວ, ແນ່ນອນ.”
A future of rising oceans and stronger storms awaits the next generation as the climate warms. It will take talented engineers and city planners to tackle those challenges. The annual Future City competition aims to get middle school students excited about learning the skills they'll need. More than 40,000 students from 1,500 schools participated this year. VOA's Steve Baragona was at the finals in Washington.
They came from across the country and as far away as China with a vision for the city of the future.
"Our most beautiful part is our bridge. Because we can make wind energy by this bridge. And our main transportation is used by this bridge."
The Future City competition puts young teens in charge of building a city that can respond to a challenge. This year's challenge: resilience after a natural disaster, like an earthquake.
The models must be built with recycled materials for less than 100 dollars.
"The water collection system right here and the energy accumulator are actually part of a hair dryer. These two parts are actually contact lens holders."
But behind the whimsy is some serious engineering.
Each group has to present its city's resilience features to the audience and a panel of judges.
"The seawalls are made with concrete and steel to reduce the tidal wave's impact on the shoreline. The IDA satellite automatically activates the seawall hoisting system as it rises."
And it's about more than just infrastructure. Judges want to know that you've thought about your citizens, too.
"If someone wants to build a mega-tower that's 50 floors, we make an agreement, like, maybe 20 of them have to be low-income housing."
Engineering outreach group DiscoverE has run the competition for nearly three decades.
Director of Programs, Thea Sahr, says it's an unorthodox but effective teaching tool. She tells of one boy who asked his teacher when they would get back to the "real learning."
"You know, the kind where we're just sitting there reading the books and telling you the answers. And she said, 'Well, what do you know about stormwater that you didn't know last week? What do you know about scale? What do you know about this? And you're having a really good time while you're doing it.' And he goes, 'This is learning? I want to do more of this!'"
The winners take home $7,500 for their school's science program and get a trip to a science-focused summer camp.
This year's winners, from Warwick Middle School in Pennsylvania, say they also learned real-world skills, like dealing with failure.
"I think the hardest part was trying not to get frustrated when something didn't work. And I think our team members really contributed to that. So, let's say one motor didn't work. It was frustrating.
"Communication is key."
"Yes indeed."