ພວກປະທ້ວງ ແລະຕໍາຫລວດປາບຈະລາຈົນ ໄດ້ປະທະກັນ
ໃນວັນຈັນວານນີ້ ທີ່ພາກກາງ ຂອງໂຄລໍາເບຍ ໃນມື້ທີ່ແປດ
ຂອງ ການຢຸດງານປະທ້ວງທົ່ວປະເທດ ຂອງພວກກະເສດ
ຕະກອນ.
ກໍາລັງຮັກສາຄວາມປອດໄພໄດ້ຍິງລະເບີດນໍ້າຕາ ແລະໃຊ້ໄມ້
ຄ້ອນ ໄລ່ຕີພວກຊາວໄຮ່ຊາວສວນ ທີ່ພາກັນປະທ້ວງຢູ່ໃນເມືອງUbate ທີ່ຕັ້ງຢູ່ຫ່າງ
ຈາກເມືອງຫລວງ Bagota ເກືອບ 100 ກິໂລແມັດ.
ພວກກະເສດຕະກອນ ພາກັນຕອບໂຕ້ໂດຍແກວ່ງກ້ອນຫີນ ແລະທ່ອນໄມ້ໃສ່ຕໍາຫລວດ.
ພວກທີ່ປູກ ເຂົ້າ ຜັກບົ່ວໃຫຍ່ ແລະມັນດ້າງຝຣັ່ງ ພາກັນຢຸດງານຮ່ວມກັບພວກຂຸດຖ່ານ
ຫີນແລະບໍ່ແຮ່ ໃນອາທິດແລ້ວນີ້ ຮຽກຮ້ອງໃຫ້ຕໍ່ການຊ່ວຍເຫລືອເກື້ອກຸນຂອງລັດຖະ
ບານ ອອກໄປອີກ.
ເຂົາເຈົ້າ ຍັງຕ້ອງການໃຫ້ ລັດຖະບານກັບໄປຕໍ່ລອງ ຂໍ້ຕົກລົງການຄ້າເສລີ ກັບ ສະຫະ
ລັດ ແລະປະເທດສະຫະພາບຢູໂຣບ ຄືນໃໝ່.
ພວກຂຸດບໍ່ຖ່ານຫີນ ໄດ້ພາກັນນັດຢຸດງານ ມາຕັ້ງແຕ່ກາງເດືອນກໍລະກົດ ຮຽກຮ້ອງໃຫ້
ລົບລ້າງ ຄໍາສັ່ງຂອງລັດຖະບານ ສະບັບປີ 2012 ທີ່ອະນຸຍາດໃຫ້ຕໍາຫລວດ ຍຶດແລະ
ທໍາລາຍ ເຄື່ອງຈັກທີ່ບໍ່ໄດ້ຮັບອະນຸຍາດ ທີ່ໃຊ້ໃນການສໍາຫລວດຫາບໍ່ນັ້ນ.
Protesters and riot police clashed on Monday in central Colombia on the eighth day of a nationwide agricultural strike.
Security forces fired tear gas and used batons on protesting farmers in the city of Ubate, located nearly 100 kilometers from the capital of Bogota.
The farmers responded by hurling rocks and sticks at the police.
Rice, onion and potato growers joined striking coal and goal miners last week demanding an extension of government subsidies.
They also want the government to renegotiate free trade agreements with the United States and the European Union.
The miners have been on strike since mid-July demanding the repeal of a 2012 government decree that allows police to seize and destroy unauthorized machinery used for exploration.