ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ໝໍ​ບອກວ່າ ການຍິ້ມ​ຫົວ​ຫຼາຍໆ ຈະ​ເປັນ​ຜົນ​ດີ ຕໍ່​ຫົວ​ໃຈ ​ຂອງ​ທ່ານ


Doctor Says Smiling Improves Heart Health
please wait

No media source currently available

0:00 0:01:52 0:00

ການຍິ້ມ​ໃຫ້​ເຫັນ​​ແຂ້ວ ເຮັດໃຫ້ໄດ້​ຮູບງາມ… ແລະກໍ​ເປັນຜົນ​ດີ ຕໍ່​ຫົວໃຈ​ຂອງ​ທ່ານ

ການ​ອອກ​ກຳ​ລັງ​ກາຍ ແລະ​ການ​ກິນ​ອາ​ຫານ ແມ່ນ​ເປັນ​ກະ​ແຈ​ສຳ​ຄັນ​ໃນ​ການເຮັດ​ໃຫ້​ສຸ​ຂະ​ພາບ​ດີ​ຂຶ້ນ, ອີງ​ຕາມ​ການ​ຄົ້ນ​ພົບ​ ຂອງ​ການ​ສຶກ​ສາ​ຄົ້ນ​ຄວ້າ ຫລາຍບັ້ນ ແຕ່​ວ່າ ໃນ​ນີ້ ມີ​ສິ່ງ​ນຶ່ງ​ທີ່​ອາດ​ຈະ​ເຮັດ​ໃຫ້​ທ່ານ ​ຮູ້​ສຶກປະ​ຫລາດໃຈ --- ນັກ​ຊ່ຽວ​ຊານ​ດ້ານ​ຫົວ​ໃຈ ​ແນະ​ນຳ​ວ່າ ການ​ຍິ້ມ​ຫົວ​ ແມ່ນ​ຊ່ວຍ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ທ່ານແຂງ​ແຮງ​ສົມ​ບູນ​ດີ. Carol Pearson ນັກ​ຂ່າວ​ຂອງວີ​ໂອ​ເອ ມີລາຍ​ງານ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ພາ​ໃຫ້​ເປັນ​ເຊັ່ນ​ນັ້ນ ຊຶ່ງບົວ​ສະ​ຫວັນ​ ຈະ​ນຳ​ລາຍ​ລະ​ອຽດ ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

"One, two, three, twirl." “1, 2, 3, ປິ່ນ….”

ຖ້​າ​ຫາກ​ມີ​ໃຜ​ຮູ້​ຈັກ​ເຮັດ​ໃຫ້​ທ່ານຍິ້ມ​ຫົວ​ໄດ້ ແມ່ນ​ດີ​ຫລາຍ…

"ເອົ໋າ, ຍິ້ມ ຍິ້ມ​ຫລາຍໆ !"

ນັ້ນ​ຄື​ນັກ​ຖ່າຍ​ຮູບ ເຄນດ​ຣາ ມາ​ຕິນ (Kendra Martin) ຊຶ່ງ​ນາງ​ກ່າວ​ດັ່ງ​ນີ້:
"ຂ້ອຍບອກ​ໃຫ້​ຄົນ​ເຮັດ​ຕັງ​ຕິ ​ຍິ້ມ​ຫົວ ແລະ​ພວກ​ເຂົາ​ເຈົ້າ​ຮູ້​ສຶກວ່າ​ ເຮັດ​ຈັ່ງ​ຊັ້ນ​ກໍ​ຄື​ເປັນ​ບ້າ, ແຕ່​ວ່າ ຜົນ​ອອກ​ມາ​ກໍ​ຄື​ເຂົາ​ເຈົ້າ​ກຳ​ລັງ​ຫົວ ແລະ​ແລ້ວ​ມັນ​ກໍ​ກາຍ​ເປັນ​ການຍິ້ມ​ຫົວ​ທີ່​ແທ້​ຈິງ."

ການຍິ້ມ​ໃຫ້​ເຫັນແຂ້ວ ເຮັດໃຫ້ໄດ້​ຮູບງາມ… ແລະກໍ​ເປັນຜົນ​ດີ ຕໍ່​ຫົວໃຈ​ຂອງ​ເຈົ້າ. ດ​ຣ. ອາ​ນານ ຊອກ​ຄະ​ລິງກາມ (Anand Chockalingam) ນັກ​ຊ່ຽວ​ຊານ​ດ້ານຫົວ​ໃຈ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ຮັກ​ສາ​ສຸ​ຂະ​ພາບຂອງ​ລັດມິ​ສຊູ​ຣີ ບອກວ່າ "ໃນ​ຕອນ​ທີ່​ພວກ​ເຮົາ​ຫົວ​ນັ້ນ ສາຍ​ທີ່​ຢູ່​ອ້ອມ​ສະ​ໝອງ ​ໄດ້​ຖືກ​ດັດ​ແກ້. ທາດ​ເຄ​ມີ​ທີ່​ປ່ອຍ​ອອກ​ມາ​ແມ່ນ​ພາ​ໃຫ້ມີຜົນ​ດີ​ຂຶ້ນ."

ພວກ​ນາງ​ພະ​ຍາ​ບານຢູ່​ໂຮງ​ໝໍຂອງ​ແຂວງ​ເຮ​ໄບ​ຂອງ​ຈີນຝຶກຍິ້ມ​ຫົວ​ດ້ວຍ​ການເອົາ​ໄມ້​ທູ່​ໃສ່​ປາກ​ຂອງ​ຕົນ, ວັນ​ທີ 8 ພຶດ​ສະ​ພາ, 2017
ພວກ​ນາງ​ພະ​ຍາ​ບານຢູ່​ໂຮງ​ໝໍຂອງ​ແຂວງ​ເຮ​ໄບ​ຂອງ​ຈີນຝຶກຍິ້ມ​ຫົວ​ດ້ວຍ​ການເອົາ​ໄມ້​ທູ່​ໃສ່​ປາກ​ຂອງ​ຕົນ, ວັນ​ທີ 8 ພຶດ​ສະ​ພາ, 2017

ນັກ​ຊ່ຽວ​ຊານ​ດ້ານຫົວ​ໃຈ​ອາ​ນານ ຊອກ​ຄະ​ລິງກາມ (Anand Chockalingam) ກ່າວ​ເພີ້ມ​ອີ​ກວ່າ ການຍິ້ມ​ຫົວ​ແມ່ນ​ບາດ​ກ້າວ​ທຳ​ອິດຂອງ​ການ​ຕ້ານ​ທານ​ ກັບ​ຄວາມ​ຮູ້​ສຶກຕຶງ​ຄຽດ ແລະ​ຜົນ​ທີ່​ອາດ​ຕາ​ມ​ມາ​ຂອງ​ມັນ.

ເມື່ອ​ທ່ານມີຄວາມ​ຮູ້​ສຶກຕຶງ​ຄຽດ, ຮ່າງ​ກາຍ​ຂອງ​ທ່ານ​ຈະ​ປ່ອຍ​ຮໍ​ໂມນ​ອອກ​ມາ​ຢ່າງ​ໄວ​ວາ, ຊຶ່ງ​ລວມ​ທັງ​ຮໍ​ໂມນ​ອາ​ເດ​ຣນ​ນະ​ລາຍ ແລະ​ຮໍ​ໂມນ​ຄໍ​ຕິ​ຊອ​ລ.

​ຮໍ​ໂມນ​ອາ​ເດ​ຣນ​ນະ​ລາຍ ເຮັດ​ໃຫ້​ຈັງ​ຫວະ​ເຕັ້ນ​ຂອງຫົວ​ໃຈ​ທ່ານ​ໄວ​ຂຶ້ນ ແລະ​ເຮັດ​ໃຫ້​ຄວາມ​ດັນ​ເລືອດ​ຂອງ​ທ່ານ ​ຖີບ​ຕົວ​ສູງ​ຂຶ້ນ. ສ່ວນຮໍ​ໂມນ​ຄໍ​ຕິ​ຊອ​ລ, ຊຶ່ງ​ເປັນ​ຮໍ​ໂມ​ນ​ກ່ຽວ​ກັບ​ຄວາມ​ຕຶງ​ຄຽດ​ອັນ​ຕົ້ນ​ຕໍ​ນັ້ນ ເຮັດ​ໃຫ້​ລະ​ດັບ​ນ້ຳ​ຕານ ​ເພີ້ມ​ຂຶ້ນ​ ຢູ່​ໃນ​ເລືອດ​ຂອງ​ທ່ານ. ຮໍ​ໂມນນີ້ ຊ່ວຍ​ທ່ານ ຖ້າ​ຫາກ​ທ່ານ​ຢູ່​ໃນ​ສະ​ພາບ​ທີ່​ເປັນ​ອັນ​ຕະ​ລາຍ​ຫລາຍ​ອີ່​ຫລີ ແຕ່​ວ່າ ຖ້າ​ຫາກ​ທ່ານ​ມີ​ອາ​ການຊຳ​ເຮື້ອ ຮໍ​ໂມນ​ພວກນີ້ຈະ​ເຮັດ​ ໃຫ້​ການ​ສ່ຽງ​ໄພ​ຕໍ່ການ​ມີ​ບັນ​ຫາ​ທາງ​ສຸ​ຂະ​ພາບ​ຫລາຍ​ຢ່າງ ລວມ​ທັງ​ພະ​ຍາດ​ຫົວ​ໃຈ ເພີ້ມ​ສູງ​ຂຶ້ນ.

ຄົນ​ທີ່​ມີ​ຄວາມ​ຕຶງ​ຄຽດ​ແມ່ນ​ຫາ​ທາງ​ທີ່​ຈະ​ຮັບ​ມື​ກັບ​ມັນ … ແລະ​ການ​ຮັບ​ມືນັ້ນ ມັກ​ຈະ​ເປັນ​ການ​ສູບ​ຢາ, ກິນ​ຫລາຍ​ເກີນ​ໄປ, ແລະ​ນິ​ໄສ​ອັນ​ອື່ນ​ທີ່​ເ​ປັນ​ການທຳ​ລາຍ​ຕໍ່ຫົວ​ໃຈ​ຂອງ​ທ່ານ.
ດ​ຣ. ຊອກ​ຄະ​ລິງກາມ ອະ​ທິ​ບາຍ​ວ່າ:
"ເມື່ອ​ຄົນ​ຍິ້ມ​ຫົວ, ພວກ​ເຂົາ​ເຈົ້າ​ມີ​ການຜ່ອນ​ຄາຍ​ອາ​ລົມ. ການ​ຜ່ອນ​ຄາຍ​ອາ​ລົມ ເຮັດ​ໃຫ້​ຄວາມ​ກົດ​ດັນ​ຫລຸດ​ລົງ, ຊ່ວຍ​ເຮັດ​ໃຫ້​ລະ​ດັບ​ນ້ຳ​ຕານ ​ຢູ່​ໃນ​ເລືອດດີ​ຂຶ້ນ."

ຝູງ​ຄົນ​ພາ​ກັນ​ໄປ​ຢູ່​ກ້ອງ​ສຳ​ລັບ​ການ​ສູບ​ຢາ​ໃນນະ​ຄອນ​ໂຕ​ກຽວ, ວັນ​ທີ 7 ເມ​ສາ, 2017
ຝູງ​ຄົນ​ພາ​ກັນ​ໄປ​ຢູ່​ກ້ອງ​ສຳ​ລັບ​ການ​ສູບ​ຢາ​ໃນນະ​ຄອນ​ໂຕ​ກຽວ, ວັນ​ທີ 7 ເມ​ສາ, 2017

​ດ​ຣ. ຊອກ​ຄະ​ລິງກາມ ໄດ້​ບອກ​ຄົນ​ປ່ວຍ​ຂອງ​ເພິ່ນຍິ້ມ​ຫົວ 20 ເທື່ອ​ໃນ​ຊົ່ວ​ໂມງ​ນຶ່ງ​ໆ. ເພິ່ນ​ເວົ້າ​ວ່າ:

"ຖ້າ​ພວກ​ເຮົາ ຍິ້ມ​ຫົວ ພວກ​ເຮົາ​ໄດ້​ທັບ​ມ້າງ​ສາຍ​ເຊື່ອມ​ໂຍງ​ລະ​ຫວ່າງ ຄວາມ​ເຄັ່ງ​ຕຶງ ກັບ​ສຸ​ຂະ​ພາບ."

ການຍິ້ມ​ຫົວ ແມ່ນ​ສິ່ງ​ນຶ່ງທີ່​ນາງ​ມາ​ຕິນ​ໃຊ້ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ຂອງ​ທ່ານດີ​ຂຶ້ນ.

ນາງ​ກ່າວ​ດັ່ງ​ນີ້ “ເມື່ອ​ຕື່ນ​ຂຶ້ນ​ມາ​ໃນ​ຕອນ​ເຊົ້າ ໂດຍ​ທີ່​ມີ​ຮອຍຍິ້ມ​ຢູ່​ໃບ​ໜ້າ​ຂອງ​ຂ້ອຍ ເຈົ້າ​ຮູ້ບໍ່, ມັນ​ຈະ​ເຮັດ​ໃຫ້​ທຸກ​ຄົນ ​ມີ​ອາ​ລົມ​ດີ​ຂຶ້ນ.”

ແລະ​ມັນ​ກໍ​ເຮັດ​ໃຫ້​ສຸ​ຂະ​ພາບ​ຫົວ​ໃຈ​ຂອງ​ທຸກ​ຄົນ ​ດີ​ຂຶ້ນ​ໜ້ອຍ​ນຶ່ງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG