ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຳປັ່ນ ທີ່ຄາຢູ່ຄອງ ຊູເອສ ສາມາດລອຍນໍ້ າໄດ້ສ່ວນນຶ່ງແລ້ວ


ກຳປັ່ນບັນທຸກຈອດຢູ່ໃນອ່າວ ຊູເອສ ໃນຂະນະທີ່ກຳປັ່ນ Ever Given ທີ່ຕິດທຸງຊາດປະເທດ ປານາມາ ໄດ້ຕັນຄອງນໍ້າດັ່ງກ່າວ ແລະ ກີດກັ້ນການສັນຈອນ. 28 ມີນາ, 2021.
ກຳປັ່ນບັນທຸກຈອດຢູ່ໃນອ່າວ ຊູເອສ ໃນຂະນະທີ່ກຳປັ່ນ Ever Given ທີ່ຕິດທຸງຊາດປະເທດ ປານາມາ ໄດ້ຕັນຄອງນໍ້າດັ່ງກ່າວ ແລະ ກີດກັ້ນການສັນຈອນ. 28 ມີນາ, 2021.

ບັນດາພະນັກງານ ທີ່ກຳລັງເຮັດວຽກເພື່ອຍ້າຍກຳປັ່ນບັນທຸກຂະໜາດໃຫຍ່ ໃນ ຄອງ ຊູເອສ ຂອງປະເທດ ອີຈິບ ໄດ້ເຮັດໃຫ້ກຳປັ່ນລອຍໂຕໄດ້ສ່ວນນຶ່ງ ແລະ ໄດ້ຫັນທ້າຍຂອງກຳປັ່ນລຳດັ່ງກ່າວນັ້ນ.

ມັນຍັງບໍ່ແນ່ນອນໃນທັນທີ່ວ່າ ກຳປັ່ນ ເອເວີ ກີເວັນ (Ever Given) ຈະສາມາດສືບຕໍ່ການເດີນ ທາງຂອງມັນໄດ້ໄວຊໍ່າໃດ ຫຼື ສຳລັບຄອງນໍ້າດັ່ງກ່າວທີ່ຈະກັບຄືນມາປະຕິບັດການເປັນປົກກະຕິ.

ຄວາມຄືບໜ້າໃນຕອນເຊົ້າວັນຈັນມື້ນີ້ໄດ້ມີຂຶ້ນ ຫຼັງຈາກມັນໄດ້ຕັນເສັ້ນທາງການສັນຈອນເກືອບນຶ່ງອາທິດ ຢູ່ເສັ້ນທາງການຂົນສົ່ງທີ່ສຳຄັນເຊື່ອມຕໍ່ທະເລແດງ ແລະ ທະເລເມດີເທີເຣນຽນ.

ການປະຕິບັດການຊ່ວຍເຫຼືອປະກອບມີການຂຸດເຈາະ ເພື່ອຍ້າຍບາງພາກສ່ວນຂອງແຄມຝັ່ງຂອງຄອງນໍ້ານັ້ນ ແລະ ເຮືອລາກທີ່ມີກຳລັງແຮງກຸ່ມນຶ່ງໄດ້ພາກັນແກ່ກຳປັ່ນລຳດັ່ງກ່າວ.

ບັນດາພະນັກງານຫວັງວ່າ ປາກົດການນໍ້າຂຶ້ນຈາກເດືອນເພັງຈະສະໜອງນໍ້າທີ່ພຽງພໍໃນຄອງດັ່ງກ່າວ ເພື່ອຊ່ວຍປົດປ່ອຍກຳປັ່ນ ເອີເວີ ກີເວັນ ນັ້ນ, ເຊິ່ງໄດ້ກາຍເປັນຈຸດສົນໃຈຂອງສາກົນ.

ກຳປັ່ນຫຼາຍກວ່າ 360 ລຳແມ່ນກຳລັງລໍຖ້າທີ່ຈະເຂົ້າໃນຄອງນໍ້າດັ່ງກ່າວໃນຕອນແລງວັນອາທິດວານນີ້.

ອີຈິບ ແມ່ນມີຄວາມກະຕືລືລົ້ນທີ່ຈະສືບຕໍ່ການສັນຈອນຢູ່ຕາມຄອງນໍ້າ ຊູເອສ, ເຊິ່ງໄດ້ນຳເອົາລາຍໄດ້ປະມານ 5 ຫຼື 6 ຕື້ໂດລາມາສູ່ປະເທດໃນແຕ່ລະປີ. ອີງຕາມການສຶກສາໂດຍບໍລິສັດປະກັນໄພ Allianz ຂອງ ເຢຍຣະມັນ ນັ້ນ, ການກີດກັ້ນຄອງນໍ້າດັ່ງກ່າວອາດສ້າງຄວາມເສຍຫາຍຕໍ່ການຄ້າທົ່ວໂລກລະຫວ່າງ 5 ຕື້ ແລະ 10 ຕື້ໂດລາ.

ມັນໄດ້ມີຜົນກະທົບທີ່ຕາມມາແລ້ວຈາກການຕັນຄອງທີ່ວ່ານັ້ນ. ປະເທດ ຊີເຣຍ ໄດ້ກ່າວໃນວັນເສົາທີ່ຜ່ານມາວ່າ ເຂົາເຈົ້າໄດ້ເລີ່ມປັນສ່ວນນໍ້າມັນເຊື້ອໄຟໃນຂະນະທີ່ເຂົາເຈົ້າລໍຖ້າການຂົນສົ່ງຂອງກຳປັ່ນບັນທຸກນໍ້າມັນ. ພ້ອມກັນນັ້ນຜູ້ທີ່ໄດ້ຮັບຜົນກະທົບກໍແມ່ນກຳປັ່ນ 11 ລຳທີ່ບັນທຸກແກະ 130,000 ໂຕຈາກປະເທດ ໂຣເມເນຍ.

ບາງບໍລິສັດການຂົນສົ່ງທາງທະເລໄດ້ຕອບສະໜອງຕໍ່ການຊັກຊ້າດັ່ງກ່າວດ້ວຍການປ່ຽນເສັ້ນທາງຂອງກຳປັ່ນອ້ອມແຫຼມ ເຄບ ອອຟ ກູດ ໂຮບ (Cape of Good Hope), ຢູ່ຈຸດໃຕ້ສຸດຂອງທະວີບ ອາຟຣິກາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG