ເປັນເວລາຫຼາຍທົດສະວັດມາແລ້ວທີ່ກະຊວງຍຸຕິທຳສະຫະລັດ ໄດ້ປາຖະໜາທີ່ຈະເປັນອົງການບັງຄັບໃຊ້ກົດໝາຍທີ່ເປັນແບບຢ່າງ ເຊິ່ງປະຕິບັດການໂດຍປາສະຈາກອິດທິພົນທາງການເມືອງເປັນສ່ວນໃຫຍ່. ການຕັດສິນໃຈ ແລະ ການແນະນຳພິພາກສາວາງໂທດ ຂອງໄອຍະການລັດຖະບານກາງ ແມ່ນໄດ້ມີຂຶ້ນໂດຍທະນາຍຄວາມທີ່ປະຕິບັດການພາຍໃຕ້ກົດການດຳເນີນການທີ່ເຄັ່ງຄັດ, ເປັນສິ່ງທີ່ຫາໄດ້ຍາກໃນປະເທດທີ່ມີລະບຽບກົດໝາຍອ່ອນແອ.
ໃນເວລານີ້ ພາບພົດດັ່ງກ່າວແມ່ນກຳລັງຖືກທົດສອບຢ່າງເຂັ້ມງວດ ລຸນຫຼັງການຕັດສິນໃຈທີ່ເປັນບັນຫາຂອງກະຊວງຍຸຕິທຳໃນວັນອັງຄານທີ່ຜ່ານມາ ທີ່ຈະຕ່າວປີ້ນການແນະນຳຂອງບັນດາໄອຍະການຂອງເຂົາເຈົ້າເອງທີ່ວ່າ ທ່ານ ໂຣເຈີ ສໂຕນ, ເຊິ່ງແມ່ນຄົນໄວ້ໃຈມາດົນນານຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ໄດ້ຮັບໂທດຂັງຄຸກແຕ່ 7 ຫາ 9 ປີ ສຳລັບອາຊະຍາກຳທີ່ຖືກຄົ້ນພົບໃນລະຫວ່າງການສືບສວນສອບສວນ ກ່ຽວກັບການແຊກແຊງໃນການເລືອກຕັ້ງໂດຍຣັດເຊຍ ຂອງທ່ານ ມັລເລີ. ທ່ານ ສໂຕນ ໄດ້ຖືກຕັດສິນມີຄວາມຜິດໂດຍຄະນະຕຸລາການ ລັດຖະບານກາງ ໃນເດືອນພະຈິກ ທີ່ຜ່ານມາ ກ່ຽວກັບ ການຫຼອກລວງລັດຖະສະພາ, ຂັດຂວງຂະບວນການຍຸຕິທຳ ແລະ ແຊກແຊງ ພິຍານ.
ການເຄື່ອນໄຫວທີ່ພິເສດດັ່ງກ່າວ ໄດ້ນຳໄປສູ່ ໄອຍະການລັດຖະບານກາງທັງໝົດສີ່ທ່ານ ທີ່ຖືກແຕ່ງຕັ້ງໃຫ້ດຳເນີນຄະດີຂອງທ່ານ ສໂຕນ ຕ້ອງຖອນຕົວອອກຈາກຄະດີດັ່ງກ່າວ, ລວມທັງທ່ານນຶ່ງຜູ້ທີ່ໄດ້ລາອອກໃນການປະທ້ວງ, ຈົນກໍໃຫ້ເກີດມີຄຳຖາມກ່ຽວກັບວ່າ ທ່ານ ທຣຳ ໄດ້ໃຊ້ອິດທິພົນທີ່ບໍ່ເໝາະສົມ ຕໍ່ລັດຖະມົນຕີຍຸຕິທຳ, ທ່ານ ວິລລຽມ ບາ ຫຼືບໍ່, ເພື່ອແຊກແຊງໃນຄະດີດັ່ງກ່າວ.
ທ່າມກາງການຮຽກຮ້ອງເພື່ອສືບສວນການຕັດສິນໃຈຂອງທ່ານ ບາ ນັ້ນ, ປະທານຄະນະກຳມະການຕຸລາການສະພາຕ່ຳ ທ່ານ ເຈີໂຣລ ແນດເລີ ໄດ້ປະກາດໃນວັນພຸດວານນີ້ວ່າ ລັດຖະມົນຕີກະຊວງຍຸຕິທຳ ຈະມາໃຫ້ການຕໍ່ຄະນະກຳມະການຂອງທ່ານໃນວັນທີ 31 ມີນາ “ເພື່ອແກ້ໄຂຄວາມເປັນຫ່ວງຫຼາຍຢ່າງ ກ່ຽວກັບ ການນຳພາຂອງທ່ານໃນກະຊວງຍຸຕິທຳນັ້ນ ແລະ ອິດທິພົນທີ່ບໍ່ເໝາະສົມຂອງທ່ານປະທານາທິບໍດີ ຕໍ່ກະຊວງດັ່ງກ່າວ ແລະ ລະບົບຍຸຕິທຳທາງອາຍາຂອງພວກເຮົາ.”
ໜັງສືທີ່ຖືກເຊັນໂດຍທ່ານ ແນດເລີ ແລະ ສະມາຊິກພັກເດໂມແຄຣັດໃນຄະນະກຳມະການຕຸລາການ 22 ທ່ານ ໄດ້ຢືນຢັນວ່າ ທ່ານ ບາ “ໄດ້ມີສ່ວນຮ່ວມໃນການກະທຳຫຼາຍຄັ້ງໃນບັນຫາທາງກົດໝາຍ ທີ່ກ່ຽວຂ້ອງກັບປະທານາທິບໍດີ ທີ່ໄດ້ກໍ່ໃຫ້ມີຄວາມເປັນຫ່ວງຢ່າງຫຼວງຫຼາຍ ສຳລັບຄະນະກຳມະການນີ້.”
ທ່ານ ທຣຳ ໄດ້ປະຕິເສດການລົມກັບທ່ານ ບາ ກ່ຽວກັບ ຄະດີດັ່ງກ່າວ, ເຖິງແມ່ນທ່ານໄດ້ເວົ້າວ່າ ທ່ານດີໃຈທີ່ກະຊວງຍຸຕິທຳເຂົ້າມາໄກ່ເກ່ຍໃຫ້. ແຕ່ວ່າ, ບັນດານັກວິຈານລັດຖະບານຫຼາຍຄົນສົງໄສວ່າ ອິດທິພົນທາງການເມືອງທີ່ບໍ່ເໝາະສົມໄດ້ເຂົ້າມາມີບົດບາດ. ຄວາມເຂົ້າໃຈແນວນັ້ນຈະສົ່ງຜົນກະທົບຕໍ່ຄວາມພະຍາຍາມຂອງ ສະຫະລັດ ທີ່ຈະສະເໜີຕົນເອງໃຫ້ເປັນ “ປະເທດແບບຢ່າງພ້ອມກັບລະບຽບກົດຫມາຍທີ່ເປັນແບບຢ່າງ,” ອີງຕາມການກ່າວຂອງອະດີດໄອຍະການກະຊວງຍຸຕິທຳ ທ່ານ ເດວິ ແອັກແຊລຣອດ (David Axelrod) ທີ່ຕອນນີ້ເຮັດວຽກໃຫ້ບໍລິສັດກົດໝາຍ ບາລລາດ ສປາ ຟິລາແດລເຟຍ ໃນນະຄອນ ຟິລາແດລເຟຍ.