ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​​ລໍ້ຄົນ​ພິ​ການ ​ຂອງ​ ທ. ສຕີບເວັ​ນ ຮັອກ​ກິງ ປະມູນຂາຍ​ໄດ້ ​ເກືອບ 400,000 ໂດ​ລາ


ຜູ້ຮັບຜິດຊອບ ເຄື່ອງສິລປະ ທ. ທອມ ຣິຊາດສັນ ນັ່ງຖ່າຍຮູບກັບ ລໍ້ຄົນພິການເຄື່ອງຈັກ ທີ່ເປັນຂອງ ທ. ສຕີບເວັນ ຮັອກກິງ ນັກຟີຊິກດ້ານທິດສະດີ
ຜູ້ຮັບຜິດຊອບ ເຄື່ອງສິລປະ ທ. ທອມ ຣິຊາດສັນ ນັ່ງຖ່າຍຮູບກັບ ລໍ້ຄົນພິການເຄື່ອງຈັກ ທີ່ເປັນຂອງ ທ. ສຕີບເວັນ ຮັອກກິງ ນັກຟີຊິກດ້ານທິດສະດີ

​ລໍ້ຄົນ​ພິ​ການ​ໃຊ້ເຄື່ອງຈັກ ທີ່​ໄດ້ຖືກນຳ​ໃຊ້​ ໂດຍ​ມື້​ລາງ​ນັກ​ຟີຊິກດ້ານທິດສະດີ ທ່ານ​
ສ​ຕີບເວັນ ຮັອກ​ກິງ ສາມາດ​ປະ​ມູນ​ຂາຍໄດ້​ເກືອບ 400,000 ໂດ​ລາ ໂດຍ​ເງິນ​ຈຳນວນ
ນີ້ ຈະຖືກນຳໄປ​ມອຍໃຫ້​ແກ່ ອົງ​ການກຸ​ສົນ.

​ລໍ້​ເຄື່ອນ​ຍ້າຍ​ດ້ວຍເຄື່ອງຈັກ ທີ່​ໄດ້ນຳ​ໃຊ້​ໂດຍ​ທ່ານ​ຮັອກ​ກິງ ຫຼັງ​ຈາ​ກ​ທ່ານ​ໄດ້ເປັນ​ເປ້ຍ
​ລ່ອຍ ຍ້ອນ​ພະ​ຍາດໃນ​ເສັ້ນປະສາດຄວບຄຸມການ​ເໜັງຕີງ​ ທີ່ໄດ້​ຄາດ​ໝາຍກັນ​ໄວ້​ວ່າ​
ຈະ​ຂາຍໄດ້ ​ປະ​ມານ 20,000 ໂດ​ລາ ໃນການ​ປະ​ມູນ​ທາງ​ອິນ​ເຕີ​ແນັດ ທີ່​ຈັດຂຶ້ນ​ໂດຍ​
ບໍລິສັດ ຄ​ຣິ​ສ​ຕີ ນັ້ນ.

ສຳ​ເນົາ​ທີ່​ເປັນບົດ​ວິ​ທະ​ຍານິ​ພົນ ຂອງ​ທ່ານ​ຮັອກ​ກິງ ທີ່ເອີ້ນວ່າ “ຄຸນລັກສະນະການ​ຂະ
​ຫຍາຍ​ຕົວຂອງ​ຈັກ​ກະ​ວານ” ຈາກ​ປີ 1965 ຂາຍ​ໄດ້​ ໃນ​ມູນຄ່າ 767,000 ໂດ​ລາ ຫຼາຍ
ກວ່າ​ທີ່​ໄດ້​ກະປະມານ​ໄວ້ ຢູ່ທີ່ລະຫວ່າງ 200,000 ໂດ​ລ​າ.

​ບົດຄວາມລະຄອນ ຈາກ​ການໄປ​ປາ​ກົດ​ໂຕຄັ້ງນຶ່ງ ​ຢູ່​ໃນລະຄອນໂທ​ລະ​ພາບ “ເດີ​ຊິມ​ສັນ”
ທີ່ມີຫຼາຍຕອນ ແມ່ນ​ນຶ່ງ​ໃນ​ຈຳ​ນວນ 22 ຢ່າງທີ່ຖືກນຳມາ​ປະ​ມູນຂາຍ ຊຶ່ງຂາຍໄດ້ ​ເກີນ
ກວ່າ 8,000 ໂດ​ລ​າ.

ລວມ​ທັງ​ໝົດແລ້ວ ການ​ປະ​ມູນລະດົມ​ເງິນໄດ້​ 1 ລ້ານ 8 ແສນ ໂດລາ ເພື່ອການ​ກຸ​ສົນ.
ຄອບ​ຄົວ​ທ່ານ​ຮັອກ​ກິງ ໄດ້​ບໍ​ລິ​ຈາກ​ສິ່ງ​ຂອງ​ອື່ນໆ​ ​ຂອງ​ທ່ານ​ຮອກ​ກິງ ທີ່ໄດ້ຈາກການ​ເກັບສະສົມໄວ້ ໃຫ້ແກ່​ລັດ​ຖະ​ບານ​ອັງ​ກິດ ​ເພື່ອເປັນການທົດ​ແທນ​ ຈ່າຍພາ​ສີ ສຳລັບ
ມູນມໍລະດົກທີ່ໄດ້ຮັບ.

ທ່ານ​ຮັອກ​ກິງ​ ໄດ້​ຄົ້ນຄວ້າ​ຫາ​ ທີ່​ມາ​ຂອງ​ຈັກ​ກະ​ວານ ຊຶ່ງໄດ້ຂະ​ຫຍາຍ​ແນ​ວ​ຄິດ ດ້ານ
​ວິ​ທະ​ຍາ​ສາດ ກ່ຽວ​ກັບ ປ່ອງດຳ ແລະ​ໄດ້​ກາຍ​ມາ​ເປັນ​ ຜູ້​ທີ່​ຮູ້​ຈັກ​ກັນ​ດີ ໃນຍຸກ​ສະ​ໄໝ
​ໃໝ່.

ເງິນ​ທີ່​ໄດ້​ຈາກ​ການ​ປະ​ມູນ​ຈະ​ນຳ​ໄປ​ໃຫ້ສອງອົງ​ກ​ານ​ກຸ​ສົນ ມູນ​ນິ​ທິ​ທ່ານ​ຮັອກ​ກິງ ແລະ
​ສະ​ມາ​ຄົມ​ປິ່ນ​ປົວພະ​ຍາດ​ເສັ້ນປະສາດທີ່ຄວບຄຸມການ​ເໜັງຕີງ​.

ທ່ານ​ຮັອກ​ກິງ​ໄດ້​ພົບ​ເຫັນ​ມີ​ພ​ະ​ຍາດເສັ້ນປະສາດຄວບຄຸມການ​ເໜັງຕີງ​ ເວ​ລາ​ອາ​ຍຸ​ໄດ້
22 ປີ ແລະ​ ສາມາດ​ມີ​ຊີ​ວິດ​ຢູ່​ໄດ້ພຽງ​ບໍ່​ເທົ່າ​ໃດ​ປີເທົ່ານັ້ນ ແຕ່ທ່ານ​ກໍຢູ່ລອດມາໄດ້ຈົນ
​ເຖິງ​ອາ​ຍຸ 76 ປີ ແລະ​ໄດ້​ເສຍ​ຊີ​ວິດ​ໃນ​ເດືອນ​ມີ​ນາ ທີ່​ຜ່ານ​ມາ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG