ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຟີຊິກ ທີ່ມີຊື່ສຽງລະດັບໂລກ ທ່ານສເຕເຟັນ ຮໍຄິງ ເສຍຊີວິດ ຮວມອາຍຸໄດ້ 76 ປີ


ນັກຈັກກະວານວິທະຍາທີ່ມີຊື່ສຽງ ທ່ານ ສເຕເຟັນ ຮໍຄິງ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວທີ່ຫໍພິພິຕິພັນ One World Observatory. ນະຄອນ ນິວຢອກ. 12 ເມສາ, 2016.
ນັກຈັກກະວານວິທະຍາທີ່ມີຊື່ສຽງ ທ່ານ ສເຕເຟັນ ຮໍຄິງ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວທີ່ຫໍພິພິຕິພັນ One World Observatory. ນະຄອນ ນິວຢອກ. 12 ເມສາ, 2016.

ນັກຟີຊິກ ທີ່ມີຊື່ສຽງລະດັບໂລກຊາວ ອັງກິດ ທ່ານ ສເຕເຟັນ ຮໍຄິງ “Stephen
Hawking,” ຜູ້ທີ່ໄດ້ພະຍາຍາມຮຽນຮູ້ ກ່ຽວກັບ ຈັກກະວານທັງຫຼາຍຈາກຕອນເລີ່ມ
ຕົ້ນ ຫາຄວາມຊັບຊ້ອນຂອງຂຸມດຳນັ້ນ, ໄດ້ເສຍຊີວິດແລ້ວ ຮວມອາຍຸໄດ້ 76 ປີ ໃນ
ວັນພຸດມື້ນີ້.

ໂຄສົກຄົນນຶ່ງຂອງຄອບຄົວໄດ້ກ່າວວ່າ ທ່ານໄດ້ເສຍຊີວິດຢ່າງສະຫງົບ ໃນບ້ານຂອງ
ທ່ານ ທີ່ເມືອງ ແຄມບຣິຈ໌ ບ່ອນທີ່ທ່ານໄດ້ເຮັດວຽກຫຼາຍ ທົດສະວັດ ໃນຖານະອາຈານ
ສອນຄະນິດສາດ ທີ່ມະຫາວິທະຍາໄລ ແຄມບຣິຈ໌.

ລູກຂອງທ່ານ ຮໍຄິງ, ນາງ ລູຊີ, ທ້າວ ໂຣເບີດ ແລະ ທ້າວ ທິມ ໄດ້ກ່າວໃນຖະແຫຼງ
ການສະບັບນຶ່ງວ່າ “ເພິ່ນແມ່ນນັກວິທະຍາສາດ ທີ່ຍິ່ງໃຫຍ່ ແລະ ເປັນຜູ້ຊາຍທີ່ມີ
ຄວາມພິເສດເຊິ່ງວຽກງານ ແລະ ມູນເຊື້ອຂອງເພິ່ນຍັງຈະສືບຕໍ່ຢູ່ໄປອີກຫຼາຍປີ.”

ເພິ່ນໄດ້ເປັນໂຣກລະບົບເສັ້ນປະສາດຄວບຄຸມກ້ອນຊີບຕອນອາຍຸ 21 ປີ, ອັນເປັນພະ
ຍາດ ເຊິ່ງໃນທີ່ສຸດໄດ້ເຮັດໃຫ້ທ່ານຕ້ອງນັ່ງຢູ່ລໍ້ເລື່ອນ ແລະ ເສຍຄວາມສາມາດໃນ
ການເວົ້າ, ຈົນເຮັດໃຫ້ທ່ານ ຮໍຄິງ ຕ້ອງໄດ້ສື່ສານຜ່ານເຄື່ອງສັງເຄາະສຽງ.

ບັນດາທ່ານໝໍທັງຫຼາຍ ໄດ້ເດົາວ່າ ທ່ານຈະມີອາຍຸຢູ່ໄດ້ອີກພຽງສອງ ສາມປີ, ແຕ່ໃນ
ທາງກົງກັນຂ້າມທ່ານໄດ້ມີອາຍຸຍືນ, ທ່ານໄດ້ເພັ່ງເລັງ ວຽກງານຂອງທ່ານ ທີ່ລວມມີ
ການພະຍາຍາມຫາທາງເຊື່ອມຕໍ່ຊ່ອງ ຫວ່າງ ລະຫວ່າງທິດສະດີທົ່ວໄປຂອງທ່ານ
ອາລເບີດ ໄອສໄຕນ໌ ກ່ຽວກັບ ຄວາມເຊື່ອມໂຍງ ທີ່ອະທິບາຍເຖິງການເຄື່ອນໄຫວ
ຂອງວັດຖຸຂະໜາດໃຫຍ່ທັງຫຼາຍ ແລະ ທິດສະດີກົນລະສາດ ຄວັນທຳ ທີ່ຮັບມືກັບ
ລະອອງທີ່ນ້ອຍກວ່າອະຕອມ.

ທ່ານ ຮໍຄິງ ໄດ້ເວົ້າວ່າ “ເປົ້າໝາຍຂອງຂ້າພະເຈົ້າແມ່ນລຽບງ່າຍ. ມັນແມ່ນການເຂົ້າ
ໃຈຢ່າງເຕັມທີ່ ກ່ຽວກັບ ຈັກກະວານ, ວ່າເປັນຫຍັງມັນຈຶ່ງເປັນຄືທີ່ມັນເປັນຢູ່ ແລະ
ເປັນຫຍັງມັນຈຶ່ງມີຢູ່.”

ປື້ມຂອງທ່ານຊື່ວ່າ A Brief History of Time ທີ່ຖືກຕີພິມ ໃນປີ 1988 ໄດ້ກາຍເປັນ
ປື້ມທີ່ຂາຍດີທີ່ສຸດ ແລະເຮັດໃຫ້ທ່ານມີຊື່ສຽງຢ່າງ ກວ້າງຂວາງ.

ນຶ່ງໃນຜົນສຳເລັດທີ່ໃຫຍ່ທີ່ສຸດຂອງທ່ານ ໄດ້ມີຂຶ້ນ ເມື່ອການຄົ້ນຄວ້າຂອງທ່ານ ກ່ຽວ
ກັບ ຂຸມດຳ, ໄດ້ສະແດງໃຫ້ເຫັນວ່າ ກຳມັນຕະລັງສີຈຳນວນນ້ອຍ ສາມາດຫຼຸດລອດ
ອອກ ຈາກແຮງໂນ້ມຖ່ວງຂອງມັນ. ປາກົດການດັ່ງກ່າວ ຖືກຮັບຮູ້ໃນປັດຈຸບັນນີ້ຄື
ກຳມັນຕະລັງສີ ຮໍຄິງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG