ພວກປະທ້ວງພາກັນເຕົ້າໂຮມ ໃນຕອນແລງຂອງວັນອາທິດ ຢູ່ໃນເມຶອງມັນດາເລ ຍ້ອນ
ບໍ່ພໍໃຈນໍາການຕັດພະລັງໄຟຟ້າ ທີ່ປ່ອຍໃຫ້ພວກເຂົາເຈົ້າໄດ້ໃຊ້ໄຟຟ້າ ພຽງບໍ່ພໍເທົ່າໃດ
ຊົ່ວໂມງໃນແຕ່ລະມື້. ຫລາຍຮ້ອຍຄົນພາກັນປະທ້ວງຢ່າງງຽບໆຖືທຽນໄຂຍ່າງໄປຕາມ
ຖະໜົນ ແລະຢູ່ທາງນອກໂຮງການຂອງທາງການໄຟຟ້າທ້ອງຖິ່ນ ເພື່ອຮຽກຮ້ອງໃຫ້ມີ
ໄຟຟ້າໃຊ້ເປັນປົກກະຕິ.
ບາງລາຍງານອ້າງອິງຄໍາເວົ້າຂອງພວກປະຊາຊົນ ທີ່ໃຈຮ້າຍໃຫ້ລັດຖະບານທີ່ຂາຍໄຟ
ຟ້າໃຫ້ແກ່ຈີນ ໃນຂະນະທີ່ບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ
ປະຊາຊົນນັ້ນ.
ຊາວມຽນມາ ຈໍານວນສາມໃນສີ່ຄົນໃດ ແມ່ນບໍ່ມີໄຟຟ້າໃຊ້ ເຖິງແມ່ນວ່າປະເທດມີ
ຊັບພະຍາກອນ ບໍ່ນໍ້າມັນ ແກສທໍາມະຊາດ ແລະພະລັງໄຟຟ້ານໍ້າຕົກ ໃນປະລິມານ
ມະຫາສານ ຊຶ່ງສ່ວນໃຫຍ່ແມ່ນສົ່ງອອກຂາຍໃຫ້ສອງປະເທດເພື່ອນບ້ານ ໄທແລະຈີນ.
ພະອາຈານ U Wirathu ໄດ້ເຂົ້າຮ່ວມປະທ້ວງແລະໄດ້ກ່າວຕໍ່ ວີໂອເອພະແນກພາສາ
ມຽນມາວ່າ:
ສຽງ...
ທ່ານກ່າວວ່າ ເຂົາເຈົ້າພາກັນປະທ້ວງ ກໍເພາະວ່າເຈົ້າໜ້າທີ່ປະກາດວ່າ ຈະມີການ
ແຈກຈ່າຍໄຟຟ້າໃຫ້ໃຊ້ ແຕ່ພຽງຫົກຊົ່ວໂມງຕໍ່ມື້ເທົ່ານັ້ນ. ກ່ອນໜ້ານີ້ ບໍ່ມີການຈໍາກັດ
ຊົ່ວໂມງ ແຕ່ວ່າມີການແຈກຈ່າຍໄຟຟ້າໃຫ້ ໃຊ້ສັບປ່ຽນກັນ ໃນຍາມກາງເວນ ຫລືວ່າ
ກາງຄືນ.
ຢ່າງກຸ້ງ ເມືອງຫລວງເກົ່າ ກໍໄດ້ຖືກຕັດພະລັງໄຟຟ້າລົງ ໃຫ້ໃຊ້ພຽງມື້ລະບໍ່ເທົ່າໃດ
ຊົ່ວໂມງເທົ່ານັ້ນ.
ສື່ຂອງລັດມຽນມາ ໄດ້ຖິ້ມໂທດ
ໃສ່ກຸ່ມກະບົດ ກອງທັບເອກ
ກະລາດກະຈິ່ນຫລື KIA ທີ່ໄດ້
ທໍາລາຍພາກສ່ວນນຶ່ງ ຂອງ
ສາຍສົ່ງກະແສໄຟຟ້າ ໃນພາກ
ຕາເວັນອອກຂອງລັດສານ.
ໜັງສືພິມ New Light of
Myanmar ຫລືແສງສະຫວ່າງ
ໃໝ່ຂອງມຽນມາ ກ່າວວ່າໃນ
ຊ່ວງທ້າຍສັບປະດາຜ່ານມານີ້
ກຸ່ມກອງທັບ KIA ໄດ້ວາງລະ
ເບີດທໍາລາຍ ເສົາສົ່ງກະແສ
ໄຟຟ້າສີ່ເສົ ຊຶ່ງໄດ້ຕັດພະລັງ
ໄຟຟ້າທົ່ວປະເທດ ລົງ 200
ເມກກາວັດ.
ພັນເອກ James Lum Dau
ຮອງຫົວໜ້າຝ່າຍການຕ່າງປະເທດຂອງອົງການຈັດຕັ້ງເອກກະລາດກະຈິ່ນຫລື KIO ຊຶ່ງ
ເປັນກຸ່ມການເມືອງຂອງກອງທັບ KIA ປະຕິເສດວ່າ ທະຫານຂອງເຂົາເຈົ້າບໍ່ໄດ້ໂຈມຕີ
ສາຍສົ່ງໄຟຟ້າ ແລະກ່າວຕື່ມອີກວ່າ ເຈົ້າໜ້າທີ່ມັກຈະຖິ້ມໂທດໃສ່ກອງທັບ KIA ຢູ່ສະເໝີ.
ທ່ານເວົ້າວ່າ:
(LUM DAU ACT IN ENGLISH))
“ພວກເຮົາຈະບໍ່ເຮັດເລື້ອງຈັ່ງຊັ້ນ. ພວກເຮົາບໍ່ມີນະໂຍບາຍແບບນັ້ນ ແລະຂໍເວົ້າ
ອີກຄັ້ງນຶ່ງ ນີ້ແມ່ນເຂດ… ບໍ່ແມ່ນເຂດທີ່ພວກເຮົາປະຕິບັດງານ. ເພາະສະນັ້ນ
ຂ້າພະເຈົ້າສາມາດປະຕິເສດໄດ້ວ່າ ມັນເປັນໄປບໍ່ໄດ້ເດັດຂາດ.”
ຜູ້ສື່ຂ່າວຂອງເຮົາ ບໍ່ສາມາດຕິດຕໍ່ກອງທັບ KIA ໄດ້ ເພື່ອຂໍຄວາມເຫັນໃນທັນທີນີ້ເທື່ອ.
ພັນເອກ LUM DAU ກ່າວວ່າ ຫວ່າງ
ຫລາຍໆອາທິດໝໍ່ໆມານີ້ ທະຫານ
ມຽນມາໄດ້ເຄື່ອນກໍາລັງເຂົ້າໄປຍັງ
ກອງບັນຊາການຂອງກອງ ທັບ KIA
ທີ່ເມືອງ Laiza ໃກ້ກັບຊາຍແດນຈີນ
ທີ່ໄດ້ນໍາໄປສູ່ການປະທະກັນຢ່າງດຸ
ເດືອດ. ກອງທະຫານມຽນມາ ແລະ
ກຸ່ມກອງທັບ KIA ໄດ້ທໍາການສູ້ລົບ
ກັນມາຕັ້ງແຕ່ເດືອນມີຖຸນາປີກາຍນີ້
ເວລາເຂົາເຈົ້າທັບມ້າງການຢຸດຍິງ
ທີ່ໄດ້ມີມາເປັນເວລາ 17 ປີ.
ການປະທ້ວງແມ່ນເປັນສີ່ງທີ່ບໍ່ຄ່ອຍເຫັນ
ຢູ່ໃນມຽນມາ ບ່ອນທີ່ກອງທັບໄດ້ທັບ
ມ້າງການລຸກຮືຂື້ນເພື່ອປະຊາທິປະໄຕ
ໃນປີ 1988 ແລະ 2007. ແຕ່ວ່ານັບຕັ້ງ
ແຕ່ປີກາຍມານີ້ ລັດຖະບານພົນລະເຮືອນແຕ່ໃນນາມ ໄດ້ເລີ່ມຈັດຕັ້ງປະຕິບັດການປະຕິຮູບ
ຫລາຍຢ່າງ ຮວມທັງອອກກົດໝາຍ ອະນຸຍາດໃຫ້ມີການປະທ້ວງແບບສະຫງົບ.
ພວກປະທ້ວງທີ່ເມືອງມັນດາເລ ບໍ່ໄດ້ຂໍໃບອະນຸຍາດທໍາການເດີນຂະບວນປະທ້ວງ. ແຕ່ກໍ
ປາກົດວ່າ ເຈົ້າໜ້າທີ່ໄດ້ໂຍະຍານປ່ອຍໃຫ້ເຂົາເຈົ້າເຮັດ.
ສື່ຂອງມຽນມາລາຍງານວ່າ ຫົວໜ້າການໄຟຟ້າທ້ອງຖິ່ນ ໄດ້ໃຫ້ຄໍາໜັ້ນສັນຍາວ່າ ຈະແກ້
ໄຂບັນຫາພະລັງໄຟຟ້າຂາດເຂີນໃຫ້ໄວທີ່ສຸດ ຖ້າບໍ່ດັ່ງນັ້ນ ທ່ານຈະລາອອກ.