ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ການປະທ້ວງຕໍ່ຕ້ານ ການຂາດເຂີນໄຟຟ້າ ຢູ່ມຽນມາ ຍຸດຕິລົງໂດຍສັນຕິ


ພວກປະທ້ວງຊາວມຽນມານັ່ງສວດມົນຕໍ່ໜ້າທຽນ ທີ່ວັດ Sule ໃຈກາງ ເມືອງຢ່າງກຸ້ງເມື່ອແລງວັນອັງຄານ ທີ່ 22 ເດືອນນີ້ ເພື່ອປະທ້ວງບັນຫາ ໄຟຟ້າມອດຊໍາເຮື້ອ.

ການ​ໂຮມ​ຊຸມນຸມ​ກັນ​ສອງ​ຄັ້ງ​ເພື່ອ​ຕໍ່ຕ້ານ​ບັນຫາ​ການ​ຂາດແຄນ​ກະ​ແສ​ໄຟ ຟ້າຢ່າງ​ຊໍາ​ເຮື້ອ​ຢູ່​
ທີ່​ນະຄອນ​ຢ່າງ​ກຸ້ງ ​ເມືອງຫຼວງດ້ານ​ການຄ້າ​ຂອງ​ມຽນມາ ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ສັນຕິ​ເມື່ອ​ວັນ​ອັງຄານວານ​ນີ້ ຫຼັງຈາກ​ປະຊາຊົນ ໄດ້​ໄປເຕົ້າ​ໂຮ​ມກັນຢູ່​ໃນເຂດໃຈກາງ​ເມືອງ​ເພື່ອ​ປະ​ທ້ວງ​ບັນຫາ​ໄຟຟ້າ​ມອດ​ຢູ່​ເລື້ອຍໆນັ້ນ.

ການ​ປະ​ທ້ວງ​ຕ່າງໆ ພ້ອມ​ກັບ​ການ​ໂຮມ​ຊຸມນຸມ​ທໍານອງ​ດຽວ​ກັນ ​ເມື່ອ​ວັນ ອາທິດ​ແລະ​ວັນ​ຈັນທີ່​ເມືອງ​ມັນ​ດາ​ເລ ງ​ນັບ​ວ່າ​ເປັນເຫດການທີ່​ບໍ່ຄ່ອຍ​ໄດ້​ພົບ​ເຫັນຢູ່​ໃນ​ມຽນມາ ຊຶ່ງ​ເຄີຍ​ຕົກ​ຢູ່ພາຍ​ໃຕ້​ການ​ປົກຄອງແບບ​ກົດ​ຂີ່​ຂອງ​ພວກທະຫານ​ ມາເປັນ​ເວລາ​ເຄິ່ງສັດຕະວັດ​ ຈົນ​ເຖິງ​ປີ​ແລ້ວນີ້.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ການ​ປະ​ທ້ວງ​ເມື່ອ​ວັນ​ອັງຄານ​ວານ​ນີ້ ທີ່​ວັດ Sule ​ໃນ​ເຂດ​ໃຈ​ກາງ​ນະຄອນ​ຢ່າງ​ກຸ້ງ ທີ່​ມີປະມານ 150 ຄົນ​ເຂົ້າຮ່ວມ​ໂຮ​ມທັງອະດີດ​ນັກ​ໂທດການ​ເມືອງ​ທີ່​ຖືກ​ຈໍາ​ຄຸກ​ໂດຍ​ລັດຖະບານ​ທະຫານ ທີ່​ໄດ້​ສະຫຼະອໍານາດເມື່ອ 13 ​ເດືອນ​ຜ່ານ​ມາ. ອົງການ​ຂ່າວ​ຝຣັ່ງລາຍ​ງານ​ວ່າມີ​ການວາງກຳລັງ​ຕໍາຫຼວດຢ່າງ​ໜາ​ແໜ້ນຢູ່​ບ່ອນ​ປະ​ທ້ວງ​ເມື່ອຕອນ​ບ່າຍ​ ວັນອັງຄານວານ​ນີ້ ​ແລະ​ເວົ້າອີກວ່າ ສະມາຊິກ​ພັກ​ຝ່າຍ​ຄ້ານ​ຫຼາຍຄົນຖືກ​ກັກ​ຂັງ​ໄວ້ເປັນ​ເວລາ​ສັ້ນໆ ​ເພື່ອ​ສອບ​ປາ​ກສອບ​ຄໍາ ກ່ອນ​ຈະ​ປ່ອຍ​ຕົວ​ໄປ.

ມີ​ປະຊາຊົນ​ຫຼາຍກວ່ານຶ່ງ​ພັນ​ຄົນ​ໄດ້​ພາກັນປະ​ທ້ວງເມື່ອ​ວັນ​ອາທິດ ​ແລະ​ວັນ​ຈັນ ທີ່ເມືອງ​ມັນ​ດາ​ເລ ​ແຕ່​ບໍ່​ມີ​ລາຍ​ງາ​ນ​ຜູ້​ຖືກ​ຈັບ​ກຸມ​ຢູ່​ໃນ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ປະ​ເທດ​ນັ້ນ.

​ໄຟຟ້າ​ມອດ ຖື​ເປັນ​ເລຶ່ອງທໍ​າມະ​ດາ ຢູ່​ໃນ​ມຽນມາ ຄື​ເວລາ​ໄຟ​ມອດ​ແຕ່ລະ​ເທື່ອ ​ປົກກະຕິ​ຈະດົນ​ນານເຖິງຫົກ​ຊົ່ວ​ໂມງຢູ່ທີ່​ນະຄອນຢ່າງ​ກຸ້ງແລະ​ ຢູ່​ເມືອງ​ມັນດາ​ເລ​ນັ້ນ ​ຈະ​ດົນ​ກວ່າ​
ຢູ່​ຢ່າງ​ກຸ້ງ​ເຖິງ​ສາມ​ເທົ່າ.

XS
SM
MD
LG