ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະ​ນັກ​ງານ ລັດ​ຖະ​ບານ ລາວ ຈຳ​ນວນຫຼາຍ ​ມີ​ສ່ວນ​ກ່ຽວ​ຂ້ອງ ​ກັບ​ການ​ອະ​ນຸ​ຍາດ ​ອອກ​ໃບ​ຕາ​ດິນ​ຊ້ຳ​ຊ້ອນ


​ເດັກ​ຊາຍ​ຄົນ​ນຶ່ງ​ຫວ່ານ​ແຫ​ຢູ່​ໜອງ​ທາງຫຼັງ​ດິນ​ຫວ່າງແຫ່ງ​ນຶ່ງໃນ ລາວ.
​ເດັກ​ຊາຍ​ຄົນ​ນຶ່ງ​ຫວ່ານ​ແຫ​ຢູ່​ໜອງ​ທາງຫຼັງ​ດິນ​ຫວ່າງແຫ່ງ​ນຶ່ງໃນ ລາວ.

ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ ລາວ ຈຳ​ນວນຫຼາຍ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ອະ​ນຸ​ຍາ
ດອອກໃບຕາດິນຊ້ຳຊ້ອນ ເຮັດໃຫ້ມີບັນຫາຍາກແຍ່ງເອົາທີ່ດິນ ແລະ ການຍັກຍອກ
ເອົາທີ່ດິນຂອງລັດເກີດຂຶ້ນຢ່າງກວ້າງຂວາງໃນ ລາວ.

ທ່ານ ບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຖະ​ແຫຼງ​ຢືນ​ຢັນ​ວ່າ ບັນ​ຫາ​ຂັດ​ແຍ້ງ
ກ່ຽວກັບ ສິດທິການຖືຄອງທີ່ດິນທີ່ເກີດຂຶ້ນຢ່າງກວ້າງຂວາງທັງລະຫວ່າງພາກລັດກັບ
ພາກເອກະຊົນ ແລະ ຫວ່າງພາກເອກະຊົນດ້ວຍກັນຈົນກາຍເປັນບັນຫາຟ້ອງຮ້ອງກັນ
ເພີ່ມຂຶ້ນເລື້ອຍໆນັ້ນເປັນຍ້ອນພະນັກງານຂອງລັດໄດ້ເຂົ້າໄປມີສ່ວນກ່ຽວຂຂ້ອງດ້ວຍ
ໂດຍສະເພາະແມ່ນການອະນຸຍາດອອກໃບຕາດິນຊ້ຳຊ້ອນກັນ ຮັບເປັນສາເຫດທີ່
ເຮັດໃຫ້ມີການຂັດແຍ້ງກັນເກີດຂຶ້ນຫຼາຍທີ່ສຸດ ເນື່ອງຈາກວ່າພະນັກງານລັດທີ່ມີສ່ວນ
ໃນການອະນຸຍາດອອກໃບຕາດິນນັ້ນ ບໍ່ປະຕິບັດຕາມລະບຽບກົດໝາຍດ້ວຍ ເຫັນ
ແກ່ຜົນປະໂຫຍດສ່ວນຕົນເປັນດ້ານຫຼັກ ດັ່ງທີ່ທ່ານ ບຸນທອງ ໄດ້ເນັ້ນຢ້ຳຕໍ່ກອງປະ
ຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານທີ່ດິນໃນຮອບປີ 2018 ທີ່ຜ່ານມາ ເມື່ອ
ບໍ່ນານມານີ້ວ່າ

"ບັນ​ຫາ​ພະ​ນັກ​ງານ​ກະ​ເປັນ​ຂອດ​ນຶ່ງ​ທີ່​ຄວນ​ໄດ້​ເອົາ​ໃຈ​ໃສ່ ໂດ​ຍ​ສະ​ເພາະ​ແລ້ວ​ກໍ​ແມ່ນ​
ພວກທີ່ກ່ຽວກັບທີ່ດິນລະແມ່ນຫຍູ້ງນຳອັນໂຕການອອກໃບຕາດິນຊ້ຳຊ້ອນ ແຕ່ລະມື້
ກະຂັດແຍ້ງກັນ, ຂຶ້ນສານ, ລົງໂທດ, ຕັດສິນອັນນັ້ນອັນນີ້ ກະບໍ່ຍອມກັນ ກວດໄປ
ກວດມາ ດິນຕອນນຶ່ງລະແມ່ນສອງ-ສາມຄົນເປັນເຈົ້າ ຜູ້ນີ້ໄດ້ກະຂາຍໃຫ້ຜູ້ນັ້ນ ຜູ້ນັ້ນ
ໄດ້ກະຂາຍໃຫ້ຜູ້ພຸ້ນອອກໄປ ເຮົາຢາກໃຫ້ປະຕິບັດຕາມລະບຽບກົດໝາຍຄັກແນ່."

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂອງ​ເຄືອ​ຂ່າຍ​ການ​ພັດ​ທະ​ນາ​ແບບ​ເປີດ (Open development Network) ຊຶ່ງ​ເປັນ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ເປີດ​ເຜີຍ​ວ່າ​ທາງ​ການ ລາວ ໂດຍ​
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຂຶ້ນທະບຽນສຳມະໂນທີ່
ດິນໄວ້ແລ້ວ 3 ລ້ານກວ່າຕອນໃນທົ່ວປະເທດ. ແຕ່ປາກົດວ່າໄດ້ມີການອະນຸຍາດ
ອອກໃບຕາດິນໃຫ້ກັບປະຊາຊົນ ລາວ ໄດ້ພຽງ 1 ລ້ານກວ່າຕອນ ຫຼື ຄິດເປັນ 40 ເປີ
ເຊັນ ກວ່າຂອງຈຳນວນທັງໝົດທີ່ໄດ້ຂຶ້ນທະບຽນສຳມະໂນທີ່ດິນດັ່ງກ່າວ.

ສ່ວນ​ທ່ານ ສົມ​ມາດ ພົນ​ເສ​ນາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ
ຊາດ ແລະ ສິ່ງແວດລ້ອມກໍຍອມຮັບວ່າ ການຄຸ້ມຄອງທີ່ດິນຂອງລັດຖະບານຍັງບໍ່ມີ
ປະສິດທິພາບທັງຍັງກາຍເປັນຊ່ອງຫວ່າງເຮັດໃຫ້ມີການຍັກຍອກເອົາທີ່ດິນຂອງລັດ
ຖະບານໄປຂາຍໃຫ້ພາກເອກະຊົນ ລາວ ແລະ ຊາວຕ່າງຊາດທີ່ລົງທຶນໃນ ລາວ ຢ່າງ
ກວ້າງຂວາງອີກດ້ວຍ ຍ້ອນວ່າ ລາວຍັງບໍ່ມີແຜນແມ່ບົດ ກ່ຽວກັບ ການຈັດສັນທີ່ດິນ
ແຫ່ງຊາດ ຈຶ່ງເຮັດໃຫ້ບໍ່ມີຫຼັກການລວມຂອງການຈັດຕັ້ງປະຕິບັດທີ່ໄດ້ມາດຕະຖານ
ດຽວກັນໃນທົ່ວປະເທດ ເມື່ອມີການຍັກຍອກເອົາທີ່ດິນຂອງລັດ ແລະ ປະຊາຊົນຫຼາຍ
ຂຶ້ນ ຈຶ່ງເກີດການບໍ່ເຊື່ອໝັ້ນຕໍ່ພັກ-ລັດເພີ່ມຂຶ້ນດ້ວຍເຊັ່ນກັນ.

ທັງ​ນີ້​ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ການ​ສຶກ​ສາ​ວິ​ໄຈ ແລະ ວິ​ເຄາະ​ບັນ​ຫາ​ການ​ນຳ​ໃຊ້​ທີ່​ດິນ
ທົ່ວປະເທດ ລາວ ລາຍງານວ່າການຈັດທຳເອກະສານປອມ ເພື່ອຍັກຍອກເອົາທີ່ດິນ
ລັດ ແລະ ການສໍ້ໂກງເອົາທີ່ດິນປະຊາຊົນແລ້ວນຳໄປຂາຍໃຫ້ກັບບໍລິສັດເອກະຊົນ
ລາວ ແລະ ຕ່າງປະເທດທີ່ລົງທຶນໃນ ລາວ ໄດ້ເກີດຂຶ້ນຢ່າງກວ້າງຂວາງ, ໃນນີ້ລວມ
ເຖິງການປອມແປງໃບຕາດິນເພື່ອນຳໃຊ້ໃນການຄ້ຳປະກັນການກູ້ຢືມເງິນທັງຈາກທະ
ນາຄານລັດ ແລະ ທະນາຄານເອກະຊົນໃນ ລາວ ດ້ວຍ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ມີ​ຄຳ​ສັ່ງ​ແຕ່ງ​ຕັ້ງ​ຄະ​ນະ​ສ​ະ​ເພາະ​ກິດ
ເພື່ອສຶກສາວິໄຈ ແລະ ວິເຄາະບັນຫາການນຳໃຊ້ທີ່ດິນທົ່ວປະເທດ ລາວ ນັບແຕ່ປີ
2017 ໂດຍມອບໝາຍໃຫ້ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີເປັນປະ
ທານ ແລະ ມີລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ ເປັນຫົວໜ້າຄະນະຊຶ່ງປະກອບດ້ວຍບັນດາຮອງລັດຖະມົນຕີກະຊວງທີ່ກ່ຽວ
ຂ້ອງເປັນກຳມະການ ຊຶ່ງຈາກການຈັດຕັ້ງປະຕິບັດໃນຊ່ວງປີ 2017-2018 ຜ່ານມາ
ກໍປາກົດວ່າ ສາມາດຍຶດເອົາທີ່ດິນຂອງລັດທີ່ຖືກຍັກຍອກໄປໂດຍຜິດກົດໝາຍກັບ
ຄືນມາໄດ້ໃນເນື້ອທີ່ກວ້າງກວ່າ 1 ໝື່ນເຮັກຕາ.

ທາງ​ດ້ານ​ສະ​ຖາ​ບັນ​ສະ​ຫະ​ວິ​ທະ​ຍາ​ການ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ​ໃນ ໄທ
ທີ່ໄດ້ສຶກສາວິໄຈ ກ່ຽວກັບ ການນຳໃຊ້ທີ່ດິນໃນແຂວງຫຼວງນ້ຳທາ ລາຍງານວ່າ ປະ
ຊາຊົນ ລາວ ກຳລັງປະເຊີນກັບບັນຫາການສູນເສຍທີ່ດິນໃຫ້ກັບນັກທຸລະກິດ ຈີນ
ເພີ່ມຂຶ້ນນັບມື້ ທັງນີ້ ປະຊາຊົນ ລາວ ໄດ້ຖືກບັງຄັບໃຫ້ຕ້ອງເຂົ້າຮ່ວມໃນສັນຍາກະ
ເສດພັນທະຂອງບັນດານັກທຸລະກິດ ຈີນ ເຊັ່ນການປູກຢາງພາລາ ໂດຍທີ່ກະເສດຕະ
ກອນ ລາວ ບໍ່ມີເງິນລົງທຶນ ຈຶ່ງຕ້ອງກູ້ຢືມເງິນຈາກບັນດານັກທຸລະກິດ ຈີນ ໂດຍນຳ
ໃຊ້ທີ່ດິນຄ້ຳປະກັນ ແຕ່ເມື່ອປາກົດວ່າລາຄາຢາງພາລາຕົກຕ່ຳລົງ ກໍເຮັດໃຫ້ກະເສດ
ຕະກອນ ລາວ ບໍ່ມີເງິນຊຳລະໜີ ຈຶ່ງຈະຕ້ອງຖືກຍຶດທີ່ດິນ ໂດຍມີທີ່ດິນກວ່າ 3 ແສນ
ເຮັກຕາ ທີ່ຢູ່ພາຍໃຕ້ສັນຍາກະເສດພັນທະກັບນາຍທຶນ ຈີນ ໃນແຂວງຫຼວງນ້ຳທາເວ
ລານີ້.

XS
SM
MD
LG