ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານປະຈຳປີ ຂອງກະຊວງຕ່າງປະເທດ ສຫລ ວ່າດ້ວຍການຄ້າມະນຸດ ກ່ຽວກັບລາວ ຕອນທີ 2


ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານນາງ Hilary Clinton ຍົກປືມລາຍງານ ວ່າດ້ວຍການຄ້າມະນຸດ ປະຈຳປີ 2012 ໃຫເບິ່ງ ທີ່ກະຊວງການຕ່າງປະເທດສະຫະລັດ (19 ມິຖຸນາ 2012)
ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານນາງ Hilary Clinton ຍົກປືມລາຍງານ ວ່າດ້ວຍການຄ້າມະນຸດ ປະຈຳປີ 2012 ໃຫເບິ່ງ ທີ່ກະຊວງການຕ່າງປະເທດສະຫະລັດ (19 ມິຖຸນາ 2012)
ໃນພາກສ່ວນທີ່ເວົ້າເຖິງການໃຫ້ຄວາມປົກປ້ອງຄຸ້ມຄອງນັ້ນ ລາຍງານຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ
ລັດຖະບານລາວ ໄດ້ດຳເນີນຄວາມພະຍາຍາມພໍປານກາງ
ເພື່ອລະບຸໂຕ ແລະໃຫ້ຄວາມຊ່ອຍເຫລືອ ແກ່ພວກທີ່ຕົກ
ເປັນເຫຍື່ອຂອງການຄ້າມະນຸດໃນໄລຍະທີ່ມີການລາຍງານ
ນີ້. ແລະລັດຖະບານກໍຍັງບໍ່ໄດ້ຈັດຕັ້ງປະຕິບັດລະບຽບການ ໃນການລະບຸໂຕຢ່າງເປັນທາງການ ເພື່ອຊີ້ໂຕພວກເຄາະ ຮ້າຍທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໃນບັນດາກຸ່ມທີ່
ມີຄວາມຫຼໍ່ແຫຼມນັ້ນ.

ຫລັງຈາກທີ່ເດີນທາງກັບຄືນມາຈາກປະເທດໄທແລ້ວນັ້ນ
ພວກເຄາະຮ້າຍທີ່ຖືກ ພວກເຈົ້າໜ້າທີ່ໄທຫຼືລາວລະບຸໂຕ
ວ່າເປັນຜູ້ໄດ້ຮັບເຄາະຈາກການຄ້າມະນຸດກໍຈະຖືກສົ່ງໄປ ຍັງບ້ານພັກຊົ່ວຄາວຫຼືສູນກາງໃຫ້ຄວາມຊ່ອຍເຫຼືອ ອື່ນໆ
ເພື່ອຮັບການປິ່ນປົວ ພະຍາບານ ຮັບຄຳແນະນຳແລະຮັບ
ການຝຶກອາຊີບ.

ລາຍງານເວົ້າວ່າ ໃນໄລຍະຂອງລາຍງານນີ້ ມີພວກທີ່ຕົກ
ເປັນເຫຍື່ອຂອງການຄ້າມະນຸດ 195 ຄົນໄດ້ຖືກສົ່ງກັບຄືນໄປລາວ ພາຍໃຕ້ລະບົບຈັດ
ສົ່ງພວກເຄາະຮ້າຍກັບຄືນປະເທດຢ່າງເປັນທາງການ ແຕ່ນອກນັ້ນ ກໍຍັງມີພວກເຄາະ ຮ້າຍໃນຈຳນວນເພີ່ມຕື່ມໄດ້ຖືກເຈົ້າໜ້າທີ່ໄທຜັກດັນໃຫ້ກັບຄືນໄປລາວ ໃນຖານະຄົນ ເຂົ້າເມືອງບໍ່ມີເອກກະສານ.

ລັດຖະບານລາວຍັງສືບຕໍ່ກາງຕໍ່ອາໄສການຊ່ວຍເຫລືອເກືອບວ່າທັງໝົດ ນຳບັນດາອົງ ການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານແລະອົງການຈັດຕັ້ງນາໆຊາດເພື່ອໃຫ້ການບໍລິການ ແກ່ພວກທີ່ຕົກເປັນເຫຍື່ອ. ແຕ່ແນວໃດກໍຕາມ ລັດຖະບານລາວ ໄດ້ໃຫ້ເງິນສະໜັບສະ
ໜຸນ ແລະບໍລິຫານສູນກາງພັກເຊົາຊົ່ວຄາວທີ່ນະຄອນວຽງຈັນ ບ່ອນທີ່ຜູ້ເຄາະຮ້າຍ ທີ່
ຖືກສົ່ງກັບຄືນມາຈາກໄທພັກເຊົາຢູ່ ຂະນະທີ່ມີການຊັ່ງຊາຕີລາຄາໂດຍພວກເຈົ້າໜ້າ
ທີ່ນັ້ນ. ສະຫະພັນແມ່ ຍິງລາວຍັງສືບຕໍ່ເປັນຜູ້ກຳກັບນຳເລື່ອງສາຍດ່ວນ ກ່ຽວກັບກໍລະ
ນີ ທີ່ມີການສົງໄສວ່າ ເປັນຄວາມຮຸນແຮງພາຍໃນຄອບຄົວ ແລະການຄ້າມະນຸດ ເຖິງ
ແມ່ນໄດ້ມີການໂທລະສັບແຈ້ງຄວາມກ່ຽວກັບເລື່ອງການຄ້າມະນຸດກໍຕາມ ແຕ່ກໍບໍ່ໄດ້
ມີການຈົດບັນທຶກໂຕເລກໄວ້.

ໂດຍຜ່ານກົດໝາຍວ່າດ້ວຍການພັດທະນາແລະການຄຸ້ມຄອງແມ່ຍິງນັ້ນພວກ ແມ່ຍິງ
ແລະເດັກນ້ອຍທີ່ຖືກລະບຸວ່າ ເປັນຜູ້ຮັບເຄາະຈາກການຄ້າມະນຸດນັ້ນແມ່ນໄດ້ຖືກຍົກ
ເວັ້ນ ຈາກການລົງໂທດດ້ານອາຍາ ຖ້າໄດ້ກະທຳຜິດກົດໝາຍທີ່ເປັນຜົນໂດຍກົງ ມາ
ຈາກການຄ້າມະນຸດ. ລັດຖະບານລາວ ລາຍງານວ່າ ມີພວກທີ່ຕົກເປັນເຫຍື່ອ ໃນຈຳ
ນວນຫຼາຍຂຶ້ນໄດ້ໃຫ້ຄວາມຮ່ວມມືໃນການດຳເນີນຄະດີພວກກະທຳຜິດແລະໃຫ້ການ
ປົກປ້ອງແກ່ພວກເຄາະຮ້າຍ ແຕ່ກໍບໍ່ໄດ້ມີການຈັດຕັ້ງປະຕິບັດ ໂຄງຮ່າງໃນການໃຫ້
ຄວາມຄຸ້ມຄອງພະຍານ.

ລາຍງານເວົ້າວ່າ ໃນຂະນະທີ່ລັດຖະບານລາວກາງຕໍ່ນຳບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນ ກັບລັດຖະບານ ເພື່ອໃຫ້ການສະໜັບສະໜຸນ ທາງດ້ານຊັບພະຍາກອນ ຕໍ່ຂໍ້ລິເລີ່ມຕໍ່
ຕ້ານການຄ້າມະນຸດຈຳນວນນຶ່ງນັ້ນ ການຂາດປະສິດທິພາບຢູ່ພາຍໃນວົງການລັດຖະ
ບານ ໄດ້ພາໃຫ້ມີການຊັກຊ້າແກ່ຍາວ ຕໍ່ການອະນຸມັດເພື່ອ ໃຫ້ອົງການຈັດຕັ້ງທີ່ບໍ່ຂຶ້ນ
ກັບລັດຖະບານແລະອົງການຈັດຕັ້ງນາໆຊາດຈັດຕັ້ງປະຕິບັດ ການດຳເນີນຄວາມພະ
ຍາຍາມໃນການຕໍ່ຕ້ານການຄ້າມະນຸດຢູ່ລາວ. ລັດຖະບານລາວ ຍັງບໍ່ໄດ້ໃຫ້ການອະ ນຸມັດຕໍ່ຫຼັກຊີ້ນຳ ທີ່ມີການຮ່າງຂຶ້ນ ໃນຊ່ວງໄລຍະການລາຍງານເທື່ອກ່ອນ ໂດຍການ ສະໜັບສະໜຸນຈາກອົງການສະຫະປະຊາຊາດແລະບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບ
ລັດຖະບານນັ້ນ.

ໃນດ້ານການປ້ອງກັນນັ້ນລາຍງານຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ ໃນຮອບປີຜ່ານມາ ລັດຖະບານລາວ ໄດ້ທໍາຄວາມກ້າວໜ້າ ໃນລະດັບປານກາງ ໃນ ຄວາມພະຍາຍາມເພື່ອປ້ອງກັນການຄ້າມະນຸດນັ້ນໂດຍໄດ້ຮັບຄວາມຊ່ອຍເຫຼືອຈາກ
ບັນດາອົງການຈັດຕັ້ງນາໆຊາດແລະອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ . ອົງການ
ທ່ອງທ່ຽວ ຊຶ່ງເປັນພະແນກການນຶ່ງຂອງລາວ ໄດ້ຈັດການສຳມະນາ ພະນັກງານໂຮງ ແຮມແລະພວກ ທີ່ມີອາຊີບໃນອຸດສາຫະກຳທ່ອງທ່ຽວ ເພື່ອໃຫ້ຮຽນຮູ້ກ່ຽວກັບຜູ້ຕ້ອງ ສົງໄສໃນຄະດີຄ້າເດັກນ້ອຍ. ນອກນັ້ນແລ້ວສານປະຊາຊົນສູງສຸດ ຄະນະໄອຍະການ ຂອງລັດຖະບານ ແລະກະຊວງຮັກສາຄວາມສະຫງົບຂອງລາວຍັງໄດ້ທຳການຝຶກອົບ ຮົມພວກພໍ່ບ້ານ ແລະເຈົ້າໜ້າທີ່ເມືອງ ໃຫ້ຮຽນຮູ້ກ່ຽວກັບການສືບສວນກ່ຽວກັບການ
ຄ້າມະນຸດ ແລະກະຊວງຍຸຕິທຳ ກໍໄດ້ພິມເຜີຍແຜ່ຂໍ້ມູນ ທີ່ພົວພັນກັບກົດໝາຍຕໍ່ຕ້ານ ການຄ້າມະນຸດ ແລະສິດທິຂອງຜູ້ທີ່ຕົກເປັນເຫຍື່ອ.

ທາງການລັດຖະບານລາວໄດ້ໃຫ້ເງິນສະໜັບສະໜຸນປະມານ 31,000 ໂດລາຕໍ່ການ ຝຶກອົບຮົມອີກຄັ້ງນຶ່ງ ທີ່ຈັດຂຶ້ນໂດຍສະຫະພັນແມ່ຍິງລາວ. ກະຊວງຖະແຫຼງຂ່າວ ວັດ ທະນະທຳແລະທ່ອງທ່ຽວ ກໍໄດ້ໃຫ້ການຄວາມຊ່ອຍເຫຼືອໃນການສະໜັບສະໜຸນການ
ຈັດຄອນເສີດ ເພື່ອສ້າງຄວາມຕື່ນຕົວ ກ່ຽວກັບການຄ້າມະນຸດ ແລະສື່ມວນຊົນທີ່ຄວບ
ຄຸມໂດຍລັດຖະບານ ກໍສືບຕໍ່ລາຍງານກ່ຽວກັບການຄ້າມະນຸດ.

ລາຍງານຂອງກະຊວງການຕ່າງປະເທດສະຫະລັດໄດ້ໃຫ້ຄຳແນະນຳແກ່ລັດຖະບານ ລາວວ່າ:
- ໃຫ້ເພີ່ມການດຳເນີນຄວາມພະຍາຍາມ ເພື່ອແກ້ໄຂບັນຫາການຄ້າມະນຸດພາຍໃນ ປະເທດໂດຍທຳການລະບຸໂຕແລະໃຫ້ຄວາມຊ່ອຍເຫຼືອແກ່ປະຊາຊົນລາວທີ່ຕົກເປັນ
ເຫຍື່ອການຄ້າມະນຸດພາຍໃນປະເທດ ແລະລົງໂທດພວກທີ່ຄ້າຂາຍເຂົາເຈົ້າ.
- ໃຫ້ເພີ່ມການດຳເນີນຄວາມພະຍາຍາມເພື່ອປາບປາມພວກເຈົ້າໜ້າທີ່ໆສົມຮູ້ຮ່ວມ
ຄິດ ໂດຍສະເພາະໃນລະດັບທ້ອງຖິ່ນຮວມທັງໃຫ້ລົງໂທດດ້ານອາຍາຕໍ່ພວກເຈົ້າໜ້າ
ທີ່ໆພົວພັນໃນຄວາມຜິດ ກ່ຽວກັບການຄ້າມະນຸດ.
- ໃຫ້ສ້າງຕັ້ງກົນໄກ ໃນການຕິດຕາມເບິ່ງບັນດາອົງກອນເກັບເກນແຮງງານ ທີ່ມີໜ້າ
ທີ່ໃນການອອກໃບອະນຸຍາດເຮັດວຽກ ແລະສັນຍາຕ່າງໆ ເພື່ອປ້ອງກັນບໍ່ໃຫ້ມີການ ຄ້າແຮງງານຕາມລະດູການ.
- ໃຫ້ສ້າງຕັ້ງແລະຈັດຕັ້ງປະຕິບັດຂັ້ນຕອນໃນການລະບຸໂຕຢ່າງເປັນທາງການພວກ
ທີ່ຕົກເປັນເຫຍື່ອການຄ້າມະນຸດ ແລະຝຶກອົບຮົມເຈົ້າໜ້າທີ່ຕຳຫຼວດແລະເຈົ້າໜ້າທີ່ ຊາຍແດນ ເພື່ອໃຫ້ມີການລະບຸໂຕ ພວກທີ່ຕົກເປັນເຫຍື່ອ ຢ່າງເປັນລະບົບໂດຍສະ
ເພາະພວກເຄາະຮ້າຍທີ່ຖືກສົ່ງກັບຄືນຈາກປະເທດໄທ.
- ໃຫ້ເພີ່ມຊັບພະຍາກອນ ແລະການຝຶກອົບຮົມໃນດ້ານວິຊາຊີບ ເພື່ອໃຫ້ການຊ່ອຍ
ເຫຼືອແກ່ພວກທີ່ໄດ້ຮັບເຄາະໃນການກັບເຂົ້າສູ່ສັງຄົມຫຼັງຈາກໄດ້ຖືກສົ່ງຄືນໄປຍັງປະ ຊາຄົມທີ່ເປັນບ້ານເກີດຂອງພວກເຂົາເຈົ້າແລ້ວ.
- ໃຫ້ຈັດຕັ້ງໂຄງຮ່າງ ໃນການປົກປ້ອງຄຸ້ມຄອງພວກທີ່ຕົກເປັນເຫຍື່ອ ເພື່ອຊຸກຍູ້ໃຫ້ ເຂົາເຈົ້າເຕັມໃຈເຂົ້າມາໃຫ້ການ ຫຼືຊ່ອຍເຫຼືອໃນການສືບສວນເພີ່ມຂຶ້ນ.
- ໃຫ້ອະນຸມັດບົດບັນທຶກຄວາມເຂົ້າໃຈກັບບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະອົງການຈັດຕັ້ງນາໆຊາດ ໃຫ້ທັນກັບເວລາຫຼາຍຂຶ້ນ.
- ໃຫ້ເພີ່ມການປຸກລະດົມ ເພື່ອໃຫ້ປະຊາຊົນຮຸ້ຈັກຫລາຍຂຶ້ນ ກ່ຽວກັບຂະບວນການ ຂອງສານ ແລະຊ່ອງທາງດ້ານກົດໝາຍໃນເລື່ອງການຄ້າມະນຸດ.
- ໃຫ້ສືບຕໍ່ການຈັດຕັ້ງປະຕິບັດ ການປຸກລະດົມຕໍ່ຕ້ານການຄ້າມະນຸດທີ່ຊັດແຈ້ງແນໃສ່ ພວກລູກຄ້າໃນການຄ້າປະເວນີ ແລະການຄ້າແຮງງານ.
- ໃຫ້ສືບຕໍ່ຫຼຸດຜ່ອນຄວາມຮຽກຮ້ອງຕ້ອງການທາງເພດ ໃນດ້ານການທ່ອງທ່ຽວ ໂດຍປຸກລະດົມການຕື່ນຕົວກ່ຽວກັບເລື່ອງນີ້ ແລະປະຕິບັດການລົງໂທດດ້ານອາຍາ.
- ໂຄສະນາເຜີຍແຜ່ເອກກະສານການສຶກສາ ກ່ຽວກັບການຕໍ່ຕ້ານການຄ້າມະນຸດໃຫ້
ແກ່ພວກທີ່ອາໄສຢູ່ໃນເຂດຊົນນະບົດທີ່ສອກຫຼີກຫ່າງໄກແລະພວກຊົນກຸ່ມນ້ອຍຂອງ
ລາວ ຮວມທັງບັນດາແຂວງໃນພາກເໜືອ.
- ໃຫ້ສືບຕໍ່ສ້າງຄວາມກ້າວໜ້າກ່ຽວກັບລະບົບຂໍ້ມູນແຫ່ງຊາດໃນກໍລະນີການຄ້າມະ
ນຸດຕາມທີ່ໄດ້ມີການສະເໜີໄປແລ້ວນັ້ນ.
- ແລະສືບຕໍ່ສ້າງຕັ້ງກົດໝາຍຕໍ່ຕ້ານການຄ້າມະນຸດ ໃນຂອບເຂດທີ່ກວ້າງຂວາງຮອບ
ດ້ານ.
XS
SM
MD
LG