ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ກະຊວງການຕ່າງປະເທດ ປຶກສາຫາລື ເລື້ອງການຂາດແຄນ Chip ຄອມພິວເຕີ ໃນການເຈລະຈາ ກັບໄຕ້ຫວັນ


ຊາຍຄົນນຶ່ງຍ່າງກາຍປ້າຍສັນຍາລັກ ຂອງສຳນັກງານໃຫຍ່ ຜູ້ຜະລິດຊິບຄອມພິວເຕີ ຫຼື semiconductor ທີ່ມີຊື່ຫຍໍ້ວ່າ TSMC, ໃນເມືອງຊິນຈູ (Hsinchu) ຂອງໄຕ້ຫວັນ, ວັນທີ 29 ມັງກອນ 2021.
ຊາຍຄົນນຶ່ງຍ່າງກາຍປ້າຍສັນຍາລັກ ຂອງສຳນັກງານໃຫຍ່ ຜູ້ຜະລິດຊິບຄອມພິວເຕີ ຫຼື semiconductor ທີ່ມີຊື່ຫຍໍ້ວ່າ TSMC, ໃນເມືອງຊິນຈູ (Hsinchu) ຂອງໄຕ້ຫວັນ, ວັນທີ 29 ມັງກອນ 2021.

ເຈົ້າໜ້າທີ່ອາວຸໂສທ່ານນຶ່ງ ຂອງກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດບໍ່ໄດ້ຂໍຮ້ອງ ຕໍ່ຜູ້ຜະລິດ chip ຄອມພິວເຕີ ຊັ້ນນຳຂອງໂລກໃຫ້ສະໜອງ “ຄວາມລັບດ້ານການຄ້າ” ໃນການຕອບສະໜອງຕໍ່ການຮຽກຮ້ອງຂໍ້ມູນຂອງລະບົບຕ່ອງໂສ້ການຈັດຫາສິນຄ້າ ເພື່ອຊ່ອຍແກ້ໄຂບັນຫາຂາດແຄນ chip ຄອມພິວເຕີນັ້ນ.

“ພວກເຮົາບໍ່ໄດ້ຂໍເອົາຂໍ້ມູນທີ່ຈະເປີດເຜີຍຕໍ່ສາທາລະນະ. ມັນເປັນຂໍ້ມູນລັບທີ່ຈະຕ້ອງໄດ້ຮັກສາໄວ້ເປັນຄວາມລັບ” ນັ້ນແມ່ນຄຳເວົ້າຂອງຮອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບດ້ານການຂະຫຍາຍຕົວທາງເສດຖະກິດ ພະລັງງານ ແລະສະພາບແວດລ້ອມ ທ່ານໂຮເຊ ເຟີນານເດສ (Jose Fernandez) ທີ່ໄດ້ກ່າວໄປ ໃນການໃຫ້ສຳພາດກັບວີໂອເອ ໃນວັນອັງຄານວານນີ້.

ທ່ານໄດ້ກ່າວອີກວ່າ “ມັນເປັນຈຸດປະສົງທີ່ຈະເຮັດໃນສິ່ງທີ່ພວກເຮົາຕ້ອງໄດ້ເຮັດ ຊຶ່ງແມ່ນວ່າ ເພື່ອຫາວິທີທາງຜ່ອນຄາຍ ບັນຫາລະບົບຕ່ອງໂສ້ ການຈັດຫາສິນຄ້າ.”

ທ່ານເຟີນານເດສ ໄດ້ເປັນຜູ້ນຳຂອງສະຫະລັດ ໃນການເຂົ້າຮ່ວມການເຈລະຈາຮອບສອງກັບຄູ່ພາຄີກ່ຽວກັບຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດ ລະຫວ່າງສະຫະລັດແລະໄຕ້ຫວັນ ຫຼື EPPD ອັນເປັນໂຄງການລິເລີ້ມ ທີ່ໄດ້ເປີດໂຕໃນເດືອນພະຈິກປີກາຍນີ້ ໃນຂະນະທີ່ສະຫະລັດ ຫາທາງທີ່ຈະເຮັດໃຫ້ສາຍສຳພັນກັບໄຕ້ຫວັນໃກ້ຊິດຂຶ້ນກວ່າເກົ່າ.

ໄຕ້ຫວັນ ເປັນສະຖານທີ່ຕັ້ງຂອງຜູ້ຜະລິດ chip ຄອມພິວເຕີ ລາຍໃຫຍ່ທີ່ສຸດຂອງໂລກ ໂດຍມີບໍລິສັດ Taiwan Semiconductor Manufacturing ຫຼືເອີ້ນຫຍໍ້ວ່າ TSMC. ການລົບກວນໃດໆໃນໄຕ້ຫວັນ ທີ່ສົ່ງຜົນກະທົບຕໍ່ການຜະລິດຂອງບໍລິສັດ TSMC ອາດເຮັດໃຫ້ລະບົບການຈັດສົ່ງສິນຄ້າໃນທົ່ວໂລກເກີດການຂາດແຄນໃນທັນທີ. ຫຼາຍຄົນເຫັນວ່າ ການຢູ່ລອດຂອງປະເທດເກາະແຫ່ງນີ້ທີ່ປົກຄອງຕົນເອງດ້ວຍລະບອບປະຊາທິປະໄຕ ເຊື່ອມໂຍງກັບຄວາມໝັ້ນ ຄົງດ້ານລະບົບຕ່ອງໂສ້ ໃນການສະໜອງສິນຄ້າຂອງສະຫະລັດ.

(https://www.voanews.com/a/east-asia-pacific_can-taiwans-silicon-shield-protect-it-against-chinas-aggression/6205660.html)

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

A senior U.S. State Department official said the United States is not asking the world's top chipmakers to provide "trade secrets" in response to a request for supply chain information to help address the global chip shortage.

"We're not asking for information that will be public. It's confidential information that will be kept confidential," said Under Secretary for Economic Growth, Energy, and the Environment Jose Fernandez in an interview with VOA on Tuesday.

"It's intended to do what we need to do, which is to find ways to ease the bottleneck in supply chains."

Fernandez led U.S. participation in the second U.S.-Taiwan Economic Prosperity Partnership Dialogue (EPPD), an initiative launched last November, as the United States seeks closer economic ties with Taiwan.

Taiwan is home to the world's largest contract chipmaker, Taiwan Semiconductor Manufacturing Company (TSMC). Any disruption in Taiwan affecting TSMC production could strain the global supply chain to the snapping point. Many link the survival of this self-ruled democracy to U.S. supply chain security.

XS
SM
MD
LG