ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຕກ​ຕື່ນ​ຢຽບ​ກັນເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 78 ຄົນໃນ​ນະ​ຄອນຫຼວງ​ຂອງ​ປະ​ເທດ ເຢ​ເມນ


​ແຜ​ນ​ທີ່​ປະ​ເທດ ເຢ​ເມັນ.
​ແຜ​ນ​ທີ່​ປະ​ເທດ ເຢ​ເມັນ.

ພ​ວກ​ກະ​ບົດ ຮູ​ຕີ ຂອງ ເຢ​ເມັນ ກ່າວ​ວ່າ​ປະ​ຊາ​ຊົນ​ໄດ້​ຢຽບ​ກັນ​ຕາຍ​ຢູ່​ງານ​ແຫ່ງ​ນຶ່ງ​ ທີ່​ແຈກ​ຢາຍ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ ​ໃນ​ນະ​ຄອນຫຼວງ​ຂອງ​ປະ​ເທດ ເຢ​ເມັນ ແລະ ຢ່າງ​ໜ້ອຍ 78 ຄົນ​ໄດ້​ເສຍ​ຊີ​ວິດ ແລະ ອີກຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AP. ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ກ່າວ​ວ່າ ການ​ຢຽບ​ກັນ​ໄດ້​ເກີດ​ຂຶ້ນ​ເມື່ອ​ແລງວັນ​ພຸດ​ວານນີ້​ ໃນ​ເມືອງ​ເກົ່າ​ຢູ່​ໃຈ​ກາງ​ຂອງ​ນະ​ຄອນຫຼວງ ຊາ​ນາ​ອາ ເວ​ລາ​ທີ່​ຄົນ​ທຸກ​ຍາກ ຫຼາຍ​ຮ້ອຍ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ງານ​ທີ່​ຖືກ​ຈັດ​ຂຶ້ນ​ໂດຍ​ບັນ​ດາ​ພໍ່​ຄ້າ​ແມ່​ຄ້າ ໂດຍ​ປາ​ສະ​ຈາກ​ການ​ປະ​ສານ​ງານ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ. ພວກ​ຮູ​ຕີ ໄດ້​ກ່າວ​ວ່າການ​ເສຍ​ຊີ​ວິດ ແລະ ບາດ​ເຈັບຂອງຫຼາຍ​ສິ​ບ​ຄົນແມ່ນ​ໄດ້​ເກີດ​ຂຶ້ນ​ຢູ່​ໃກ້​ກັບໂຮງ​ໝໍ. ກະ​ຊວງ​ພາຍ​ໃນ​ທີ່​ຖືກ​ດຳ​ເນີນ​ການ​ໂດຍ​ພວກ ຮູ​ຕີ ເວົ້າ​ວ່າ​ພວກ​ເຂົາ​ໄດ້​ຈັບ​ກຸມ​ຜູ້​ຈັດ​ງານ​ສອງ​ຄົນ ແລະ ການ​ສືບ​ສວນ​ສອບ​ສວນ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່.

Yemen's Houthi rebels say people have stampeded at an event to distribute financial aid in Yemen's capital and at least 78 people are dead and dozens more are injured. An official says the crush took place late Wednesday in the Old City in the center of Sanaa when hundreds of poor people gathered at the event organized by merchants without coordination with local authorities. The Houthis say dozens of casualties were taken to nearby hospitals. The Houthi-run Interior Ministry says it has detained two organizers and an investigation is underway.

XS
SM
MD
LG