ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ຖຽນ​ລະ​ພາບ ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ ກາຍ​ເປັນ​ຈຸດ​ສົນ​ໃຈ ກ່ອນ​ໜ້າ​ກອງ​ປະ​ຊຸມ​ສຸດຍອດ ລະ​ຫວ່າງ ສະ​ຫະ​ລັດ ແລະ​ປາ​ຊີ​ຟິກ


ແຟ້ມ - ກຳ​ປັ່ນ​ລາດ​ຕະ​ເວນຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ ​ຊັ້ນ​ທິ​ຄອນ​ເດີ​ໂຣ​ກາ USS Antietam (CG 54) ທີ່ເຂົ້າ​ປະ​ຈຳ​ການ​ໃນ​ກອງ​ທັບ​ເຮືອ​ທີ 7 ຂອງ​ສະ​ຫະ​ລັດ ແລ່ນ​ປະ​ຕິ​ບັດ​ງານ​ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ ເມື່ອ​ວັນ​ທີ 28 ສິງ​ຫາ 2022. (US Navy/Handout via Reuters)
ແຟ້ມ - ກຳ​ປັ່ນ​ລາດ​ຕະ​ເວນຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ ​ຊັ້ນ​ທິ​ຄອນ​ເດີ​ໂຣ​ກາ USS Antietam (CG 54) ທີ່ເຂົ້າ​ປະ​ຈຳ​ການ​ໃນ​ກອງ​ທັບ​ເຮືອ​ທີ 7 ຂອງ​ສະ​ຫະ​ລັດ ແລ່ນ​ປະ​ຕິ​ບັດ​ງານ​ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ ເມື່ອ​ວັນ​ທີ 28 ສິງ​ຫາ 2022. (US Navy/Handout via Reuters)

ສະ​ຫະ​ລັດ​ເລີ້ມ​ດຳ​ເນີນ​ກິດ​ຈະ​ການ​ທາງ​ດ້ານ​ທະ​ຫານ​ເພີ້ມ​ຂຶ້ນ​ທີ່​ໝູ່​ເກາະ​ພາ​ລາວ ໃນ​ໄລ​ຍະ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້ ທ່າມ​ກາງ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ຂຶ້ນ​ກັບ​ຈີນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ຫົວ​ໜ້າ​ນັກ​ການ​ທູດ​ພາ​ລາ​ວ ທີ່​ພວມທຳ​ການ​ຢ້ຽມ​ຢາມ​ສະ​ຫະ​ລັດ ກ່ອນ​ໜ້າ​ກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ປະ​ເທດ​ເກາະ​ດອນໃນ​ປາ​ຊີ​ຟິກ ໃນ​ອາ​ທິດ​ໜ້າ​ ຢູ່​ທີ່​ວໍ​ຊິງ​ຕັນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ພາ​ລາວ ທ່ານ​ກຸ​ສ​ຕາບ ໄອ​ຕາ​ໂຣ ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ ຊອກ​ຫາ​ເສັ້ນ​ທາງ​ເດີນ​ເຮືອ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ທີ່​ເປັນ​ທາງ​ເລືອກ ໃນ​ກໍ​ລະ​ນີ​ທີ່​ຈີນ​ຮຸກ​ຮານ​ໄຕ້​ຫວັນ ທີ່​ອາດ​ຈະ​ເຮັດ​ໃຫ້​ຊ່ອງ​ແຄບ​ໄຕ້​ຫວັນ​ບໍ່​ມີ​ຄວາມ​ປອດ​ໄພ​ສຳ​ລັບ​ເສັ້ນ​ທາງ​ຂົນ​ສົ່ງ​ທາງ​ເຮືອ​ຂອງລະ​ຫວ່າງ​ປະ​ເທດ.

​ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ພາ​ລາວ ທ່ານກ​ຸ​ສ​ຕາບ ໄອ​ຕາ​ໂຣ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ເມືອງນິ​ເກີ​ມິດ (Ngerulmud) ໝູ່​ເກາະ​ພາ​ລາວ ວັນ​ທີ 9 ກໍ​ລະ​ກົດ 2022.
​ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ພາ​ລາວ ທ່ານກ​ຸ​ສ​ຕາບ ໄອ​ຕາ​ໂຣ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ເມືອງນິ​ເກີ​ມິດ (Ngerulmud) ໝູ່​ເກາະ​ພາ​ລາວ ວັນ​ທີ 9 ກໍ​ລະ​ກົດ 2022.

ທ່ານ​ໄອ​ຕາ​ໂຣ ກ່າວ​ຢູ່​ໃນ​ພິ​ທີ ທີ່​ຈັດ​ຂຶ້ນ​ໃນ​ມື້​ວັນ​ຈັນ​ຜ່ານ​ມາ ທີ່​ເປັນ​ເຈົ້າ​ພາບ​ໂດຍກອງ​ທຶນ​ເພື່ອ​ສັນ​ຕິ​ພາບ​ລະ​ຫວ່າງ​ປະ​ເທດ​ຄາ​ເນ​ກີ ​ໂດຍ​ກ່າວ​ວ່າ “ເມື່ອ​ໄວໆ​ມານີ້ ພວກ​ເຮົາ​ໄດ້​ມີ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ພາ​ລາວ​ຫຼາຍໆ​ຄັ້ງ ​ຂອງ​ເຈົ້າ​ໜ້າ​ທີ່​ທະ​ຫານ​ສະ​ຫະ​ລັດ ​ມີ​ການ​ກໍ່​ສ້າງ​ລະ​ບົບ​ເຣ​ດ້າ ​ທີ່​ໝູ່​ເກາະ​ພາ​ລາວ ສ້າງ​ສະ​ໜາມ​ບິນ ຊຶ່ງ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ໃຫ້​ການ​ຄ້ຳ​ປະ​ກັນ​ແກ່​ພວກ​ເຮົາ ​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ ແຕ່​ຢ່າງ​ໜ້ອຍ ມັນ​ກໍ​ເປັນ​ມາດ​ຕ​ະ​ການ​ສະ​ກັດ​ກັ້ນ.”

ທ່ານ​ໄອ​ຕາ​ໂຣ ກ່າວ​ວ່າ “ຖ້າ​ບັນ​ຫາ​ຂັດ​ແຍ້ງ (ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ) ຫາກ​ເກີດ​ຂຶ້ນ ເສັ້ນ​ທາງ​ທີ່​ເປັນ​ທາງ​ເລືອກ​ໃນ​ຂັ້ນ​ຕໍ່​ໄປ ກໍ​ແມ່ນ​ຜ່ານ​ໝູ່​ເກາະ​ພາ​ລາວ​ໄປ​ຍັງ​ຍີ່​ປຸ່ນ” ແລະ​ນັ້ນ​ກໍ​ຄື​ວ່າ​ເປັນ​ຫຍັງ ມັນ​ຈຶ່ງ​ມີ​ຄວາມ​ສຳ​ຄັນ​ສຳ​ລັບໝູ່​ເກາະພາ​ລາວ ຍີ່​ປຸ່ນ​ແລະ​ສະ​ຫະ​ລັດ​ຕ້ອງ​ໄດ້​ນັ່ງ​ລົງ​ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ​ເຫດ​ການ​ທີ່​ອາດ​ເກີດ​ຂຶ້ນນີ້.”

ທ່ານ​ໄອ​ຕາ​ໂຣ ກ່າວ​ຕື່ມ​ວ່າ “ຮັບ​ມື​ກັບ​ສະ​ຖາ​ນະ​ການ​ກ່ອນ​ທີ່​ມັນ​ຈະ​ເກີດ​ຂຶ້ນ.”

ໝູ່​ເກາະ​ພາ​ລາ ແມ່ນ​ນຶ່ງ​ໃນ​ຈຳ​ນວນ​ບໍ່​ເທົ່າ​ໃດ​ປະ​ເທດ ທີ່​ຍັງ​ສືບ​ຕໍ່​ຮັກ​ສາ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ທູດ​ກັບ​ໄຕ້​ຫວັນ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ໄອ​ຕາ​ໂຣ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າວ​ວ່າ ສະ​ຫະ​ລັດ​ຈະປົກ​ປ້ອງໄຕ້​ຫວັນ ໃນ​ກໍ​ລະ​ນີ​ທີ່ຖືກຈີນ​ຮຸກ​ຮານ.

ໃນ​ການ​ໃຫ້​ສຳ​ພາດ​ເມື່ອ​ວັນ​ອາ​ທິດ​ແລ້ວ ຕໍ່​ລາຍ​ການ “60 ນາ​ທີ” ຂອງ​ໂທ​ລະ​ພາບ CBS ທ່ານ​ໄບ​ເດັນ ນັບ​ເປັນ​ເທື່ອ​ທີ​ສີ່ ຕັ້ງ​ແຕ່​ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ ໃນ​ປີ2021 ທີ່ກ່າວ​ວ່າ ​ສະ​ຫະ​ລັດ​ຈະ​ຕອບ​ໂຕ້​ທາງ​ທະ​ຫານ ຕໍ່​ການ​ພະ​ຍາ​ຍາມ​ຂອງ​ຈີນ​ທີ່​ຈະ​ເຂົ້າ​ຄວບ​ຄຸມ​ໄຕ້​ຫວັນ​ດ້ວຍ​ການ​ໃຊ້​ກຳ​ລັງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG