ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາຍງານພິເສດ ການກ່າວຄຳປາໄສ ທີ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຂອງນາຍົກລັດຖະມົນຕີ ລາວ


ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ລາວ, ກ່າວຄຳປາໄສຜ່ານທາງວິດີໂອ ໃນກອງປະຊຸມສະມັດຊາໃຫຍ່ ສປຊ.
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ລາວ, ກ່າວຄຳປາໄສຜ່ານທາງວິດີໂອ ໃນກອງປະຊຸມສະມັດຊາໃຫຍ່ ສປຊ.

ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ໄດ້ກ່າວຄຳປາໄສຜ່ານທາງວິດີໂອຕໍ່ກອງປະຊຸມໃຫຍ່ສະຫະປະຊາຊາດ ເມື່ອວັນທີ 26 ກັນຍາທີ່ຜ່ານມາ. ກອງປະຊຸມດັ່ງກ່າວປົກກະຕິແລ້ວ ຈະຈັດຂຶ້ນທຸກປີຢູ່ນະຄອນ ນິວຢອກ, ຂອງ ສະຫະລັດ ອາເມຣິກາ, ແຕ່ເນື່ອງຈາກເກີດໂຣກລະບາດ COVID-19 ໃນປັດຈຸບັນ, ອົງການດັ່ງກ່າວຈຶ່ງໄດ້ດຳເນີນກອງປະຊຸມຜ່ານທາງອອນໄລນ໌ແທນ, ເພື່ອຫຼຸດຜ່ອນ ແລະ ປ້ອງກັນການຕິດໄວຣັສ. ພຸດທະສອນ ມີລາຍງານພິ ເສດ ກ່ຽວກັບ ການກ່າວຄຳປາໄສຂອງທ່ານ ທອງລຸນ ໃນອັນດັບຕໍ່ໄປ.


ກອງປະຊຸມສະມັດຊາໃຫຍ່ສະຫະປະຊາດປີນີ້ແມ່ນພິເສດກວ່າປີອື່ນໆທີ່ຜ່ານມາ, ເນື່ອງຈາກວ່າບັນດາຜູ້ນຳຈາກ 193 ປະເທດໃນທົ່ວໂລກໄດ້ເຂົ້າຮ່ວມກອງປະຊຸມຜ່ານທາງອອນໄລນ, ແທນທີ່ຈະເດີນທາງມາເຂົ້າຮ່ວມໃນກອງປະຊຸມດ້ວຍຕົນເອງ, ເຮັດໃຫ້ນະຄອນ ນິວຢອກ ໃນປີນີ້ມິດງຽບຜິດປົກກະຕິ.

ແທນທີ່ຈະເຂົ້າຮ່ວມໃນກອງປະຊຸມຢູ່ສຳນັກງານໃຫຍ່ຂອງສະຫະປະຊາຊາດນັ້ນ, ແຕ່ລະປະເທດແມ່ນໄດ້ສົ່ງຕົວແທນຂອງເຂົາເຈົ້າພຽງຄົນດຽວເພື່ອໄປນັ່ງຢູ່ໃນຫ້ອງປະຊຸມ, ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດໄວຣັສໂຄໂຣນາ.

ໃນການກ່າວຄຳປາໄສຜ່ານທາງວິດີໂອແບບບໍ່ເຄີຍມີມາກ່ອນນີ້, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸດລິດ ໄດ້ກ່າວເຖິງຄວາມເປັນມາຂອງອົງການສະຫະປະຊາຊາດ, ຄວາມສຳເລັດໃນການແກ້ໄຂບັນຫາຕ່າງໆ ແລະ ສິ່ງສຳຄັນອື່ນໆ.

ທ່ານ ທອງລຸນ: “ມາຮອດມື້ນີ້ 75 ປີຜ່ານໄປ, ພວກເຮົາສາມາດຕີລາຄາໄດ້ວ່າ ການຮ່ວມມືພາຍໃຕ້ກອບຂອງອົງການສະຫະປະຊາຊາດ ໄດ້ເຮັດໃຫ້ວົງຄະນະຍາດສາກົນບັນລຸຜົນສຳເລັດທີ່ສຳຄັນຫຼາຍດ້ານ. ການແກ້ໄຂບັນຫາໂດຍສັນຕິວິທີ ໄດ້ກາຍເປັນຫຼັກການ ແລະ ແນວໂນ້ມໃນການແກ້ໄຂຂໍ້ຂັດແຍ້ງຕ່າງໆ. ກົດໝາຍ ແລະ ສົນທິສັນຍາສາກົນໄດ້ຮັບການພັດທະນາເປັນກ້າວໆ ເພື່ອເປັນ ເຄື່ອງມືທີ່ສຳຄັນໃນການປ້ອງກັນ ແລະ ແກ້ໄຂບັນຫາບໍ່ວ່າຈະແມ່ນຂອບວຽກງານຫຼຸດຜ່ອນອາວຸດ, ຕ້ານການຈຳແນກເຊື້ອຊາດຜິວພັນ, ສາສະໜາ ແລະ ວັດທະນະທຳ, ການສົ່ງເສີມ ແລະ ການປົກ ປ້ອງສິດທິມະນຸດ ແລະ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ອື່ນໆ.”

ທ່ານ ທອງລຸນ ເວົ້າວ່າການຮ່ວມມືຫຼາຍຝ່າຍ, ການແກ້ໄຂບັນຫາໂດຍສັນຕິວິທີພາຍໃຕ້ກົດບັດສະ ຫະປະຊາຊາດແມ່ນກົນໄກທີ່ຖືກຕ້ອງໃນການເຕົ້າໂຮມຄວາມສາມັກຄີ. ລັດທິຝ່າຍດຽວ ແລະ ການແກ້ໄຂບັນຫາດ້ວຍກຳລັງອາວຸດໄດ້ນຳໄປສູ່ສົງຄາມ ແລະ ໄພຫາຍະນະທີ່ບໍ່ເພິງປາຖະໜາມາສູ່ມວນມະນຸດ.

ດ້ວຍໂຣກລະບາດໄວຣັສໂຄໂຣນາທີ່ກຳລັງເປັນບັນຫາໃຫຍ່ສຸດໃນເວລານີ້, ໄດ້ເຮັດໃຫ້ປະເທດ ລາວ ແລະ ທົ່ວໂລກຮັບຜົນກະທົບຢ່າງໜັກ ໂດຍສະເພາະທາງເສດຖະກິດ. ທ່ານ ທອງລຸນ ໄດ້ລາຍງານ ກ່ຽວກັບ ສະພາບການໃນ ລາວ, ແລະ ໄດ້ເວົ້າເຖິງການເຂົ້າເຖິງຢາວັກຊີນ. ພ້ອມກັນນັ້ນທ່ານນາຍົກລັດຖະມົນຕີກໍໄດ້ກ່າວຂອບໃຈບັນດາຜູ້ຊ່ວຍເຫຼືອຈາກຕ່າງປະເທດ ໃນກັນຮັບມືກັບ ໄວຣັສໂຄໂຣນາໃນລາວ ເຊິ່ງທ່ານໄດ້ກ່າວວ່າ

“ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ໃນປັດຈຸບັນໂລກຂອງພວກເຮົາກຳລັງປະເຊີນ ໜ້າຢ່າງຮ້າຍແຮງ ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ COVID-19 ຊຶ່ງເປັນບັນຫາສະເພາະໜ້າ ແລະ ຍາວນານ ໃນການສະກັດການແຜ່ລາມຂອງເຊື້ອພະຍາດ ແລະ ການຟື້ນຟູແກ້ໄຂຜົນກະທົບທາງດ້ານເສດຖະກິດໃນໄລຍະສັ້ນ ແລະ ໄລຍະຍາວ, ໃນໄລຍະຫຼາຍທົດສະວັດທີ່ຜ່ານມານີ້. ໂລກຂອງພວກເຮົາບໍ່ເຄີຍພົບພໍ້ບັນຫາພະຍາດລະບາດທີ່ຮຸນແຮງເຖິງຂະໜາດນີ້ມາກ່ອນ. ປະມານ 30 ລ້ານຄົນຕິດເຊື້ອ, ເກືອບລ້ານຄົນໄດ້ເສຍຊີວິດ. ນອກຈາກນີ້ກໍໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດສັງຄົມຂອງປະເທດ ເຮັດໃຫ້ເສດຖະ ກິດຂອງໂລກເຂົ້າສູ່ສະພາບຖົດຖອຍ. ຫຼາຍບໍລິສັດລົ້ມລະລາຍ, ໂຕເລກໄພຫວ່າງງານໄດ້ເພີ່ມຂຶ້ນຢ່າງໄວວາ. ຜົນສຳເລັດ ແລະ ຄວາມພະຍາຍາມໃນການຈັດຕັ້ງປະຕິບັດການລົບລ້າງ ຄວາມທຸກ ຍາກ ແລະ ການບັນລຸເປົ້າໝາຍ SDG ໄດ້ຮັບຜົນກະທົບຢ່າງຮຸນແຮງ. ສະນັ້ນບັນຫາສະເພາະໜ້າຂອງພວກເຮົາກໍແມ່ນການຮ່ວມມືກັນໃນການສະກັດກັ້ນການແຜ່ລະບາດຂອງ COVID-19 ກໍຄືການປະຕິບັດມາດຕະການປ້ອງກັນຜູ້ຕິດເຊື້ອ ຢ່າງເຄັ່ງຄັດ. ສະເພາະ ສປປ ລາວ ພວກຂ້າພະເຈົ້າໄດ້ອອກມາດຕະການໃນການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ແລະ ໄດ້ຮັບຜົນ ສຳເລັດໃນລະ ດັບດີ. ຈຳນວນຜູ້ຕິດເຊື້ອມາເຖິງປັດຈຸບັນນີ້ມີພຽງແຕ່ 23 ກໍລະນີ ແລະ ບໍ່ທັນມີຜູ້ເສຍຊີວິດ. ຜົນ ສຳເລັດອັນນີ້ພວກຂ້າພະເຈົ້າຕີລາຄາສູງຕໍ່ການຮ່ວມມື, ການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ. ສະນັ້ນຂ້າພະເຈົ້າຂໍຖືໂອກາດນີ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງປະເທດເພື່ອນມິດ ກໍຄືອົງການຈັດຕັ້ງສາກົນຕ່າງໆຕໍ່ການຊ່ວຍເຫຼືອດັ່ງກ່າວ.”

ທ່ານ ທອງລຸນ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມຮ່ວມກັນຢ່າງເອົາຈິງເອົາຈັງ ແລະ ຄວາມຄືບໜ້າໃນການຄົ້ນຄວ້າທົດລອງວັກຊີນຈຳນວນນຶ່ງ ທີ່ຢູ່ໃນຂັ້ນຕອນສຸດທ້າຍແລ້ວ, ພວກເຮົາສາມາດຄົ້ນພົບວັກຊີນທີ່ມີປະສິດທິພາບ ແລະ ປອດໄພໃນການສະກັດກັ້ນເຊື້ອພະຍາດນີ້ໂດຍໄວ. ເຖິງຢ່າງໃດກໍຕາມ, ບັນຫາການເຂົ້າເຖິງວັກຊີນຢ່າງທົ່ວເຖິງກໍແມ່ນບັນຫາສຳຄັນທີ່ຈະຕ້ອງໄດ້ຄຳນຶງເຖິງ. ຖ້າບໍ່ດັ່ງນັ້ນພວກເຮົາຈະບໍ່ສາມາດຮັບມື ກັບບັນຫາດັ່ງກ່າວ ໄດ້ຢ່າງມີປະສິດທິຜົນ. ນະໂອກາດນີ້ ຂ້າພະເຈົ້າຂໍຊົມເຊີຍຢ່າງຈິງໃຈຕໍ່ການປະຕິບັດໜ້າທີ່ຂອງບັນດາອົງການຈັດຕັ້ງສາກົນໂດຍສະເພາະອົງການອະນາໄມໂລກ ແລະ ບັນດາປະເທດທີ່ໄດ້ຍື່ນມືໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຍາມທີ່ປະເທດສະມາຊິກອື່ນມີຄວາມຂັດສົນ. ຫັ້ນເຮັດໃຫ້ ພວກເຮົາສາມາດສະກັດກັ້ນ ການແຜ່ລະບາດໄດ້ໃນລະດັບດີພໍສົມຄວນ ລວມເຖິງຂໍ້ລິເລີ່ມໃນການສ້າງໂຄງການ ເພື່ອແບ່ງປັນວັກຊີນຢ່າງທົ່ວເຖິງໂດຍບໍ່ມີການຈຳແນກຖ້າເຮັດໄດ້ແນວນັ້ນ ພວກເຮົາຈຶ່ງຈະສາມາດບັນລຸຄຳຂວັນທີ່ວ່າ “ພວກເຮົາພ້ອມກັນກ້າວໄປ.”

ນອກຈາກບັນຫາ COVID-19, ທ່ານ ທອງລຸນ ກໍໄດ້ກ່າວເຖິງບັນຫາສິ່ງແວດລ້ອມກໍຄືພາວະໂລກຮ້ອນ ທີ່ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາປະເທດ. ເຊິ່ງປະເທດ ລາວ ໃນບໍ່ເທົ່າໃດປີທີ່ຜ່ານມາໄດ້ປະເຊີນກັບໄພນໍ້າຖ້ວມ ແລະ ແຫ້ງແລ້ງຢ່າງໜັກໜ່ວງ. ທ່ານ ທອງລຸນ ໄດ້ຮຽກຮ້ອງໃຫ້ບັນດາປະຊາຄົມນານາຊາດສະໜອງການຊ່ວຍເຫຼືອດ້ານການເງິນ ແລະ ເທັກໂນໂລຈີໃຫ້ແກ່ ບັນດາປະເທດດ້ອຍພັດທະນາເພື່ອຮັບມືກັບໄພພິບັດທຳມະຊາດ ແລະ ທ່ານໄດ້ຮຽກຮ້ອງຕື່ມອີກໃຫ້ທຸກປະເທດໃນໂລກບໍລິໂພກແຫຼ່ງຊັບພະຍາກອນທຳມະຊາດແບບຍືນຍົງ, ໃຊ້ພະລັງງານທົດແທນໃຫ້ຫຼາຍຂຶ້ນ ແລະ ປະຕິບັດຕາມຄຳໝັ້ນສັນຍາ ໃນຂໍ້ຕົກລົງດິນຟ້າອາກາດ ປາຣີ ກ່ຽວກັບ ການຫຼຸດຜ່ອນການປ່ອຍແກັສເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດ.

ເນື່ອງຈາກປີ 2020 ເປັນປີທີ່ທົ່ວໂລກໄດ້ປະສົບໄພພິບັດຢ່າງໜັກ ບໍ່ວ່າຈະເປັນໄພທຳມະຊາດ ແລະ ໂຣກລະບາດ COVID-19 ນັ້ນ, ທ່ານ ທອງລຸນ ໄດ້ຊີ້ໃຫ້ເຫັນເຖິງຜົນກະທົບຂອງມັນຕໍ່ການພັດທະນາປະເທດ ແລະ ແຜນການພັດທະນາປະເທດດັ່ງນີ້

“ເຖິງວ່າໃນໄລຍະທີ່ຜ່ານມາ, ບັນດາປະເທດຕ່າງໆຈະຕັ້ງໜ້າສຸມໃສ່ການຈັດຕັ້ງ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ມີຜົນສຳເລັດໃນຫຼາຍດ້ານ. ໂດຍສະເພາະແມ່ນການຫຼຸດຜ່ອນອັດຕາຄວາມທຸກຍາກຂອງປະຊາຊົນ ໃນທົ່ວໂລກມີທ່າອຽງດີຂຶ້ນກໍຕາມ, ແຕ່ຍ້ອນຜົນກະທົບຂອງການລະບາດຂອງພະຍາດ COVID-19 ການບັນລຸເປົ້າໝາຍດັ່ງກ່າວແມ່ນມີຄວາມທ້າທາຍຫຼາຍ.

ສຳລັບ ສປປ ລາວ ພວກຂ້າພະເຈົ້າໄດ້ເຊື່ອມສານ ບັນດາເປົ້າໝາຍ ແລະ ຄາດໝາຍການພັດທະ ນາແບບຍືນຍົງເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ສົກ 2016-2020, ແລະ ຈະສືບຕໍ່ເຊື່ອສານເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 9 ໃນຕໍ່ໜ້າ, ພ້ອມດຽວກັນນັ້ນກໍໄດ້ມີການໂຄສະນາເຜີຍແຜ່ເປົ້າໝາຍການພັດທະນາແບບຍືນຍົງຢ່າງກວ້າງຂວາງນັບແຕ່ຂັ້ນສູນກາງລົງເຖິງທ້ອງຖິ່ນ ເພື່ອເຮັດໃຫ້ທຸກພາກສ່ວນຂອງສັງຄົມເຫັນໄດ້ຄວາມສຳຄັນ ແລະ ມີສ່ວນຮ່ວມໃນວຽກງານດັ່ງກ່າວ. ສປປ ລາວ ມີແຜນທີ່ຈະນຳສະເໜີບົດລາຍ ງານແຫ່ງຊາດແບບສະໝັກໃຈສະບັບທີສອງ ໃນກອງປະຊຸມປຶກສາຫາລືລະດັບສູງວ່າດ້ວຍການພັດທະນາແບບຍືນຍົງ ໃນເດືອນກໍລະກົດ 2021 ເພື່ອລາຍງານ ແລະ ປະເມີນຄວາມຄືບໜ້າ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນໄລຍະທີ່ຜ່ານມາ ໂດຍລວມ ຜ່ານການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ກໍຄືການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ ສາມາດໄດ້ຮັບຜົນສຳເລັດຫຼາຍດ້ານ, ຊຶ່ງສະແດງອອກໃນການມີສະຖຽນລະພາບທາງດ້ານການເມືອງ, ຊຶ່ງມີຄວາມສະຫງົບຮຽບຮ້ອຍທາງສັງຄົມ, ເສດຖະກິດ ມີການຂະຫຍາຍຕົວຕໍ່ເນື່ອງ, ເຊິ່ງເປັນເງື່ອນໄຂສຳຄັນໃນການປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ. ກະແນໃສ່ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ ແລະ ສາມາດຫຼຸດຜ່ອນອັດຕາຄວາມທຸກຍາກຂອງປະຊາຊົນຈາກ 46 ເປີເຊັນໃນປີ 1992 ລົງມາເຫຼືອ 18 ເປີເຊັນໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ຈາກຜົນກະທົບຂອງໄພພິບັດທຳມະຊາດ ແລະ ການແຜ່ລະບາດຂອງ COVID-19 ໄດ້ສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດຂອງປະເທດ, ຊຶ່ງຄາດວ່າອັດຕາການຂະຫຍາຍຕົວ ໃນປີ 2020 ຈະຢູ່ໃນລະດັບຕໍ່າ ແຕ່ກໍອາດຈະບໍ່ເຖິງລະດັບຕິດລົບ.”

ທ່ານ ທອງລຸນ ໄດ້ສະຫຼຸບວ່າ “ສປປ ລາວ ໄດ້ໃຊ້ຄວາມພະຍາຍາມຢ່າງຫຼວງ ຫຼາຍໃນການສ້າງສາພັດທະນາປະເທດ ກໍຄືຄວາມພະຍາຍາມລົບລ້າງຄວາມ ທຸກຍາກ ເພື່ອນຳເອົາປະເທດອອກຈາກສະຖານະພາບດ້ອຍພັດທະນາ ແລະ ເຫັນໄດ້ຄວາມສຳຄັນຂອງການຮ່ວມມື ພາຍໃຕ້ອົງການສະ ຫະປະຊາຊາດໃນ ການຊ່ວຍເຫຼືອປະເທດກຳລັງພັດທະນາ, ຊຶ່ງປະເທດ ສປປ ລາວ ຂອງຂ້າພະ ເຈົ້າພ້ອມທີ່ຈະປະຕິບັດພັນທະ ແລະ ປະກອບສ່ວນຢ່າງຫ້າວຫັນເຂົ້າໃນກົນໄກຮ່ວມມືດັ່ງກ່າວ.”

ໃນປີ 2021, ຫວັງວ່າໄວຣັສ COVID-19 ຈະສາມາດຖືກຄວບຄຸມໄດ້ ແລະ ບັນດາຜູ້ນຳນານາຊາດກັບຄືນມາເຂົ້າຮ່ວມກອງປະຊຸມ ທີ່ສຳນັກງານໃຫຍ່ສະ ຫະປະຊາຊາດທີ່ນະຄອນ ນິວຢອກ ອີກ.

XS
SM
MD
LG