ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 74 ໄດ້ໄຂຂຶ້ນໃນວັນທີ 17
ກັນຍາທີ່ຜ່ານມາ, ແລະ ພາກອະພິປາຍທົ່ວໄປ ຂອງບັນດາເຈົ້າໜ້າທີ່ລະດັບສູງແມ່ນ
ໄດ້ຈັດຂຶ້ນໃນວັນທີ 24 ຫາ 30 ໃນເດືອນດຽວກັນ ແລະ ປີນີ້ກໍເປັນອີກປີນຶ່ງທີ່ລັດຖະ
ມົນຕີການຕ່າງປະເທດແຫ່ງ ສປປ ລາວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນລາຍງານ
ໃນກອງປະຊຸມດັ່ງກ່າວເມື່ອວັນທີ 28 ກັນຍາທີ່ຜ່ານມາ. ເຊິ່ງ ພຸດທະສອນ ຈະນຳລາຍ
ລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ບັນຫາສະພາບອາກາດປ່ຽນແປງ ໄດ້ກາຍເປັນບັນຫາທີ່ສຳຄັນໃນກອງປະຊຸມສະມັດ
ຊາໃຫຍ່ອົງການສະຫະປະຊາຊາດສຳລັບປີນີ້, ເຊິ່ງຫົວໜ້າໃຫຍ່ຂອງອົງການດັ່ງກ່າວ
ກໍໄດ້ຍົກບັນຫານັ້ນ ໃຫ້ເປັນບັນຫາທີ່ເປັນສັນຍາລັກຂອງທ່ານ ເພື່ອເຮັດໃຫ້ສະພາບ
ອາກາດປ່ຽນແປງຊ້າລົງ, ຫຼຸດຜ່ອນການປ່ອຍຄວັນພິດຢ່າງມະຫາສານ ແລະ ລົບລ້າງ
ການປ່ອຍທາດຄາບອນພາຍໃນປີ 2050.
ທ່ານ ສະເຫຼີມໄຊ ກົມມະສິດ ກໍເປັນນຶ່ງໃນບັນດາຜູ້ນຳທັງຫຼາຍທີ່ໄດ້ໃຫ້ຄວາມສຳຄັນ
ກ່ຽວກັບສະພາບດິນຟ້າອາກາດປ່ຽນແປງ ແລະ ໄດ້ລາຍງານໃນກອງປະຊຸມດັ່ງກ່າວ
ນັ້ນ.
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດແຫ່ງ ສປປ ລາວ ກ່າວວ່າ
“ປະຊາຄົມສາກົນ ແມ່ນກຳລັງປະເຊີນກັບສິ່ງທ້າທາຍຢ່າງຫຼວງຫຼາຍ ແລະ ຫຼາຍພາກ
ສ່ວນຂອງໂລກ ກໍໄດ້ປະເຊີນກັບຜົນກະທົບຂອງສະພາບດິນຟ້າອາກາດປ່ຽນແປງທີ່
ຮຸນແຮງ ແລະ ຫຼາຍຂຶ້ນເລື້ອຍໆ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາ
ຊົນໃນທົ່ວໂລກ. ຄື້ນອາຍຮ້ອນໄດ້ພັດເຂົ້າທົ່ວທະວີບຢູໂຣບ ໃນຂະນະທີ່ໄພແຫ້ງແລ້ງ
ກໍໄດ້ແກ່ຍາວ ໃນຫຼາຍພາກສ່ວນຂອງໂລກ, ແຕ່ບ່ອນອື່ນໆ ໄພນ້ຳຖ້ວມແມ່ນໄດ້ ຖ້ວມ
ເອົາທີ່ຢູ່ອາໄສ ແລະ ທີ່ດິນປູກຝັງຢ່າງກວ້າງຂວາງ. ໃນສະພາບດັ່ງກ່າວນີ້, ໃນຂະນະ
ທີ່ບັນດາປະເທດທີ່ພັດທະນາແລ້ວອາດມີຄວາມສາມາດຟື້ນຄືນສູ່ສະພາບເດີມໄດ້
ແລະ ສາມາດປັບຕົວເຂົ້າກັບຜົນກະທົບຂອງສະພາບອາກາດປ່ຽນແປງໄດ້ນັ້ນ, ບັນ
ດາປະເທດທີ່ກຳລັງພັດທະນາ ແລະ ໂດຍສະເພາະປະເທດດ້ອຍພັດທະນາ ແມ່ນຜູ້ທີ່
ມີຄວາມສ່ຽງທີ່ສຸດລວມທັງປະເທດຂອງຂ້າພະເຈົ້າເອງ.”
ທ່ານ ສະເຫຼີມໄຊ ໄດ້ກ່າວຕໍ່ໄປວ່າ “ໃນລະຍະສອງເດືອນທີ່ຜ່ານມາ ພວກເຮົາໄດ້ປະ
ເຊີນກັບຝົນຕົກໜັກແບບບໍ່ຄາດຄິດ ຈາກພາຍຸລະດູຮ້ອນ ໂພດູລ ໃນທົ່ວປະເທດ, ເຊິ່ງ
ໄດ້ເຮັດໃຫ້ເກືອບໝົດທຸກແຂວງຈົມຢູ່ໃນນ້ຳ, ກໍ່ໃຫ້ເກີດຄວາມເສຍຫາຍຢ່າງມະຫາ
ສານຕໍ່ພື້ນຖານໂຄງລ່າງ, ກະສິກຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ມັນໄດ້ມີ
ມູນຄ່າຫຼາຍລ້ານໂດລາ ເພື່ອຟື້ນຟູ, ນຳເອົາສະຖານະການປົກກະຕິກັບຄືນມາສູ່ຂົງ
ເຂດທີ່ໄດ້ຮັບຜົນກະທົບ.”
ເມື່ອຕົ້ນເດືອນກັນຍາທີ່ຜ່ານມາ ຫຼາຍກວ່າ 200 ໝູ່ບ້ານ ໃນຫລາຍກວ່າ 19 ເມືອງ ຢູ່
ໃນ 4 ແຂວງພາກໃຕ້ຂອງ ລາວ ຄືແຂວງສາລະວັນ, ຈຳປາສັກ, ເຊກອງ ແລະອັດຕະ
ປື ໄດ້ປະສົບກັບໄພນ້ຳຖ້ວມຢ່າງໜັກຍ້ອນຝົນຕົກໜັກເປັນເວລາຫຼາຍວັນຕິດຕໍ່ກັນ
ຈາກພາຍຸ ຄາຈິກິ ຫົວທີ 14 ທີ່ໄດ້ພັດຜ່ານທະເລ ຈີນໃຕ້ ເຂົ້າມາທາງພາກຕາເວັນ
ອອກ ຂອງຫວຽດນາມ ຜ່ານພາກກາງ ແລະ ພາກໃຕ້ ຂອງລາວ.
ລັດຖະບານລາວ ກໍໄດ້ຮັບຮູ້ເຖິງຄວາມສຳຄັນຂອງການຕໍ່ສູ້ກັບສະພາບອາກາດປ່ຽນ
ແປງ ເຊິ່ງທ່ານ ສະເຫຼີມໄຊ ໄດ້ເວົ້າວ່າ ລັດຖະບານລາວ ແມ່ນກຳລັງເພັ່ງເລັງໃສ່ການ
ປະຕິບັດຂໍ້ຕົກລົງ ປາຣີ ປີ 2015, ເຊິ່ງຂໍ້ຕົກລົງດັ່ງກ່າວແມ່ນຂໍ້ຕົກລົງ ກ່ຽວກັບ ສະ
ພາບອາກາດ ທີ່ເພັ່ງເລັງໃສ່ການຈຳກັດການເພີ່ມຂຶ້ນຂອງອຸນ ຫະພູມໂລກໃນສັດຕະ
ວັດນີ້ໃຫ້ຕ່ຳກວ່າ 2 ອົງສາ ແຊລຊຽດ ຫຼາຍກວ່າລະດັບ ກ່ອນອຸສາຫະກຳ, ມີຜູ້ລົງນາມ
195 ປະເທດ.
ທ່ານ ສະເຫຼີມໄຊ ໄດ້ກ່າວວ່າ “ລັດຖະບານລາວ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ
ຕໍ່ການຈັດຕັ້ງປະຕິບັດຂໍ້ຕົກລົງ ປາຣີ ໂດຍໄດ້ເຊື່ອມສານເຂົ້າ ໃນແຜນປະຕິບັດງານ
ເສດຖະກິດ-ສັງຄົມແຫ່ງຊາດ. ນອກຈາກນັ້ນສະພາແຫ່ງຊາດຂອງພວກເຮົາກໍໄດ້ຮັບ
ຮອງເອົາກົດໝາຍວ່າດ້ວຍ ການຈັດການໄພພິບັດ ເຊິ່ງຄາດວ່າຈະປະກາດໃຊ້ເປັນ
ກົດໝາຍໃນໄວໆນີ້. ປັດຈຸບັນນີ້ພວກເຮົາກຳລັງກຳນົດແຜນຍຸດທະສາດແຫ່ງຊາດ
ແລະ ແຜນປະຕິບັດງານ ກ່ຽວກັບ ການຮັບມືກັບໄພພິບັດ ແລະ ການຫຼຸດຜ່ອນຄວາມ
ສ່ຽງ.”
ນອກນັ້ນ ທ່ານ ສະເຫຼີມໄຊ ຍັງໄດ້ຍົກຍ້ອງອົງການສະຫະປະຊາຊາດ ສຳລັບການສະ
ໜັບສະໜູນອົງການ ອາຊຽນ ຜ່ານການປະຕິບັດແຜນຍຸດທະສາດການດຳເນີນງານ
ຮ່ວມ ກ່ຽວກັບ ການຈັດການໄພພິບັດ 2016-2020 ແລະ ແຜນດຳເນີນງານ ກ່ຽວກັບ
ສິ່ງແວດລ້ອມ ແລະ ສະພາບອາກາດປ່ຽນແປງ 2016-2020 ລະຫວ່າງ ອາຊຽນ ແລະ
ສະຫະປະຊາຊາດ. ທ່ານເວົ້າວ່າ ການປະຕິບັດແຜນຍຸດທະຍາດນີ້ໃຫ້ໄດ້ຢ່າງເຕັມທີ່
ແລະ ມີປະສິດທິພາບແມ່ນສິ່ງທີ່ສຳຄັນ ແລະ ວ່າການເຮັດວຽກຮ່ວມກັນທັງໃນລະດັບ
ປະເທດ ແລະ ສາກົນ ຈະຮັບປະກັນຄວາມສຳເລັດທີ່ຄາດຫວັງນັ້ນ.
ທ່ານ ສະເຫຼີມໄຊ ກ່າວວ່າ “ດ້ວຍເຫດນີ້, ໃນຂະນະທີ່ພວກເຮົາຜູກມັດຕົນເອງໃນການ
ດຳເນີນງານລະດັບຊາດນັ້ນ, ຂ້າພະເຈົ້າຢາກຮຽກຮ້ອງໃຫ້ບັນດາປະເທດທີ່ພັດທະນາ
ແລ້ວ ແລະ ຄູ່ຮ່ວມທີ່ພັດທະນາແລ້ວ ໃຫ້ກຽດທຳການພິຈາລະນາຂອງເຂົາເຈົ້າໃນ
ການປະກອບສ່ວນເງິນ 100 ຕື້ໂດລາໃນແຕ່ລະປີເພື່ອສະໜັບສະໜູນບັນດາປະເທດ
ທີ່ກຳລັງພັດທະນາ ຫຼຸດຜ່ອນບັນຫາ ແລະ ຄວາມຈຳເປັນໃນການປັບຕົວ.”
ນອກຈາກບັນຫາສະພາບອາກາດ ທ່ານ ສະເຫຼີມໄຊ ຍັງໄດ້ກ່າວເຖິງບັນຫາສັນຕິພາບ
ແລະ ຄວາມໝັ້ນຄົງໃນທົ່ວໂລກ, ເຊິ່ງກ່ຽວພັນເຖິງເປົ້າໝາຍ ແລະ ພື້ນຖານແຂງແກ່ນ
ຂອງອົງການສະຫະປະຊາຊາດ. ທ່ານລັດຖະມົນຕີໄດ້ຍົກຍ້ອງອົງການສະຫະປະຊາ
ຊາດ ກ່ຽວກັບ ຄວາມສຳເລັດທີ່ສຳຄັນຫຼາຍຢ່າງໃນການປະກອບສ່ວນຕໍ່ການຮັກສາ
ແລະ ສົ່ງເສີມສັນຕິພາບ ແລະ ຄວາມປອດໄພໃນໂລກ. ໂດຍກ່າວວ່າ ຖ້າບໍ່ມີຄວາມສະ
ຫງົບການພັດທະນາກໍຈະເກີດຂຶ້ນ ບໍ່ໄດ້ ແລະ ກໍຈະບໍ່ມີການສົ່ງເສີມສິດທິມະນຸດ, ເຊິ່ງ
ມັນໄດ້ສ້າງສະພາບແວດລ້ອມທີ່ເປັນປະໂຫຍດໃຫ້ປະເທດຕ່າງໆ ແລະ ພາກພື້ນໃນ
ທົ່ວໂລກ ເພື່ອທຳຄວາມກ້າວໜ້າໃນການພັດທະນາເສດຖະກິດສັງຄົມ, ຊ່ວຍເຫຼືອປະ
ຊາຊົນຫຼາຍລ້ານຄົນໃຫ້ພົ້ນຈາກຄວາມທຸກຍາກ. ທ່ານໄດ້ສະເໜີວ່າ ການປະຕິຮູບ
ຕ່າງໆຂອງອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ລວມທັງສະ
ຖາບັນການເງິນສາກົນ ຄວນດຳເນີນການຢ່າງລວມໝູ່, ເປີດກວ້າງ, ໂປ່ງໃສ, ຄາດເດົາ
ໄດ້ ແລະ ເປັນປະຊາທິປະໄຕ ດ້ວຍວິໄສທັດເພື່ອແກ້ໄຂຄວາມບໍ່ເທົ່າທຽມ ແລະ ສິ່ງທ້າ
ທາຍຕ່າງໆໃນພາກພື້ນ ແລະ ທົ່ວໂລກ.
ທ່ານໄດ້ຍົກຕົວຢ່າງໃນອາຊຽນວ່າ “ໃນພາກພື້ນຂອງພວກເຮົາ, ອາຊຽນ ໄດ້ມີສັນຕິ
ພາບ, ຄວາມປອດໄພ ແລະ ຄວາມໝັ້ນຄົງມາຍາວນານ, ເຊິ່ງໄດ້ສະແດງໃຫ້ເຫັນສະ
ຖານະການທີ່ໄດ້ປຽບ ສຳລັບການພັດທະນາເສດຖະກິດສັງຄົມແຫ່ງຊາດ ສຳລັບມາ
ຊິກທຸກປະເທດ. ພວກເຮົາໃນ ອາຊຽນ ຈະສືບຕໍ່ສົ່ງເສີມນະໂຍບາຍພາກພື້ນ ແລະ
ຫຼາຍຝ່າຍທີ່ເນັ້ນຢ້ຳເຖິງຄວາມສຳຄັນຂອງການຢູ່ລວມກັນ, ຜົນປະໂຫຍດລະຫວ່າງ
ກັນ ແລະ ຄວາມເຄົາລົບ, ເຊິ່ງຈະສ້າງພື້ນຖານອັນແຂງແກ່ນ ໃນທຸກໂຄງສ້າງແຜນ
ງານທີ່ສຳຄັນ ຂອງການຮ່ວມມືໃນອາຊຽນ.”
ທ່ານສະເຫຼີມໄຊ ໄດ້ຮຽກຮ້ອງໃຫ້ສາກົນຍົກເລີກການປິດລ້ອມຕໍ່ສາທາລະນະລັດ ຄິວ
ບາ ທ່ານເວົ້າວ່າ “ອີກຄັ້ງນຶ່ງ, ຄະນະຜູ້ແທນຂອງຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ຍົກເລີກ
ການປິດລ້ອມຕໍ່ ສາທາລະນະລັດ ຄິວບາ ສະນັ້ນ ປະເທດທີ່ມີອຳນາດອະທິປະໄຕດັ່ງ
ກ່າວ ແລະ ປະຊາຊົນຂອງເຂົາເຈົ້າ ຈຶ່ງສາມາດມີເສລີພາບໃນການເຂົ້າຮ່ວມໃນສາຍ
ພົວດ້ານເສດຖະກິດ ແລະ ການຄ້າ ກັບປະເທດອື່ນໆອີງຕາມກົດໝາຍສາກົນ.”
ໃນການກ່າວເຖິງການພັດທະນາໃນລາວນັ້ນ, ທ່ານໄດ້ກ່າວວ່າ ລັດຖະບານໄດ້ໃຫ້
ຄວາມສຳຄັນເປັນຢ່າງຍິ່ງ ແລະ ມີຄວາມມຸ່ງໝັ້ນເປັນຢ່າງສູງຕໍ່ການຈັດຕັ້ງປະຕິບັດ
ແຜນການປີ 2030 ດ້ວຍຈຸດປະສົງທີ່ຈະພັດທະນາເສດຖະກິດ ແລະ ຊ່ອງຫວ່າງ
ການພັດທະນາໃນປະເທດ. ເຖິງແມ່ນຈະມີການປະຕິບັດຕາມາດຕະການນະໂຍບາຍ
ຫຼາຍຢ່າງກໍຕາມ, ຄວາມກ້າວໜ້າກໍຍັງຊ້າຢູ່ ຍ້ອນຄວາມຈຳກັດດ້ານຄວາມສາມາດ
ແລະ ເງິນທຶນທີ່ຈຳກັດ ແລະ ຊ່ອງຫວ່າງໃນການພັດທະນາກໍຍັງຄົງຈະມີຢູ່, ໂດຍສະ
ເພາະໃນຢູ່ເຂດໃນເມືອງ ແລະເຂດຊົນນະບົດ. ດ້ວຍເຫດນີ້ ຈຶ່ງໄດ້ມີການສ້າງແຜນ
ການພັດທະນາໃນພາກພື້ນ ແລະ ລຸ່ມພາກພື້ນ ເພື່ອສະໜອງຄວາມຕ້ອງການໃຫ້ປະ
ຊາຊົນຢູ່ໃນລະດັບແຂວງ ແລະ ເມືອງ ທີ່ແທ້ຈິງ, ເພື່ອທີ່ຈະໃຫ້ການບໍລິການສັງຄົມ
ລະດັບພື້ນຖານໃຫ້ປະຊາຊົນໃນທ້ອງຖິ່ນ, ໂດຍສະເພາະໃນດ້ານການສຶກສາ, ການ
ຮັກສາສຸຂະພາບ, ໂອກາດໃນການຫາລາຍໄດ້, ຮັກສາການເຂົ້າເຖິງຕະຫຼາດຂອງ
ຜະລິດຕະພັນກະສິກຳ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາດຊົນໃນເຂດຊົນນະ
ບົດ. ທ່ານເວົ້າວ່າ ເພື່ອສະໜອງການເງິນໃຫ້ແກ່ແຜນການ ແລະ ແຜນຍຸດທະສາດ
ແຫ່ງຊາດນັ້ນ, ພວກເຮົາໄດ້ລະດົມແຫຼ່ງຊັບພະຍາກອນ ທີ່ຕ້ອງການຈາກທຸກແຫຼ່ງທີ່
ມີຢູ່, ດຳເນີນການລິເລີ່ມຕ່າງໆເພື່ອສົ່ງເສີມການລົງທຶນພາຍໃນ ແລະ ດຶງດູດການລົງ
ທຶນຈາກຕ່າງປະເທດໂດຍກົງ ທີ່ມີຄຸນນະພາບສູງ, ປະຕິຮູບພາສີ, ສ້າງຄວາມ ຫຼາກ
ຫຼາຍທາງເສດຖະກິດ, ແລະ ສົ່ງເສີມການຮ່ວມມືລັດ ແລະ ເອກະຊົນ, ເພື່ອທີ່ຈະສະ
ໜອງການເງິນໃຫ້ແຜນການພັດທະນາແຫ່ງຊາດຂອງພວກເຮົາ.
ທ່ານສະເຫຼີມໄຊ ໄດ້ປະກາດວ່າ ລັດຖະບານລາວ ໄດ້ຕັດສິນໃຈທີ່ຈະສະເໜີຜູ້ລົງແຂ່ງ
ຂັນຂອງເຂົາເຈົ້າ ສຳລັບການເປັນສະມາຊິກ ຂອງສະພາເສດຖະກິດ ແລະ ສັງຄົມ ສະ
ຫະປະຊາຊາດ (ECOSOC) ສໍາລັບສົກປີ 2023 - 2025, ຊຶ່ງເປັນຄັ້ງທໍາອິດ ຂອງ
ສປປ ລາວ ໃນຖານະເປັນປະເທດສະມາຊິກຂອງທັງ ສອງກຸ່ມປະເທດ ທີ່ມີຄວາມຈຳ
ເປັນພິເສດ ຄືປະເທດດ້ອຍພັດທະນາ ແລະ ທັງເປັນປະເທດກໍາລັງພັດທະນາທີ່ບໍ່ມີ
ຊາຍແດນຕິດທະເລ, ເຊິ່ງສະພາດັ່ງກ່າວ ເປັນໜຶ່ງ ໃນບັນດາອົງກອນຫລັກທີ່ສໍາຄັນ
ຂອງ ອົງການສະຫະປະຊາຊາດ ທີ່ເປັນເວທີ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ
ໃນໂລກ.
ໃນການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງນີ້, ທ່ານລັດຖະມົນ
ຕີການຕ່າງປະເທດ ລາວ ກໍໄດ້ຕາງໜ້າໃຫ້ລັດຖະບານ ລາວ ລົງນາມໃນຖະແຫຼງການ
ສ້າງຕັ້ງສາຍພົວພັນການທູດກັບ ສາທາລະນະລັດ ການາ, ລົງນາມໃນບົດບັນທຶກ
ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ແລະ ການປຶກສາຫາລືດ້ານການເມືອງສອງຝ່າຍ
ລະຫວ່າງ ກະຊວງການຕ່າງປະເທດ ລາວ ກັບ ສາທາລະນະລັດ ໄຊປຣັສ, ຍື່ນສານ
ໃຫ້ສັດຕະຍາບັນຕໍ່ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍສົນທິສັນຍາຊື້ຂາຍສິນຄ້າ
ລະຫວ່າງປະເທດ ແລະ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການເກືອດຫ້າມອາ
ວຸດນິວເຄລຍ. ອີງຕາມການກະຊວງການຕ່າງປະເທດ ລາວ.
ກະຊວງການຕ່າງປະເທດລາວໄດ້ກ່າວຕື່ມວ່າ ທ່ານສະເຫຼີມໄຊ ຍັງໄດ້ເຄື່ອນໄຫວພົບ
ປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ ແລະ ຫົວໜ້າຄະນະຜູ້ແທນຈາກຫຼາຍປະເທດເຊັ່ນ
ໄດ້ພົບປະສອງຝ່າຍກັບອະດີດນາຍົກລັດຖະມົນຕີ ແລະ ຜູ້ຕາງໜ້າພິເສດຂອງນົກຍົກ
ລັດຖະມົນຕີ ການາດາ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ໂປແລນ, ຮອງ
ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າແຫ່ງ
ໄອຣ໌ແລນ, ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ ສະຫະລັດ ແລະ ຮອງລັດຖະມົນຕີ
ກະຊວງການຕ່າງປະເທດ ແລະ ການຮ່ວມມືຂອງ ປອກຕຸຍການ.