ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຮີດນົມງົວ ໃນອະນາຄົດ ອາດຈະໃຊ້ ຫຸ່ນຍົນ ແທນຄົນ (ວີດີໂອ ຮຽນພາສາອັງກິດ)


Are Robot Milkers the Future of Dairy Farming?
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

From VOA Learning English, this is the Agriculture Report.


ອະນາຄົດ​ໄດ້​ມາ​ເຖິງ​ຟາ​ມນົມ​ສົດ​ແຫ່ງ​ນຶ່ງ ຢູ່​ໃກ້ໆ​ກັບ​ວໍ​ຊິງ​ຕັນ ດີ​ຊີ.
The future has arrived at a dairy farm near Washington, DC.

ຢູ່​ທີ່ນັ້ນ ​ຫຸ່ນ​ຍົນກຳລັງ​ຮີດ​ນົມງົວ. A robot there milks the cows.

ຟາ​ມນົມງົວ Woodbourne Creamery ​ຕັ້ງ​ຢູ່ເ​ມື​ອງ Mount Airy ລັດ Maryland.
The Woodbourne Creamery is in Mount Airy, Maryland.

ພວກ​ງົວ​ ພາກັນ​ມາ​ຢືນລຽນ​ແຖວ ​ລໍຖ້າ​ຄິວ ​ເຂົ້າ​ໄປ​ຄອກຫຸ່ນຍົນ ຫລື​ເຄື່ອງ​ຈັກຮີດ​ນົມ.
The cows stand in line for a turn at the robot.

John Fendrick ​ເປັນເຈົ້າ​ຂອງ​ຟາມ. John Fendrick is the owner of the farm.

ລາວ​ກວດກາ​ເບິ່ງ​ຄວາມ​ກ້າວໜ້າຂອງ​ສັດ​ຂອງ​ລາວ ​ໂດຍເບິ່ງຢູ່​ຈໍ​ຄອມ​ພິວ​ເຕີ້​. He
observes the progress of the animals by looking at a computer screen.

ວຽກ​ທີ່​ລາວ​ຕ້ອງ​ເຮັດ​ ກໍ​ມີ​ແຕ່​ເທົ່າ​ນັ້ນ​ແຫລະ. That is all he has to do.

​ຫຸ່ນ​ຍົນ​ແມ່ນເຮັດວຽກ​ທຸກ​ຢ່າງເອງ​ໝົດ. The robot does all the work.

ມັນ​ໃຊ້​ແສງ​ເລ​ເຊີ ຊອກ​ຫານົມແຕ່​ລະເບື້ອງຂອງ​ງົວ ​-- ກໍ​ຄື​ຫົວນົມ​ ບ່ອນ​ທີ່ນ້ຳນົມ​
ຈະໄຫລອອກ​ມາ. It uses a laser to find each teat -- the place on the
cow where the milk comes out.

ບາດ​ແລ້ວ ຫຸ່ນ​ຍົນ​ກໍ​ຈະອະນາ​ໄມ ​ຫລື​ທຳ​ຄວາມ​ສະອາດ​ຫົວນົມ ​
The robot then cleans the teat

ແລ້ວ​ກໍ​ເອົາທໍ່ຮີດນ້ຳນົມ​ນັ້ນ ໄປ​ສຸບ​ໃສ່ຫົວ​ນົມ​ຂອງ​ງົວ ​
and connects it to a milking tube.

ຫຸ່ນຍົນ​ຍັງ​ກວດເບິ່ງ​ນ້ຳນົມ ​ເພື່ອ​ອາດ​ຈະ​ມີ​ສິ່ງເປິະ​ເປື້ອນ​ເຈືອ​ປົນຢູ່​ນຳ.
The robot also tests the milk for possible impurities.

ຖ້າພົບ​ວ່າ​ມີບັນຫາ ມັນ​ກໍ​ຈະບໍ່ເອົາ​ນ້ຳ​ນົມ​ສ່ວນ​ນັ້ນ.
If it finds a problem, it rejects the milk.

ຫຸ່ນ​ຍົນ​ຮູ້ຈັກ​ວ່າ ມັນ​ຕ້ອງ​ຢຸດ ເວລານ້ຳ​ນົມທີ່​ອອກ​ມາ​ຈາກງົວ ​ໄຫລ​ຊ້າລົງ.
The machine knows to stop when the cow’s milk flow slows.

John Fendrick ​ເວົ້າ​ວ່າ ຫຸ່ນ​ຍົນເຮັດ​ໃຫ້​ຊີວິດ​ໃນ​ຟາ​ມນົມງົວ ປ່ຽນ​ໄປ​.
John Fendrick says robots change life on a dairy farm.

ລາວເວົ້າ​ວ່າ ຫຸ່ນ​ຍົນ​ໃຫ້​ອິດ​ສະລະ​ພາບ ​ແກ່ກະ​ເສດ​ຕະກອນ.
He says they give the farmer freedom.

ຟາ​ມງົວນົມ​ສ່ວນ​ໃຫຍ່ ​ແມ່ນ​ຕ້ອງຮີດເອົາ​ນ້ຳ​ນົມງົວອອກ
Most farmers must milk their cows

​ເທື່ອນຶ່ງໃນ​ຕອນ​ເຊົ້າ​ມືດ ​ແລະ​ເທື່ອ​ນຶ່ງ ​ໃນ​ຕອນ​ກາງຄືນ.
once in the morning and once at night.

​ງົວ​ຕ້ອງ​ຖືກ​ຮີດ​ເອົານ້ຳນົມ​ອອກ (ທຸກໆ​ມື້) ບໍ່​ວ່າ​ອາກາດຈະດີ ຫລື​ບໍ່​ດີ​ກໍ​ຕາມ.
The animals are milked in good weather or bad.

​ແຕ່​ວ່າ​ ງົວ​ຂອງ​ທ່ານ Fendrick ບໍ່​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ແບບ​ນັ້ນ.
But Mr. Fendrick's cows do not follow such an order.

ພວກ ​ມັນ​ແມ່ນ​ຈະ​ອອກ​ໄປ (​ກິນ​ຫຍ້າ)​ ຢູ່​ທົ່ງ​ໝົດມື້ They stay in the field

ຈົນ​ຮອດ​ເວລາທີ່​ມັນ​ຕ້ອງການຈະ​ຮີດເອົາ​ນ້ຳນົມອອກ (ຈຶ່ງ​ຈະ​ເຂົ້າ​ມາ​ຄອກ​
ບ່ອນ​ຮີດ​ນົມ.) until they want to be milked.

​ຫຸ່ນ​ຍົນ​ແມ່ນ​ມີ​ຢູ່​ຫັ້ນ ທຸກໆ​ເວລາ. The robot is always available.

ທ່ານ Fendrick ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ຢູ່​ຫັ້ນ​.
Mr. Fendrick does not need to be present.

ລາວ​ສາມາດ​ເບິ່ງ​ຈາກ​ໂທລະສັບ​ຂອງ​ລາວ​ໄດ້.
He can watch from his telephone.

​ແລະລາວກໍ​ໄດ້​ຮັບ​ລາຍ​ງານ (ຫລືຮູ້​ໄດ້)ວ່າ ​ງົວ​ແຕ່ລະ​ໂຕ​ເຂົ້າ​ໄປ​ຮີດ​ນ້ຳນົມ​
(ແລະ​ຜະລິດ​ນ້ຳນົມ​ອອກ​ມາ​ຫລາຍ​ສ່ຳ​ໃດ) ທາງ​ໂທລະສັບ​ຂອງ​ລາວ.
And he gets reports about the milking of each cows on his phone.

​ແຕ່​ວ່າ ຫຸ່ນຍົນ​ຮີດ​ນົມ ບໍ່​ແມ່ນເທັກ​ໂນ​ໂລ​ຈີ ລາຄາ​ຖືກ.
The cow-milking robot is not low-cost technology, however.

ທ່ານ Fendrick ໄດ້​ຈ່າຍ​ເງິນ​ໄປ ​ຫລາຍ​ກ່ວາ 150,000 ດອລລ່າ ​ສຳ​ຫລັບ​ຫຸ່ນ​
ຍົນ​ນີ້. Mr. Fendrick paid more than $150,000 for it.

​ຢ່າງ​ໃດ​ກໍ​ຕາມ ​ລາວໃຫ້​ຂໍ້​ສັງເກດວ່າ ການ​ຈ້າງ​ຄົນ​ມາ​ຮີດ​ນົມ​ງົວ ກໍແພງ​ຄື​ກັນ.
But, he notes, paying someone to milk the cows is also costly.

ລາວ​ເວົ້າ​ວ່າ ລາວ​ຈະ​ໄດ້ຄ່າ​ຫຸ່ນ​ຍົນ ​ຄືນ​ມາ​ໝົດ ​ໃນ​ເວລາ 3 ປີ.
He says he will make up the cost of the robot in three years.

​ທ່ານ Fendrick ​ເວົ້າ​ວ່າ ລາວ​ໄດ້ນ້ຳນົມ​ມາ ມື້​ລະ ປະມານ 475 ລິດ.
Mr. Fendrick says he gets about 475 liters of milk a day,

​ແລະ​ລາວ​ກໍ​ບໍ່​ຕ້ອງ​ໄດ້​ຈັບບາຍ​ໂຕ​ງົວ.
and he does not have to touch a cow.

ແລະນັ້ນ​ແມ່ນ​ດີ​ຫລາຍ. And that is a good thing.

ທ່ານ Fendrick ​ເວົ້າ​ວ່າ ລາວ​ບໍ່​ມັກ​ຮີດ​ນົມງົວ.
Mr. Fendrick says he does not like milking.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

​ແລະ​ນັ້ນ​ກໍ​ແມ່ນ ລາຍ​ງານ​ການ​ກະ​ເສດ​ຂອງ​ພະ​ແນ​ກຮຽນ​ພາສາ​ອັງກິດ ຂອງ​ວີ​ໂອ​ເອ.
ຖ້າ​ທ່ານ​ສົນ​ໃຈ​ຢາກ​ຟັງ​ສາລະ​ຄະ​ດີກາ​ນກະ​ເສດ​ຂອງ​ພວກ​ເຮົາ​ອີກ ​ເຊີນ​ເຂົ້າ​ໄປ​ອ່ານ​ໄດ້
ທີ່​ເວັບ​ໄຊ້ທ໌ຂອງ​ເຮົາ learningenglish.voanews.com.
And that's the Agriculture Report from VOA Learning English. For more agriculture stories, go to our website: learningenglish.voanews.com.

XS
SM
MD
LG