ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຮີດນົມງົວ ໃນອະນາຄົດ ແມ່ນຈະ ໃຊ້ຫຸ່ນຍົນຮີດ ແທນຄົນ (ວີດີໂອ ພາສາລາວ/ອັງກິດ)


The Future of Dairy Farming: Robot Milkers
please wait

No media source currently available

0:00 0:01:54 0:00

ວີດີໂອເລື້ອງ ການຮີດນົມງົວ ໃນອະນາຄົດ ແມ່ນຈະໃຊ້ຫຸ່ນຍົນຮີດ ແທນຄົນ.

ວິທີ​ການຜະລິດ​ນົມງົວສົດ​ໃນ​ອະນາຄົດ ​ໄດ້​ມາ​ເຖິງ​ຟາ​ມ​
ແຫ່ງ​ນຶ່ງໃນ​ລັດ Maryland ຫ່າງ​ຈາກ​ນະຄອນຫລວງ​
ວໍ​ຊິງ​ຕັນອອກ​ໄປ ​ປະມານນຶ່ງ​ຊົ່ວ​ໂມງ ຊຶ່ງ​ບໍ່​ໄດ້​ໃຊ້​ຄົນ​ຮີດ
​ນົມງົວ​ອີກ​ແລ້ວ. ຜູ້​ສື່​ຂ່າວວີ​ໂອ​ເອ Steve Baragona ​
ໄດ້​ໄປ​ເບິ່ງ​ຟາ​ມ​ແຫ່ງ​ນີ້ ​ແລະ​ ມີ​ລາຍ​ງານ​ມາ​ເລົ່າ​ສູ່​ຟັງ
ດັ່ງ ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ.

​ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ຢູ່​ທີ່​ຟາ​ມນົມງົວ Woodbourne Creamery ທີ່​ລັດ Maryland ນອກ​ນະຄອນຫລວງ​
ວໍ​ຊິງ​ຕັນ ພໍ​ຮອດ​ເວ​ລາ​ຮີດ​ນົມ ພວກ​ງົວ​ຈະພາກັນ​ມາ​ຢືນ​ລໍຖ້າ​ຄິວ ​ເຂົ້າ​ໄປ​ຍັງ​ຄອກບ່ອນ​
ທີ່​ມີຫຸ່ນຍົນ ຫລື ​ເຄື່ອງ​ຈັກຮີດ​ນົມ.

ເຈົ້າ​ຂອງ​ໂຮງງານ John Fendrick ຈະ​ຕິດຕາມ​ເບິ່ງ​ການ​ຮີດ​ນົມ​ຂອງ​ງົວ​ຂອງ​ລາວ
​ຢູ່​ຈໍ​ຄອມ​ພິວ​ເຕີ້​ນ້ອຍ​ໃກ້ໆ​ນັ້ນ ​ແລະ​ວຽກ​ທີ່​ລາວ​ຕ້ອງ​ເຮັດ​ ກໍ​ມີ​ແຕ່​ເທົ່າ​ນັ້ນ​ແຫລະ.
ລາວ​ອະທິບາຍ​ວ່າ:

“ປະຕູ​ຄອກ​ຈັກ​ຮີດ​ນົມ​ຈະ​ເປີດຂຶ້ນ ​ແລ້ວ​ງົວ​ກໍ​ຈະ​ຍ່າງ​ເຂົ້າ​ໄປ ​ໃຫ້​ເຄື່ອງ​ຈັກ​ຮີດ​
ເອົາ​ນ້ຳນົມ​ອອກ. ພໍ​ແລ້ວໆ ປະຕູ​ກໍ​ຈະ​ເປີດ​ຂຶ້ນ ​ແລ້ວ​ງົວ​ກໍ​ຈະ​ຍ່າງ​ອອກ​ມາ.”


ວຽກ​ທຸກ​ຢ່າງ​ແມ່ນ​ເຄື່ອງ​ຈັກ ຫລື​ຫຸ່ນ​ຍົນ​ຮີດ​ນົມ ​ເຮັດ​ເອງ​ໝົດ ຄື​ຫຸ່ນ​ຍົນ​ຈະ​ໃຊ້​ແສງ​
ເລ​ເຊີແນໄປ​ທີ່​ຫົວນົມ​ຂອງ​ງົວ ​ແລະ ອະນາ​ໄມ​ ຫລື​ທຳ​ຄວາມ​ສະອາດ​ມັນ ​ແລ້ວ​ກໍ​ເອົາ
​ທໍ່ຮີດ​ນ້ຳນົມ​ ໄປ​ສຸບ​ໃສ່​ນົມ​ຂອງ​ງົວ ​ແລະ ຮີດເອົານ້ຳນົມ​ອອກ​ມາ. ​ແລະ​ມັນ​ຍັງ​ກວດ​
ເບິ່ງ​ອີກ​ວ່າ ມີ​ສິ່ງເປິະ​ເປື້ອນ​ໃດໆ ຢູ່​ໃນ​ນ້ຳນົມ​ນັ້ນ​ຫລື​ບໍ່ ​ແລະ ​ຖ້າ​ມີ ມັນ​ກໍ​ຈະພົ່ນ​ສິ່ງ​
ເປິ​ະ​ເປືອ​ນນັ້ນ​ຖິ້ມ.

​ເວລາໃດ​ທີ່​ນ້ຳ​ນົມງົວ​ໄຫລ​ເຂົ້າ​ທໍ່​ຊ້າລົງ ​ເຄື່ອງ​ຈັກ​ຮີດ​ນົມກໍ​ຈະ​ຮູ້​ວ່າ ​ຕ້ອງ​ຢຸດຮີດ ​ແລ້ວ​
ທໍ່​ຮີດ​ນົມງົວ​ນັ້ນກໍຈະປ່ອຍ​ນົມ ​ແລ້ວ​ງົວ​ກໍ​ຈະ​ຍ່າງ​ອອກ​ມາ​ຈາກ​ຄອກ.

ຫຸ່ນ​ຍົນ​ຮີດ​ນົມ​ກຳລັງ​ໄດ້​ຮັບ​ຄວາມ​ນິຍົມ​ ແລະ ​ຖືກ​ນຳໃຊ້ຫລາຍ​ຂຶ້ນຢູ່​ໃນ​ທົ່ວ​ສະຫະລັດ
ຢູ​ໂຣບ ​ແລະ ​ອອສ​ເຕຣ​ເລຍ. John Fendrick ​ເວົ້າ​ວ່າ ມັນ​ເຮັດ​ໃຫ້​ຊີວິດ​ໃນ​ຟາ​ມງົວ
ປ່ຽນ​ໄປ​ຢ່າງ​ສິ້ນ​ເຊີງ.

John Fendrick ​ເວົ້າ​ວ່າ “​ໂດຍ​ພື້ນຖານ​ແລ້ວ ກໍ​ແມ່ນ​ວ່າ​ເຈົ້າ​ໄດ້​ອິດ​ສະລະ​ພາບ​
ຂອງ​ເຈົ້າ​ຄືນ​ມາ ຄື​ມັນ​ອຳນວຍ​ໃຫ້​ຂ້ອຍ​ ຫລື​ວ່າພວກ​ຄົນ​ ທີ່​ທຳ​ງານໃຫ້​ຂ້ອຍ ມີ​
ເວລາ​ໄດ້​ເຮັດ​ວຽກ​ອື່ນ​ໆ ຢູ່​ໃນ​ຟາ​ມ.”


ຟາ​ມນົມງົວ​ສ່ວນ​ໃຫຍ່ ​ແມ່ນ​ຕ້ອງເອົາ​ງົວ​ມາຮີດນ້ຳ​ນົມ​ ມື້​ລະ​ສອງ​ເທື່ອ ຄື​ໃນ​ຕອນ​ເຊົ້າ​
ມືດ ກັບ​ຕອນກາງຄືນ ທຸກໆ​ມື້ ບໍ່​ວ່າ​ ຝົນ​ຈະ​ຕົກ ​ຫລື​ແດດ​ຈະ​ອອກ.

​ແຕ່​ວ່າ​ຢູ່​ທີ່​ຟາ​ມຂອງ John Fendrick ນັ້ນ ງົວ​ຂອງ​ລາວ​ແມ່ນ​ຈະ​ ອອກ​ໄປ​ກິນ​ຫຍ້າ​
ຢູ່​ທົ່ງ​ໝົດມື້ ຈົນ​ຮອດ​ເວລາທີ່​ມັນ​ຮູ້ສຶກ​ວ່າ ຕ້ອງການ​ ທີ່​ຈະຮີດເອົາ​ນ້ຳນົມອອກ ຈຶ່ງ​ຈະ​
ເຂົ້າ​ມາ​ຄອກ​ບ່ອນ​ຮີດ​ນົມ. ງົວບາ​ງ​ໂຕ ​ເຂົ້າ​ມາ​ໃນ​ຕອນ​ເດິກໆ ກໍ​ມີ.

John Fendrick ຮອດ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ຢູ່​ຫັ້ນ​ເພື່ອ​ເບິ່ງ​ງົວ. ລາວ​ສາມາດ​ເບິ່ງ​ຈາກ​
ໂທລະສັບ​ມື​ຖື​ຂອງ​ລາວ​ໄດ້.

John Fendrick ​ເວົ້າ​ວ່າ “ຄວາມ​ຈິງ​ແລ້ວ ດ້ວຍ​ໂທລະສັບ​ອັນນີ້​ຂອງ​ຂ້ອຍ ຂ້ອຍ​
ສາມາດ​ເຮັດ​ໄດ້​ທຸກ​ຢ່າງ ທີ່​ຂ້ອຍ​ເຮັດ​ຕາມ​ປົກກະຕິ​ຢູ່​ໂຮງ ງານ​ເຮັດ​ນ້ຳນົມ​ນັ້ນ.”


ລາວ​ສາມາດ​ຮູ້​ໄດ້​ເຊັ່ນ​ກັນ​ວ່າ ​ເວລາ​ໃດ​ງົວ​ແຕ່ລະ​ໂຕ​ເຂົ້າ​ໄປ​ຮີດ​ນ້ຳນົມ​ເທື່ອ​ສຸດ​ທ້າຍ
​ແລະ ​ຜະລິດ​ນ້ຳນົມ​ອອກ​ມາ​ຫລາຍ​ສ່ຳ​ໃດ. ​ແລະ​ໂທລະ ສັບ​ຂອງ​ລາວ​ກໍ​ຈະ​ບອກ​ລາວ​
ເຊັ່ນ​ກັນ​ວ່າ ງົວ​ໂຕ​ໃດ​ບໍ່​ໄດ້​ເຂົ້າ​ມາ​ຮີດເອົາ ນ້ຳນົມອອກ ​ດົນ​ແລ້ວ. ລາວ​ເວົ້າ​ວ່າ:

“ພວກ​ເຮົາ​ກໍ​ຕ້ອງ​ໄປ​ຊອກ​ຫາ​ງົວ​ໂຕ​ນັ້ນ ​ແລະ​ກວດ​ເບິ່ງ​ວ່າ ​ເປັນ​ຫຍັງ​ມັນ​ຈຶ່ງ​ບໍ່​
ເຂົ້າ​ມາ​ຮີດ​ນົມ.”


ຫຸ່ນຍົນ​ຮີດ​ນົມບໍ່​ແມ່ນ​ລາຄາ​ຖືກໆ. Fendrick ຕ້ອງ​ຈ່າຍ​ເງິນ​ໄປ​ຫລາຍ​ກ່ວາ 150,000
ດອລລ່າ ​ແຕ່​ລາວ​ກ່າວ​ວ່າ ການ​ຈ້າງ​ຄົນ​ມາ​ຮີດ​ນົມ​ງົວ ກໍ​ບໍ່​ຖືກ​ຄື​ກັນ. ລາວ​ເວົ້າ​ຕື່ມວ່າ:

“​ໃນ​ອີກ 3 ປີ ຂ້ອຍ​ກໍ​ຈະ​ໄດ້​ທຶນ​ຄືນ​ມາ​ໝົດ ​ແລະ​ຂ້ອບກໍ​ບໍ່​ຕ້ອງ​ໄດ້​ເປັນ​ຄົນ ທີ່​
ຕ້ອງ​ມາ​ຮີດ​ນົມ​ທຸກ​ເຊົ້າ​ທຸກ​ຄືນ.”


ຊຶ່ງ​ລາວ​ເວົ້າ​ວ່າ ມັນ​ດີ​ຫລາຍ ​ເພາະວ່າ ລາວ​ບໍ່​ມັກ​ຮີດ​ນົມງົວ.

ລາວ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ເພາະວ່າ​ລາວ​ມີ​ຫຸ່ນ​ຍົນ​ຮີດ​ນົມ ທີ່​ຮີດ​ນົມ​ໃຫ້​ລາວ​ໄດ້ ມື້​ລະ 475
ລິດ ​ແລະ​ລາວ​ກໍ​ບໍ່​ຕ້ອງ​ໄດ້​ຈັບ​ນົມງົວນຳ.
XS
SM
MD
LG