ອອສເຕຣເລຍ ກຳລັງເປັນເຈົ້າພາບຈັດກອງປະຊຸມສຸດຍອດຂອງບັນດາຜູ້ນຳຈາກປະເທດສະມາຊິກ 9 ປະເທດຂອງອາຊຽນ ຫຼືສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສ່ຽງໃຕ້. ການເພີ້ມທະວີໃນການພົວພັນດ້ານເສດຖະກິດ ແລະຄວາມໝັ້ນຄົງ ຈະເປັນຈຸດສຸມຂອງລັດຖະບານ ແຄນເບີຣາ. ນັກວິເຄາະກ່າວວ່າ ອອສເຕຣເລຍ ຍັງຈະຕ້ອງເຈລະຈາ ກ່ຽວກັບຄວາມສຳພັນທີ່ຊັບຊ້ອນຂອງພາກພື້ນນີ້ກັບຈີນ ອີກດ້ວຍ. ຈາກ ນະຄອນຊິດນີ, ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ອາດນະສັກ ມີລາຍລະອຽດມາສະເໜີທ່ານ.
ອອສເຕຣເລຍ ບໍ່ໄດ້ເປັນສະມາຊິກຂອງອາຊຽນ, ແຕ່ໄດ້ຈັດສັນງົບປະມານຈຳນວນ 186.7 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອປະເທດຕ່າງໆໃນເອເຊຍຕາເວັນອອກສ່ຽງໃຕ້ ແລະ ໃນຂອບເຂດທີ່ກວ້າງຂວາງອອກໄປຕື່ມອີກ ໃນພາກພື້ນອິນໂດປາຊີຟິກ ເພື່ອເພີ່ມທະວີຄວາມໝັ້ນຄົງທາງທະເລຂອງພວກເຂົາ.
ລັດຖະມົນຕີການຕ່າງປະເທດອອສເຕຣເລຍ ທ່ານນາງ ເພັນນີ ຫວອງ (Penny Wong) ປະກາດການການສະໜັບສະໜຸນເງິນທຶນ ຫລາຍລ້ານໂດລາ ໃນວັນຈັນວານນີ້. ນັກວິເຄາະກ່າວວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນເປັນການຕອບໂຕ້ຕໍ່ຄວາມກ້າສະແດງອອກທີ່ນັບມື້ນັບເພີ່ມຂຶ້ນຂອງຈີນ ແລະການອ້າງກຳມະສິດເອົາເຂດນ້ຳແດນດິນທີ່ເປັນຂໍ້ຂັດແຍ້ງກັນໃນທະເລຈີນໃຕ້.
ທ່ານນາງ ຫວອງ (Wong) ກ່າວໃນຖະແຫຼງການສະບັບນຶ່ງວ່າ ອອສເຕຣເລຍ “ກຳລັງເຮັດວຽກຢ່າງໃກ້ຊິດກັບບັນດາຄູ່ຮ່ວມມືໃນເອເຊຍຕາເວັນອອກສ່ຽງໃຕ້ ເພື່ອຕອບໂຕ້ຕໍ່ບັນດາຄວາມທ້າທາຍທາງທະເລທີ່ມີຮ່ວມກັນ ແລະ ຮັກສາກົດໝາຍສາກົນ.”
ທ່ານນາງ ຫວອງ (Wong) ບໍ່ໄດ້ກ່າວເຖິງຊື່ປະເທດຈີນ ເມື່ອທ່ານນາງ ໄດ້ກ່າວຕໍ່ກອງປະຊຸມອາຊຽນ ທີ່ ນະຄອນເມລເບີຣ໌ນ (Melbourne) ໃນພາຍຫຼັງວ່າ ພາກພື້ນນີ້ ໄດ້ປະເຊີນກັບ "ການກະທຳທີ່ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງ, ການກະທຳແບບເກາະຜິດ ແລະການບີບບັງຄັບ, ລວມທັງການປະພຶດທີ່ບໍ່ປອດໄພໃນທະເລ ແລະທາງອາກາດ."
ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນສິງຫາປີ 1967 ແລະປະກອບດ້ວຍສິບປະເທດ, ເຊິ່ງລວມເຖິງອິນໂດເນເຊຍ, ໄທ ແລະມາເລເຊຍ. ການພົວພັນກັບຈີນ ໄດ້ກາຍເປັນບັນຫາທີ່ເຮັດໃຫ້ເກີດຄວາມແຕກແຍກກັນພາຍໃນກຸ່ມພັນທະມິດດັ່ງກ່າວ. ກຳປູເຈຍ, ລາວ ແລະມຽນມາ ມີການພົວພັນທີ່ແໜ້ນແຟ້ນກັບປັກກິ່ງ, ໃນຂະນະທີ່ສິງກະໂປ ແລະຟີລິບປິນ ມີຄວາມສຳພັນທີ່ເຄັ່ງຕຶງກັບຈີນ.
ໃນຊຸມປີມໍ່ໆມານີ້ ຍັງໄດ້ມີຄວາມບໍ່ລົງຮອຍກັນ ລະຫວ່າງອອສເຕຣເລຍ ແລະຈີນ ກ່ຽວກັບຄວາມຂັດແຍ້ງທາງດ້ານພູມສາດການເມືອງ ແລະການຄ້າຕ່າງໆ, ເຖິງແມ່ນວ່າ ຄວາມເຄັ່ງຕຶງ ໄດ້ຜ່ອນຄາຍລົງ ນັບຕັ້ງແຕ່ການເລືອກຕັ້ງລັດຖະບານຝ່າຍຊ້າຍ ໃນນະຄອນຫຼວງ ແຄນເບີຣາ ໃນເດືອນພຶດສະພາປີ 2022.
ທ່ານ ນິກ ບິສລີ (Nick Bisley), ສາສະດາຈານດ້ານການພົວພັນສາກົນ ຢູ່ມະຫາວິທະຍາໄລ La Trobe ຂອງ ນະຄອນເມລເບີຣ໌ນ. ທ່ານກ່າວຕໍ່ບໍລິສັດກະຈາຍສຽງຂອງອອສເຕຣເລຍວ່າ ການພົວພັນລະຫວ່າງ ລັດຖະບານແຄນເບີຣາ ກັບອາຊຽນ ຮຽກຮ້ອງໃຫ້ມີການພົວພັນທາງການທູດທີ່ດີເລີດ, ໂດຍທ່ານໄດ້ກ່າວວ່າ:
"ອອສເຕຣເລຍ, ເນື່ອງຈາກວ່າພວກເຮົາ ຮູ້ສຶກອຶດອັດໃຈຫຼາຍ, ບໍ່ພຽງແຕ່ຍ້ອນການຢູ່ຝ່າຍອາເມຣິກາເທົ່ານັ້ນ, ແຕ່ຈາກການທີ່ລັດຖະບານກ່ອນໜ້ານີ້ ຊີ້ມືໄປທີ່ຈີນ ໃນຫຼາຍໆດ້ານ ແລະ ນັ້ນ ກໍແນ່ນອນ ເຮັດໃຫ້ຄວາມສຳພັນຂອງພວກເຮົາ ທັງກັບແຕ່ລະປະເທດເອເຊຍຕາເວັນອອກສຽງໃຕ້ ແລະກັບອາຊຽນໂດຍລວມ ມີຄວາມຊັບຊ້ອນ."
ກອງປະຊຸມສຸດຍອດພິເສດຂອງອາຊຽນ ທີ່ນະຄອນ ເມລເບີຣ໌ນ ເປັນຂີດໝາຍ 50 ປີທີ່ ອອສເຕຣເລຍ ໄດ້ກາຍເປັນຄູ່ເຈລະຈາທຳອິດຂອງກຸ່ມ. ສະຫະລັດ ແລະຈີນ ມີຂໍ້ຕົກລົງການເປັນຄູ່ຮ່ວມມືທີ່ຄ້າຍຄືກັນ.
ນະຄອນ ເມລເບີຣ໌ນ ຈະເປັນເຈົ້າພາບຕ້ອນຮັບບັນດາຜູ້ນຳ ແລະເຈົ້າໜ້າທີ່ຈາກສະມາຄົມ ທີ່ມີສະມາຊິກ 10 ປະເທດ ນັບຕັ້ງແຕ່ວັນຈັນ ຫາ ວັນພຸດ.
ມຽນມາ ເຊິ່ງເປັນສະມາຊິກຂອງອາຊຽນ ໄດ້ຖືກກີດກັ້ນຈາກກອງປະຊຸມສຸດຍອດ ເນື່ອງຈາກຄວາມຂັດແຍ້ງຢູ່ໃນປະເທດທີ່ຍັງດຳເນີນຢູ່.
ຕີມໍ-ເລັສເຕ ຕ້ອງການເຂົ້າເປັນສະມາຊິກອາຊຽນ ແລະກຳລັງເຂົ້າຮ່ວມກອງປະຊຸມ ຢູ່ອອສເຕຣເລຍ.
ອ່ານລາຍງານເປັນພາສາອັງກິດ:
Australia is hosting a summit of leaders from nine members of ASEAN – the Association of Southeast Asian Nations. Strengthening economic and security ties will be the focus for the Canberra government. Analysts say Australia will also have to negotiate the region's intricate ties to China. From Sydney, Phil Mercer reports.
Australia isn’t a member of ASEAN but has set aside $186.7 million to help countries in Southeast Asia and more broadly in the Indo-Pacific region boost their maritime security.
The multimillion dollar funding was announced Monday by Australian Foreign Affairs Minister Penny Wong. Analysts have said the move is a response to China's growing assertiveness and its disputed territorial claims in the South China Sea.
Wong said in a statement that Australia was “working closely with Southeast Asian partners to respond to shared maritime challenges and uphold international law.”
Wong did not mention China by name when she later told the ASEAN meeting in Melbourne that the region faced “destabilizing, provocative and coercive actions including unsafe conduct at sea and in the air.”
ASEAN was set up in August 1967 and comprises ten members, including Indonesia, Thailand and Malaysia. Relations with China have a been divisive issue within the alliance. Cambodia, Laos and Myanmar have strong ties to Beijing, while Singapore and the Philippines have had strained relations with China.
There has also been friction between Australia and China in recent years over various geopolitical and trade disputes, although tensions have eased since the election of a left-leaning government in Canberra in May 2022.
Nick Bisley is a professor of International Relations at Melbourne’s La Trobe University. He told the Australian Broadcasting Corp. that the Canberra government’s dealings with ASEAN require deft diplomacy.
“Australia, because we have been so full throated in not only being on America’s side but from the previous government pointing fingers at China in various ways and so that definitely complicates our relationship both with individual Southeast Asian countries and with ASEAN as a whole.”
The special ASEAN summit in Melbourne marks 50 years since Australia became the grouping’s first dialogue partner. The United States and China have similar partnership arrangements.
Melbourne is hosting leaders and officials from the 10-member association from Monday to Wednesday.
ASEAN member Myanmar was excluded from the summit because of the ongoing conflict in the country.
Timor-Leste wants to become an ASEAN member and is attending the gathering in Australia.
ຟໍຣັມສະແດງຄວາມຄິດເຫັນ