ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປູເຈຍ ໃຫ້ຄຳໝັ້ນສັນຍາ ຈະທຳການປະຕິຮູບ ຢ່າງກ້ວາງຂວາງ (ວີດີໂອ ຮຽນພາສາອັງກິດ)


Cambodia Promises Meaningful Economic Reform
please wait

No media source currently available

0:00 0:03:07 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັລາຍງານນີ້ ແລະຮຽນພາສາອັງກິດ ໄປພ້ອມ.

ອັນ​ດັບ​ຕໍ່​ໄປ ​ເຮົາ​ຂໍ​ສະ​ເໜີ ລາຍ​ງານ​ຂອງ​ພະ​ແນ​ກພາສາ​ອັງກິດ​
ພິ​ເສ​ດຂອງ​ວີ​ໂອ​ເອ ກ່ຽວ​ກັບແຜນການ​ປະຕິ​ຮູບ​ເສດຖະກິດຂອງ
​ກຳປູ​ເຈຍ ຕາມ​ຄຳ​ຖະ​ແຫລ​ງຂອງ​ລັດຖະມົນຕີ​ພານິດຂອງ​ກໍ​າປູ​
ເຈຍ ທີ່​ໄດ້​ມາ​ຢ້ມຢາມ​ສະຫະລັດ ຫວ່າງ​ບໍ່​ດົນ​ມາ​ນີ້ ຊຶ່ງ​ດາຣາມີ​
ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ໃນ​ເດືອນ​ມິຖຸນາ ລັດຖະມົນຕີ​ກະຊວງ​ພານິດ​ຂອງ​ກຳ​ປູ​ເຈຍ ທ່ານ Sun Chanthol ​ໄດ້​ໃຊ້​ເວລານຶ່ງ​ອາທິດ ຢູ່​ສະ​ຫະລັດ. In June, Cambodian Commerce Minister Sun Chanthol spent a week in the United States.

ທ່ານ​ໄດ້​ໄປ​ຢ້ຽມຢາມ ນະຄອນທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ Los Angeles ກັບ Seattle ກ່ອນ​ເດີນທາງ​ມາ ວໍ​ຊິງ​ຕັນ ດີ​ຊີ.
He visited the western cities of Los Angeles and Seattle before traveling to Washington, D.C.

​ໃນ​ລະຫວ່າງ​ການ​ຢ້ຽມຢາມ ທ່ານລັດຖະມົນຕີ​ພານິດ ໄດ້ກ່າວ​ເຖິງ​ຄວາມ​ເຕັມ​ໃຈ ຂອງ​
ລັດຖະບານຂອງ​ທ່ານ ທີ່ຈະ​ປະຕິ​ຮູບ​ຢ່າງ “​ລົງເລິກ” ​ເພື່ອປັບປຸງສະພາບ​ການ​ດ້ານການ​ລົງທຶນ ຢູ່​ໃນ​ກຳປູ​ເຈຍ ​ໃຫ້​ດີ​ຂຶ້ນ. During the trip, the commerce minister spoke about the willingness of his government to make "deep" reforms to improve conditions for investment.

ທ່ານ​ກ່າວ​ວ່າ ການ​ປະຕິ​ຮູບ​ຈະ​ສົ່ງ​ຜົນ ​ໃຫ້​ຄ່າ​ໃຊ້​ຈ່າ​ຍຕ່ຳລົງ ສຳ​ຫລັບ​ພວກ​ນັກລົງທຶນ. ທ່ານ​ກ່າວ​ວ່າ ຄ່າ​ຂົນ​ສົ່ງ​ແລະ​ຄ່າ​ພະລັງງານ ຈະ​ຫລຸດ​ນ້ອຍ​ລົງ. He said the reforms would result in lower costs for investors. He said transportation and energy costs would be reduced.

ທ່ານ​ຍັງ​ກ່າວ​ອີກວ່າ ລັດຖະບານ​ຈະ​ປັບປຸງ​ຄວາມ​ຊຳ​ນານ​ຂອງ​ຊາວ​ກຳປູ​ເຈຍ ຜ່ານ​ການ​ເຝິກອົບຮົມ. He also said the government would improve the skills of Cambodians through training.

ທ່ານ ຊຸນ ຈັນ​ທົລ ກ່າວ​ວ່າ ຄວາມ​ຕັ້ງ​ໃຈ​ທາງ​ການ​ເມືອງໃໝ່ ທີ່​ຈະ​ທຳ​ການ​ປະຕິ​ຮູບ​ນັ້ນ ​ແມ່ນ​ຜົນ​ສືບ​ເນື່ອງ​ມາ​ຈາການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນປີ​ກາຍ​ນີ້. Mr. Sun Chanthol said the new political will to make reforms is the result of the general elections last year.

​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຄັ້ງ​ນັ້ນ ພັກ​ປະຊາຊົນ​ກຳປູ​ເຈຍ ທີ່​ປົກຄອງ​ປະ​ເທດ (ຫລືພັກ​ຂອງ​ລັດຖະບານ) ​ໄດ້​ສູນ​ເສຍ​ບ່ອນ​ນັ່ງ ຈຳນວນ​ນຶ່ງ ຢູ່​ໃນ​ສະພາ ​(ແຕ່​ກໍ​ຍັງ​ໄດ້​ຫລາຍ​ກ່ວາ​ພັກ​ອື່ນ). In the voting, the ruling Cambodian People's Party lost a number of seats in parliament.

ຝ່າຍ​ຄ້ານ ຄືພັກ​ກູ້​ຊາດ​ກຳປູ​ເຈຍ ​ໄດ້​ໂຕ້​ແຍ້​ງຜົນ​ການ​ເລືອກ​ຕັ້ງ. The opposition Cambodia National Rescue Party disputed the results.

ພັກ​ນີ້​ກ່າວ​ວ່າ ຕ້ອງ​ຖິ້ມ​ໂທດ​ໃສ່ການ​ສໍ້​ໂກງ​ ຫລື​ມັນ​ເປັນ​ຍ້ອນ​ການ​ສໍ້​ໂກງ. It said cheating was to blame.

ທ່ານ Alex Feldman ​ເປັນ​ປະທານ​ ​ແລະ ຜູ້​ບໍລິຫານ​ສູງ​ສຸດ ກໍ​ຄື CEO ຂອງ​ສະພາ ທຸລະ​ກິດ ສະຫະລັດ-ອາ​ຊ່ຽນ. Alex Feldman is president and CEO of the US-ASEAN Business Council.

ທ່ານ​ກ່າວ​ວ່າ ​ຄວາມ​ສົນ​ໃຈ​ໃນ​ກຳປູ​ເຈຍ​ໄດ້​ມີ​ເພີ້​ມຂຶ້ນ​ໃນ​ໄລຍະ​ຜ່ານ​ມາ ​ໃນ​ບັນດາ​ນັກ​ລົງທຶນ. He says that among investors, interest in Cambodia has grown over time. ​

​ແຕ່​ທ່ານ​ກ່າວ​ວ່າ ພວກ​ນັກ​ລົງທຶນ​ຕ້ອງການ​ເຫັນ ຫລັກ​ຖານ​ຂອງ​ການ​ປະຕິ​ຮູບ ​ຫລາຍຕື່ມ​ຂຶ້ນ. But he says investors need to see more evidence of reform.

ທ່ານ​ກ່າວ​ວ່າ: “ສິ່ງທີ່ທ່ານລັດຖະມົນຕີ ໄດ້ເວົ້າເຖິງໃນມື້ນີ້ ແມ່ນ​ໃນ ທາງ​ບວກທັງໝົດ ແລະທຸກສິ່ງທຸກຢ່າງ ທີ່ຈະດຶງດູດທຸລະກິດ. What the minister was talking about today was all very positive and all things that will attract business.

ພວກເຮົາໄດ້ເຫັນຄວາມກ້າວໜ້າ. ມັນຄົງຈະບໍ່ຫຼາຍ ​ເທົ່າທີ່ ບັນດາ ນັກລົງທຶນສະຫະລັດ ຫຼືລັດຖະບານ ຢາກ​ໃຫ້​ມີ. ​” We have seen progress. It's probably not been as much as the U.S. investors or the government would like.

ແຕ່​ກໍຫວັງເປັນຢ່າງຍິ່ງວ່າ ​ເທື່ອນີ້ພວກເຮົາຈະທຳຄວາມຄືບໜ້າ ຫຼາຍຂຶ້ນ. ແຕ່ພວກເຮົາ
ກໍຈະຕ້ອງ​ໄດ້ ​ລໍຖ້າເບິ່ງ​ແຫລະ.
Hopefully, this time we make more progress. But we'll have to wait and see."

Alex Feldman ກ່າວວ່າ ກຳປູເຈຍຄວນສືບຕໍ່ປັບປຸງ ຖະໜົນ​ຫົນ ທາງ ທ່າ​ເຮືອ ​ແລະ​ໂຄງ​ລ່າງ​ພື້ນຖານ​ອື່ນໆ. Alex Feldman says Cambodia should continue to improve roads, ports and other infrastructure.

ທ່ານ​ກ່າວ​ວ່າ ນອກ​ນັ້ນ ກຳປູ​ເຈຍ​ຍັງ​ຈະ​ຕ້ອງ​ໄດ້ປັບປຸງ ພື້ນຖານຝີມື ຂອງພົນລະເມືອງ
ຂອງຕົນ ແລະຕໍ່ສູ້ກັບການສໍ້ລາດບັງຫລວງ. He says the country also has to improve the skill base of its citizens and fight corruption.

ໃນປີ 2013 ອົງການຄວາມໂປ່ງໃສສາກົນ ໄດ້ຈັດອັນ​ດັບກຳປູເຈຍວ່າ ເປັນປະເທດທີ່ມີ
ການສໍ້ລາດບັງຫລວງຫຼາຍທີ່ສຸດ ໃນເອເຊຍຕາເວັນ ອອກສຽງໃຕ້. In 2013, Transparency International named Cambodia the most corrupt country in Southeast Asia.

ແຕ່ ທ່ານ Sun Chanthol ກ່າວວ່າ ລັດຖະບານກຳປູເຈຍ ໄດ້ເອົາບາດກ້າວ​ສຳຄັນ
​ຫລາຍ​ອັນ ໄປສູ່ການປະຕິຮູບ​. Sun Chanthol says the Cambodian government has taken major steps toward reform.

ຊຶ່ງ​ຮວມທັງ ການຮັບຜ່ານກົດໝາຍຕໍ່ຕ້ານການສໍ້ລາດບັງຫລວງ ແລະສ້າງຕັ້ງໜ່ວຍຕໍ່
ຕ້ານການສໍ້ລາດບັງຫລວງ ຂຶ້ນ​ມາ. These including passing an anti-corruption law and creating an agency to fight corruption.

Storm Tiv ທຳ​ງານ​ຢູ່ພະແນກເອເຊຍ ຂອງອົງການສິ້ງຊອມສິດທິ ມະນຸດ Human Rights Watch. Storm Tiv works for the Asia division at Human Rights Watch

ລາວ​ຍອມຮັບ​ວ່າ ຄວາມພະຍາຍາມ​ຕໍ່ຕ້ານການສໍ້ລາດບັງຫລວງ ​ໄດ້​ມີເພີ້ມຂຶ້ນຢູ່​ໃນ​
ກຳປູ​ເຈຍ. ​ He admits that anti-corruption efforts have increased in Cambodia.

ແຕ່ລາວ​ເວົ້າ​ວ່າ ການຂາດຄວາມ​ເປີດ​ກ້ວາງ ກ່ຽວ​ກັບ​ຕອນ​ການ​ປາບ​ປາມ​ນັ້ນ ຈະເຮັດໃຫ້
ຄວາມພະຍາຍາມດັ່ງກ່າວ ບໍ່​ໄດ້ຜົນ. But he says the lack of openness about the process will make them ineffective.

Storm Tiv ເວົ້າວ່າ “ການຂາດຄວາມສາມາດ ທີ່ຈະເຜີຍແບຊັບສິນຕ່າງໆຂອງບັນ
ດາລັດຖະມົນຕີ ອອກ​ມາ​ຢ່າງ​ເປີດ​ເຜີ​ຍ ເຮັດໃຫ້ການ ສໍ້ລາດບັງຫລວງ ເປັນບັນຫາ
ຢູ່ຄື​ເກົ່າ.
Storm Tiv said "The lack of the ability to publicly disclose the assets of ministers keeps corruption as an issue.

ແລະສະນັ້ນ ​ ການສໍ້ລາດບັງຫລວງ ກໍ​ແມ່ນຍັງຈະເປັນບັນຫາຢູ່ ເວ້ນ​ເສຍ​ແຕ່ວ່າ ຊັບສິນທັງຫຼາຍຈະ​ຖືກເປີດ​ເຜີຍ ຕໍ່ສາທາລະນະຊົນ. And so unless assets are publicly disclosed, corruption is still going to be an issue.

ການ​ທີ່​ມີໜ່ວຍຕໍ່ຕ້ານການສໍ້ລາດບັງຫລວງ ສະ​ນັ້ນ ​ກໍບໍ່​ສະ​ແດງ​ໃຫ້ ເຫັນຜົນ​ແຕກ​ຕ່າງ
ທີ່​ແທ້​ຈິງໃດໆ​ ​ໃນ​ວິທີ​ການ​ທີ່ກຳປູ​ເຈຍແກ້​ໄຂບັນຫາ ການສໍ້ລາດບັງຫລວງນັ້ນ.”

The existence of an anti-corruption unit, then, doesn't seem to show any real difference in how Cambodia addresses corruption."

ບັນດາ​ຜູ້​ເຂົ້າຮ່ວມ​ໃນ​ການ​ພົບ​ປະ​ກັບ​ລັດຖະມົນ​ຕີ​ພານິດກຳປູ​ເຈຍ ​ຢູ່ວໍ​ຊິງ​ຕັນ ​ກ່າວວ່າ ພວກ​ເຂົາ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ຫວັງ​ກ່ຽວ​ກັບ​ແຜນການ ປະຕິ​ຮູ​ບ​ຕ່າງໆຂອງ​ກຳປູ​ເຈຍ. Those who took part in the Washington meeting with the commerce minister said they were hopeful about Cambodia's reform plans. ​

ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ເຈົ້າກ່າວ​ວ່າ ຍັງ​ໄວ​ເກີນ​ໄປ ​ທີ່​ຈະ​ຮູ້ໄດ້ວ່າ​ ມັນ​ຈະ​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ຫລື​ບໍ່. However, they said it was too soon to know if they would result in changes.

And that's the Economics Report in VOA Learning English. It was based on a report by Sophat Soeung. For more of our reports, go to our website -- learningenglish.voanews.com.

XS
SM
MD
LG