ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ກຳປູເຈຍ ຢືນຢັນ ການປະຕິຮູບ ​ຢ່າງ “​ລົງເລິກ” ຕໍ່ບັນດາ ນັກລົງທຶນ ສະຫະລັດ (ວີດີໂອ)


Cambodian Minister Vows ‘Meaningful’ Reforms to US Investors
please wait

No media source currently available

0:00 0:02:47 0:00

ລັດຖະມົນຕີ​ການ​ຄ້າ​ ກຳ​ປູ​ເຈຍ ທ່ານ Sun Chanthol (ຊ້າຍ) ພົບປະກັບບັນດາ​ນັກລົງທຶນສະຫະລັດ ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມສົນທະນາ​ຫາລື ​ຂອງ​ລັດຖະມົນ​ຕີ​ການ​ຄ້າກຳປູ​ເຈຍ ​ຢູ່ວໍ​ຊິງ​ຕັນ.

ລັດຖະມົນຕີ​ການ​ຄ້າ​ກຳ​ປູ​ເຈຍ ທ່ານ Sun Chanthol ​ໄດ້
ເສັດ​ສິ້ນ ການປະກອບ​ພາລະກິດ ທາງ​ການ​ຄ້າທີ່​ສະຫະລັດ
ໃນ​ອາທິດ​ແລ້ວ​ນີ້ ຊຶ່ງໃນ​ລະຫວ່າງ​ນັ້ນ ທ່ານໄດ້​ເນັ້ນ​ເຖິງ​
ຄວາມ​ເຕັມ​ໃຈ ຂອງ​ລັດຖະບານ ຂອງ​ທ່ານ ທີ່ຈະ​ປະຕິ​ຮູບ​ຢ່າງ
“​ລົງເລິກ” ​ເພື່ອປັບປຸງບັນຍາກາດ​ດ້ານ ການ​ລົງທຶນຢູ່​ໃນ​
ກຳປູ​ເຈຍ ​ໃຫ້​ດີ​ຂຶ້ນ. ຜູ້​ສື່​ຂ່າວວີ​ໂອ​ເອ Sophat Seung ​ໄດ້​
ໂອ້​ລົມ​ກັບ​ ລັດຖະມົນຕີການ​ຄ້າ ​ແລະ ມີ​ລາຍ​ງານ​ເລື້ອງນີ້ ຊຶ່ງ
ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ.

ຫຼັງຈາກໄປຢ້ຽມຢາມນະຄອນ Los Angeles ແລະ Seattle ແລ້ວ ລັດຖະມົນຕີການຄ້າ Sun Chanthol ໄດ້ມ້ວນທ້າຍການ​ຢ້ຽມຢາມ​ສະຫະລັດ ເປັນ​ເວລາໜຶ່ງອາທິດຂອງ​ທ່ານ ດ້ວຍ​ການປະກົດ ຕົວຢູ່ນະຄອນຫລວງວໍຊິງຕັນ ບ່ອນທີ່ທ່ານໄດ້ຖະແຫລງກ່ຽວກັບຄວາມ ພະຍາຍາມຂອງລັດຖະບານຂອງ​ທ່ານ ​ໃນ​ການຕໍ່ຕ້ານປາບ​ປາມ ການສໍ້ລາດບັງຫລວງ ເມື່ອບໍ່ນານມານີ້.

ທ່ານ Sun Chanthol ເວົ້າວ່າ “ພວກເຮົາດຳເນີນການປະຕິຮູບ ຕ່າງໆເຫຼົ່ານີ້ ເພື່ອ
ຊ່ອຍເຫຼືອນັກລົງທຶນທັງຫຼາຍ ​ເພື່ອເຮັດໃຫ້ມັນມີຄ່າ ໃຊ້ຈ່າຍນອກລະບົບຕ່າງໆ
ໜ້ອຍ​ລົງ ຄ່າ​ຂົນ​ສົ່ງ​ໜ້ອຍ​ລົງ ຄ່າ​ພະລັງງານ​ໜ້ອຍ​ລົງ ແລະ ພວກເຮົາຈະຝຶກ
ແອບປະຊາຊົນຂອງພວກເຮົາ ໃຫ້ມີຝີມືດີຂຶ້ນ.”

ທ່ານກ່າວວ່າ ຄວາມຕັ້ງໃຈທາງການເມືອງທີ່​ຫາ​ກໍ​ມີ​ຂຶ້ນ​ມາໃໝ່ໆ ​ໃນ​ການທີ່​ຈະ​ທຳ
ການປະຕິຮູບນັ້ນ ແມ່ນ​ມີ​ຂຶ້ນ​ຍ້ອນການເລືອກຕັ້ງທົ່ວໄປ ​ໃນປີກາຍນີ້ ຊຶ່ງພັກປະຊາຊົນ
ກຳປູເຈຍ ຫຼື Cambodian People’s Party ຂອງລັດຖະບານ ໄດ້ເສຍບ່ອນນັ່ງ ໃນ
ສະພາ​ໄປ ​ໃນຈຳນວນ​ຫຼາຍສົມຄວນ ພ້ອມກັບມີການກ່າວຫາຈາກຝ່າຍຄ້ານວ່າ ​ໄດ້​ມີ​
ການ ສໍ້ໂກງການເລືອກຕັ້ງຕ່າງໆນາໆ.

ທ່ານ Alex Feldman ປະທານ ແລະ ຜູ້ອຳນວຍການໃຫຍ່ ຂອງສະພາທຸລະກິດ
ສະຫະລັດ-ອາຊຽນ ຫຼື U.S.-ASEAN Business Council ກ່າວວ່າ ຄວາມສົນໃຈ​
ໃນການລົງທຶນຢູ່​ໃນກຳປູເຈຍ ໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ. ແຕ່ທ່ານກ່າວຕື່ມວ່າ ບັນດາ
ນັກລົງທຶນຢາກ​ເຫັນ ຫລັກຖານຂອງການປະຕິຮູບ ຫຼາຍກວ່າ​ເກົ່າ.

ທ່ານ Alex Feldman ເວົ້າວ່າ “ອັນທີ່ລັດຖະມົນຕີການຄ້າ ໄດ້ເວົ້າເຖິງໃນມື້ນີ້
ແມ່ນທາງ​ບວກທັງໝົດ ແລະ ທຸກສິ່ງທຸກຢ່າງ ທີ່ຈະດຶງດູດທຸລະກິດ. ພວກເຮົາ
ໄດ້ເຫັນຄວາມກ້າວໜ້າ. ມັນຄົງຈະບໍ່ຫຼາຍ ​ເທົ່າທີ່ ບັນດານັກລົງທຶນສະຫະລັດ
ຫຼື ລັດຖະບານຢາກ​ໃຫ້​ມີ. ​ແຕ່​ກໍຫວັງເປັນຢ່າງຍິ່ງວ່າ ​ເທື່ອນີ້ພວກເຮົາ ເຮັດໃຫ້
ມີຄວາມຄືບໜ້າຫຼາຍຂຶ້ນ. ແຕ່ພວກເຮົາກໍຈະຕ້ອງ​ໄດ້​ລໍຖ້າເບິ່ງ​ແຫລະ.”


ທ່ານ Feldman ກ່າວວ່າກຳປູເຈຍຄວນສືບຕໍ່ປັບປຸງໂຄງລ່າງພື້ນຖານ ປັບປຸງ ພື້ນຖານຝີມືຂອງພົນລະເມືອງຂອງຕົນ ແລະຕໍ່ສູ້ ກັບການສໍ້ລາດບັງຫລວງ.

ໃນປີ 2013 ອົງການຄວາມໂປ່ງໃສສາກົນ ໄດ້ຈັດອັນ​ດັບກຳປູເຈຍວ່າ ເປັນປະເທດ
ທີ່ມີການສໍ້ລາດບັງຫລວງຫຼາຍທີ່ສຸດ ໃນເຂດເອເຊຍຕາເວັນອອກສຽງໃຕ້.

ແຕ່ ທ່ານ Sun Chanthol ກ່າວວ່າ ພະນົມເປັນ ໄດ້ເອົາບາດກ້າວ​ໄປສູ່ການປະຕິຮູບ​ໃນຫຼາຍດ້ານ ຢ່າງ “ບໍ່ເຄີຍມີມາກ່ອນ” ຊຶ່ງ​ຮວມທັງ ການຮັບຜ່ານກົດໝາຍ ຕໍ່ຕ້ານ
ການສໍ້ລາດບັງຫລວງ ແລະ ສ້າງຕັ້ງ ໜ່ວຍຕໍ່ຕ້ານການສໍ້ລາດບັງຫລວງ ຂຶ້ນ​ມາ.

ຢ່າງໃດກໍຕາມ Storm Tiv ​ເຈົ້າ​ໜ້າ​ທີ່ອາວຸໂສ ປະຈຳພະແນກເອເຊຍ ຂອງອົງການ
ສິ້ງຊອມສິດທິມະນຸດ Human Rights Watch ກ່າວ​ຕໍ່ວີໂອເອວ່າ ​ເຖິງ​ແມ່ນໄດ້ມີການ
​ທຳຄວາມພະຍາຍາມ​ເພື່ອປາບ​ປາມ ການສໍ້ລາດບັງຫລວງ ເພີ້ມຂຶ້ນກໍຕາມ ​ແຕ່ການ
ຂາດຄວາມໂປ່ງໃສ ໃນຂັ້ນ​ຕອນ​ການ​ປາບ​ປາມ​ນັ້ນ ຈະເຮັດໃຫ້ຄວາມພະຍາຍາມ
ດັ່ງກ່າວ ບໍ່​ໄດ້ຜົນ.

ທ່ານ Storm Tiv ເວົ້າວ່າ “ການຂາດຄວາມສາມາດ ທີ່ຈະເຜີຍແບຕໍ່ມວນຊົນ
ຊັບສິນຕ່າງໆຂອງບັນດາລັດຖະມົນຕີ ເຮັດໃຫ້ການສໍ້ລາດບັງຫລວງ ເປັນບັນ
ຫາຢູ່ຄື​ເກົ່າ. ແລະ ສະນັ້ນ ເວັ້ນເສຍແຕ່ວ່າ ຈະ​ມີ​ການ​ເປີດ​ເຜີຍຊັບສິນທັງຫຼາຍ
ຕໍ່ສາທາລະນະຊົນແລ້ວ ການສໍ້ລາດບັງຫລວງ ກໍຍັງຈະເປັນບັນຫາຢູ່. ສະ​ນັ້ນ
ການ​ທີ່​ມີ ໜ່ວຍຕໍ່ຕ້ານການສໍ້ລາດບັງຫລວງ ​ກໍບໍ່​ສະ​ແດງ​ໃຫ້ເຫັນວ່າ ​ຜົນ​ແຕກ​
ຕ່າງທີ່​ແທ້​ຈິງໃດໆ​ ກ່ຽວ​ກັບ​ວິທີ​ການແກ້​ໄຂບັນຫາ ການສໍ້ລາດບັງຫລວງ ຂອງ
​ກຳປູ​ເຈຍ.”

ບັນດາ​ຜູ້​ເຂົ້າຮ່ວມ​ໃນ​ກອງ​ປະຊຸມສົນທະນາ​ຫາລື​ຂອງ​ລັດຖະມົນ​ຕີ​ການ​ຄ້າກຳປູ​ເຈຍ ​
ຢູ່ວໍ​ຊິງ​ຕັນ ​ເບິ່ງ​ຄື​ວ່າ ມີ​ຄວາມ​ເຫັນ​ໄປໃນ​ແງ່​ດີ​ແບບ​ລະມັດ​ລະວັງ ​ກ່ຽວ​ກັບ​ແຜນການ
​ປະຕິ​ຮູ​ບ​ຕ່າງໆຂອງ​ກຳປູ​ເຈຍນັ້ນ ​ແຕ່ພວກ​ເຂົາ​ເຈົ້າກ່າວ​ວ່າ ມັນ​ຍັງ​ໄວ​ເກີນ​ທີ່​ຈະ​ບອກ
​ໄດ້ວ່າ​ຄຳ​ໝັ້ນ ສັນຍາ​ເຫຼົ່ານັ້ນ ຈະ​ເປັນຄວາມ​ຈິງ​ຂຶ້ນ​ມາ​ແທ້ໆ​.

XS
SM
MD
LG