ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຍົກຍ້າຍຖິ່ນຖານ 630 ຄົນ ໄດ້ຮັບ ການຕ້ອນຮັບ ຢ່າງອົບອຸ່ນ ໃນ ສເປນ


ພວກຍົກຍ້າຍຖິ່ນຖານລົງຈາກກຳປັ່ນກູ້ໄພ ອາຄົວຣຽສ ຫຼັງຈາກເດີນທາງຮອດທ່າເຮືອ ໃນເມືອງ ວາເລັນເຊຍ, ປະເທດ ສເປນ. 17 ມິຖຸນາ, 2018. (ພາບຈາກ Kenny Karpov/SOS Mediterranee/Handout via Reuters)
ພວກຍົກຍ້າຍຖິ່ນຖານລົງຈາກກຳປັ່ນກູ້ໄພ ອາຄົວຣຽສ ຫຼັງຈາກເດີນທາງຮອດທ່າເຮືອ ໃນເມືອງ ວາເລັນເຊຍ, ປະເທດ ສເປນ. 17 ມິຖຸນາ, 2018. (ພາບຈາກ Kenny Karpov/SOS Mediterranee/Handout via Reuters)

ຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍລວມກັນຫຼາຍກວ່າ 600 ຄົນ, ສ່ວນໃຫຍ່ແມ່ນມາຈາກ
ທະວີບອາຟຣິກາ, ໄດ້ມີຄວາມຫວັງທີ່ຈະມີຊີວິດທີ່ດີຂຶ້ນອີກຄັ້ງນຶ່ງໃນວັນອາທິດວານນີ້
ເມື່ອກຳປັ່ນກູ້ໄພຂອງເຂົາເຈົ້າໄດ້ຮັບອະນຸຍາດໃຫ້ເຂົ້າຈອດຢູ່ໃນປະເທດ ສເປນ.

ກຳປັ່ນ ອາຄົວຣຽສ (Aquarius), ທີ່ປະຕິບັດການໂດຍອົງການແພດບໍ່ມີພົມແດນ,
ໄດ້ເຂົ້າໄປຈອດທີ່ທ່າເຮືອຂອງເມືອງວາເລັນເຊຍ. ພວກຜູ້ ໂດຍສານໄດ້ຮັບການຕ້ອນ
ຮັບໂດຍອາສາສະໝັກອົງການກາແດງຫຼາຍ ກວ່າ 2,300 ຄົນ ແລະ ພະນັກງານມະ
ນຸດສະທຳຄົນອື່ນໆ, ລວມທັງຕຳຫຼວດ, ແພດໝໍ ແລະ ນາຍພາສາ.

ປ້າຍຂະໜາດໃຫຍ່ປ້າຍນຶ່ງທີ່ອ່ານວ່າ “ຍິນດີຕ້ອນຮັບສູ່ບ້ານ” ໃນຫຼາຍພາສາໄດ້ເຮັດ
ໃຫ້ຜູ້ເດີນທາງໄປຮອດມີຄວາມເບີກບານໃຈ ແລະ ຮູ້ສຶກວ່າເຂົາເຈົ້າຍັງມີຜູ້ຕ້ອງການ
ແລະ ຕ້ອນຮັບໃນທະວີບ ຢູໂຣບ, ນຶ່ງອາທິດຫຼັງຈາກປະເທດ ອິຕາລີ ແລະ ມາລຕ້າ
ໄດ້ປະຕິເສດບໍ່ຮັບເອົາ ເຂົາເຈົ້າ.

ຜູ້ຍົກຍ້າຍຖິ່ນຖານປະມານ 100 ຄົນ ແມ່ນຢູ່ເທິງກຳປັ່ນ ອາຄົວຣຽສ. ສຳລັບຄົນອື່ນໆ
ແມ່ນໄດ້ຖືກຂົນສົ່ງ ໂດຍກຳປັ່ນກອງທັບເຮືອ ອິຕາລີ ສອງລຳ ເພື່ອຫຼີກລ່ຽງການແອ
ອັດເກີນໄປ.

ທ່ານ ແອລຮາຈ ແອສ ຊີ ເລຂາທິການໃຫຍ່ສະຫະພັນສາກົນ ຂອງ ອົງການກາແດງ
ແລະ ວົງເດືອນແດງ ໄດ້ກ່າວວ່າ “ການເດີນທາງຜະຈົນໄພທີ່ໜ້າໂສກເສົ້າຂອງຄົນຢູ່
ເທິງກຳປັ່ນ ອາຄົວຣຽສ ແມ່ນການເຕືອນອີກອັນນຶ່ງວ່າ ປະຊາຊົນທຸກຄົນ, ໂດຍບໍ່ຄຳ
ນຶງວ່າສັນຊາດ ຫຼື ສະຖານະຄົນເຂົ້າເມືອງຂອງເຂົາເຈົ້າ ຈະແມ່ນຫຍັງນັ້ນ, ຄວນໄດ້
ຮັບການຊ່ວຍເຫຼືອແບບພື້ນຖານ ແລະ ການປົກປ້ອງ.”

ທ່ານ ຊີ ກ່າວວ່າ “ບໍ່ມີມະນຸດຄົນໃດທີ່ເປັນຄົນຜິດກົດໝາຍ.”

ການກວດສຸຂະພາບຂັ້ນຕົ້ນໃນກຸ່ມພວກອົບພະຍົບນັ້ນ ແມ່ນບໍ່ໄດ້ສະ ແດງໃຫ້ເຫັນ
ອາການບາດເຈັບ ຫຼື ເຈັບໄຂ້ທີ່ຮ້າຍແຮງ. ສ່ວນໃຫຍ່ແມ່ນຜູ້ໃຫຍ່ ຊາຍ ແລະ ຍິງ,
ລວມທັງຄົນຖືພາ 7 ຄົນ. ຄົນອື່ນໆລວມມີເດັກນ້ອຍ ແລະ ຊາວໜຸ່ມ.

ອົງການແພດບໍ່ມີພົມແດນ ໄດ້ກ່າວວ່າ ພວກຍົກຍ້າຍຖິ່ນຖານໄດ້ມາຈາກ 26 ປະ
ເທດ, ສ່ວນໃຫຍ່ມາຈາກເຂດໃຕ້ທະເລຊາຍ ຊາຮາຣາ ໃນ ອາຟຣິກາ, ແຕ່ນອກ
ຈາກນັ້ນ ກໍຍັງມີມາຈາກປະເທດ ອັຟການິສຖານ, ບັງກລາແດັສ ແລະ ປາກິສຖານ
ນຳດ້ວຍ.

ສເປນ ສະເໜີໃຫ້ການພັກເຊົາຊົ່ວຄາວເປັນເວລາ 45 ມື້ ໃນຂະນະທີ່ການຂໍລີ້ໄພຢູ່
ສເປນ ຫຼືຝຣັ່ງ ຂອງພວກເຂົາເຈົ້າກຳລັງໄດ້ຮັບການພິຈາລະນາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

More Than 1,500 Migrants Land in Spain Since Friday
please wait

No media source currently available

0:00 0:02:20 0:00

XS
SM
MD
LG