ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ເທດ ສ​ເປນ ຮຽກ​ຮ້ອງ​ອົງ​ການ NATO ໃຫ້​ແກ້​ໄຂ​ໄພ​ຂົ່ມ​ຂູ່​ຈາກ ອາ​ຟ​ຣິ​ກາ​ເໜືອ


Spain Urges NATO to Address Threats From North Africa
please wait

No media source currently available

0:00 0:03:33 0:00

ບັນ​ດາ​ປະ​ເທດ​ທີ່​ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ຢູ​ໂຣບ ລວມ​ທັງ ອິ​ຕາ​ລີ ແລະ ສ​ເປນ ໄດ້​ຮຽກ​ຮ້ອງ​ບັນ​ດາ​ພັນ​ທະ​ມິດ​ອົງ​ການ NATO ໃຫ້​ແກ້​ໄຂ​ໄພ​ຂົ່​ມ​ຂູ່​ຈາກ​ພາກ​ເໜືອ​ຂອງ ອາ​ຟ​ຣິ​ກາ, ຫຼັງ​ຈາກ​ພັນ​ທະ​ມິດ​ດັ່ງ​ກ່າວ​ໄດ້​ຕົກ​ລົງ​ກັນ ກ່ຽວ​ກັບ ຖະ​ແຫຼງ​ການ​ “ແນວ​ຄິດ​ຍຸດ​ທະ​ສາດ” ​ໃໝ່ຢູ່ກອງ​ປະ​ຊຸມ​ສຸດຍອດ​ໃນ​ນະ​ຄອນຫຼວງ ມາດ​ຣິດ ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ.

ໃນ​ຂະ​ນະ​ທີ່​ສົງ​ຄາມ​ໃນ​ຢູ​ເຄ​ຣນ ໄດ້​ຄອບ​ງຳ ​ວາ​ລະ​ແຜນ​ການ​ຂອງ​ອົງ​ການ NATO ນັ້ນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ​ທີ່​ມີ​ຊາຍ​ແດນ​ຕິ​ດ​ກັບ ​ທະ​ເລ​ເມ​ດີ​ເທີ​ເຣ​ນ​ຽນ ຢາກ​ໃຫ້​ພັນ​ທະ​ມິດ​ດັ່ງ​ກ່າວ​ກະ​ກຽມ​ສຳ​ລັບ​ສະ​ຖາ​ນະ​ການ​ຄວາ​ມ​ຮຸນ​ແຮງ​ທີ່​ອາດ​ເປັນ​ໄປ​ໄດ້​ອື່ນໆ​ຈາກ​ພາກ​ໃຕ້, ລວມ​ມີ​ການ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ຂອງ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່ບໍ່​ປົກ​ກະ​ຕິ. ສ​ເປນ ໄດ້​ເຕືອນ​ວ່າ​ມັນ​ອາດ​ຖືກ​ໃຊ້​ເປັນ​ກົນ​ລະ​ຍຸດ​ການ​ກົດ​ດັນ​ໂດຍ​ຜູ້​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ “ຜູ້​ກະ​ທຳ​ທີ່ບໍ່​ເປັນ​ມິດ.”

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານຫຼາຍ​ຮ້ອ​ຍ​ຄົນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຂ້າມ​ຮົ້ວ​ເຂດ​ຊາຍ​ແດນ​ ທີ່​ແຍກ​ດິນ​ແດນ ເມ​ນິ​ຢາ (Menilla) ຂອງ​ ສ​ເປນ ອອກ​ຈາກ​ປະ​ເທດ ໂມ​ຣົກ​ໂກ ເມື່ອ​ເດືອນ​ແລ້ວນີ້. ຢ່າງ​ໜ້ອຍ 23 ຄົນ​ໄດ້​ເສຍ​ຊີ​ວິດ​ ໃນ​ລະ​ຫວ່າງ​ການ​ພະ​ຍາ​ຍາມ​ຂ້າມຮົ້ວ​ດັ່ງ​ກ່າວ. ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ, ສ່ວນຫຼາຍ​ມາ​ຈາກ ​ເຂດ​ລຸ່ມ​ທະ​ເລ​ຊາຍ ຊາ​ຮາ​ຣາ ນັ້ນ, ແມ່ນ​ໄດ້​ພະ​ຍາ​ຍາມ​ເດີນ​ທາງ​ໄປ ຢູ​ໂຣບ ໂດຍບໍ່​ຢ້ານ​ອັນ​ຕະ​ລາຍ​ເພື່ອ​ຂໍ​ລີ້​ໄພ ແລະ ຊອກ​ຫາ​ຊີ​ວິດ​ທີ່​ດີກວ່າ​ເກົ່າ.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານຫຼາຍ​ຄົນ​ຍັງ​ໄດ້​ເດີ​ນ​ທາງ​ໄປ​ຮອດ​ເກາະ ຄາ​ນາ​ຣີ ຂອງ ສ​ເປນ ດ້ວຍ​ເຮືອ, ເຊິ່ງ​ຕັ້ງ​ຢູ່ 100 ​ກິ​ໂລ​ແມັດຈາກ​ຊາຍ​ຝັ່ງ​ຂອງ​ທະ​ວີບ ອາ​ຟ​ຣິ​ກາ. ຕົວ​ເລກ​ຂອງ​ຜູ້​ທີ່​ເດີນ​ທາງ​ຮອດ​ໃນ 6 ເດືອນ​ທຳ​ອິດ​ຂອງ​ປີ​ແມ່ນຫຼາຍກວ່າ​ສອງ​ເທົ່າ​ນັບ​ຕັ້ງ​ແຕ່​ປີ 2021 ເປັນ​ຕົ້ນ​ມາ ແລະ ສ​ເປນ ຢ້ານ​ວ່າ​ຄວາມ​ກົດ​ດັນ​ຢູ່​ເຂດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ​ແມ່ນ​ອາດ​ໃກ້​ຈະ​ຮ້າຍ​ແຮງ​ຂຶ້ນ.

ປະ​ເທດ ຢູ​ເຄ​ຣນ ແມ່ນ​ນຶ່ງ​ໃນ​ຜູ້​ສະ​ໜອງ​ອາ​ຫານ​ປະ​ເພດ​ເມັດລະ​ດັບ​ສູງ​ຂອງ​ໂລກ, ແຕ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ໄດ້​ຕັດ​ການ​ສົ່ງ​ອອກ​ຂອງ​ເຂົາ​ເຈົ້າ​ລົງ​ປະ​ມານ 2 ສ່ວນ 3. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຕືອນ​ວ່າ ສະ​ຖາ​ນະ​ການ​ດັ່ງ​ກ່າວ​ອາດ​ຈະ​ເຮັດ​ໃຫ້​ວິ​ກິດ​ການອຶດ​ຫິວ​ທີ່​ຮ້າຍ​ແຮງ​ຢູ່​ແລ້ວ​ຮຸນ​ແຮງ​ຂຶ້ນ​ອິກ​ໃນ ອາ​ຟ​ຣິ​ກາ. ຢູ​ໂຣບ ແມ່ນ​ກຳ​ລັງ​ກະ​ກຽມ​ສຳ​ລັບ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ເພີ່ມ​ຂຶ້ນ.

ທ່ານ ຊີ​ມາ ແຊນ​ຕາ​ນາ, ທີ່​ປຶກ​ສາ ກ່ຽວ​ກັບ ການ​ຍົກ​ຍ້າຍ​ຖິ່ນ​ຖານ​ຕໍ່​ລັດ​ຖະ​ບານ​ຂອງ​ເກາະ ຄາ​ນາ​ຣີ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອ​ຍ​ເຕີ ວ່າ “ພວກ​ເຮົາ​ໄດ້​ເຝົ້​າ​ເບິ່ງວ່າ​ມັນ​ມີ​ການ​ເຄື່ອນ​ໄຫວ​ຂອງ​ຄົນຫຼາຍ​ຂຶ້ນ​ທີ່​ເຊື່ອມ​ໂຍງ​ກັບ​ລາ​ຄາ​ສິນ​ຄ້າ​ຕ່າງໆ​ທີ່​ສູງ​ຂຶ້ນຫຼືບໍ່, ​ຕໍ່ຄວາມ​ຫຍຸ້ງ​ຍາກ​ຂອງ​ປະ​ເທ​ດ​ພວກນີ້​ໃນ​ການ​ເຂົ້າ​ຫາ​ເຂົ້າ ແລະ ເຂົ້າ​ເບຼ.” ສິ່ງ​ທີ່​ພວກ​ເຮົາ​ໄດ້​ຮັບ​ຮູ້​ມາ ​ກໍ​ແມ່ນ​ວ່າ ສຳ​ລັບ​ປັດ​ຈຸ​ບັນນີ້ ​ມັນ​ບໍ່​ແມ່ນ, ແຕ່​ມັນ​ແມ່ນ​ເລື່ອງ​ຂອງ​ເວ​ລາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG