ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ ສະ​ເປນ ກ່າ​ວ​ວ່າ ການ​ຮັບ​ຮູ້​ລັດ ປາ​ແລັ​ສ​ໄຕ​ນ໌ ເປັນ​ເສັ້ນ​ທາງ​ດຽວ ​ທີ່​ຈະ​ນຳ​ໄປ​ສູ່​ສັນ​ຕິ​ພາບ


ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ເປນ ທ່ານ ເປ​ໂດ​ຣ ຊານ​ເຊັ​ສ ປະ​ກ​າດ​ການ​ຮັບ​ຮູ້​ລັດ ປາ​ແລັ​ສ​ໄຕ​ນ໌ ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ, ຢູ່​ຮ້ານ​ກິນ​ດື່ມ​ໃນ​ນະ​ຄອນຫຼວງ ມາດ​ຣິດ, ສ​ເປນ, 28 ພຶດ​ສະ​ພາ 2024.
ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ເປນ ທ່ານ ເປ​ໂດ​ຣ ຊານ​ເຊັ​ສ ປະ​ກ​າດ​ການ​ຮັບ​ຮູ້​ລັດ ປາ​ແລັ​ສ​ໄຕ​ນ໌ ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ, ຢູ່​ຮ້ານ​ກິນ​ດື່ມ​ໃນ​ນະ​ຄອນຫຼວງ ມາດ​ຣິດ, ສ​ເປນ, 28 ພຶດ​ສະ​ພາ 2024.

ປະ​ທາ​ນາ​ທິ​ບໍ​ດີ​ຂອງປະ​ເທດ ສ​ເປນ ທ່ານ ເປ​ໂດ​ຣ ຊານ​ເຊັ​ສ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ມື້ນີ້​ວ່າ​ລັດ​ຖະ​ບານ​ຂອງ​ທ່ານ​ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ອະ​ນຸ​ມັດ​ການ​ຮັບ​ຮູ້​ລັດ ປາ​ແລັ​ສ​ໄຕ​ນ໌ ຢ່າງ​ເປັນ​ທາງ​ການ, ໂດຍ​ກ່າວ​ວ່າ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວທີ່​ຖືກ​ປະຕິບັດ​ແລ້ວ​ໂດຍຫຼາຍກວ່າ 140 ປະ​ເທດ​ແມ່ນ​ແນເປົ້າ​ໃສ່ “ການ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ບັນ​ລຸ​ສັນ​ຕິ​ພາບ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌.”

ທ່ານ ຊານ​ເຊັ​ສ ໄດ້​ກ່າວ​ວ່າ “ມັນ​ແມ່ນ​ວິ​ທີ​ດຽວ​ທີ່​ຈະ​ຮູ້​ຂໍ້​ແກ້​ໄຂ​ທີ່​ພວກ​ເຮົາ​ທຸກ​ຄົນ​ຮູ້​ດັ່ງ​ກັບ​ຄວາມ​ເປັນ​ໄປ​ໄດ້​ພຽງ​ອັນ​ດຽວ​ ເພື່ອ​ບັນ​ລຸ​ອາ​ນາ​ຄົດ​ທີ່​ສະ​ຫງົບ​ສຸກ, ທີ່​ວ່າ​ລັດ ປາ​ແລັ​ສ​ໄຕ​ນ໌ ຢູ່​ຮ່ວມ​ກັນ​ຄຽງ​ຂ້າງ​ກັບ​ລັດແຫ່ງ ອິ​ສ​ຣາ​ແອ​ລ ໃນ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ.”

ສ​ເປນ ໄດ້​ປະ​ກາດ​ຈຸດ​ປະ​ສົງ​ຂອງ​ເຂົາ​ເຈົ້າ​ຄັ້ງ​ທຳ​ອິດ​ເພື່ອ​ຮັບ​ຮູ້​ລັດ ປາ​ແລັ​ສ​ໄຕ​ນ໌ ໃນ​ອາ​ທິດ​ແລ້ວນີ້, ພ້ອມ​ກັບ​ປະ​ເທດ ໄອ​ຣ​ແລນ ແລະ ນໍ​ເວ, ເຊິ່ງ​ກໍ​ໄດ້​ກຳ​ນົດ​ວັນ​ອັງ​ຄານມື້ນີ້​ເປັນ​ວັນ​ສຳ​ລັບ​ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້.

ອິ​ສ​ຣາ​ແອ​ລ ໄດ້​ເອີ້ນ​ການ​ເຄື່ອນ​ໄຫວ​ນັ້ນ​ດັ່ງ​ກັບ​ຂອງ​ຂວັນ​ສຳ​ລັບ​ກຸ່ມ​ຮາ​ມາ​ສ ແລະ ໄດ້​ເອີ້​ນ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ຂອງ​ເຂົາ​ເຈົ້າ​ກັບ​ຄືນ​ຈາກ​ທັງ​ໝົດ​ສາມ​ປະ​ເທດ​ນັ້ນ​ເພື່ອ​ເປັນ​ການ​ປະ​ທ້ວງ.

ທ່ານ​ ຊານ​ເຊັ​ສ ໄດ້​ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ການ​ຕັດ​ສິນ​ໃຈ​ທີ່​ຈະ​ຮັບ​ຮູ້​ລັດ ປາ​ແລັ​ສ​ໄຕ​ນ “ຈະ​ສະ​ທ້ອນ​ເຖິງ​ການ​ປະ​ຕິ​ເສດ​ຢ່າງ​ແນ່​ນອນ​ຂອງ​ພວກ​ເຮົາຕໍ່​ກຸ່ມ​ຮາ​ມາ​ສ, ເຊິ່ງ​ແມ່ນ​ອົງ​ການ​ກໍ່​ການ​ຮ້າຍ​ຜູ້​ທີ່​ຕໍ່​ຕ້ານ​ການ​ແກ້​ໄຂ​ບັນ​ຫາ​ສອງ​ລັດ.”

ທ່ານ​ໄດ້​ກ່າວ​ຕໍ່​ໄປ​ວ່າ​ການ​ເຄື່ອນ​ໄຫວ​ນັ້ນ​ແມ່ນ “ບໍ່​ໄດ້​ຕໍ່​ຕ້ານ​ໃຜ, ຢ່າງ​ໜ້ອຍ​ທີ່​ສຸດ ອິ​ສ​ຣາ​ແອ​ລ.”

ທ່ານ ຊານ​ເຊັ​ສ ໄດ້​ກ່າວ​ວ່າ​ການ​ວາງ​ຕົວຂອງ ສ​ເປນ ແມ່ນສະ​ໜັບ​ສະ​ໜູນ​ເຂດ​ຊາຍ​ແດນ​ປີ 1967, ນອກ​ຈາກວ່າ​ການ​ປ່ຽນ​ແປງ​ຕ່າງ​ໆ​ແມ່ນ​ໄດ້​ມີ​ການ​ຕົກ​ລົງ​ກັນ​ໂດຍ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌, ແລະ ລັດ ປາ​ແລັ​ສ​ໄຕ​ນ໌ ທີ່​ສາ​ມາດ​ມີ​ຊີ​ວິດ​ຢູ່​ໄດ້​ ເຊິ່ງ​ລວມ​ມີ​ເຂດ ເວັນ​ແບັ້ງ ແລະ ກາ​ຊາ ເຊື່ອມ​ຕໍ່​ກັບ​ເສັ້ນ​ທາງ​ສາຍ​ນຶ່ງ ແລະ ເຈ​ລູ​ຊາ​ແລັມ​ຕາ​ເວັນ​ອອກ ດັ່ງ​ກັບ​ນະ​ຄອນຫຼວງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG