ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ເປນ ໄດ້​ຮັບ​ການ​ຄ້ຳ​ປະ​ກັນ ກ່ຽວ​ກັບ​ຈີບ​ຣາ​ຕາ​ຮ ກ່ອນ​ການ​ລາ​ອອກ​ຂອງ​ອັງ​ກິດ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເປນ ທ່ານ​ເປ​ໂດ​ຣ ແຊນ​ເຈ​ສ ກ່າວ​ຄຳ​ປາ​ໄສ ທີ​ພະ​ລາດ​ຊະ​ວັງ​ມົງ​ກ​ລົວ ໃນ​ນະ​ຄອ​ນາ​ມາດ​ຣິດ ປະ​ເທດ​ສະ​ເປນ ວັນ​ທີ 24 ພະ​ຈິກ 2018.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເປນ ທ່ານ​ເປ​ໂດ​ຣ ແຊນ​ເຈ​ສ ກ່າວ​ຄຳ​ປາ​ໄສ ທີ​ພະ​ລາດ​ຊະ​ວັງ​ມົງ​ກ​ລົວ ໃນ​ນະ​ຄອ​ນາ​ມາດ​ຣິດ ປະ​ເທດ​ສະ​ເປນ ວັນ​ທີ 24 ພະ​ຈິກ 2018.

ປະ​ທານສະ​ພາ​ຢູ​ໂຣບ ທ່ານດໍ​ໂນ​ລ ທັ​ສ​ກ໌ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ​ະ​ເປນ
ທ່ານ​ເປ​ໂດ​ຣ ແຊນ​ເຈ​ສ ໄດ້​ເຫັ​ນ​ພ້ອມ​ນຳກັນ ໃນ​ວັນ​ເສົາ​ວານ​ນີ້ ກ່ຽວ​ກັບ
​ອະ​ນາ​ຄົດ​ຂອງ​ຈີບ​ຣາ​ລ​ຕາ​ຣ(Gibraltar) ຍົກຍ້າຍອຸບປະສັກທີ່​ສຳ​ຄັນ​ອອກ
ນຶ່ງ​ມື້​ກ່ອນ​ກອງ​ປະ​ຊຸມ​ສະ​ຫະ​ພາບ​ຢູ​ໂຣ​ບ ທີ່​ຕັ້ງ​ໃຈ​ວ່າຈະເຫັນ​ພ້ອມ​ກັບ​ຂໍ້
​ຕົກ​ລົງ Brexit​ຂອງ​ອັງ​ກິດ.

ສະ​ເປນ​ໄດ້​ຮຽກ​ຮ້ອງ​ໃຫ້​ປ່ຽນ​ແປງ​ຂໍ້​ຕົກ​ລົງ ແລະ​ໃຫ້ປະ​ກອບ​ດ້ວຍການ​
ປະ​ກາດ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ໃໝ່​ຂອງ​ຢູ​ໂຣບ-​ອັງ​ກິດ ເພື່ອ​ສ້າງຄວາມ
ກະຈ່າງແຈ້ງກ່ຽວກັບ​ອະນາ​ຄົດ​ຂອງ​ ຈີ​ບ​ຣາ​ຕາ​ຣ ທີ່​ໄດ້​ຍິ​ນ​ຍອມ​ໃຫ້​ແກ່
​ອັງ​ກິດ​ໃນ​ປີ 1713 ແຕ່​ກໍຍັງອ້າງວ່າ​ເປັນຂອງ​ສະ​ເປນຢູ່ ທີ່​ຈະຖືກ​ຕັດ​ສິນ
​ໃຈໂດຍ​ກົງ​ລະວ່າງ ມາດ​ຣິດ ກັບ​ ​ລອນດອນ.

ທ່ານ​ ແຊນ​ເຈ​ສ ໄດ້​ເຕືອນ​ວ່າ​ ທ່ານ​ອາດຈະ ບອຍ​ຄັອດ ກອງ​ປະ​ຊຸມ​ສຸດ
ຍອດ​ໃນ​ວັນ​ອາ​ທິດ​ມື້​ນີ້ ຖ້າ​ຫາກ​ລອນດອນ ແລະ​ສະ​ມາ​ຊິກ​ສະຫະພາບ
ຢູ​ໂຣບ ບໍ່​ຢັ້ງ​ຢືນ​ສິດ​ທິ​ປະ​ເທດ​ຂອງທ່ານ ໃນການຍັບ​ຢັ້ງ​ກ່ຽວ​ກັບ​ຂໍ້​ຕົກ​ລົງໃດໆໃນອະ​ນາ​ຄົດ​ ທີ່​ພົວ​ພັນ​ກັບ ​ຈີບ​ຣາ​ລ​ຕາ​ຣ.

ຂໍ້​ຕົກ​ລົງດັ່ງກ່າວ ​ໄດ້ຮັບການ​ບັນ​ລຸ ​ຫຼັງ​ຈາກບັນ​ດາ​ຜູ້​ເຈ​ລະ​ຈາ​ອັງ​ກິດ
ແລະ​ສະ​ເປນ ໄດ້​ສົນ​ທະ​ນາ​ຕະ​ຫຼອດ​ຄືນ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສະຫະພາບ
ຢູ​ໂຣບ.

ທ່ານ​ແຊນ​ເຈ​ສ​ກ່າວ​ວ່າ ຂໍ້​ຕົກ​ລົງດັ່ງກ່າວ "ຈະ​ອະ​ນຸ​ຍາດ​ໃຫ້​ພວກ​ເຮົາ​
ມີ​ການ​ຕໍ່​ລອງໂດຍ​ກົງກັບ​ອັງ​ກິດ ທີ່​ພົວ​ພັນ​ກັບ​ຈີບ​ຣາ​ລ​ຕາ​ຣ" ແລະ​
ເພີ້ມ​ໃສ່ວ່າ ສະ​ເປນ​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ກັບ​ການ​ລ​າ​ອອກຂອງ​
ອັງ​ກິດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ທ່ານ​ນາງ​ເທີ​ຣີ​ຊາ ເມ ກ່າວ​ກ່ຽວກັບຂໍ້​ຕົກ​
ລົງນັ້ນວ່າ "ຂ້າ​ພະ​ເຈົ້າ​ຈະ​ຢືນ​ຢູ່​ຄຽງຂ້າງ ຈີບ​ຣາ​ລ​ຕາ​ຣ​ ສ​ະ​ເໝີ​ໄປ​. ທ່າ​
ທີ​ຂອງ​ອັງ​ກິດ​ກ່ຽວ​ກັບອະ​ທິ​ປະ​ໄຕ​ຂອງ​ ຈີບ​ຣາ​ຕາ​ຣ ​ບໍ່​ໄດ້​ມີ​ການ​ປ່ຽນ
​ແປງ ແລະ​ຈະ​ບໍ່​ປ່ຽນ​ແປງ.”

ຫົວ​ໜ້າ​ສະ​ຫ​ະ​ພາບຢູ​ໂຣບ ທ່ານ​ຈິນ ຄ​ລອດ ຈັງ​ເກີ​ຣ ກ່າວ​ເຖິງ​ຂໍ້​ຕົກ
ລົ​ຫຼັງ​ຈາກກອງ​ປະ​ຊຸມ​ກັບ​ ທ່ານ​ແຊນ​ເຈ​ສວ່າ​ ຄວາມ​ສາ​ມະ​ຄີ ແລະ​ການ​
ສົນ​ທະ​ນາ​ໄດ້ ເປັນໄປ“ຕາມແບບຢູ​ໂຣບໃນ​ການ​ຊອກ​ຫາ​ທາງ​ແກ້​ໄຂ
ບັນຫາ.”

ສະ​ເປນ​ປັດ​ຈຸ​ບັນ​ນີ້​ ບໍ່​ມີ​ອຳ​ນາດຢັບ​ຢັ້ງ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ລາ​ອອກຂອງ
​ອັງ​ກິດ ຊຶ່ງ​ບໍ່​ຈຳເປັນຈະຕ້ອງ​ຖືກ​ຮັບ​ຮູ້​ຢ່າງ​ເປັນ​ເອກ​ກະ​ສັນ ແຕ່​ຈະ​ປ້ອງ​
ກັນ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ​ໃດໆ​ລະ​ຫວ່າງ​ອັງ​ກິດ ກັບສະ​ຫ​ະ​ພາບ​ຢູ​ໂຣບ ທີ່​ຈຳເປັນຕ້ອງໄດ້ມີ​ການ​ຮັບ​ຮອງເຫັນດີ​ຈາກ​ບັນ​ດາ​ສະ​ມາ​ຊິກ​ອີຢູ ທັງ​ໝົດ
27 ປະ​ເທດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG