ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດສະເປກເອັກສ໌ ສົ່ງຍານອະວະກາດຫຼ້າສຸດ ຂຶ້ນສູ່ວົງໂຄຈອນ ສໍາລັບອົງການ NASA

ຈະຫຼວດ Falcon 9 ພ້ອມດ້ວຍຍານອະວະກາດດຣາກອນຂອງບໍລິສັດ ຖືກ​ສົ່ງຈາກຖານປ່ອຍ 39A ພ້ອມດ້ວຍພະ​ນັກ​ງານ 4 ຄົນ ຢູ່ທີ່ສູນກາງອະວະກາດເຄັນເນດີ ຂອງອົງການ NASA ໃນແຫຼມຄານາເວີຣາລ, ລັດຟລໍຣິດາ, ໃນຕອນເຊົ້າໆຂອງວັນທີ 2 ມີນາ 2023.

ບໍລິສັດສເປກເອັກສ໌ ຂອງທ່ານອີລອນ ມັສ ໄດ້ສົ່ງພະ​ນັກ​ງານ 4 ຄົນເດີນທາງໄປສະຖານີອະວະກາດນານາຊາດ ໃນຕອນເຊົ້າ​ມືດ ຂອງວັນພະຫັດມື້ນີ້ໂດຍ​ມີນັກເຫາະ​ຈັກ​ກະ​ວານຂອງຣັດເຊຍ ນຶ່ງຄົນ ແລະນັກບິນອະວະກາດຂອງສະຫະ ລັດ ອາຣັບ ເອເມິເຣັ​ສ ເຂົ້າຮ່ວມກັບນັກ​ບິນ​ອະ​ວະ​ກາດຂອງອົງການ NASA ອີກສອງຄົນ ໃນການບິນຄັ້ງນີ້, ອີງຕາມລາຍງານຂອງອົງການຂ່າວ Reuters.

ຍານສົ່ງ​ຂອງສະເປກເອັກສ໌ ທີ່ປະກອບດ້ວຍຈະຫຼວດ Falcon 9 ແລະ​ມີ​ ແຄບຊູລ ດຣາກອນ ​ທີ່ດໍາເນີນງານແບບອິດສະຫຼະ ເຊິ່ງຮ້ອງວ່າ ເອັນແດເວີ, ຖືກຍິງຂຶ້ນໄປໃນເວລາ 12:34 ຕອນເຊົ້າ ຕາມເວລາທາງທິດຕາເວັນອອກຂອງ
ສະ​ຫະ​ລັດ ຈາກສູນ​ກາງ​ອະ​ວະ​ກາດເຄັນເນດີຂອງອົງການ NASA ໃນແຫຼມຄານາເວີຣາລ, ລັດຟລໍຣິດາ.

ຊ່ວງເວລາຂອງການເປີດເຜີຍນີ້ ສະແດງໃຫ້ເຫັນເສັ້ນທາງທີ່ຈະຫຼວດ ຟອລຄອນ 9 ພ້ອມດ້ວຍຍານອະວະກາດ ຄຣີວ ດຣກອນຂອງບໍລິສັດ ຍິງອອກຈາກຖານສົ່ງຍານອະວະກາດ 39A ແລະຄະນະຈຸບິນອີກ 6 ຄົນ ຢູ່ທີ່ສູນກາງຍານອະວະກາດເຄັນເນດີ ໃນແຫຼມຄານາເວີຣາລຂອງອົງການ NASA, ລັດຟລໍຣິດາ, ໃນຕອນເຊົ້າໆຂອງວັນທີ 2 ມີນາ 2023.

ມີການອອກອາກາດສົດທາງເວັບໄຊທ໌ຂອງອົງການ NASA ເຊິ່ງໄດ້ສະແດງໃຫ້ເຫັນຍານອະວະກາດທີ່ມີຄວາມສູງເທົ່າກັບອາຄານ 25 ຊັ້ນ ຄ່ອຍໆທະ​ຍານຂຶ້ນໄປຈາກຫໍປ່ອຍ ໃນຂະນະທີ່ເຄື່ອງຈັກ Merlin 9 ເຄື່ອງ ສົ່ງສຽງດັງກ້ອງ ຄືມີຊີວິດ ຢູ່ໃນກຸ່ມເມກຂອງອາຍນໍ້າ ແລະສີແດງຂອງກ້ອນໄຟທີ່ແຈ້ງຂຶ້ນຢູ່ໃນທ້ອງ ຟ້າຂອງຕອນເຊົ້າມືດ.

ການຍິງສົ່ງດັ່ງກ່າວຄາດວ່າຈະຜັກດັນໃຫ້ຍານອະວະກາດດຣາກອນບິນໂຄຈອນດ້ວຍຄວາມໄວ 28,164 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງເປັນຄວາມໄວກວ່າສຽງຮອດ 22 ເທົ່າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG