ບໍລິສັດ SpaceX ໄດ້ຍິງຈະຫຼວດຂອງຕົນ ເພື່ອນຳເອົາດາວທຽມຊຸດທີ 3 ຈຳນວນ 60 ໜ່ວຍ ທີ່ມີຊື່ວ່າ Starlink ຂຶ້ນສູ່ອະວະກາດ ໃນຄ່ຳຄືນວັນຈັນວານນີ້ ຫຼາຍກວ່າ 7 ເດືອນຫຼັງຈາກທີ່ໄດ້ນຳສົ່ງຊຸດທີນຶ່ງ ຂຶ້ນສູ່ອະວະກາດໄປແລ້ວນັ້ນ.
ການຍິງດັ່ງກ່າວ ຢູ່ທີ່ຖານຍິງ Cape Canaveral ໃນລັດຟລໍຣີດາ ເປັນພາສ່ວນນຶ່ງໃນຄວາມພະຍາຍາມຂອງບໍລິສັດ SpaceX ທີ່ຈະນຳເອົາດາວທຽມທັງຫຼາຍ ຂຶ້ນສູ່ວົງໂຄຈອນຊັ້ນບັນຍາກາດຕ່ຳຂອງໂລກ ເພື່ອໃຫ້ດຳເນີນງານໄດ້ ກ່ອນທ້າຍປີນີ້.
ຫຼັງຈາກທີ່ໄດ້ປ່ອຍດາວທຽມດັ່ງກ່າວ ທີ່ປົກປ້ອງດ້ວຍອຸປະກອນເຮັດດ້ວຍແຜ່ນເລັກໃນລະຫວ່າງການຍິງຂຶ້ນນັ້ນບໍລິສັດ SpaceX ກໍໄດ້ຄວບຄຸມຈະຫຼວດທ່ອນ ທີນຶ່ງ Falcon 9 ໃຫ້ລົງຈອດຢູ່ເທິງ ກຳປັ່ນຖານຈອດທີ່ເອີ້ນວ່າ “Of Course I Still Love You” ແປວ່າ ແມ່ນແທ້ ຂ້ອງຍັງງຮັກເຈົ້າຢູ່” ທີ່ລ່ອງຢູ່ໃນມະຫາສະໝຸດແອັດແລນຕິກນັ້ນ ໄດ້ຢ່າງສຳເລັດຜົນ.
ອັນທີ່ເອີ້ນວ່າ Starlink ຂອງບໍລິສັດ SpaceX ທີ່ເປັນກຸ່ມຂອງດາວທຽມຫຼາຍພັນໜ່ວຍ ນັ້ນ ແມ່ນມີຈຸດປະສົ່ງເພື່ອສົ່ງສັນຍານຄື້ນຄວາມຖີ່ຕ່າງໆ ສຳລັບອິນເຕີເນັດ ໃນທົ່ວໂລກ ຊຶ່ງຈະສ້າງລາຍຮັບໄດ້ ເພື່ອເປັນທຶນໃນການພັດທະນາຈະຫຼວດ ຂອງຜູ້ອຳນວຍການໃຫຍ່ ບໍລິສັດ SpaceX ທ່ານອີລອນ ມັສ ທີ່ສາມາດບັນທຸກເຄື່ອງໜັກໄປຍັງດາວພະອັງຄານໄດ້ ໂດຍເອີ້ນມັນ ວ່າ Starship.
SpaceX launched its third batch of 60 Starlink satellites on Monday night,more than sevenmonths after sending the first group into space.
The launch at Cape Canaveral, Florida is part of Space X effort to get low earth obit satellites into space to become operational before year's end.
Following the release of the fairing that protects the satellites during launch, SpaceX successfully landed its Falcon 9's first stage rocket on the "Of Course I Still Love You" droneship stationed in the Atlantic Ocean. ((:29))
Space X so-called Starlink grouping of thousands of satellites are intended to beam broadband Internet globally, generating the cash to fund development of CEO Elon Musk's heavy-lift Mars rocket dubbed Starship.