ບໍລິສັດ SpaceX ຍັງສືບຕໍ່ ຕົກເປັນຫົວຂໍ້ຂ່າວໃຫຍ່ ໃນປີ 2018 ແລະບໍລິສັດດັ່ງກ່າວ ໄດ້ທຳລາຍສະຖິຕິຂອງຕົນ ເປັນເທື່ອທຳອິດ ໃນປີ 2017 ເວລາບໍລິສັດໄດ້ສົ່ງຈະຫຼວດຂຶ້ນສູ່ອະວະກາດກາຍ 18 ເທື່ອ ຄືໃນວັນອາທິດແລ້ວບໍລິສັດ SpaceX ໄດ້ສົ່ງຈະຫຼວດລູກນຶ່ງຂຶ້ນສູ່ອະວະກາດ ຊຶ່ງໃນເທື່ອນີ້ແມ່ນ ໄດ້ບັນທຸກອຸບປະກອນ ທີ່ສຳຄັນ ທາງດ້ານຄວາມໝັ້ນຄົງ ແຫ່ງຊາດ. Arash Arabasadi ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄພສານ ຈະນຳເອົາລາຍລະອຽດ ມາສະ ເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານກຳລັງເບິ່ງບໍລິສັດ SpaceX ສ້າງປະຫວັດສາດ ທີ່ສຳຄັນອີກຄັ້ງນຶ່ງ. ໃນຕົ້ນເດືອນນີ້ ບໍລິສັດອະວະກາດເອກກະຊົນ ແລະການເດີນທາງໃນອະວະກາດໄດ້ທຳລາຍສະຖິຕິຕົນ ໃນປີ 2017 ເວລາບໍລິສັດດັ່ງກ່າວ ໄດ້ສົ່ງຍານຂຶ້ນ ສູ່ອະວະກາດເປັນຄັ້ງທີ 19.
ທີ່ແຫຼມຄານາເວຣານ ໃນລັດຟລໍຣິດາ ເມື່ອວັນອາທິດແລ້ວນີ້ ບໍລິສັດ SpaceX ໄດ້ກ້າວໄປເຖິງບາດລ້ຽວທີ່ສຳຄັນ ອີກບາດລ້ຽວນຶ່ງ ໂດຍການສົ່ງຈະຫຼວດທີ່ບັນທຸກດາວທຽມບອກທິດທາງຂອງກອງທັບສະຫະລັດ. ມັນເປັນການປະຕິບັດງານເທື່ອທຳອິດ ທີ່ກ່ຽວພັນໃນດ້ານຄວາມໝັ້ນຄົງແຫ່ງຊາດ ໂດຍບໍລິສັດທີ່ເປັນເຈົ້າຂອງໂດຍມະຫາເສດຖີພັນລ້ານແທັສລາ ທ່ານອີລອນ ມັສ.
ຢູ່ເທິງຈະຫຼວດຟອລກັນ 9 ດັ່ງກ່າວ ແມ່ນດາວທຽມບອກທິດທາງມູນຄ່າ 500 ລ້ານໂດລາ ທີ່ສ້າງໂດຍບໍລິສັດ ລັອກຮີດ ມາຕິນ. ຈະຫຼວດລູກນີ້ ຖືກສົ່ງຂຶ້ນສູ່ອະວະກາດ ໃນຕອນເຊົ້າ ເວລາ 8 ກັບ 51 ນາທີ ຕາມເວລາທ້ອງຖິ່ນໃນນະຄອນຫຼວງວໍຊິງຕັນ.
ສຽງຂອງຊາຍຄົນນຶ່ງ ທີ່ກ່າວເຖິງ ການສົ່ງຈະຫຼວດ ຂອງບໍລິສັດ SpaceX ວ່າ “ແລະພວກເຮົາເລີ້ມຕົ້ນຢູ່ໜີ້ ພວກເຮົາໄດ້ສົ່ງຈະຫຼວດຟອລກັນ 9 ດ້ວຍຄວາມສຳເລັດຜົນ ຊຶ່ງໄດ້ບັນທຸກລະບົບ GPS 3 ບອກທິດທາງຍານອະວະກາດໄປສູ່ການປ່ຽນວົງໂຄຈອນ. ພວກເຮົາຫາກໍສົ່ງຈະຫຼວດຍັງບໍ່ຮອດນຶ່ງນາທີ ແລະພວກເຮົາກຳລັງກະກຽມໄປສູ່ຈຸດສູງສຸດໃນການກົດດັນຂອງອະວະກາດ ຊຶ່ງຮູ້ກັນໃນຊື່ Maximum Q.”
ບໍລິສັດ SpaceX ໄດ້ໃຊ້ເວລາຫຼາຍໆປີ ເພື່ອຈະເຈົ້າເຂົ້າຫາຕະຫຼາດທີ່ມີກຳໄລງາມໃນການສົ່ງຍານອະວະກາດຂອງທາງກອງທັບ ທີ່ຄອບງຳໂດຍບໍລິສັດລັອກຮີດແລະໂບອີ້ງນັ້ນ.
“ການແຍກຕົວຂອງທ່ອນຈະຫຼວດ ແມ່ນໄດ້ຮັບການຢືນຢັນແລ້ວ.
ການສົ່ງຈະຫຼວດ ທີ່ສຳເລັດຜົນໃນວັນອາທິດແລ້ວ ໄດ້ເຮັດໃຫ້ບໍລິສັດ SpaceX ສາມາດຄອບຄອງວົງໂຄຈອນ ຮ່ວມກັນກັບບໍລິສັດຊຶ່ງຕາມປົກກະຕິແລ້ວ ເປັນຜູ້ນຳທາງດ້ານອຸດສາຫະກຳໃນການຜະລິດແລະສົ່ງອຸບປະກອນທາງດ້ານທະຫານຂຶ້ນສູ່ອະວະກາດ.
SpaceX continues making news in 2018.The company first broke its own record from 2017 when it passed 18 launches in year.On Sunday, from Cape Canaveral, Florida, SpaceX launched another record-setting rocket… this one for U.S. national security.Arash Arabasadi reports.
"3, 2, 1… Ignition.Liftoff.Merry Christmas..."
You are watching SpaceX make history once again.Earlier this month, the private aerospace manufacturer and space travel company broke its own record from 2017 when it launched a 19th craft into space.
Sunday at Cape Canaveral in Florida, the company reached another milestone by launching a rocket carrying a U.S. military navigation satellite.It was the first mission with national security implications from the company owned by billionaire Tesla mogul, Elon Musk.
Aboard this Falcon 9 rocket is a roughly $500-million GPS satellite built by Lockheed Martin.The rocket launched in the morning at 8:51 am local time.
"And here we go.We've had a successful liftoff of the Falcon 9 vehicle carrying the GPS 3 space vehicle into transfer orbit.We're a little bit less than a minute into our launch, and we're preparing for that point of maximum aerodynamic pressure known as Maximum Q ((maximum aerodynamic pressure.
SpaceX spent years trying to break into the lucrative market of military space launches dominated by Lockheed and Boeing.
"Stage separation confirmed."
Sunday's successful launch thrusts SpaceX into a shared orbit with the industry's traditional leaders in military flight and hardware.