ຄົນເດີນທາງໃນທຸກມື້ນີ້ ບໍ່ວ່າຈະໄປທາງບົກ, ທາງນໍ້າ ຫຼຼືທາງອາກາດ ກໍຕາມ ລ້ວນແຕ່
ຈະອາໄສລະບົບນໍາທາງທີ່ຕັ້ງຢູ່ໃນດາວທຽມ ຊຶ່ງມັກເອີ້ນກັນວ່າ GPS, ຊຶ່ງໂຕອັກສອນ
G ມາຈາກຄໍາວ່າ Global ຫລືໂລກ. ພວກນັກວິທະຍາສາດທີ່ອົງການຄຸ້ມຄອງການບິນ
ແລະອາວະກາດ ຫລື NASA ຈະເລີ້ມທໍາການທົດລອງໃນໄວໆນີ້ ເພື່ອແນໃສ່ ປ່ຽນ
ຈາກ Global ຫລືໂລກ ມາເປັນ Galactic ຫລືກາເລັກຊີ. ແລະເນື່ອງຈາກເຫດຜົນນີ້
ພວກເຂົາເຈົ້າຈຶ່ງມີແຜນ ທີ່ຈະໃຊ້ດວງດາວນີວຕຣອນ ທີ່ເອີ້ນກັນວ່າ pulsars ຫລື
ແຫລ່ງພະລັງງານວິທະຍຸຢູ່ໃນກາລັກຊີ ເປັນໄຟນໍາທາງບອກທີ່ໝາຍ. George Putic
ຈາກ VOA ໄດ້ໄປຢ້ຽມຢາມສູນກາງການບິນ Goddard ຂອງອົງການ NASA ເພື່ອ
ໂອ້ລົມກັບນັກດາລາສາດຟີຊິກ ທີ່ມີສ່ວນກ່ຽວຂ້ອງກັບໂຄງການດັ່ງກ່າວ.
ການສົ່ງຍານອາວະກາດບັນທຸກສິນຄ້າ Dragon ໄປຫາສະຖານີອາວະກາດສາກົນ
ອາດຈະນໍາໄປບັນທຶກຢູ່ໃນປະຫວັດສາດຂອງການຄົ້ນຄວ້າກ່ຽວກັບອາວະກາດວ່າ
ເປັນການເລີ້ມຕົ້ນຂອງລະບົບນໍາທາງຢູ່ລະຫວ່າງດວງດາວ ໃນອະນາຄົດ.
ພ້ອມໆກັບການສະໜອງສິນຄ້າໃໝ່ໆໃຫ້, ຍານ Dragon ໄດ້ບັນທຸກກ້ອງສ່ອງໂທລະ
ພາບພິເສດ ທີ່ເອີ້ນກັນວ່າການຄົ້ນພົບສິ່ງປະກອບຢູ່ພາຍໃນດວງດາວນີວຕຣອນ
(Neutron Star Interior Composition Explorer) ຫລື NICER ທີ່ຈະໃຊ້ເບິ່ງ
ດວງດາວທີ່ລຶກລັບພວກນີ້ຢ່າງລະອຽດກວ່າເກົ່າ.
ດວງດາວພວກນີ້ນ້ອຍ ມັນມີເສັ້ນຜ່າໃຈກາງປະມານ 15 ຫາ 20 ກິໂລແມັດ ແຕ່ ກໍສາມາດບັນຈຸສິ່ງຂອງທີ່ມີນໍ້າໜັກຫລາຍເຖິງສອງເທື່ອຂອງນໍ້າໜັກທີ່ຕາເວັນຂອງ
ພວກເຮົາ ຊຶ່ງເຮັດໃຫ້ມັນມີຄວາມໜາແໜ້ນຫລາຍເຖິງຂັ້ນວ່າ ວັດຖຸຂອງດາວນີວ
ຕຣອນ ໜຶ່ງບ່ວງໜັກປະມານ 10 ລ້ານໂຕນ. ທ່ານ ZAVEN ARZOUMANIAN
ຮອງຫົວໜ້ານັກຄົ້ນຄວ້າ ທີ່ໜ່ວຍປະຕິບັດງານ NICER ກ່າວວ່າ:
"ຢູ່ໃນຄວາມໜາແໜ້ນປະເພດເຫລົ່ານັ້ນ ພວກເຮົາບໍ່ຮູ້ວ່າວັດຖຸມີປະຕິກິລິຍາແນວ
ໃດ,ພວກເຮົາບໍ່ຮູ້ວ່າວັດຖຸນັ້ນແມ່ນຫຍັງກັນແທ້ ສະນັ້ນ ພວກເຮົາຈຶ່ງບໍ່ຮູ້ວ່າ ດາວ
ນີວຕຣອນເຮັດດ້ວຍຫຍັງ ພວກເຮົາບໍ່ຮູ້ອີກວ່າແມ່ນຫຍັງເຂົ້າໄປຢູ່ໃນດາວພວກນີ້ຊໍ້າ."
ແຕ່ວ່າ ພວກດາວນີວຕຣອນກໍແມ່ນມີລັກສະນະທີ່ໜ້າສົນໃຈ ແລະເປັນປະໂຫຍດຢູ່.
ນັບຕັ້ງແຕ່ຂົ້ວເໜືອຫາຂົ້ວໃຕ້ ຂອງດາວໜ່ວຍນີ້ ມັນໄດ້ປ່ອຍເລົາແສງແວວວາວ
ເຫລື້ອມໆ ເອັກສເຣ ອອກມາ. ເວລາມັນປິ່ນຢ່າງໄວໆ ດ້ວຍຄວາມໄວຢ່າງສະມໍ່າສະ
ເໝີ ຖ້າຫາກເລົາແສງເຫລົ່ານັ້ນ ສົ່ງແສງເຫລື້ອມມາທິດທາງຂອງພວກເຮົາ ພວກເຮົາ
ກໍຈະ “ເຫັນວ່າ” ມັນເປັນເລົາແສງທີ່ເຕັ້ນເປັນຈັງຫວະ.
ເວລາທີ່ຄົງຕົວຢູ່ຢ່າງດີເລີດຂອງສັນຍານພວກນັ້ນ ແລະເນື່ອງຈາກວ່າຕົວຈິງແລ້ວ
ພວກມັນຢູ່ໃນທ່າທີ່ຕັ້ງຄົງຕົວໃສ່ກັບໜ່ວຍໂລກ, ຈຶ່ງເຮັດໃຫ້ດາວເຫລົ່ານີ້ເປັນຄ້າຍຄື
ກັນກັບດາວທຽມຂອງ GPS.
ໃນການທົດລອງທີ່ມີຊື່ຫລິ້ນວ່າ SEXTANT ນັ້ນ ພວກນັກວິທະຍາສາດ ຈະຄົ້ນພົບ
ຄວາມເປັນໄປໄດ້ໃນການໃຊ້ pulsars ຫລືແຫລ່ງພະລັງງານວິທະຍຸຢູ່ໃນກາລັກຊີ
ສໍາລັບການນໍາທາງຢູ່ລະຫວ່າງດວງດາວໄດ້ຢ່າງແມ່ນຢໍາ.
ທ່ານ JASON MITCHELL ຜູ້ຈັດການໂຄງການ ຂອງໜ່ວຍດໍາເນີນງານ
SEXTANT ກ່າວວ່າ:
"ເຮົາມັກຈະໄດ້ຍິນຄົນເອີ້ນດາວທຽມ ແລະ GPS ວ່າ ອົງປະກອບຂອງອາວະກາດ
ໂດຍທີ່ວ່າອົງປະກອບຂອງອາວະກາດສໍາລັບເຮົາແລ້ວ ແມ່ນກາຍເປັນ pulsars
ຫລືແຫລ່ງພະລັງງານວິທະຍຸຢູ່ໃນກາລັກຊີເອງ. ສະນັ້ນພວກມັນຈຶ່ງໄດ້ກາຍມາ
ເປັນໂມງປະຣະມະນູຂອງພວກເຮົາ. ສັນຍານຂອງພວກມັນ ແມ່ນມີລັກສະນະພິ
ເສດ ມັນມີຮອຍມືທີ່ມີລັກສະນະພິເສດຂອງມັນເອງ, ແລະພວກເຮົາກໍສາມາດທີ່
ຈະກວດເບິ່ງສິ່ງເຫລົ່ານັ້ນໄດ້ ແລ້ວສ້າງສັນຍານນີ້ຄືນໃໝ່ໄດ້ ແລະເຮັດໃຫ້ມັນເປັນ
ສິ່ງວັດແທກເພື່ອເຮັດໃຫ້ການນໍາທິດທາງຖືກຕ້ອງ ແລະທັນການໄດ້."
ສໍາລັບນັກອາວະກາດໃນອະນາຄົດທີ່ເດີນທາງໄປຫາດາວນົບພະເຄາະດວງອື່ນໆ ນັ້ນ
ການຂາດການສື່ສານກັບໜ່ວຍໂລກ ຈະເປັນອັນຕະລາຍຮ້າຍແຮງ. ສະນັ້ນ ການທີ່
ເຂົາເຈົ້າສາມາດຊອກຮູ້ທີ່ຕັ້ງຂອງຕົນໄດ້ຢ່າງຊັດເຈນ ຈຶ່ງສໍາຄັນຫລາຍທີ່ສຸດ.
ໂຄງການ NICER/SEXTANT ແມ່ນຖືກສ້າງຂຶ້ນມາໂດຍອົງການ NASA ທີ່ຮ່ວມມືກັບນັກວິທະຍາສາດຈາກສະມາຄົມຂອງມະຫາວິທະຍາໄລຄົ້ນຄວ້າອາວະກາດ ທີ່ບໍ່
ມີຜົນກໍາໄລ. ຄາດກັນວ່າ ມັນຈະດໍາເນີນໄປເປັນເວລາຢ່າງໜ້ອຍ 18 ເດືອນ ກ່ອນທີ່
ຈະມີການເປີດກ້ອງສ່ອງທາງໄກ ໃຫ້ນັກຄົ້ນຄວ້າຢູ່ທົ່ວໂລກໄດ້ໃຊ້.
ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ