ກ້ອງຊ່ອງໂທລະທັດທີ່ກ້າວໜ້າທີ່ສຸດຂອງໂລກສຳລັບອາວະກາດ ທີ່ອົງການຄຸ້ມ
ຄອງການບິນ ແລະອາວະກາດ ຫລື NASA ຂອງສະຫະລັດມີແຜນທີ່ຈະເລີ້ມເອົາ
ມານໍາໃຊ້ໃນທ້າຍປີໜ້າ ກໍາລັງຈະໄດ້ຜ່ານການທົດສອບສໍາຄັນອີກຄັ້ງນຶ່ງ ຊຶ່ງຄັ້ງນີ້
ແມ່ນຈະຢູ່ໃນຫ້ອງທີ່ມີຄວາມສາມາດສ້າງໃຫ້ມີອຸນຫະພູມທີ່ຢູ່ຊັ້ນເລິກໆ ຂອງອາວະກາດຂຶ້ນມາ. George Putic ນັກຂ່າວວີໂອເອ ລາຍງານວ່າການທີ່ກ້ອງຊ່ອງໂທລະ
ທັດສາມາດປະຕິບັດງານໄດ້ໃນສະພາບທີ່ໜາວສຸດຂີດ ຈະເຮັດໃຫ້ມັນສາມາດກັບ
ຄືນໄປຫາໂລກສະໄໝກ່ອນ ແລະເບິ່ງວ່າໜ່ວຍໂລກໄດ້ຖືກສ້າງຂຶ້ນແນວໃດໃນຕອນ
ທໍາອິດ ທີ່ຢູ່ໄລຍະຫລາຍຕື້ປີກ່ອນ. ບົວສະຫວັນ ມີລາຍລະອຽດເລຶ່ອງນີ້ມາສະເໜີ
ທ່ານໃນອັນດັບຕໍ່ໄປ.
ອີງຕາມສູນກາງການບິນອາວະກາດ Goddard ຂອງ NASA ແລ້ວແມ່ນວ່າ ປະ
ມານສອງອາທິດ ພາຍຫລັງທີ່ໄດ້ຖືກສົ່ງຂຶ້ນໄປ ຊຶ່ງກຳນົດໃສ່ໃນເດືອນຕຸລາ ປີ 2018
ນີ້ແລ້ວ, ກ້ອງຊ່ອງໂທລະທັດ James Webb ຈະໄປຕັ້ງທ່າຢູ່ໃນບ່ອນທີ່ເອີ້ນວ່າ ຈຸດ Lagrange ທີສອງ ຊຶ່ງມີໄລຍະຫ່າງຈາກໜ່ວຍໂລກໄປ 1 ລ້ານ 5 ແສນ ກິໂລແມັດ
ບ່ອນທີ່ແຮງດຶງດູດຂອງດວງຕາເວັນ ກັບໜ່ວຍໂລກ ປະທະກັນໂດຍທີ່ເຮັດໃຫ້ເກືອບ ວ່າບໍ່ມີແຮງດຶງດູດອັນໃດເລີຍ.
ຖ້າຈະທຽບເບິ່ງແລ້ວ ສະຖານີອາວະກາດສາກົນຢູ່ໄກຈາກໜ່ວຍໂລກແຕ່ພຽງ 400
ກິໂລແມັດເທົ່ານັ້ນ.
ກະຈົກ 16 ແຜ່ນຂອງກ້ອງຊ່ອງໂທລະທັດ ທີ່ມີໂລຫະເບົາໆຊຸບດ້ວຍຄໍາເປັນຢ່າງດີ ເພື່ອປ້ອງກັນແສງຕາເວັນ ຈະສາມາດບັນທຶກເອົາແສງແວວວາວ infrared ຂອງ
ເຫດການທີ່ເກີດຂຶ້ນ ໃນຫລາຍພັນລ້ານປີກ່ອນ. ທ່ານ Eric Smith, ຮອງອໍານວຍ
ການຂອງໂຄງການ JWST ອະທິບາຍວ່າ:
“ແລະເພາະສະນັ້ນພວກເຮົາຈຶ່ງຈະເບິ່ງຄືນເພື່ອໃຫ້ເຫັນດາວດວງທໍາອິດ ແລະຈັກກະວານຕ່າງໆ ທີ່ເກີດຂຶ້ນຫລັງສະໄໝລະເບີດໃຫຍ່ ຫລື Big Bang; ຊ່ຶງເວົ້າ
ແທ້ແລ້ວ ແມ່ນເບິ່ງຈັກກະວານທີ່ສະຫວ່າງຂຶ້ນເປັນຄັ້ງທໍາອິດ. ເນື່ອງຈາກວ່າ
ກ້ອງຊ່ອງໂທລະທັດຂອງເຮົາ ແມ່ນກ້ອງໃຊ້ແສງ infrared ມັນຈຶ່ງສາມາດຊ່ອງ
ຜ່ານກ້ອນຂີ້ຝຸ່ນທີ່ກັນແສງໄວ້ນັ້ນໄດ້, ແສງທີ່ເຮົາຫລຽວເຫັນຢູ່ໃນທາງຊ້າງເຜືອກ
ຂອງພວກເຮົາເອງ ແລະຈາກນັ້ນພວກເຮົາກໍເຫັນດວງດາວ ແລະດາວນົບພະເຄາະດວງຕ່າງໆທີ່ເກີດຂຶ້ນຢູ່ໃນກ້ອນຂີ້ເຝື້ອຂອງຂີ້ຝຸ່ນເຫລົ່ານີ້.”
ກ່ອນການເລີ້ມປ່ອຍກ້ອງຊ່ອງໂທລະທັດນີ້ຂຶ້ນສູ່ອາວະກາດ ພວກນັກວິທະຍາສາດ
ຢາກໃຫ້ແນ່ໃຈວ່າ ທຸກພາກສ່ວນຂອງກ້ອງດັ່ງກ່າວ ຕ້ອງພົ້ນຈາກການຖືກກະທົບ
ຈາກການສັ່ນຄອນໃນໄລຍະທີ່ກ້ອງດັ່ງກ່າວກໍາລັງເຄື່ອນຂຶ້ນຈາກຖານປ່ອຍຂອງມັນ
ແລະຍັງຄົງທົນການກົດດັນຂອງອາກາດໄດ້ຢູ່ໃນສະພາບແວດລ້ອມທີ່ໜາວຈັດ
ເພາະວ່າຖ້າຫາກກະຈົກອັນໃດອັນນຶ່ງຫາກບຽງເບນໄປ ມັນອາດເຮັດໃຫ້ພາບທີ່
ຖ່າຍເອົາຄາດເຄື່ອນບໍ່ໄດ້ຮັບຮູບພາບດີ.
ຄວາມສໍາຄັນຂອງກ້ອງຊ່ອງໂທລະທັດໄດ້ເພີ້ມທະວີຂຶ້ນເມື່ອໝໍ່ໆມານີ້ ເມື່ອມີການຄົ້ນ
ພົບດວງດາວນຶ່ງທີ່ຖືກມອງຂ້າມຊື່ TRAPPIST-1 ວ່າມີດາວນົບພະເຄາະເຈັດດວງຢູ່
ໃນນັ້ນ ຊຶ່ງດາວບາງໜ່ວຍໃນນັ້ນແມ່ນຢູ່ໃນເຂດທີ່ສາມາດດໍາລົງຊີວິດຢູ່ໄດ້. ທ່ານ Eric Smith ຈາກໂຄງການ JWST ກ່າວສະຫລຸບວ່າ:
“ພວກເຮົາຈະໃຊ້ກ້ອງຊ່ອງ Webb ຂອງເຮົາເພື່ອສຶກສາຊັ້ນບັນຍາກາດຂອງດາວ
ພະເຄາະເຫລົ່ານັ້ນ ເພື່ອເບິ່ງວ່າມີສ່ວນປະກອບທາດເຄມີອັນໃດແດ່ຢູ່ໃນຊັ້ນບັນ ຍາກາດນັ້ນ. ມັນມີນໍ້າຫລືບໍ່? ບາງເທື່ອກໍເບິ່ງວ່າ ມັນມີທາດໂອໂຊນຫລືບໍ່? ແລະ
ສິ່ງທໍາອິດໃນຫລາຍໆອັນທີ່ກ້ອງຊ່ອງໂທລະທັດຈະເຮັດ ແລະຂ້າພະເຈົ້າແນ່ໃຈວ່າ
ມັນຈະເຮັດກໍຄື ສຶກສາເບິ່ງຊັ້ນບັນຍາກາດເຫລົ່ານີ້ ເພື່ອຊອກເບິ່ງວ່າ ມີບ່ອນໃດ
ທີ່ມີສິ່ງທີ່ມີຊີວິດອາໄສຢູ່ໄດ້.”
ໂດຍທີ່ຖືພັບໄວ້ໃຫ້ພໍດີກັບເນື້ອທີ່ບັນຈຸສິ່ງຂອງທີ່ແຄບໆ ທີ່ຕິດຢູ່ຫົວຈະຫລວດ Ariane
5 ຂອງອົງການອາວະກາດຂອງຢູໂຣບ ກ້ອງຊ່ອງໂທລະທັດໃໝ່ໜ່ວຍນີ້ ຈະຖືກປ່ອຍ
ໃຫ້ຂຶ້ນໄປສູ່ອາວະກາດຈາກສູນອາວະກາດ Kourou ຢູ່ເກາະ Guiana ຂອງຝຣັ່ງໃນ
ອີກ 18 ເດືອນຂ້າງໜ້ານີ້.