ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຊົງຈຳໃນຍຸກສະໄໝ ໂຊຫວຽດ ປັບທັດສະນະຄະຕິ ຂອງສະມາຊິກສະພາຢູໂຣບ ກ່ຽວກັບ ຈີນ ແລະໄຕ້ຫວັນ


ບັນດາສະມາຊິກສະພາກວ່າສິບຄົນຈາກປະເທດຕ່າງໆ ພ້ອມທັງບັນດານັກເຄື່ອນໄຫວຈາກຮົງກົງ, ທິເບດ, ຊິນຈຽງ ເຕົ້າໂຮມກັນໃນນະຄອນຫຼວງໂຣມ ເພື່ອດຶງດູດຄວາມສົນໃຈ ເຖິງປະຫວັດດ້ານສິດທິມະນຸດຂອງຈີນ ໃນຂະນະທີ່ ກອງປະຊຸມສຸດຍອດ G20 ກຳລັງມີຂຶ້ນໃນເດືອນຕຸລາ 2021.
ບັນດາສະມາຊິກສະພາກວ່າສິບຄົນຈາກປະເທດຕ່າງໆ ພ້ອມທັງບັນດານັກເຄື່ອນໄຫວຈາກຮົງກົງ, ທິເບດ, ຊິນຈຽງ ເຕົ້າໂຮມກັນໃນນະຄອນຫຼວງໂຣມ ເພື່ອດຶງດູດຄວາມສົນໃຈ ເຖິງປະຫວັດດ້ານສິດທິມະນຸດຂອງຈີນ ໃນຂະນະທີ່ ກອງປະຊຸມສຸດຍອດ G20 ກຳລັງມີຂຶ້ນໃນເດືອນຕຸລາ 2021.

ທ່ານນາງ ມີຣຽມ ເລັກສ໌ແມນ (Miriam Lexmann) ນຶ່ງໃນບັນດາສະມາຊິກສະພາຫຼາຍສິບຄົນຈາກທົ່ວໂລກຜູ້ທີ່ໄດ້ໄປເຕົ້າໂຮມກັນຢູ່ໃນນະຄອນຫຼວງ ໂຣມ ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາຜູ້ນຳປະເທດອຸດສາຫະກຳ 20 ປະເທດ ຫຼື G-20 ກ່າວວ່າ “ນ້າບ່າວຂອງຂ້ອຍ-ຍາດຕິພີ່ນ້ອງຂອງພໍ່ຕູ້ຂ້ອຍ ເປັນຄຸນພໍ່ສາສະໜາກາໂທລິກ ຜູ້ທີ່ຖືກສົ່ງໄປເຂົ້າສູນອອກແຮງງານ ເມື່ອລະບອບການປົກຄອງຄອມມິວນິສທີ່ໂຫດຮ້າຍປ່າເຖື່ອນ ໄດ້ພະຍາຍາມທີ່ຈະທຳລາຍໂບດທັງໝົດ.”

ຂໍ້ຄວາມຂອງພວກເຂົາສຳລັບບັນດາປະເທດທີ່ຮັ່ງມີທີ່ສຸດຂອງໂລກກໍແມ່ນວ່າ: ໃຫ້ເອົາທ່າທີທີ່ເຂັ້ມແຂງກວ່າເກົ່າຕໍ່ລັດຖະບານ ຈີນ ແລະປົກປ້ອງພວກຄົນທັງຫຼາຍທີ່ຖືກຂົ່ມຂູ່ໂດຍນະໂຍບາຍຂອງ ປັກກິ່ງ ຈາກເຂດຊິນຈຽງ ໄປຫາ ໄຕ້ຫວັນ.

ອັນທີ່ເອີ້ນວ່າ “ກອງປະຊຸມຕອບໂຕ້” ໄດ້ຖືກຈັດຂຶ້ນໂດຍກຸ່ມພັນທະມິດລະຫວ່າງສະພາ ກ່ຽວກັບ ຈີນ ຫຼື IPAC ທີ່ປະກອບດ້ວຍບັນດາສະມາຊິກສະພາຈາກ ກວ່າ 200 ປະເທດທີ່ຫຼາກຫຼາຍເຊັ່ນ ອີຕາລີ ສາທາລະນະລັດເຊັກ, ການາດາ, ແບລຈ້ຽມ, ສະວີດເດັນ, ອູການດາ, ຍີ່ປຸ່ນ, ອິນເດຍ, ອອສເຕຣເລຍ, ອັງກິດ, ໄອຣ໌ແລນ, ຝຣັ່ງ ແລະ ສວິດເຊີແລນ.

ສຳລັບບັນດາສະມາຊິກຂອງປະເທດໃນຢູໂຣບຫຼາຍຄົນ ຜູ້ທີ່ໄດ້ເຂົ້າຮ່ວມນັ້ນ ຮູ້ສຶກເຖິງຄວາມຮີບດ່ວນໃນການໂຕ້ແຍ້ງກັບ ຈີນ ທີ່ເກີດມາຈາກຄວາມຊົງຈຳຂອງການກົດຂີ່ຂົ່ມເຫັງທີ່ຂົມຂື່ນພາຍໃນສະຫະພາບ ໂຊຫວຽດ ທີ່ໄດ້ສິ້ນສຸດລົງໃນປັດຈຸບັນນີ້.

ທ່ານນາງ ແລັກສ໌ແມນ ສະມາຊິກສະພາຂອງຢູໂຣບ ທີ່ເປັນຕົວແທນຂອງ ສໂລວາເກຍ ໄດ້ກ່າວວ່າ ໃນລະຫວ່າງໄລຍະ ໂຊຫວຽດ ຫຼາຍໆຄົນໄດ້ຖືພິຈາລະນາວ່າເປັນໄພອັນຕະລາຍຕໍ່ລະບອບການປົກຄອງດັ່ງກ່າວຢູ່ໃນປະເທດຂອງລາວ ໄດ້ຖືກນຳໄປສູນອອກແຮງງານແຫ່ງຕ່າງໆ.

ທ່ານນາງກ່າວຕໍ່ວີໂອເອໃນການໃຫ້ສຳພາດຜ່ານທາງໂທລະສັບວ່າ “ຫຼາຍຄົນໄດ້ເສຍຊີວິດຢູ່ໃນສູນທັງຫຼາຍ ຍ້ອນສະພາບການທີ່ໂຫດຮ້າຍຢູ່ທີ່ນັ້ນ. ນ້າບ່າວຂອງຂ້ອຍໄດ້ເສຍຊີວິດ ໃນປີ 1952” ສອງປີຫຼັງຈາກທີ່ເພິ່ນໄດ້ຖືກຈັບໂຕໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG