ລິ້ງ ສຳຫລັບເຂົ້າຫາ

ຍານາງສຸວັນຄຳ ທັມມະວົງສາ ນັກຂຽນນະວະນິຍາຍສັ້ນ ເຊື້ອສາຍລາວ ໄດ້ຮັບລາງວັນ Giller Prize ເປັນເງິນ 100,000 ໂດລາການາດາ


ຍານາງສຸວັນຄຳ ທັມມະວົງສາ ນັກຂຽນນະວະນິຍາຍ ໄດ້ຊະນະເລີດ ລາງວັນ Giller Prize ເປັນເງິນ 100,000 ໂດລາການາດາ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ພົບກັນອີກກັບລາຍການຊີວິດຊາວລາວ ຂອງ ວີໂອເອ
ປະຈຳແລງວັນພະຫັດ. ມື້ນີ້ພວກເຮົາພາກພູມໃຈຂໍແນະນໍາໃຫ້ ທ່ານຮູ້ຈັກ ກັບຍານາງ
ສຸວັນຄຳ ທັມມະວົງສາ ສະຕີລາວການາດາ ທີ່ໄດ້ຮັບ ລາງວັນຊະນະເລີດ “Giller Prize”
ປະຈຳປີ 2020 ຂອງປະເທດການາດາ. ຍານາງສຸວັນຄຳ ແມ່ນນັກຂຽນນະວະນິຍາຍ
ເລື້ອງສັ້ນແລະເປັນອາຈານສອນ ການຂຽນແບບມີແນວຄິດປະດິດສ້າງຫຼື creative
writing ຢູ່ມະຫາວິທະຍາໄລ Wilfrid Laurier ທີ່ນະຄອນໂຕຣອນໂຕ. ດ້ວຍເຫດໃດ
ຍານາງສຸວັນຄຳ ຈຶ່ງໄດ້ຮັບລາງວັນກຽດຕິຍົດດັ່ງກ່າວນີ້ ກິ່ງສະຫວັນ ຈະນຳເອົາການ
ໂອ້ລົມມາສະເໜີທ່ານ.

ປື້ມນະວະນິຍາຍເລື້ອງ ອ່ານຄຳວ່າ "Knife" ຢ່າງໃດ
ປື້ມນະວະນິຍາຍເລື້ອງ ອ່ານຄຳວ່າ "Knife" ຢ່າງໃດ

ຢູ່ໃນບັນດາປະເທດອຸດສາຫະກຳທັງຫຼາຍ ວິຊາການຮຽນດ້ານສິນລະປະ ແລະມະນຸດ
ຊາດ ຫຼື Arts and Humanities ແມ່ນຫຼັກສູດສອນໃຫ້ພວກນັກ ຮຽນນັກສຶກສາ ພາ
ກັນຂຽນກາບກອນ ຂຽນເລື້ອງ ແຕ່ງເລື້ອງຕ່າງໆທີ່ລະບາຍອອກມາແບບມີຄວາມຈິງ
ແລະປະປົນກັບຄວາມບໍ່ຈິງ ອັນເປັນຈີນຕະນາການ ຂອງໃຜລາວ. ປະເທດທີ່ອຸດົມຮັ່ງ
ມີ ດ້ານການສຶກສາເຫລົ່ານີ້ ເຂົາເຈົ້າມັກຂຽນ ມັກອ່ານ ແລະສົ່ງເສີມບັນດານັກຂຽນ
ແລະນັກປະພັນເລື້ອງຕ່າງໆ. ລາງວັນ Giller ແມ່ນນຶ່ງໃນລາງວັນທີ່ມີຊື່ສຽງທີ່ສຸດຢູ່ໃນ
ປະເທດການາດາ ທີ່ໄດ້ຕັ້ງຂຶ້ນ ມາໃນປີ 1994 ໂດຍນັກທຸລະກິດ ແຈັກ ຣາບີໂນວິຈ
(Jack Ravinovitch) ເພື່ອໃຫ້ກຽດລະລຶກເຖິງພັນລະຍາຂອງທ່ານ ຄື ຍານາງດໍຣິສ
ກິລເລີ (Doris Giller) ທີ່ໄດ້ລ່ວງລັບໄປແລ້ວນັ້ນ.

ນັບແຕ່ປີ 1994 ລາງວັນຊະນະເລີດ Giller Prize ໄດ້ເລີ້ມຈາກ 25,000 ໂດລາການາ
ດາແລະຫຼັງຈາກນັ້ນຕໍ່ມາໄດ້ເພີ້ມຈຳນວນເງິນຂຶ້ນມາເລື້ອຍໆຈົນມາຮອດປີ 2020 ຕົກ
ເປັນເງິນສົດຢູ່ 100,000 ໂດລາການາດາ ຫຼື 76,567 ໂດລາສະຫະລັດ. ເພາະສະນັ້ນ
ທຸກໆປີບໍລິສັດຈຳໜ່າຍປືຶ້ມເລື້ອງຕ່່າງພາກັນ ສົ່ງຜົນງານຂອງບັນດານັກຂຽນເຂົ້າມາ
ແຂ່ງຂັນຫຼາຍຮ້ອຍຫົວ ຊຶ່ງປີນີ້ມີຢູ່ທັງ ໝົດ 118 ຫົວ. ບັນດາປື້ມເຫລົ່ານີ້ໄດ້ຜ່ານການ
ກວດອ່ານໂດຍຄະນະກຳມະການ ແລະເນື່ອງຈາກມີການລະບາດຂອງໂຄວິດ-19 ພິ
ທີຮັບລາງວັນຜູ້ຊະນະເລີດ ໄດ້ປະກາດຜ່ານທາງໂທລະພາບ ແລະນຳເອົາລາງວັນມາ
ມອບໃຫ້ຢູ່ທີ່ບ້ານ. ຜູ້ຊະນະເລີດ ປີ 2020 ໄດ້ແກ່ຍານາງສຸວັນຄຳ ທັມມະວົງສາ ອາຍຸ
42 ປີ ຊາວການາດາເຊື້ອສາຍລາວໄດ້ຮັບລາງວັນເປັນເງິນສົດ $100,000. ຍານາງ
ສຸວັນຄຳ ແມ່ນນັກຂຽນ ແລະອາຈານສອນ ການຂຽນແບບ ໃຫ້ມີຫົວ ຄິດປະດິດສ້າງ ຫຼື creativewriting ຢູ່ມະຫາວິທະຍາໄລ Wilfrid Laurier ໃນນະຄອນໂຕຣອນໂຕ
(Toronto) ປະເທດການາດາ. ຍານາງສຸວັນຄຳໄດ້ ເລົ່າເຖິງຜົນສຳເລັດ ແລະຊີວິດ
ຄວາມເປັນມາສູ່ວີໂອເອ ຟັງດັ່ງນີ້

“ຂ້າພະເຈົ້າສຳເລັດການສຶກສາປະລິນຍາຕີ ຈາກມະຫາວິທະຍາໄລໂຕຣອນໂຕ ຝ່າຍ
ວັນນະຄະດີພາສາອັງກິດ ແລະຮຽນກ່ຽວກັບດ້ານຄວາມເຊື່ອຖືຂອງມະນຸດ (espiste-
mology) ຄຳຖາມດ້ານສະໝອງຂອງມະນຸດ (metaphysic) ແລະ ພູມີສາດ (geo-
graphy) ແລະສຳເລັດປະລິນຍາໂທຝ່າຍສິນລະປະ (Master of Fine Arts) ຫຼັງຈາກ
ນັ້ນຂ້າພະເຈົ້າໄດ້ໄປເຮັດວຽກເປັນເວລາ 15 ປີ ກ່ຽວ ກັບການຄົ້ນຄວ້າ ຢູ່ອົງການແນະ
ນໍາການລົງທຶນ ແລະໄດ້ຂຽນປື້ມຫ້າຫົວ ຕໍ່ມາ ໄດ້ຖືກເຊີນໃຫ້ໄປສອນຢູ່ຫຼາຍໆມະຫາວິ
ທະຍາໄລ. ວຽກງານການສອນດັ່ງກ່າວ ນີ້ ບໍ່ແມ່ນວຽກຖາວອນ ບາງຄັ້ງກໍພຽງແຕ່ສອນ
ໄຕມາດດຽວເທົ່ານັ້ນ ຫຼືສີ່ເດືອນ ຫານຶ່ງປີ ເພາະສະນັ້ນ ລະຫວ່າງທີ່ບໍ່ໄດ້ສອນ ຂ້າພະ
ເຈົ້າເຮັດວຽກກ່ຽວກັບການ ເກັບຄ່າເສຍພາສີ. ຂ້າພະເຈົ້າເປັນນັກຂຽນມາໄດ້ 25 ປີແລ້ວ
ກ່ອນໄດ້ຮັບລາງ ວັນ Giller. ເນື່ອງຈາກວ່າພໍ່ແມ່ຂອງຂ້າພະເຈົ້າຢ່າຮ້າງກັນ ຂ້າພະ
ເຈົ້າຄິດຮອດ ອາຫານລາວທີ່ແມ່ເຄີຍໄດ້ເຮັດໃຫ້ກິນຢູ່ບ້ານໂດຍສະເພາະປາແດກ. ຂ້າ
ພະເຈົ້າ ບໍ່ພຽງແຕ່ຢາກໃຫ້ຂ້າພະເຈົ້າຮູ້ຄົນດຽວ ແຕ່ຢາກນຳເອົາຊີວິດການເປັນຢູ່ຂອງຄົນ
ລາວມາເວົ້າສູ່ຜູ້ອ່ານໄດ້ຮູ້ນໍາ. ເຮົາບໍ່ເຄີຍເຫັນວັນນະຄະດີຂອງລາວ ຂ້າພະເຈົ້າ ຢາກ
ຂຽນເລື້ອງຂອງຄົນລາວ ເລື້ອງສົງຄາມ ແມ່ນແຕ່ເວລາໄປຮ້ານອາຫານໄທ ເຂົາເຈົ້າມັກ
ໂຄສະນາວ່າແມ່ນອາຫານໄທ ແຕ່ຄວາມຈິງແລ້ວແມ່ນອາຫານລາວ ຊຶ່ງຂ້າພະເຈົ້າເຫັນ
ແລ້ວ ບໍ່ມັກແທ້ໆ.”

ນະວະນິຍາຍເລື້ອງສັ້ນຂອງສຸວັນຄຳ ພິມເຜີຍແຜ່ໃນປີ 2020 ໄດ້ຮັບລາງວັນ ຊະນະ
ເລີດມີຊື່ວ່າ “How to Pronounce Knife” ຫຼື “ອ່ານອອກສຽງຄຳວ່່າ ມີດ ຢ່າງໃດ“ ປື້ມ
ຫົວນີ້ປະກອບດ້ວຍນະວະນິຍາຍເລື້ອງສັ້ນທັງໝົດ 14 ເລື້ອງ. ສຸວັນຄຳ ໄດ້ເລົ່າເຖິງ
ຊີວິດ ໃນເວລາທີ່ເປັນເດັກນ້ອຍ ກຳລັງຮຽນຢູ່ຊັ້ນ ປໍ 1. ນາງບໍ່ສາມາດອ່ານພາສາອັງກິດ
ໃນການອອກສຽງຄຳວ່າ “Knife” ຫຼືວ່າ “ມີດ” ສຸວັນຄໍາ ໄດ້ເລົ່າສູ່ວີໂອເອ ຟັງດັ່ງນີ້.

“ປື້ມຫົວນີ້ມີຊື່ວ່າ ອອກສຽງຄຳວ່າ “Knife” ຢ່າງໃດ ເວລາທີ່ຂ້າພະເຈົ້າມີອາ ຍຸ 6 ປີ ກຳ
ລັງຮຽນຢູ່ຊັນປໍ 1 ໃນໂຮງຮຽນຫຼວງ ທີ່ນະຄອນໂຕຣອນໂຕນັ້ນ ຂ້າພະເຈົ້າໄດ້ຖາມພໍ່ວ່າ
ອ່ານເຈົ້າກໍເຊື່ອ ໃນຄຳທີ່ພໍ່ບອກ. ເວລາກັບໄປ ໂຮງຮຽນ ຂ້າພະເຈົ້າບອກນາຍຄູວ່າ
“ຄະໄນຟ໌” ແຕ່ນາຍຄູບອກວ່າບໍ່ຖືກ ແລະ ໄດ້ສອນເວົ້າອອກສຽງໃຫ້ຖືກ ແຕ່ຂ້າພະເຈົ້າ
ໄດ້ຖຽງນາຍຄູຄືນວ່າ ບໍ່ແມ່່ນ ຕ້ອງ ເວົ້າວ່າ “ຄະໄນຟ” ເພາະວ່າ ພໍ່ບອກໃຫ້ເວົ້າແບບນີ້.
ຫຼັງຈາກນັ້ນຂ້າພະເຈົ້າໄດ້ ຖືກສົ່ງໄປຫາຫ້ອງການທ່ານຄູໃຫຍ່ ເພາະເພີ່ນວ່າຂ້າພະເຈົ້າ
ບໍ່ຟັງຄວາມນາຍຄູ. ແຕ່ຄວາມຈິງແລ້ວ ເລື້ອງນີ້ບໍ່ກ່ຽວຂ້ອງກັບພາສາ ຂ້າພະເຈົ້າພຽງແຕ່
ຢາກປ້ອງ ກັນພໍ່ຂອງຂ້າພະເຈົ້າເທົ່ານັ້ນເພາະວ່າຢາກໃຫ້ພໍ່ເປັນຜູ້ເວົ້າຖືກ. ພໍ່ແລະແມ່
ຂອງ ຂ້າພະເຈົ້າເວົ້າພາສາອັງກິດບໍ່ຖືກຫຼາຍໆຢ່າງ
ເວລາໃດພວກເພີ່ນເວົ້າຜິດແລ້ວ ກໍ
ຫົວຂວັນກັນ.”


ສຸວັນຄຳ ໄດ້ມາເຕີບໃຫຍ່ ຢູ່ໃນປະເທດການາດາ ຖືກລ້ຽງດູຢູ່ໃນຄອບຄົວຕາມປະເພນີ
ລາວ ເວົ້າພາສາລາວ ກິນອາຫານລາວ ແລະນາງ ມັກສັງເກດເບິ່ງສິ່ງ ແວດລ້ອມຂອງ
ສັງຄົມຊີວິດລາວ. ສິ່ງເຫລົ່ານີ້ ໄດ້ເຮັດໃຫ້ນາງບັນທຶກ ເອົາຈຸດ ຕ່າງໆຂອງຊີວິດ ແລະ
ລະບາຍອອກມາຢູ່ໃນສາຍຕາ ທີ່ເປັນແນວຄິດຂອງຊາວ ຕາເວັນຕົກ ເຫັນວ່າເປັນເລື້ອງ
ແປກໆໄຮ້ດຽງສາ ປະປົນຢູ່ກັບວັດທະນາທຳ ຂອງຄົນສ່ວນໃຫຍ່ ແຕ່ວ່າຢູ່ໃນປະເພນີສັງ
ຄົນລາວແລ້ວ ເຫັນວ່າເປັນຂອງທຳມະດາ ແລະບໍ່ສຳຄັນ. ສິ່ງເຫລົ່ານີ້ໄດ້ເປິດໂອກາດໃຫ້
ສຸວັນຄຳ ຜູ້ມີພອນສະຫວັນໄດ້ໃຊ້ໂອກາດນີ້ລະບາຍອອກມາໃຫ້ຜູ້ອ່ານໄດ້ຮຽນຮູ້ ແລະ
ຊົມຊຶ່ນນໍາ ຊຶ່ງ ສຸວັນຄຳກ່າວເຖິງຕອນນີ້ວ່າ:

“ຂ້າພະເຈົ້າ ມັກຂຽນເລື້ອງຄອບຄົບ ຄວາມຮັກແພງ ການເຮັດວຽກງານ ແລະ ຄວາມ
ມ່ວນຊື່ນເວົ້ານົວຫົວມ່ວນ. ເວລາຄົນລາວ ເດີນທາງມາຮອດສະຫະລັດ ອາເມຣິກາ ແລະ
ການາດາໃໝ່ໆ ຂ້າພະເຈົ້າເຫັນເຂົາເຈົ້າ ພາກັນໄປເກັບຂີ້ກະ ເດືອນຂາຍ ກ່ຽວກັບເລື້ອງ
ພໍ່ແມ່ ເລື້ອງເຮັດວຽກຢູ່ໂຮງງານປາດຊີ້ນໄກ່ ຫລົກ ຂົນໄກ່. ມີອີກຜູ້ນຶ່ງຊື່ວ່າໃຈ ລາວເປັນ
ຄົນຂັໍບລົດບັສ ສົ່ງເດັກນ້ອຍໄປໂຮງຮຽນ ເມຍຂອງລາວແມ່ນຄົນລາວ ແຕ່ລາວຢາກເປັນ
ຄືຄົນອາເມຣິກາ ແລະບໍ່ຢາກ ຮ້ອງຊື່ຜົວຂອງລາວວ່າ “ໃຈ” ແລະຢາກຮ້ອງວ່າ “ເຈ” ແຕ່
ຜົວຂອງລາວບໍ່ມັັກ ແລະເນັ້ນຢໍ້າວ່າ “ໃຈ” ຄືດັ່ງຫົວໃຈແລະເມຍຂອງລາວກໍບໍ່ມັກຮ້ອງຊື່
ແທ້ໆຂອງ ລາວເພາະວ່າລາວຢາກລືມພາສາລາວ. ຢູ່ໃນປື້ມຫົວນີ້ມີນະວະນິຍາຍສັ້ນຢູ່
14 ເລື້ອງ. ບໍ່ມີຜູ້ໃດ ໃຫ້ຄຳແນະນຳຂ້າພະເຈົ້າເປັນນັກຂຽນ ແຕ່ວ່າຂ້າພະເຈົ້າມັກ ອ່ານ
ເລື້ອງຕ່າງໆຂອງນັກຂຽນຄົນອື່ນໆວ່າ ເຂົາເຈົ້າແມ່ນໃຜ ປະສົບການຂອງ ເຂົາມີຫຍັງ
ແລະໄດ້ໄປເຂົ້າໂຮງຮຽນຢູ່ໃສ. ໃນຊ່ວງໄລຍະນຶ່ງ ຂ້າພະເຈົ້າໄດ້ ຂຽນເລື້ອງຕ່າງໆ ແລ້ວ
ນຳເອົາໄປປະໄວ້ຢູ່ຫ້ອງສະໝຸດ ວາງຂາຍຢູ່ຕາມຮ້ານ ຂາຍປື້ມ ແລະຕໍ່ມາໃນວັນນຶ່ງ ໄດ້
ມີຜູ້ພິມເຜີຍແຜ່ປື້ມມາຄົ້ນພົບ ເຫັນປືຶ້ມທີ່ຂ້າພະເຈົ້າຂຽນ ກໍເລີຍໄດ້ສະເໜີພິມຂາຍໃຫ້ແກ່ຂ້າພະເຈົ້າ.”

ສຸວັນຄຳ ທັມມະວົງສາ ເກີດຢູ່ໃນສູນອົບພະຍົບປະເທດໄທໃນປີ 1978 ເວລາເກີດມາມີ
ນໍ້າໜັກໜ້ອຍກວ່າ 1 ກິໂລກຣາມ ເວລານັ້ນ ແມ່ແລະພໍ່ຕ້ອງໄດ້ເຮັດ ໜ້າທີ່ດ້ວຍຕົນເອງ
ແລະປາດສະຈາກນາຍໝໍ. ຄອບຄົວໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນປະເທດການາດາ ໃນປີ
1980. ສຸວັນຄໍາ ບໍ່ຮູ້ຫຍັງຫຼາຍກ່ຽວກັບເບື້ອງຫຼັງ ຂອງ ຄອບຄົວ ແລະກໍບໍ່ເຄີຍໄດ້ເດີນ
ທາງ ກັບຄືນໄປຢ້ຽມຢາມ ປະເທດລາວ. ສຸວັນຄຳ ມັກອ່ານ ມັກຂຽນມາແຕ່ເກີດແລະມັກ
ສັງເກດເບິ່ງສິ່ງແວດລ້ອມຊີວິດ ການເປັນຢູ່ຂອງຄອບຄົວ ແລະສັງຄົມລາວ ທີ່ແຕກຕ່າງ
ກັບຄົນສ່ວນໃຫຍ່ຢູ່ໃນ ຕ່າງແດນ. ເຖິງແມ່ນວ່າພື້ນຖານພໍ່ແມ່ຂອງ ສຸວັນຄຳ ບໍ່ໄດ້ຮັບ
ການສຶກສາສູງ ແຕ່ວ່າ ສຸວັນຄຳ ໄດ້ຊຸກຍູ້ສົ່ງເສີມຕົນເອງ ແລະສຳເລັດກາ ສືກສາຂັ້ນປະ
ລິນຍາໂທ. ສຸວັນຄໍາ ໃຊ້ສໍານວນພາສາອັງກິດ ໃນການຂຽນກາບກອນ ຂຽນນິຍາຍ ທຽບ
ເທົ່າກັບບັນດານັກປະພັນອາຊີບຄົນອື່ນໆ. ພາສາອັງກິດ ແມ່ນພາສາທີ່ນຶ່ງ ຕິດຕາມດ້ວຍ
ພາສາຝຣັ່ງ ແລະໄດ້ສະແດງເຖິງຄວາມສາມາດ ໂດຍກ່າວມ້ວນ ທ້າຍເປັນພາສາລາວ
ດ້ວຍສຳນຽງວຽງຈັນ ສູ່ວີໂອເອ ຟັງດັ່ງນີ້:


ປັດຈຸບັນນີ້ຍານາງສຸວັນຄຳ ທັມມະວົງສາ ຢູ່ທີ່ນະຄອນໂຄຣອນໂຕ ປະເທດການາດາ ກຳ
ລັງຊົມຊື່ນກັບຜົນງານທີ່ໄດ້ຮັບລາງວັນ Giller ປະຈຳປີ 2020 ຈາກ ການຂຽນນະວະນິ
ຍາຍເລື້ອງສັ້ນ ກ່ຽວກັບຊີວິດສັງຄົມລາວ.

ເບິ່ງຄວາມເຫັນ (1)

ຟໍຣັມສະແດງຄວາມເຫັນ ກ່ຽວກັບເລື່ອງນີ້ ອັດແລ້ວ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG