ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາລາວີ ກຳລັງປະເຊີນໜ້າ ກັບການຂາດແຄນ ອາຫານ ເນຶ່ອງຈາກ ໄພແຫ້ງແລ້ງ


ເກືອບສາມລ້ານຄົນໃນປະເທດມາລາວີ ກຳລັງປະເຊີນໜ້າກັບການຂາດແຄນອາຫານ ໃນຂະນະທີ່ໄພແຫ້ງແລ້ງ ປົກຄຸມໄປທົ່ວພາກໃຕ້ຂອງທະວີບອາຟຣິກາ. ລັດຖະບານໄດ້ ປະກາດໃຫ້ໄພແຫ້ງແລ້ງນີ້ ເປັນໄພພິບັດແຫ່ງຊາດ ໂດຍສະເພາະ ໃນພາກໃຕ້ຂອງມາ ລາວີ ແມ່ນໄດ້ຮັບຜົນກະທົບຢ່າງໜັກ. Lameck Masina ມີລາຍງານໃຫ້ວີໂອເອ ຈາກ Blantyre ບ່ອນທີ່ຜູ້ຄົນມີຄວາມຮູ້ສຶກເຖິງຜົນກະທົບຂອງໄພແຫ້ງ ແລ້ງນີ້ແລ້ວ ຊຶ່ງ ກິ່ງສະຫວັນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ໄພແຫ້ງແລ້ງ ເຮັດເຄື່ອງປູກຂອງຝັງຕາຍໝົດ ຢູ່ຕາມສວນຕ່າງໆ ຄືດັ່ງກັບທີ່ເຫັນນີ້ໄດ້ ກາຍມາເປັນພາບ ທີ່ເຫັນກັນຫລາຍຂຶ້ນຢູ່ໃນພາກໃຕ້ຂອງປະເທດມາລາວີ.

ນໍ້າຖ້ວມຊຸ ແລະໄພແຫ້ງແລ້ງ ທີ່ເກີດຈາກປາກົດການ El Nino ທີ່ພາໃຫ້ອາກາດປ່ຽນ ແປງນັ້ນໄດ້ທຳລາຍ ຕໍ່ການປູກໝາກສາລີ ທີ່ພາໃຫ້ເກີດມີ ການຂາດແຄນ ປະມານ ນຶ່ງລ້ານໂຕນ. ຄວາມເສຍຫາຍນີ້ ເກີດຂຶ້ນລຸນຫລັງທີ່ໄດ້ມີຄວາມຜິດຫວັງ ຕໍ່ການເກັບ ກ່ຽວໃນປີແລ້ວນີ້ເຊັ່ນກັນ.

ຜົນລະປູກຄືດັ່ງມັນຝຣັ່ງ ແລະມັນຕົ້ນພິສູດໃຫ້ເຫັນຫລາຍຂຶ້ນວ່າກັບຄືນມາເປັນທີ່ນິ ຍົມກັນອີກ.

ນາງ Grace Evance ຊາວສວນຄົນນຶ່ງໃນເມືອງ Chichewa ກ່າວວ່າ “ພວກເຮົາໄດ້ ກາງຕໍ່ການປູກໝາກສາລີ ມາເປັນເວລາດົນນານ ແຕ່ວ່າປີນີ້ ຜົນລະປູກບໍ່ຄ່ອຍດີ. ບັດນີ້ ພວກເອົາຕ້ອງໄດ້ເພິ່ງພາອາໄສໝາກຖົ່ວແຮ ທີ່ພວກເຮົາເຊື່ອວ່າ ຈະຊ່ວຍກູ້ໄພ ພວກເຮົາຈາກຄວາມອຶດຢາກໄດ້.”

ບັນດາຄອບຄົວທັງຫລາຍຕ້ອງພາກັນຊອກຫາທາງເລືອກໃໝ່ຕໍ່ການປູກໝາກສາລີ ທີ່ ປະສົບກັບຄວາມລົ້ມແຫຼວທີ່ເຂົາເຈົ້າມັກຈະກິນເປັນອາຫານນັ້ນ.

ນາງ Evance ກ່າວວ່າ “ຫລາຍໆມື້ ພວກເຮົາກິນໝາກອຶ ທີ່ບາງຄັ້ງພວກເຮົາພົບເຫັນ ຢູ່ໃນສວນໝາກສາລີຂອງພວກເຮົາທີ່ຕາຍໄປນັ້ນ.”

ລາຄາອາຫານໄດ້ແພງຂຶ້ນຢູ່ຕາມຕະຫລາດ. ລາຄາໝາກສາລີໄດ້ແພງຂຶ້ນເຖິງສາມເທົ່າ.

ທ້າວ Frank Kanjinga ພໍ່ຄ້າໝາກສາລີໃນເມືອງ Chichewa ກ່າວວ່າ “ພວກເຮົາຕ້ອງ ໄດ້ຂຶ້ນລາຄາ ເພາະວ່າ ພວກເຮົາຕ້ອງໄດ້ຂົນສົ່ງໝາກສາລີມາຈາກທາງໄກ. ແຕ່ວ່າຄົນ ບໍ່ຊື້. ຄົນບໍ່ມີເງິນພຽງພໍ.

ອີງຕາມອົງການແມ່ແລະເດັກສະຫະຫະປະຊາດ ຫລື UNICEF ແລ້ວ ເກືອບເຄິ່ງນຶ່ງຂອງ ເດັກນ້ອຍໃນມາລາວີ ແມ່ນຂາດແຄນອາຫານ ໃນປີ 2014. ເວລານີ້ ມີພວກເດັກນ້ອຍ 4 ເປີເຊັນ ແມ່ນຂາດແຄນອາຫານຢ່າງຮ້າຍແຮງ.

ແຫລ່ງນໍ້າຕ່າງໆກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.

ນາງ Stella Vasin ຊາວບ້ານ Blantyre ໃນເມືອງ Chichewa ກ່າວວ່າ “ເກືອບວ່າທັງ ໝົດຂອງບ່ອນແຈກນ້ຳຢູ່ອ້ອມແອ້ມເຂດຂອງພວກເຮົາແມ່ນບົກແຫ້ງ. ໃນກໍລະນີສ່ວນ ໃຫຍ່ ພວກເຮົາຕື່ນນອນປະມານ 2 ໂມງເຊົ້າເພື່ອພະຍາຍາມໄປເອົານໍ້າ ທີ່ມີຢູ່ແຕ່ພຽງ ບ່ອນດຽວເທົ່ານັ້ນ.”

ການເກັບກ່ຽວຄັ້ງຕໍ່ໄປແມ່ນຍັງອີກສິບສອງເດືອນຂ້າງໜ້າ. ປະມານ 2 ລ້ານ 8 ແສນຄົນ ແມ່ນຕ້ອງການໆຊ່ວຍເຫລືອດ້ານອາຫານ ສຳລັບປີ 2017 ແລະບັນດາອົງການຊ່ວຍ ເຫລືອຕ່າງໆຄາດວ່າ ໂຕເລກດັ່ງກ່າວຈະເພີ້ມຂຶ້ນໃນບໍ່ເທົ່າໃດເດືອນຂ້າງໜ້ານີ້.

ອ່ານຂ່າວເລື້ອງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG