ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດ​ໃນ​ພາກ​ໃຕ້​ຂອງ ອິນ​ເດຍ ດຳ​ເນີນ​ການ​ຄວບ​ຄຸມ ການ​ລະ​ບາດ​ ຂອງ​ໄຂ້​ຫວັດ​ສັດ​ປີກ


ໄກ່​ຢູ່​ໂຮງ​ງານ​ສັດ​ປີ​ໃນ​ເມືອງ ລາ​ປາ, ລັດ ປາ​ຣາ​ນາ, ປະ​ເທດ ບ​ຣາ​ຊິ​ລ. 31 ພຶດ​ສະ​ພາ, 2016.
ໄກ່​ຢູ່​ໂຮງ​ງານ​ສັດ​ປີ​ໃນ​ເມືອງ ລາ​ປາ, ລັດ ປາ​ຣາ​ນາ, ປະ​ເທດ ບ​ຣາ​ຊິ​ລ. 31 ພຶດ​ສະ​ພາ, 2016.

ລັດ​ແຫ່ງ​ນຶ່ງ​ໃນ​ພາກ​ໃຕ້​ຂອງ ອິ​ນ​ເດຍ ໄດ້​ເລີ່ມ​ຂະ​ບວນ​ການ​ແຍກ​ສັດ​ປີກສາມ​ວັນ ເພື່ອ​ນຳ​ໄປ​ຂ້າໃນ​ການ​ຫາ​ທາງ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ໄຂ້​ຫວັດ​ສັດປີກ, ເຊິ່ງ​ຮູ້​ຈັກ​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ໄຂ້​ຫວັດ​ສັດ​ນົກ.

ລັດ ເຄ​ລາ​ຣາ ໄດ້​ເລີ່ມ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ລ່ວງ​ໜ້າ​ໃນ​ວັນ​ອາ​ທິດ​ວານນີ້.

ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ກ່າວ​ວ່າ “ໄວ​ຣັ​ສ​ໄຂ້​ຫວັດ​ສັດ​ປີກ ປົກ​ກະ​ຕິ​ແລ້ວ​ຈະ​ແຜ່​ກະ​ຈາຍ​ລະ​ຫວ່າງ ພວກ​ສັດ​ປີກ. ແຕ່​ແນວ​ໃດ​ກໍ​ຕາມ, ໄວ​ຣັ​ສ​ບາງ​ຊະ​ນິດ ໄດ້​ຖືກ​ພົບ​ວ່າ​ ຈະ​ຕິດ​ຕໍ່​ກັບ​ມະ​ນຸດ.

ເມື່ອ​ໄຂ້​ຫວັດ​ສັດ​ປີກຕິດ​ແປດ​ກັບ​ມະ​ນຸດ, ອາ​ການ​ອາດ​ມີ​ການ​ຕິດ​ເຊື້ອ​ທາງ​ການ​ຫາຍ​ໃຈ​ທີ່ບໍ່​ຮຸນ​ແຮງເຊັ່ນ ເປັນ​ໄຂ້ ແລະ ໄອ, ຈົນ​ເຖິງ​ປອດ​ອັກ​ເສບ​ຂັ້ນ​ຮຸນ​ແຮງ, ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຫາຍ​ໃຈ, ຊັກ ແລະ ແມ່ນ​ກະ​ທັ້ງ​ເສຍ​ຊີ​ວິດ.”

ຮອງ​ສາ​ສະ​ດາ​ຈານ ອັບ​ດຸ​ລ ມູ​ເນຍ ຈາກມະ​ຫາ​ວິ​ທະ​ຍາ​ໄລ​ສັດ​ຕະ​ວະ​ແພດ ແລະ ວິ​ທະ​ຍາ​ສາດ ກ່ຽວ​ກັບ ສັດ ເຄ​ລາ​ຣາ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ວ່າ “ລັດ​ຖະ​ບານ​ຂອງ​ປະ​ເທດ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ທຳ​ລາຍ​ພະ​ຍາດ​ຈາກ​ແຫຼ່ງ​ທີ່​ມາ​ຂອງ​ມັນ.”

ສັດ​ປີ​ກຫຼາຍ​ພັນ​ຊະ​ນິດ, ເຊິ່ງ​ສ່ວນ​ໃຫຍ່​ແມ່ນ ໄກ່ ນັ້​ນ, ຈະ​ຖືກ​ຂ້າ​ໃນ​ຂະ​ບວນ​ການ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG