ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເອເຊຍ ຕາເວັນອອກສຽງໃຕ້ ປະເຊີນໜ້າກັບ ບັນຫາທ້າທາຍ ກ່ຽວກັບ ສະພາບອາກາດ ປ່ຽນແປງ


ຜູ້ໂດຍສານທາງເຮືອຄົນໜຶ່ງຢືນຢູ່ເບື້ອງໜ້າຂອງເຮືອຂ້າມຟາກ ໃນເວລາທີ່ມັນແລ່ນຂ້າມແມ່ນໍ້າຂອງຈາກເມືອງ Arey Ksat ຫາເມືອງໃຫຍ່ ພະນົມເປັນ, ກຳປູເຈຍ.
ຜູ້ໂດຍສານທາງເຮືອຄົນໜຶ່ງຢືນຢູ່ເບື້ອງໜ້າຂອງເຮືອຂ້າມຟາກ ໃນເວລາທີ່ມັນແລ່ນຂ້າມແມ່ນໍ້າຂອງຈາກເມືອງ Arey Ksat ຫາເມືອງໃຫຍ່ ພະນົມເປັນ, ກຳປູເຈຍ.

ເອເຊຍຕາເວັນອອກສຽງໃຕ້ ໄດ້ປະເຊີນໜ້າກັບສິ່ງທ້າທາຍຂະໜາດໃຫຍ່ ໃນການຮັບ ປະກັນການຮ່ວມມືໃນພາກພື້ນ ສຳລັບການຮັບມືກັບສະພາບອາກາດປ່ຽນແປງ ຫຼັງຈາກ ການຕັດສິນໃຈ ຖອນຕົວອອກຈາກຂໍ້ຕົກລົງ ປາຣີ ປີ 2015 ໂດຍ ສະຫະລັດ.

ການເຄື່ອນໄຫວດັ່ງກ່າວ, ເຊິ່ງຖືກປະກາດໃນສັບປະດາທີ່ຜ່ານມາ ໂດຍປະທານາທິບໍ
ດີ ດໍໂນລ ທຣຳ, ໄດ້ຖືກພິຈາລະນາວ່າເປັນບາດ ກ້າວຫ່າງອອກໄປ ຈາກບົດບາດທີ່ມີຊື່
ສຽງຂອງ ສະຫະລັດ ຢູ່ໃນພາກພື້ນ ຫຼັງຈາກ ວໍຊິງຕັນ ໄດ້ຖອນອອກຈາກຂໍ້ຕົກລົງການ
ຄ້າໃນພາກພື້ນ ພາຄີຂ້າມມະຫາສະໝຸດປາຊີຟິກ ໃນຕົ້ນປີນີ້.

ປະທານາທິບໍດີ ທຣຳ ໄດ້ກ່າວວ່າ ຂໍ້ຕົກລົງສະພາບອາກາດປ່ຽນແປງຂອງ 195 ປະເທດ ໄດ້ສ້າງສະພາບແວດລ້ອມພື້ນຖານທີ່ບໍ່ມີຄວາມຍຸຕິທຳ ຕໍ່ທຸລະກິດ ແລະ ກຳມະກອນ ອາເມຣິກັນ. ທ່ານໄດ້ເອີ້ນຂໍ້ຕົກລົງນັ້ນວ່າ “ຂໍ້ຕົກລົງແຫ່ງຄວາມໂຫດຮ້າຍສາກົນ.”

ແຕ່ບັນດານັກວິເຄາະກ່າວວ່າ ການຕິດສິນໃຈຂອງ ສະຫະລັດ ອາດມີຜົນທີ່ຕາມມາຢ່າງ ກວ້າງຂວາງສຳລັບພາກພື້ນເອເຊຍປາຊີຟິກ, ເຮັດໃຫ້ພັນທະຂອງ ສະຫະລັດ ເສື່ອມ
ໂຊມລົງ ຖ່າມກາງຄວາມຢ້ານກົວ ກ່ຽວກັບ ການຫຼຸດລົງຂອງຄວາມສາມາດດ້ານເຕັກ
ນິກຂອງ ສະຫະລັດ ກ່ຽວກັບ ບັນຫາສິ່ງແວດລ້ອມ ແລະ ສະພາບອາກາດ.

ທ່ານ ທິຕິນັນ ພົງສຸດທີ່ຣັກ ນັກລັດຖະສາດທີ່ມະຫາວິທະຍາໄລ ຈຸລາລົງກອນ ກ່າວວ່າ ການຕັດສິນໃຈຖອນຕົວອອກຈາກຂໍ້ຕົກລົງ ປາຣີ ຂອງ ສະຫະລັດ ອາດເຮັດໃຫ້ການ
ຮ່ວມມືໃນພາກພື້ນ ກ່ຽວກັບ ການຮັບມືກັບສະພາບອາກາດປ່ຽນແປງ ມີຄວາມອ່ອນແອ
ລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG