ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກກະບົດ ໃນ ຊູດານໃຕ້ ກ່າວຫາ ລັດຖະບານ ລະເມີດ ຢຸດຍິງ (ສະໄລດ໌/ວີດີໂອ)


ຫົວໜ້າຄະນະຜູ້ຕາງໜ້າ ຝ່າຍລັດຖະບານ ຊູດານໃຕ້ ທ່ານ Nhial Deng Nhial (ຊ້າຍ) ແລກປ່ຽນ ຂໍ້ຕົກລົງຢຸດຍິງ ທີ່ເຊັນກັນແລ້ວ ກັບຫົວໜ້າ ຄະນະຜູ້ຕາງໜ້າ ຂອງພວກກະບົດ ນາຍພົນ Taban Deng Gai (ຂວາ) ເພື່ອຍຸຕິການສູ້ລົບກັນ ທີ່ດຳເນີນມາ ໄດ້ 5 ອາທິດແລ້ວ ຫຼັງຈາກການເຈລະຈາ ຢູ່ທີ່ນະຄອນຫຼວງ ຂອງປະເທດເອທິໂອເປຍ
ຫົວໜ້າຄະນະຜູ້ຕາງໜ້າ ຝ່າຍລັດຖະບານ ຊູດານໃຕ້ ທ່ານ Nhial Deng Nhial (ຊ້າຍ) ແລກປ່ຽນ ຂໍ້ຕົກລົງຢຸດຍິງ ທີ່ເຊັນກັນແລ້ວ ກັບຫົວໜ້າ ຄະນະຜູ້ຕາງໜ້າ ຂອງພວກກະບົດ ນາຍພົນ Taban Deng Gai (ຂວາ) ເພື່ອຍຸຕິການສູ້ລົບກັນ ທີ່ດຳເນີນມາ ໄດ້ 5 ອາທິດແລ້ວ ຫຼັງຈາກການເຈລະຈາ ຢູ່ທີ່ນະຄອນຫຼວງ ຂອງປະເທດເອທິໂອເປຍ
ພວກກະບົດຈາກຊູດານໃຕ້ກ່າວຫາລັດຖະບານວ່າ ລະເມີດການ
ຢຸດຍິງ ທີ່ທັງສອງຝ່າຍ ໄດ້ເຊັນກັນ ໃນມື້ວັນພະຫັດຜ່ານມາ ທີ່ປະ
ເທດເອທິໂອເປຍ.

ນາຍພົນຄົນນຶ່ງ ທີ່ນິຍົມຝ່າຍກະບົດ ກ່າວໃນມື້ວັນສຸກ ວານນີ້ວ່າ
ກຳລັງຂອງປະທານາທິບໍດີ Salva Kiir ໄດ້ທຳການໂຈມຕີທີ່ໝັ້ນ
ຂອງພວກກະບົດ ຢູ່ໃນລັດ Unity ແລະ Jonglei.​

ນາຍພົນ Lul Ruai Koang ກ່າວວ່າ ທະຫານລັດຖະບານໄດ້ຮັບ
ການຊ່ອຍເຫລືອ ຈາກພວກກະບົດ JEM ທີ່ມາຈາກ ເຂດດາຟົວ
ຂອງຊູດານ ໃນການໂຈມຕີຢູ່ລັດ Unity ແລະໄດ້ຮັບຄວາມຊ່ອຍ
ເຫຼືອຈາກທະຫານອູການດາ ໃນການໂຈມຕີທີ່ລັດ Jonglei.



ໂຄສົກຂອງກອງທັບຊູດານໃຕ້ ທ່ານ Philip Aguer ກ່າວຜ່ານທາງ Twitter ວ່າ ທ່ານບໍ່ໄດ້ ຮັບລາຍງານໃດໆກ່ຽວກັບການສູ້ລົບກັນກ່ອນການຢຸດຍິງຊຶ່ງກຳນົດມີຜົນບັງຄັບໃຊ້ໃນຕອນ ແລງຂອງວັນສຸກວານນີ້ ຕາມເວລາທ້ອງຖິ່ນຂອງຊູດານໃຕ້.

ພວກຜູ້ຕາງໜ້າຂອງຝ່າຍລັດຖະບານ ແລະພວກກະບົດ ໄດ້ລົງນາມໃນຂໍ້ຕົກລົງຢຸດຍິງທີ່ນະ ຄອນຫຼວງ Addis Ababa ປະເທດເອທິໂອເປຍ 3 ອາທິດລຸນຫຼັງ ທີ່ໄດ້ມີການເຈລະຈາກັນ ທີ່ໄກ່ເກ່ຍໂດຍກຸ່ມຈັດຕັ້ງພູມີພາກໃນເຂດອາຟຣິກາຕາເວັນອອກ IGAD.​

ໃນພິທີເຊັນສັນຍານັ້ນ ໂຄສົກໄດ້ເຕືອນວ່າ ຂໍ້ຕົກລົງສະບັບນີ້ ອາດຈະປະສົບກັບຄວາມຍຸ່ງ ຍາກໃນການຈັດຕັ້ງປະຕິບັດ.

ນັກວິເຄາະ Peter Pham ຈາກກຸ່ມສະພາອັດແລນຕິກ ກ່າວຕໍ່ວີໂອເອວ່າ ຍັງມີຄຳຖາມຢູ່ ກ່ຽວກັບວ່າ ລັດຖະບານແລະພວກກະບົດ ສາມາດຄວບຄຸມ ກຳລັງຂອງພວກເຂົາເຈົ້າ ໄດ້ ຢ່າງເຕັມທີ່ຫຼືບໍ່.

ຫົວໜ້າອົງການມະນຸດສະທຳສະຫະປະຊາຊາດ ທ່ານນາງ Valerie Amos ຈະເລີ້ມການ ຢ້ຽມຢາມຊູດານໃຕ້ເປັນເວລາ 3 ມື້ ໃນວັນຈັນຈະມານີ້. ອົງການສະຫະປະຊາຊາດກ່າວວ່າ ທ່ານນາງຈະພົບປະກັບພວກເຈົ້າໜ້າທີ່ລັດຖະບານແລະອົງການໃຫ້ຄວາມຊ່ອຍເຫຼືອຕ່າງໆ ໃນຄວາມພະຍາຍາມ ເພື່ອດຶງດູດເອົາຄວາມສົນໃຈຕໍ່ຜົນທີ່ຕິດຕາມມາທາງດ້ານມະນຸດສະ ທຳ ຍ້ອນຄວາມວຸ້ນວາຍຢູ່ໃນປະເທດດັ່ງກ່າວ.

South Sudan
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG