ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ ວ່າ ຜູ້ນຳ ຊູດານໃຕ້ ຕ້ອງຮັບຜິດຊອບ ໃນການສ້າງ ສັນຕິພາບ (ວີດີໂອ)


ທ່ານ Ban Ki-moon ເລຂາທິການໃຫຍ່ ອົງການສະຫະປະຊາຊາດ
ທ່ານ Ban Ki-moon ເລຂາທິການໃຫຍ່ ອົງການສະຫະປະຊາຊາດ
ເລຂາທິການໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-
moon ກ່າວ​ວ່າ ບັດ​ນີ້​ມັນເປັນຄວາມ​ຮັບຜິດຊອບ​ ຂອງ
ປະທານາທິບໍດີຊູດານໃຕ້ ທ່ານ Salva Kiir ​ແລະ​ຜູ້ນຳ
​ກະບົດ ທ່ານ Riek Machar “ທີ່​ຈະ​ເລັ່ງລັດເພື່ອຈະຊຸກ
ຍູ້ໃຫ້ມີສັນຕິພາບ” ​ໃນ​ປະ​ເທດ​ຂອງ​ທ່ານ.

ທ່ານ Ban ​ໄດ້​ຖ​ະ​ແຫລ​ງຕໍ່ສະພາ​ຄວາມໝັ້ນຄົງສະຫະ
​ປະຊາ​ຊາດ ​ໃນ​ວັນ​ຈັນ​ວານນີ້​ວ່າ ​ຫລາຍໆ​ມື້ຫລັງ​ຈາກ
ບັນດາ​ຜູ້ນຳຂອງປະເທດດັ່ງກ່າວ​ໄດ້​ລົງ​ນາມໃນ ຂໍ້​ຕົກ
ລົງ​ສັນຕິພາບທີ່​ຮຽກຮ້ອງ​ໃຫ້​ສີ້​ນສຸດ​ການສູ້​ລົບກັນ​ມາ
​ເປັນ​ຫຼາຍ​ເດືອນ ແລະ ​ສ້າງຕັ້ງລັດ​ຖະບານໄລຍະ​ຂ້າມ​
ຜ່ານ. ​ແຕ່​ຜູ້ນຳຂອງສະຫະ​ປະຊາ​ຊາດ ໄດ້​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບລາຍ​
ງານລະເມີດ​ການ​ຢຸດ​ຍິງ ພ້ອມດ້ວຍສະຖາ​ການດ້ານ​ມະນຸດ​ສະ​ທຳ ​ໃນຊູ​ດານ​ໃຕ້.

ທ່ານ Ban ເວົ້າວ່າ “ນັບ​ຕັ້ງ​ແຕ່​ວິ​ກິດ​ການ​ໄດ້​ເລີ້ມ​ຂື້ນ​ເມື່ອ​ຫ້າ​ເດືອນ​ກ່ອນ ຊາວຊູ​ດານ​ໃຕ້ຫລາຍ​ພັນ​ຄົນ​ໄດ້​ຖືກ​ສັງຫານ ທັງ​ສອງ​ຝ່າຍຕ່າງກໍໄດ້ກໍ່ໂທດກຳຫລາຍຢ່າງ ຫລາຍ
​ກວ່ານຶ່ງ​ລ້ານ​ຄົນ​ຕ້ອງໄດ້ອົບພະຍົບຫລົບໄພ​ ແລະ​ອີກ​ເກືອບຫ້າ​ລ້ານ​ຄົນ ຕ້ອງການໆ​
ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ. ຖ້າ​ຫາກ​ວ່າ ການ​ຂັດ​ແຍ້​ງຍັງ​ດຳ​ເນີນ​ຢູ່​ຕໍ່​ໄປເຄິ່ງນຶ່ງ​ຂອງປະຊາຊົນຊູດານໃຕ້ ຈຳນວນທັງໝົດ 12 ລ້ານ​ຄົນ ຈະ​ເປັນຜູ້ຫລົບໄພພາຍ​ໃນ
​ປະເທດ ຫລືບໍ່ ກໍຈະ​ເປັນ​ອົບ​ພະຍົບຢູ່​ ນອກ​ປະ​ເທດ ​ທີ່ມີ ຄວາມອິດ​ຫີ​ວ ຫລື​ເສຍ​ຊີວິດ​
ໃນ​ທ້າ​ຍປີ​ນີ້.”

ທັງ​ສອງ​ຝ່າຍ​ຕ່າງກໍກ່າວ​ຫາຊຶ່ງ​ກັນ​ວ່າ ລະເມີດ​ການ​ຢຸດ​ຍິງ ນັບ​ແຕ່​ໄດ້ມີການ​ລົງ​ນາມ
ໃນຂໍ້ຕົກລົງສັນ​ຕິ​ພາບ ໃນມື້ວັນສຸກແລ້ວ. ທ່ານ Reik Machar ກ່າວໃນ ວັນຈັນວານ
ນີ້ວ່າ ການປະທະກັນບໍ່ຄວນທີ່ຈະຍຸດຕິການເຈລະຈາທາງດ້ານການ ເມືອງທີ່ມີຂຶ້ນຢູ່
ເອທິໂອເປຍ ຊຶ່ງເປັນເພື່ອນບ້ານ.

ທ່ານ Macha ກ່າວ​ຕື່ມວ່າ “ມັນຍັງເປັນການຍາກ​ໃນ​ການ​ຕິດຕາມ ​ແລະກວດ ພິສູດ​
ວ່າ ໃຜ​ເປັນ​ຜູ້​ກະທຳ. ການ​ລະເມີດຢຸດຍິງບໍ່​ຈຳ​ເປັນ​ທີ່​ຈະຕ້ອງ​ຢຸດເຊົາ​ການ​ເຈລະຈາ​
ທີ່ນະຄອນ Addis Ababa.”

​ນອກນັ້ນແລ້ວ ໃນມື້ວັນຈັນວານນີ້ ລັດຖະບານກ່າວ​ວ່າ ຕົນ​ຈະ​ເລື່ອນເວລາ ໃນການ
​ເລືອກ​ຕັ້ງປະທານາທິບໍດີ ຊຶ່ງວາງແຜນຈະຈັດຂຶ້ນໃ ປີ 2015 ​ເພື່ອຈະແກ້​ໄຂ​ບັນ​ຫາ
ຕ່າງໆ ໃນການສ້າງຄວາມ​ປະ​ນີປະນອມລະຫວ່າງ​ປະຊາຊົນ​ຂອງ​ຕົນ.
SOUTH SUDAN SOTVO
please wait
Embed

No media source currently available

0:00 0:01:23 0:00
XS
SM
MD
LG