ເມື່ອທ້າຍເດືອນພະຈິກຜ່ານມານີ້ ນັກຮຽນມັດທະຍົມປາຍໃນ
ເກົາຫລີໃຕ້ ຫລາຍກ່ວາ 5 ແສນຄົນ ໄດ້ພາກັນສອບເສັງເຂົ້າຮຽນ
ໃນມະຫາວິທະຍາໄລ. ການໄດ້ຄະແນນສູງໃນການສອບເສັງດັ່ງ
ກ່າວ ແມ່ນຖືວ່າ ເປັນບາດກ້າວອັນທຳອິດ ໄປສູ່ຊີວິດທີ່ປະສົບຜົນ
ສຳເລັດ. ແຕ່ວ່າ ພວກນັກຮຽນເກົາຫລີໃຕ້ ສ່ວນໃຫຍ່ແມ່ນຮູ້ສຶກ
ເຄັ່ງຄຽດຫລາຍ ຍ້ອນຄວາມກົດດັນທັງຫລາຍນັ້ນ. ດາຣາມີລາຍ
ງານກ່ຽວກັບເລື້ອງນີ້ ມາສະເໜີທ່ານ ຈາກລາຍງານການສຶກສາ
ຂອງພະແນກຮຽນພາສາອັງກິດ ຂອງວີໂອເອ.
ເມື່ອບໍ່ນານມານີ້ ນັກສຶກສາເກົາຫລີໃຕ້ ຈຳນວນຫລາຍກ່ວາເຄິ່ງລ້ານຄົນ ທີ່ຮຽນຢູ່ຊັ້ນປີສຸດທ້າຍຂອງມັດທະຍົມປາຍ ໄດ້ແຂ່ງຂັນສອບເສັງເຂົ້າມະຫາວິທະຍາໄລ. ຫລາຍໆຄົນ
ຖືວ່າ ຜົນສຳເລັດໃນ ການຜ່ານການສອບເສັງຄັ້ງນີ້ ເປັນບາດກ້າວທຳອິດ ໄປສູ່ຊີວິດທີ່ດີ.
ແຕ່ບັນດານັກສຶກສາເກົາຫລີໃຕ້ ເວົ້າວ່າ ພວກເຂົາເຈົ້າຮູ້ສຶກເຄັ່ງຄຽດຫລາຍ ຫລື stressed ຍ້ອນຄວາມກົດດັນໃຫ້ເສັງໄດ້ຄະແນນດີນັ້ນ.
ນາງ Lee Jee-woo ອາຍຸ 17 ປີ ຍັງບໍ່ພ້ອມທີ່ຈະເຂົ້າສອບເສັງ ແຕ່ນາງກໍມີຄວາມຮູ້ສຶກ
ທີ່ແຮງກ້າ ກ່ຽວກັບການສອບເສັງເຂົ້າມະຫາວິທະ ຍາໄລນັ້ນ.
ລາວເວົ້າວ່າ “ການສອບເສັງອັນນີ້ ສາມາດກຳນົດຊີວິດ ທີ່ຍັງເຫລືອຂອງຂ້ອຍໄດ້.”
ນັກສຶກສາມັດທະຍົມປາຍເກົາຫລີໃຕ້ ໃຊ້ເວລາຫລາຍປີຮຽນໜັງສື ເພື່ອກຽມສອບເຂົ້າ
ມະຫາວິທະຍາໄລນັ້ນ. ຜູ້ຄົນພາກັນເວົ້າວ່າ ການສອບໄດ້ຄະແນນດີໆ ຈະຄ້ຳປະກັນການ
ໄດ້ເຂົ້າຮຽນໃນມະຫາວິທະຍາໄລ ຊັ້ນນຳ ແລະໂອກາດໃນການໄດ້ໜ້າທີ່ການງານທີ່ໃຫ້
ເງິນເດືອນສູງໆ. ບາງຄົນກໍກ່າວວ່າ ຜົນການສອບທີ່ໄດ້ຄະແນນດີ ຮອດເພີ້ມໂອກາດທີ່
ຈະໄດ້ແຕ່ງງານດີ ໃນອະນາຄົດອີກດ້ວຍ.
ບົດສອບແມ່ນແບບ multiple choice ໝາຍຄວາມວ່າ ນັກຮຽນສາມາດເລືອກເອົາຄຳ
ຕອບຕໍ່ຄຳຖາມໄດ້ ຈາກຫລາຍໆຄຳຕອບທີ່ມີໄວ້ໃຫ້ເລືອກ. ນັກສັງເກດການບາງຄົນກ່າວ
ວ່າ ລະບົບນີ້ບໍ່ຊ່ວຍໃຫ້ນັກສຶກສາຮຽນຮູ້ທີ່ຈະຄິດເອົາເອງ. ເຂົາເຈົ້າກ່າວອີກວ່າ ເກົາຫລີໃຕ້
ບໍ່ແມ່ນປະເທດດຽວ ທີ່ໃຊ້ບົດສອບແບບນີ້.
ທ່ານ Jasper Kim ເປັນອາຈາສອນທີ່ມະຫາວິທະຍາໄລຍິງ ອີຫວາ ຫລື Ewha Women’s University ທີ່ນະຄອນຫລວງໂຊລ.
ທ່ານ Jasper Kim ກ່າວວ່າ “ຂ້າພະເຈົ້າຄິດວ່າ ທ່ານຈະເຫັນບົດສອບ ທີ່ຄ້າຍຄື
ກັນນີ້ ຢູ່ໃນປະເທດຈີນ ແລະຍີ່ປຸ່ນ ໃນລະດັບທີ່ນ້ອຍກ່ວາ. ໃນບັ້ນສຸດທ້າຍແລ້ວ
ມາເປັນບົດສອບທີ່ເຮັດເປັນມາດຕະຖານ ຄືກັນໝົດ. ສິ່ງທີ່ມັນສ້າງຂຶ້ນກໍຄື ລະບົບ
ສິດສອນ ທີ່ແນໃສ່ບົດສອບ ຊຶ່ງເວົ້າໃນອີກແງ່ໜຶ່ງ ກໍແມ່ນວ່າ ທຸກໆຄົນແມ່ນຖືກ
ສິດສອນໃຫ້ເລືອກ ເອົາຄຳຕອບທີ່ຖືກຕ້ອງ ໂດຍທີ່ບໍ່ຮູ້ວ່າ ເປັນຫຍັງຄຳຕອບອັນນັ້ນ
ຈຶ່ງເປັນຄຳຕອບທີ່ຖືກຕ້ອງ.”
ຫວຽດນາມກໍເປັນອີກປະເທດໜຶ່ງ ທີ່ມີຊື່ສຽງໃນດ້ານບົດສອບເສັງເຂົ້າມະຫາວິທະຍາໄລ.
ອາຈານຄິມກ່າວວ່າ ລະບົບການຮຽນໜັງສືແບບ ເລົ່າໃຫ້ຂຶ້ນໃຈ ຫລື memorization
ນັ້ນ ເຮັດໃຫ້ນັກຮຽນ ຈໍານວນຫລາຍໆຄົນ ຕົກຢູ່ໃນສະພາບເຄັ່ງຄຽດ. ການສຶກສາບັ້ນໜຶ່ງ
ຂອງລັດຖະບານເມື່ອບໍ່ນານມານີ້ ເດັກນ້ອຍເກົາຫລີໃຕ້ນັ້ນແມ່ນມີຄວາມສຸກສົດຊື່ນ ໜ້ອຍກ່ວາເດັກນ້ອຍຢູ່ໃນ 29 ປະເທດອື່ນໆທີ່ພັດທະນາແລ້ວ. ຊາວເກົາຫລີໃຕ້ຫລາຍຄົນ ຖິ້ມ
ໂທດໃສ່ຄວາມກົດດັນດ້ານການສຶກສານີ້ວ່າ ເປັນສາເຫດເຮັດໃຫ້ເດັກນ້ອຍເກົາຫລີໃຕ້ ບໍ່ມີຄວາມສຸກ.
ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະປະ
ຕິຮູບລະບົບການສຶກສາຂອງປະເທດຂອງທ່ານນາງ. ແລະທ່ານນາງຊຸກຍູ້ໃຫ້ລະບົບສຶກ
ສາ ເພີ້ມທະວີແນວຄິດແບບປະດິດສ້າງ ແລະໃຫ້ຫລຸດຜ່ອນຄວາມເຄັ່ງຄຽດລົງ. ແຕ່ທ່ານ Jasper Kim ບໍ່ຮູ້ສຶກແນ່ໃຈວ່າ ການປະຕິຮູບໂດຍລັດຖະບານແຕ່ຝ່າຍດຽວ ຈະແກ້ໄຂ
ບັນຫານີ້ໄດ້.
ທ່ານຄິມເວົ້າວ່າ “ພວກລັດຖະກອນຫັ້ນ ເຂົາເຈົ້າຢາກເວົ້າຫຍັງກໍໄດ້ໜົດ ທີ່ເຂົາເຈົ້າ
ຢາກເວົ້າ. ແຕ່ວ່າ ຈິງໆແລ້ວ ມັນເລີ້ມຕົ້ນຂຶ້ນຢູ່ເຮືອນ.”
ແນວໃດກໍຕາມ ການທີ່ຈະເຮັດໃຫ້ພວກພໍ່ແມ່ຊາວເກົາຫລີໃຕ້ ຫລຸດຜ່ອນຄວາມກົດດັນຕໍ່
ລູກໆລົງນັ້ນ ມັນອາດຈະບໍ່ງ່າຍປານນັ້ນ. ນາງ Shin Jeong-yeon ເວົ້າວ່າ ນາງກໍບໍ່ຢາກ
ຈະກົດດັນລູກສາວຂອງນາງຫລາຍປານໃດດອກ ແຕ່ມັນກໍມີການແຂ່ງຂັນກັນຫລາຍໂພດ. ສະນັ້ນ ຈຶ່ງເປັນໄປບໍ່ໄດ້ ທີ່ຈະບໍ່ໃຫ້ພໍ່ແມ່ກົດດັນລູກ ໃຫ້ຮຽນເກ່ງໆ. ສໍາຫລັບເວລານີ້ ສິ່ງທີ່
ນາງ Shin ແລະພໍ່ແມ່ຄົນອື່ນໆ ເຮັດໄດ້ນັ້ນ ກໍຄືຫວັງວ່າ ຄວາມກົດດັນອັນນັ້ນ ຈະສົ່ງຜົນທີ່
ດີອອກມາ.
ເບິ່ງວີດີໂອຂອງພະແນກ ຮຽນພາສາອັງກິດ ກ່ຽວກັບລາຍງານນີ້:
______________________________________________________________