ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີ ເກົາຫຼີໃຕ້ ຍົກເລີກການເດີນທາງໄປ ໂຕກຽວ ແລະ ກອງປະຊຸມສຸດຍອດ ທີ່ອາດເປັນໄປໄດ້ ກັບນາຍົກ ຍີ່ປຸ່ນ


ຜູ້ປະທ້ວງຄົນນຶ່ງຢືນເພື່ອຄັດຄ້ານການຢ້ຽມຢາມ ຍີ່ປຸ່ນ ທີ່ອາດເປັນໄປໄດ້ຂອງປະທານາທິບໍດີ ມູ ແຈ-ອິນ ຢູ່ຕໍ່ໜ້າຕຶກຂອງສະຖານທູດ ຍີ່ປຸ່ນ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 19 ກໍລະກົດ, 2021.
ຜູ້ປະທ້ວງຄົນນຶ່ງຢືນເພື່ອຄັດຄ້ານການຢ້ຽມຢາມ ຍີ່ປຸ່ນ ທີ່ອາດເປັນໄປໄດ້ຂອງປະທານາທິບໍດີ ມູ ແຈ-ອິນ ຢູ່ຕໍ່ໜ້າຕຶກຂອງສະຖານທູດ ຍີ່ປຸ່ນ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 19 ກໍລະກົດ, 2021.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຈະບໍ່ເດີນທາງໄປນະຄອນຫຼວງ ໂຕກຽວ ໃນທ້າຍອາ ທິດນີ້ ເພື່ອພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ໂຢຊິຮິເດະ ຊູກະ ຫຼັງຈາກນັກການທູດ ຍີ່ປຸ່ນ ໄດ້ໃຫ້ຄຳເຫັນດູຖູກ ກ່ຽວກັບ ຜູ້ນຳຂອງ ເກົາຫຼີໃຕ້.

ໜັງສືພິມ ໂຢມິວຣິ ຂອງ ຍີ່ປຸ່ນ ໄດ້ລາຍງານໃນຕອນເຊົ້າວັນຈັນວານນີ້ວ່າຜູ້ນຳທັງສອງທ່ານຈະພົບ ປະກັນໃນວັນສຸກນີ້ ຢູ່ນະຄອນຫຼວງຂອງ ຍີ່ປຸ່ນ ເຊິ່ງຈະເກີດຂຶ້ນພ້ອມກັບການເຂົ້າຮ່ວມພິທີເປີດກິລາໂອລິມປິກຂອງທ່ານ ມູນ ດ້ວຍ.

ແຕ່ທຳນຽບສີຟ້າຂອງ ເກົາຫຼີໃຕ້, ເຊິ່ງແມ່ນທີ່ພັກອາໄສທາງການ ແລະ ຫ້ອງການຂອງທ່ານ ມູນ ນັ້ນ, ຕໍ່ມາໄດ້ປະກາດວ່າທ່ານປະທານາທິບໍດີຈະບໍ່ເດີນທາງໄປ.

ກ່ອນໜ້ານັ້ນບັນດາເຈົ້າໜ້າທີ່ໄດ້ສະເໜີວ່າ ກອງປະຊຸມດັ່ງກ່າວແມ່ນບໍ່ແນ່ນອນ ຍ້ອນ “ສິ່ງກີດ ຂວາງ” ໃນການປຶກສາຫາລືຂັ້ນສຸດທ້າຍທີ່ເພັ່ງເລັງໃສ່ການຈັດການຢ້ຽມຢາມ, ເຊິ່ງປາກົດວ່າເປັນການອ້າງອີງໃສ່ຄຳເຫັນໂດຍທູດພິເສດ ລະດັບສູງທີ່ຖືກສົ່ງໄປສະຖານທູດ ຍີ່ປຸ່ນ ໃນນະຄອນຫຼວງ ໂຊລ.

ທູດພິເສດດັ່ງກ່າວ, ເຊິ່ງຖືກລະບຸຊື່ໂດຍອົງການຂ່າວ ຢອນຮັບ ຂອງ ເກົາຫຼີໃຕ້ ວ່າແມ່ນທ່ານ ຮິໂຣຮິຊະ ໂຊມະ, ຮອງຫົວໜ້າພາລະກິດທາງການທູດຂອງສະຖານທູດ, ທີ່ມີລາຍງານວ່າໄດ້ປຽບ ທຽບຄວາມພະຍາຍາມຂອງທ່ານ ມູນ ທີ່ຈະປັບປຸງສາຍພົວພັນກັບ ໂຊລ ໃສ່ການເຮັດໃຫ້ຕົນເອງພໍໃຈທາງເພດ ໃນລະຫວ່າງການສຳພາດກັບນັກຂ່າວໃນທ້ອງຖິ່ນ.

ຖະແຫຼງການສະບັບນຶ່ງຈາກທຳນຽບສີຟ້າກ່າວວ່າ ເຖິງແມ່ນວ່າການເຈລະຈາຕ່າງໆໄດ້ສ້າງຄວາມເຂົ້າໃຈສອງຝ່າຍ “ໃນລະດັບທີ່ສຳຄັນແລ້ວ” ກໍຕາມ, ຂະໜາດຂອງຄວາມກ້າວໜ້ານັ້ນແມ່ນຖືວ່າ “ຍັງບໍ່ພຽງພໍ” ເພື່ອຮັບປະກັນຜົນອອກມາທີ່ປະສົບຄວາມສຳເລັດຢູ່ກອງປະຊຸມສຸດຍອດ, ອີງຕາມອົງການຂ່າວ ຢອນຮັບ.

ສາຍພົວພັນລະຫວ່າງປະເທດທີ່ຢູ່ໃກ້ຄຽງກັນໃນເອເຊຍຕາເວັນອອກນັ້ນ ໄດ້ດຸເດືອດຂຶ້ນໃນສອງສາມປີທີ່ຜ່ານມາຍ້ອນຄວາມຂົມຂື່ນທີ່ມີມາຢ່າງຕໍ່ເນື່ອງຂອງ ເກົາຫຼີໃຕ້ ກ່ຽວກັບ ການເຂົ້າຄອບ ຄອງສະໄໝຫົວເມືອງຂຶ້ນທີ່ໂຫດຮ້າຍຂອງ ຍີ່ປຸ່ນ ໃນແຫຼມ ເກົາຫຼີ ຈາກປີ 1910 ຫາ 1945. ແມ່ຍິງເກົາຫຼີຈຳນວນຫຼາຍໄດ້ຖືກບັງຄັບໃຫ້ເຮັດວຽກໃນໂຮງໂສເພນີຂອງທະຫານ ຍີ່ປຸ່ນ ເປັນ “ແມ່ຍິງບຳເລີ” ໃນລະຫວ່າງສົງຄາມ, ໃນຂະນະທີ່ຊາວ ເກົາຫຼີໃຕ້ ຄົນອື່ນອີກຫຼາຍພັນຄົນໄດ້ຖືກບັງຄັບໃຫ້ເຮັດວຽກຢູ່ໂຮງງານຂອງ ຍີ່ປຸ່ນ ໃນຊ່ວງເວລານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG