ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກ​ຫລິ້ນ​ປີ​ອາ​ໂນ ເກົາ​ຫລີ​ໃຕ້ ອາ​ຍຸ 18 ໄດ້​ຊະ​ນະ​ເລີດ ການແຂ່ງ​ຂັນ Van Cliburn  


ທ້າວ​ຢຸນ​ຈັນ ລິມ ນັກ​ຫລິ້ນ​ປີ​ອາ​ໂນ ອາ​ຍຸ 18 ປີ ຈາກ​ເກົາ​ຫລີ​ໃຕ້
ທ້າວ​ຢຸນ​ຈັນ ລິມ ນັກ​ຫລິ້ນ​ປີ​ອາ​ໂນ ອາ​ຍຸ 18 ປີ ຈາກ​ເກົາ​ຫລີ​ໃຕ້

ຊາວ​ເກົາ​ຫລີ​ໃຕ້​ຄົນ​ນຶ່ງ​ອາ​ຍຸ 18 ປີ ​ໄດ້​ຊະ​ນ​ະ​ເລີດ​ການ​ແຂ່ງ​ຂັນຫລິ້ນ​ປີ​ອາ​ໂນ Van Cliburn International ຄັ້ງ​ທີ 16 ຊຶ່ງເປັນ​ນຶ່ງໃນ​ການ​ສະ​ແດງຂອງນັ​ກ​ຫລິ້ນ​ປີ​ອາ​ໂນທີ່​ເກັ່ງ​ທີ່​ສຸດຢູ່​ໃນ​ໂລກ.

ການ​ແຂ່ງ​ຂັນ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຝ​ອດ​ເຫວີດ ລັດ​ເທັກ​ຊັ​ສ ທີ່​ໄດ້​ສິ້ນ​ສຸດ​ລົງ​ໃນ​ຕອນ​ແລງວັນ​ເສົາ​ທີ່​ຜ່ານ​ມາ. ທ້າວ ​ຢຸນ​ຈັນ ລິມ (Yunchan Lim​) ໄດ້ກາຍ​ມາ​ເປັນຜູ້​ແຂ່ງ​ຂັນ​ໜຸ່ມ​ທີ່ສຸດ​ທີ່ຊະ​ນະ​ເລີດຫລຽນ​ຄຳ. ໄຊ​ຊະ​ນະ​ຂອງ​ລາວ​ຮວມ​ມີເງິນ​ສົດ​ລາງ​ວັນ 100,000 ໂດ​ລາ​ ແລະ​ ສາມ​ປີໃນ​ການບໍ​ລິ​ຫານອາ​ຊີບ.

​ຜູ້​ໄດ້​ຮັບ​ຫລຽນ​ເງິນ ອາ​ຍຸ 31 ປີ ນາ​ງ ​ອານ​ນາ ເຈ​ນິ​ອັ​ສ​ຊີນ (Anna Geniuschene) ຈາກ​ຣັດ​ເຊຍ ແລະ​ ຫລຽນ​ທອງ​ແດງ​ໄດ້​ແກ່ ທ້າວ​ ດິ​ມີ​ໂຕ​ຣ ຄໍ​ຣີ (Dmytro Chori) ​ອາ​ຍຸ 28 ປີ ຈາກ​ຢູ​ເຄ​ຣນ.

ທ້າວ​ລິມ ໄດ້​ກ່າວ​ຕໍ່​ໜັງ​ສື​ພິມ Forth Worth Star ວ່າລ​າວ​ຈະ​ລົມ​ກັບ​ນາຍ​ຄູ​ຂອງ​ລາວ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກ່ຽວ​ກັບ​ອາ​ຊີບ​ຂອງ​ລາວໃນອະ​ນາ​ຄົດ.

ທ້າວ​ລິມ ກ່າວ​ວ່າ “ຂ້າ​ພ​ະ​ເຈົ້າ​ຍັງ​ເປັນ​ນັກ​ຮຽນ ແລະ​ມີ​ຄວ​າມ​ຮູ້​ສຶກວ່າ​ຍັງ​ຈະ​ຮຽນ​ອີກ​ຢູ່. ນີ້​ແມ່ນ​ການ​ແຂ່ງ​ຂັນ​ທີ່​ຍິ່ງ​ໃຫຍ່ ຂ້າ​ພະ​ເຈົ້າ​ມີ​ຄວາ​ມຮູ້​ສຶກ​ເຖິງພາ​ລະ​ໃນ​ການ​ໄດ້​ຮັບ​ກຽດ​ອັນ​ຍິ່ງ​ໃຫຍ່​ ແລະ​ລາງວັນນີ້ ເພາະ​ສະ​ນັ້ນຂ້າ​ພະ​ເຈົ້າ​ຈະ​ຜັກ​ດັນຕົນ​ເອງ​ໃຫ້ດຳ​ເນີນ​ໄປ​ຕາມ​ກຽດ​ຕິ​ຍົດ​ທີ່ຂ້າ​ພະ​ເຈົ້າ​ໄດ້​ຮັບ​ມື້​ນີ້.

​ການ​ແຂ່ງ​ຂັນ​ດັ່ງ​ກ່າວໄດ້​ກໍ່​ຕັ້ງ​ຂຶ້ນ​ມາ​ໃນ​ປີ 1962 ເພື່ອ​ໃຫ້​ກຽດສະ​ຫລອງແກ່ນັກ​ຫລິ້ນ​ປີ​ອາ​ໂນ ​ທ່ານ ແວນ ຄ​ລີ​ເບີ​ນ ຜູ້​ທີ່​ໄດ້​ຢູ່​ເມືອງ​ຝອດ​ເຫວີດ. ທ່ານ​ຄ​ລີ​ເບີນ ໄດ້​ເສຍ​ຊີ​ວິດໃນ​ປີ 2013 ອ​າ​ຍຸ 78 ປີ ທ່ານ​ໄດ້​ຫລິ້ນ​ໃຫ້​ແກ່​ບັນ​ດາ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ກະ​ສັດ ແລະ​ບັນ​ດາປະ​ມຸ​ກ​ລັດຢູ່​ທົ່ວ​ໂລກ. ​ທ່ານ​ເປັນ​ທີ່​ຈື່​ໄດ້​ດີ​ທີ່​ສຸດສຳ​ລັບການ​ໄດ້​ຊະ​ນະ​ເລີດ​ການ​ແຂ່ງ​ຂັນ ໄຈ​ຄອຍ​ສ​ກີ ສາ​ກົນ ໃນ​ນະ​ຄອນຫຼວງ​ມົ​ສ​ກູ ​ປີ 1958, ເຊິ່ງ​ຈຸດຢູ່ສູງ​ສຸດ​ຂອງສົງ​ຄາມເຢັນ.

ການ​ແຂ່ງ​ຂັນດັ່ງ​ກ່າວ​ຕາມ​ປະ​ເພ​ນີແລ້ວ​ຖືກ​ຈັດ​ຂຶ້ນທຸກສີ່​ປີ. ການ​ແຂ່ງ​ຂັນ​ໃນປີ​ນີ້​ໄດ້​ມີ​ກຳ​ນົດ​ໄວ້​ແຕ່​ປີ​ກາຍ​ນີ້ ແຕ່​ໄດ້ຫລ້າ​ຊ້າ​ໂຣກລະ​ບາດ.

An 18-year-old from South Korea has won the 16th Van Cliburn International Piano Competition, one of the top showcases for the world's best pianists.

The competition held in Fort Worth, Texas, ended Saturday night with Yunchan Lim becoming the competition's youngest winner of the gold medal. His winnings include a cash award of $100,000 and three years of career management.

In this photo provided by The Cliburn, the winners of the 16th Van Cliburn International Piano Competition, silver medalist Anne Geniushene, left, from Russia, gold medalist Yunchan Lim, from South Korea, and bronze medalist Dmytro Choni, from Ukraine pos
In this photo provided by The Cliburn, the winners of the 16th Van Cliburn International Piano Competition, silver medalist Anne Geniushene, left, from Russia, gold medalist Yunchan Lim, from South Korea, and bronze medalist Dmytro Choni, from Ukraine pos

The silver medalist was Anna Geniushene, a 31-year-old from Russia, and the bronze medalist is Dmytro Choni, a 28-year-old from Ukraine.

Lim told the Fort Worth Star-Telegram that he'll discuss with his teacher what the next move for his career should be.

"I am still a student and I feel like I have to learn a lot still," Lim said. "This is a great competition and I feel the burden of receiving this great honor and award so I will just push myself to live up to the honor I received today."

The competition was founded in 1962 in honor of the celebrated pianist Van Cliburn, who lived in Fort Worth. Cliburn, who died in 2013 at age 78, played for U.S. presidents, royalty and heads of state around the world. He is best remembered for winning the first International Tchaikovsky Competition in Moscow in 1958, at the height of the Cold War.

The competition is traditionally held every four years. This year's competition was originally scheduled for last year but was postponed due to the pandemic.

XS
SM
MD
LG