ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ໃຕ້ ສົ່ງ​ດາວ​ທຽມ ຂຶ້ນ​ສູ່​ວົງ​ໂຄ​ຈອນ ດ້ວຍ​ຈະ​ຫຼວດ​ຂອງ​ຕົນ​ເອງ


ຮູບ​ທີ່​ສະ​ໜອງ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອະ​ວະ​ກາດ ​ຂອງ​ເກົາ​ຫຼີ ສະ​ແດງ​ໃຫ້​ເຫັນ​ຈະ​ຫຼວດ​ນູ​ຣີ ທີ່​ຜະ​ລິດ​ໃນ​ເກົາ​ຫຼີ​ໃຕ້ ທະ​ຍານ​ຂຶ້ນ​ຈາກ​ຖານ​ສົ່ງ ​ທີ່​ສູນ​ກາງ​ອະ​ວະ​ກາດນາ​ໂຣ ​ໃນເມືອງ​ໂກ​ເຮັງ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 21 ມິ​ຖຸ​ນາ 2022. (Korea Aerospace Research Institute via AP)
ຮູບ​ທີ່​ສະ​ໜອງ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອະ​ວະ​ກາດ ​ຂອງ​ເກົາ​ຫຼີ ສະ​ແດງ​ໃຫ້​ເຫັນ​ຈະ​ຫຼວດ​ນູ​ຣີ ທີ່​ຜະ​ລິດ​ໃນ​ເກົາ​ຫຼີ​ໃຕ້ ທະ​ຍານ​ຂຶ້ນ​ຈາກ​ຖານ​ສົ່ງ ​ທີ່​ສູນ​ກາງ​ອະ​ວະ​ກາດນາ​ໂຣ ​ໃນເມືອງ​ໂກ​ເຮັງ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 21 ມິ​ຖຸ​ນາ 2022. (Korea Aerospace Research Institute via AP)

ເກົາ​ຫຼີ​ໃຕ້​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ ​ໃນ​ການ​ສົ່ງ​ດາວ​ທຽມ ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ໃນ​ຄວາມ​ພະ​ຍາ​ຍາມ​ຄັ້ງ​ທີສອງ ໂດຍ​ໃຊ້​ຈະ​ຫຼວດ​ທີ່​ສ້າງ​ຂຶ້ນ​ພາຍ​ໃນ​ປະ​ເທດ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຂອງ​ເກົາ​ຫຼີ​ໃຕ້ ໃນ​ວັນ​ອັງ​ຄານ​ວານນີ້ ຊຶ່ງ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ ​ໃນ​ຄວາມ​ໄຝ່​ຝັນ​ຂອງ​ປະ​ເທດ​ດັງ​ກ່າວ ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ອະ​ວະ​ກາດ​ທີ່​ເປັນ​ອິດ​ສະ​ຫຼະ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ອະ​ວະ​ກາດ ທ່ານ​ລີ ຈົງ ໂຮ ໃຫ້​ການ​ຢືນ​ຢັນ​ວ່າ ຈະ​ຫຼວດ​ທີ່​ປະ​ກອບ​ດ້ວຍ 3 ທ່ອນ ຊື່​ວ່າ “ນູ​ຣີ” ໄດ້​ສົ່ງດາວ​ທຽມ​ຫຼາຍ​ໜ່ວຍ​ຂຶ້ນ​ສູ່ງວົງ​ໂຄ​ຈອນ ​ລຸນຫຼັງ​ທີ່ຖືກ​ຍິງ​ຂຶ້ນ ​ຈາກ​ສູນ​ກາງ​ອະ​ວະ​ກາດ ຢູ່​ເກາະ​ດອນ​ນ້ອຍໆແຫ່ງ​ນຶ່ງແຄມ​ຝັ່ງທາງ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ປະ​ເທດ ​ໃນ​ເຂດ​ໂກ​ເຮິງ.

ຄວາມ​ສຳ​ເລັດ​ດັ່ງ​ກ່າວ​ມີ​ຂຶ້ນ 8 ເດືອນ ຫຼັງ​ຈາກ​ຖ້ຽວ​ບິນ​ຄັ້ງທຳ​ອິດ​ຂອງ​ນູ​ຣີ​ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ ທີ່​ຈະ​ສົ່ງ​ດາວ​ທຽມ​ປອມ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ເວ​ລາ​ທ່ອນ​ທີ 3 ຂອງ​ຈະ​ຫຼວດ​ປະ​ສົບ​ກັບ​ບັນ​ຫາ.

ດ້ວຍ​ຄວາມ​ສຳ​ເລັດ​ໃນ​ການ​ຍິງ​ສົ່ງ​ເມື່ອ​ວັນ​ອັງ​ຄານ​ວານນີ້ ເກົາ​ຫຼີ​ໃຕ້​ກາຍ​ເປັນ​ປະ​ເທດ​ທີ 10 ທີ່​ສາ​ມາດ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ອະ​ວະ​ກາດ ໂດຍ​ໃຊ້​ເທັກ​ໂນ​ໂລ​ຈີ​ຂອງ​ຕົນ​ເອງ.

ເຈົ້າ​ໜ້າ​ທີ່​ເກົາ​ຫຼີ​ໃຕ້​ຢືນ​ຢັດ​ວ່າ ​ຈະ​ຫຼວດນູ​ຣີບໍ່​ໄດ້​ມີ​ການ​ນຳ​ໃຊ້​ທາງ​ທະ​ຫານ. ແຕ່​ແນວ​ໃດ​ກໍ​ຕາມ​ການ​ຍິງ​ສົ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ເກົາ​ຫຼີ​ໃຕ້​ສາ​ມາດ​ສ້າງ​ຈະ​ຫຼວດ​ທີ່​ໃຫຍ່ກວ່າ​ເກົ່າ​ໄດ້ ແລະ​ສົ່ງ​ດາວ​ທຽມ​ສອດ​ແນມ ທີ່​ສາ​ມາດ​ຕິດ​ຕາມ​ເບິ່ງ​ໄພ​ຂົ່ມ​ຂູ່​ຕ່າງໆ ຮວມ​ທັງ​ເກົາ​ຫຼີ​ເໜືອປະ​ເທດ​ເພື່ອນ​ບ້ານ​ທີ່​ມີ​ອາ​ວຸດ​ນິວ​ເຄ​ລຍນັ້ນ.

ເຈົ້າ​ໜ້າ​ທີ່​ເກົາ​ຫຼີ​ໃຕ້ ​ຫວັງ​ວ່າ ມັນ​ຍັງ​ຈະ​ຊ່ວຍ​ຫັນ​ປ່ຽນ​ປະ​ເທດ​ດັ່ງ​ກາວ ໃຫ້​ກາຍເປັນ “ໂຮງ​ຈັກ​ອະ​ວະ​ກາດ” ຊຶ່ງ​ຈະ​ເສີມ​ຂະ​ຫຍາຍ​ບໍ່​ພຽງ​ແຕ່​ໂຄງ​ການ​ອະ​ວະ​ກາດ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ລັດ​ຖະ​ບານ​ເກົາ​ຫຼີ​ໃຕ້​ເທົ່າ​ນັ້ນ ແຕ່​ອຸດ​ສາ​ຫະ​ກຳ​ອະ​ວະ​ກາດ​ເອກ​ກະ​ຊົນ​ນຳ​ດ້ວຍ.

ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ຢູນ ຊຸກ ໂຢລ ໄດ້​ທຳ​ການ​ປະ​ກາດ​ລຸນ​ຫຼັງ​ທີ່​ມີ​ການ​ຍິງ​ສົ່ງ ໂດຍ​ກ່າວ​ວ່າ “ເວ​ລານີ້ ເສັ້ນ​ທາງ​ໄປ​ສູ່​ອະ​ວະ​ກາດ​ໄດ້​ເປີດ​ຂຶ້ນ​ແລ້ວ​ຈາກ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ.” ນອກນັ້ນທ່ານ​ຍັງ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ສ້າງ​ຕັ້ງ​ອົງ​ການ​ອະ​ວະ​ກາດ​ແຫ່ງ​ຊາດ​ຂຶ້ນ.

ເຖິງ​ແມ່ນ​ວ່າ​ເກົາ​ຫຼີ​ໃຕ້​ເປັນ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ເປັນ​ອັນ​ດັບ 10 ຂອງ​ໂລກ​ກໍ​ຕາມ ແຕ່​ໂຄງ​ການ​ອະ​ວະ​ກາດ​ຂອງ​ປະ​ເທດ​ດັ່ງ​ກ່າວ​ຖືກມອງ​ກັນ​ວ່າ ຍັງ​ລ້າ​ຫຼັງ​ປະ​ເທດ​ທີ່​ຮັ່ງ​ມີ​ຫຼາຍໆ​ປະ​ເທດ​ຢູ່. ຄຳ​ວ່າ ນູ​ຣີ ຊຶ່ງ​ມີ​ຄວາມ​ໝາຍ​ໃນ​ພາ​ສາ​ເກົາ​ຫຼີ​ວ່າ “ໂລ​ກ” ນັ້ນ ຈະ​ຊ່ວຍ​ຫຼຸດ​ຜ່ອນ​ຊ່ອງ​ຫວ່າງ​ທີ່​ວ່ານັ້ນ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG