ປະຊາຊົນທີ່ຢູ່ໃນນະຄອນໂຊລ ໄດ້ພົບວ່າ ລະບົບການສື່ສານຂອງເຂົາເຈົ້າໄດ້ ບອບ
ບາງພຽງໃດ ໃນທ້າຍອາທິດທີ່ຜ່ານມານີ້ ເວລາໄຟໄໝ້ໄດ້ລົບກວນການບໍລິການໃຫ້
ແກ່ຫຼາຍລ້ານຄົນ. ລັດຖະບານ ແລະຜູ້ບໍລິການ ໄດ້ປະກາດທີ່ຈະຈັດ ຕັ້ງປະຕິບັດການ
ປ່ຽນແປງ ເພື່ອຫລີກລ່ຽງບໍ່ໃຫ້ເກີດເຫດການນີ້ຊ້ຳຄືນອີກ ແຕ່ການລົ້ມແຫຼວຂອງລະ
ບົບໄດ້ສະແດງໃຫ້ເຫັນຄວາມຈຳເປັນ ເຖິງການຊັບຊ້ອນ ທີ່ໃຫຍ່ກວ່ານີ້ ແລະກະກຽມ
ເພື່ອຮັບມືກັບໄພພິບັດທາງທຳມະຊາດ ແລະທາງເທັກໂນໂລຈີ ໃນອະນາຄົດ.
ໄຟໄໝ້ ໄດ້ເປັນຜົນກະທົບ ຕໍ່ບັນດາຜູ້ຊົມໃຊ້ຂອງບໍລິສັດ KT ທີ່ຢູ່ອັນດັບສອງຂອງບໍ
ລິສັດສື່ສານທີ່ໃຫຍ່ສຸດຂອງປະເທດ. ເຂົາເຈົ້າໄດ້ພົບຕົນເອງວ່າບໍ່ສາມາດໂທລະສັບ
ໄດ້ ເຂົ້າຫາອິນເຕີແນັດ ຖອນເງິນຈາກເຄື່ອງຈັກ ATM ຫຼືການໃຊ້ບັດສິນເຊື່ອ ແລະ
ເບິ່ງໂທລະພາບ. ສື່ມວນຊົນທ້ອງຖິ່ນຍັງໄດ້ລາຍງານວ່າ ແມ່ຍິງຊະລາຄົນນຶ່ງໄດ້ເສຍ
ຊີວິດເວລາລາວລົ້ມປ່ວຍ ແລະສາມີຂອງລາວບໍ່ສາມາດໂທຫາການບໍລິການສຸກເສີນ
ໄດ້ລະຫວ່າງທີ່ບໍ່ມີການບໍລິການ.
ທ່ານລີ ແມນຈົງ ປະທານສະມາຄົມການສຶກສາກ່ຽວກັບການກໍ່ການຮ້າຍຂອງເກົາຫຼີ
ແລະສາສດາຈານຂອງກົມກົດໝາຍ ແລະຕຳຫຼວດ ທີ່ມະຫາວິທະຍາໄລຮາວອນ ກ່າວ
ຕໍ່ ວີໂອເອ ວ່າ ໃນຂະນະທີ່ເກືອບເປັນໄປບໍ່ໄດ້ເພື່ອຈະປ້ອງກັນບໍ່ໃຫ້ລະບົບໃຊ້ການ
ບໍ່ໄດ້ ໃນຂອບເຂດທີ່ກວ້າງຂວາງ ບາດກ້າວທີ່ແນ່ນອນ ສາມາດເຮັດໄດ້ ເພື່ອຫລີກ
ລ່ຽງໄພພິບັດຈາກຄວາມລົ້ມແຫຼວດັ່ງກ່າວ.
ທ່ານກ່າວວ່າ “ມີຄວາມຈຳເປັນຕ້ອງແຍກຕາໜ່າງຮັກສາຄວາມປອດໄພ ສາທາລະ
ນະຊົນ ເຊັ່ນໄຟໄໝ້ ການແພດ ແລະການບໍລິການຕຳຫຼວດສຸກເສີນ ແລະເຮັດໃຫ້
ລະບົບສຳຮອງກຽມພ້ອມໄວ້ຢ່າງລະມັດລະວັງ.”
ຫລັງຈາກເກີດໄຟໄໝ້ແລ້ວ ລັດຖະມົນຕີວິທະຍາສາດ ແລະຂໍ້ມູນຂ່າວສານ ສື່ສານ
ແລະເທັກໂນໂລຈີເກົາຫຼີໃຕ້ ທ່ານຢູ ຢັງມິນ ໄດ້ໂອ້ລົມກັບຫົວໜ້າບໍລິຫານສາມບໍລິ
ສັດສື່ສານ ທີ່ສຳຄັນຂອງເກົາຫຼີໃຕ້ ເພື່ອຫາລືກ່ຽວກັບແຜນສຳຮອງຂອງພວກເຂົາເຈົ້າ.