ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ໄດ້ສະແດງໃຫ້ເຫັນເຖິງວິທີການຄວບຄຸມ ໂຄວິດ-19, ແຕ່ປັດຈຸບັນນີ້ ພວກເຂົາເຈົ້າພະຍາຍາມດຳລົງຊີວິດ ກັບພະຍາດດັ່ງກ່າວ


ບັນດາແຟນກິລາເບສບອລ ເຊຍທີມຂອງຕົນເອງໃນລະຫວ່າງການແຂ່ງຂັນເກມຂອງທີມ ກີວູມ ຮີໂລ ແລະທີມ ດູຊານ ແບຣ໌ ໃນນະຄອນຫລວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 1 ພະຈິກ, ປີ 2021.
ບັນດາແຟນກິລາເບສບອລ ເຊຍທີມຂອງຕົນເອງໃນລະຫວ່າງການແຂ່ງຂັນເກມຂອງທີມ ກີວູມ ຮີໂລ ແລະທີມ ດູຊານ ແບຣ໌ ໃນນະຄອນຫລວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 1 ພະຈິກ, ປີ 2021.

ບ່ອນນັ່ງ ບັດນີ້ເລີ້ມເຕັມຄືນອີກຄັ້ງນຶ່ງຢູ່ທີ່ເກັມການແຂ່ງຂັນເບສບອລ (baseball) ຢູ່ໃນເກົາຫຼີໃຕ້. ເຊັ່ນດຽວກັບໃນຊ່ວງກ່ອນມີໂຣກລະບາດ ພວກແຟນໆສາມາດດື່ມເບຍ ແລະກິນຈືນໄກ່. ພວກເຂົາສາມາດຕົບມືຂອງພວກເຂົາ, ທືບພື້ນ ແລະແກວ່ງສິ່ງຂອງທີ່ສົ່ງສຽງເຊຍຕ່າງໆນາໆເພື່ອສະໜັບສະໜຸນທີມຂອງພວກເຂົາ.

ແຕ່ສິ່ງທີ່ພວກເຂົາບໍ່ອະນຸຍາດໃຫ້ເຮັດ ຢ່າງໜ້ອຍຍັງບໍ່ເຖິງເວລາເທື່ອ ກໍແມ່ນວ່າ ຮ້ອງໂຮ ຫຼື ຮ້ອງເພງຕໍ່ສູ້ຂອງທີມ ອັນເປັນຈຸດເດັ່ນຂອງຝູງຄົນທີ່ເຂົ້າຊົມການແຂ່ງຂັນເບສບອລຂອງເກົາຫຼີ.

“ຖ້າເຈົ້າຮ້ອງໂຮຫຼາຍ ໄວຣັສຈະຫົ່ວໄຫຼອອກມາຈາກໜ້າກາກຂອງເຈົ້າ” ນາຍົກລັດຖະມົນຕີ ກິມ ບູ-ກຽມ (Kim Boo-kyum) ໄດ້ກ່າວອ້ອນວອນຕໍ່ພວກແຟນໆຜ່ານທາງລາຍການວິທະຍຸ ໃນອາທິດນີ້ ຫຼັງຈາກທີ່ຝູງຄົນໄດ້ຖືກແນມເຫັນວ່າ ສົ່ງສຽງສະໜັບສະໜຸນໃຫ້ແກ່ທີມຂອງພວກເຂົາດັງແຮງຫຼາຍເກີນໄປ ໃນລະຫວ່າງເກມຮອບຄັດເລືອກທີ່ເຄັ່ງຄຽດ.

ມັນເປັນຈຸນລະພາກຂອງກິດຈະກຳວິຖີຊີວິດຢູ່ໃນເກົາຫຼີໃຕ້ ເຊິ່ງໂດຍພື້ນຖານແລ້ວ ສິ່ງຕ່າງໆແມ່ນກຳລັງກັບຄືນສູ່ສະພາບຄວາມເປັນປົກກະຕິ ແຕ່ພວກເຂົາຍັງບໍ່ທັນຮອດຈຸດນັ້ນເທື່ອ.

ເຖິງແມ່ນວ່າ ເກົາຫຼີໃຕ້ ບໍ່ເຄີຍໄດ້ປິດບ້ານປິດເມືອງ ຫຼືລັອກດາວໃນລະຫວ່າງການລະບາດຂອງໄວຣັສໂຄໂຣນາກໍຕາມ ເກົາຫຼີໃຕ້ກໍບໍ່ເຄີຍເປີດປະເທດຢ່າງເຕັມສ່ວນເຊັ່ນກັນ ໂດຍສະເພາະໃນຂະນະທີ່ປະເທດໄດ້ຕໍ່ສູ້ກັບຄື້ນຟອງທີສີ່ຂອງການຕິດແປດມາ ນັບຕັ້ງແຕ່ເດືອນກໍລະກົດ.

ເຖິງຢ່າງໃດກໍຕາມ ເລີ້ມຕົ້ນແຕ່ໃນອາທິດນີ້ ລັດຖະບານຈະປະກາດແຜນການບາດກ້າວທຳອິດຂອງຕົນໃນ “ການດຳລົງຊີວິດກັບພະຍາດໂຄວິດ-19.” ພວກຝູງຄົນທີ່ໃຫຍ່ກວ່າເກົ່າ ບັດນີ້ສາມາດເຕົ້າໂຮມກັນຢູ່ໃນນະຄອນຫຼວງໂຊລ. ຮ້ານອາຫານ ແລະຮ້ານກາເຟທັງຫຼາຍ ລວມທັງພວກຮ້ານທີ່ຂາຍເຫຼົ້າ ແມ່ນບໍ່ຖືກຫ້າມໃນເວລາຕອນຄ່ຳຄືນອີກຕໍ່ໄປ. ສ່ວນພວກແຟນໆກິລາຕ່າງໆ ໄດ້ກັບຄືນໄປຍັງສະໜາມກິລາ ແລະເດີ່ນກິລາໃນຕຶກອາຄານໄດ້ແລ້ວ.

ຄັນບໍ່ມີບັນຫາຫຍັງເກີດຂຶ້ນ ເກົາຫຼີໃຕ້ຈະຄ່ອຍໆຍົກເລີກກົດລະບຽບການຢູ່ຫ່າງກັນໃນສັງຄົມ ພາຍໃນທ້າຍເດືອນກຸມພາ ສອງປີຫຼັງຈາກທີ່ປະເທດແຫ່ງນີ້ ເປັນປະເທດນຶ່ງທີ່ໄດ້ປະສົບກັບການລະບາດຂອງໄວຣັສໂຄວິດ-19 ແຫ່ງທຳອິດຂອງໂລກ.

ວິທີການຮັບມືກັບໂຄວິດ-19 ຂອງເກົາຫຼີໃຕ້ ໄດ້ປະສົບກັບຄວາມສຳເລັດ ຢ່າງບໍ່ຕ້ອງສົງໄສເລີຍ ມາເຖິງເວລານີ້. ມັນເປັນນຶ່ງໃນບໍ່ເທົ່າໃດປະເທດທີ່ຫລີກເວັ້ນທັງການປິດເມືອງ ແລະການສູນເສຍຊີວິດຂະໜາດໃຫຍ່.

ໃນປັດຈຸບັນນີ້ ຫຼັງຈາກທີ່ມີຜົນງານດີກວ່າໝູ່ ໃນເກືອບທຸກຂັ້ນຕອນຂອງການລະບາດ ເກົາຫຼີໃຕ້ຫວັງວ່າ ຕົນສາມາດສະແດງໃຫ້ເຫັນ ວິທີໃນການດຳລົງຊີວິດກັບພະຍາດໂຄວິດ-19 ໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG