ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ຫາທາງປັບປຸງສາຍພົວພັນກັບ ເກົາຫລີເເໜືອ ເຖິງແມ່ນຈະມີການຂົ່ມຂູ່ຈາກເກົາຫລີເໜືອ ກໍຕາມ


ຮອງລັດຖະມົນຕີກະຊວງການຕ່າງປະເທດ ສຫລ, ທ່ານນາງ Wendy Sherman (ຂວາ) ຈັກການພົບປະໂອ້ລົມກັບ ຮອງລັດຖະະມົນຕີກະຊວງການຕ່າງປະເທດຜູ້ທີ 1 ຂອງເກົາຫລີໃຕ້, ທ່ານ Choi Jong Kun (ຂວາ) ໃນຂະນະທີ່ມີກອງປະຊຸມຂອງພວກເພິ່ນຢູ່ນນະຄອນຫລວງໂຊລ (ພາບສະໜອງໃຫ້ໂດຍກະຊວງການຕ່າງປະເທດຂອງເກົາຫລີໃຕ້)
ຮອງລັດຖະມົນຕີກະຊວງການຕ່າງປະເທດ ສຫລ, ທ່ານນາງ Wendy Sherman (ຂວາ) ຈັກການພົບປະໂອ້ລົມກັບ ຮອງລັດຖະະມົນຕີກະຊວງການຕ່າງປະເທດຜູ້ທີ 1 ຂອງເກົາຫລີໃຕ້, ທ່ານ Choi Jong Kun (ຂວາ) ໃນຂະນະທີ່ມີກອງປະຊຸມຂອງພວກເພິ່ນຢູ່ນນະຄອນຫລວງໂຊລ (ພາບສະໜອງໃຫ້ໂດຍກະຊວງການຕ່າງປະເທດຂອງເກົາຫລີໃຕ້)

ເກົາຫຼີໃຕ້ກ່າວໃນວັນຈັນມື້ນີ້ວ່າ ຕົນຈະສືບຕໍ່ຊຸກຍູ້ເພື່ອປັບປຸງສາຍພົວພັນແລະເປີດການເຈລະຈາກັບ ເກົາຫຼີເໜືອ ທີ່ເປັນຄູ່ປໍລະປັກຂອງຕົນນັ້ນຄືນອີກ, ເຖິງແມ່ນວ່າຈະມີການຂົ່ມຂູ່ຂອງ ເກົາຫຼີເໜືອ ວ່າຈະເຮັດໃຫ້ເກີດຄວາມໂກດແຄ້ນກັບຄືນມາອີກ ຖ້າ ໂຊລ ຫາກດຳເນີນການຊ້ອມຮົບໃນລະດູຮ້ອນກັບ ສະຫະລັດ, ອີງຕາມລາຍງານຂອງອົງການຂ່າວເອພີ (AP)

ໃນຄືນວັນອາທິດວານນນີ້, ນ້ອງສາວທີ່ມີອິດທິພົນຂອງຜູ້ນຳເກົາຫຼີເໜືອ, ທ່ານ ກິມ ຈົງ ອຶນ ໄດ້ເຕືອນວ່າການຊ້ອມລົບຈະທຳລາຍຄວາມພະຍາຍາມຢ່າງໜັກ ໃນການຟື້ນຟູຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງສອງເກົາຫຼີ ແລະຈະກາຍເປັນຄວາມຫວັງທີ່ມືດມົນທີ່ຈະມີສາຍພົວພັນທີ່ດີຂຶ້ນ ຖ້າມີການຝຶກຊ້ອມເລີ້ມຕົ້ນຂຶ້ນຕາມກຳນົດໃນເດືອນນີ້. ຄຳຖະແຫຼງຂອງທ່ານນາງໄດ້ເຮັດໃຫ້ມີຄຳ ຖາມກ່ຽວກັບຄວາມຈິງໃຈຂອງການຕັດສິນໃຈຂອງ ເກົາຫຼີເໜືອ ເມື່ອບໍ່ດົນມານີ້ ທີ່ຈະເປີດຊ່ອງທາງການສື່ສານທີ່ຖືກຢຸດເຊົາມາເປັນເວລາດົນນານແລ້ວນັ້ນກັບເກົາຫຼີໃຕ້ ຄືນອີກ.

ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ກ່າວໃນວັນຈັນມື້ນີ້ວ່າ ເວລາອັນແນ່ນອນ, ຂະໜາດ ແລະລາຍລະອຽດອື່ນໆຂອງການຊ້ອມລົບດັ່ງກ່າວ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ ແລະວ່າມັນເປັນບັນຫາທີ່ຕ້ອງໄດ້ຕັດສິນໂດຍເຈົ້າໜ້າທີ່ ເກົາຫຼີໃຕ້ ແລະ ສະຫະລັດ. ໂຄສົກບູ ເຊິງ-ຈານ (Boo Seung-Chan) ໄດ້ກ່າວຢໍ້າຄືນຄຳຖະແຫຼງທີ່ຜ່ານມາຂອງທ່ານວ່າ ໂຊລ ແລະ ວໍຊິງຕັນ ກຳລັງກວດກາເບິ່ງປັດໄຈຕ່າງໆເຊັ່ນສະຖານະການຂອງໂຣກລະບາດໃນປັດຈຸບັນ, ຄວາມພະຍາຍາມທາງການທູດເພື່ອສະກັດກັ້ນຄວາມທະເຍີທະຍານດ້ານນິວເຄຼຍຂອງເກົາຫຼີເໜືອ ແລະຄວາມພ້ອມທາງທະຫານຂອງ ເກົາຫຼີໃຕ້ ກັບ ສະຫະລັດ.

ທ່ານນາງ ລີ ຈົງ ຈູ (Lee Jong-joo) ໂຄສົກກະຊວງທ້ອນໂຮມຊາດກ່າວວ່າໂຊລເບິ່ງການຟື້ນຟູຊ່ອງທາງການສື່ສານເປັນຈຸດເລີ່ມຕົ້ນຂອງການຟື້ນຟູສາຍພົວພັນທີ່ຖືກໂຈະມາເປັນເວລາດົນນານລະຫວ່າງສອງ ກົາຫຼີ. ທ່ານນາງກ່າວອີກວ່າ ໂຊລ ຈະພະຍາຍາມຢູ່ສະເໝີເພື່ອທໍາການເຈລະຈາກັບ ເກົາຫຼີເໜືອ ຄືນອີກ, ແຕ່ຈະບໍ່ມີການເລັ່ງດ່ວນແຕ່ຢ່າງໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

South Korea said Monday it will keep pushing to improve ties and resume talks with rival North Korea, despite the North’s threat to rekindle animosities if Seoul holds its summertime military drills with the United States.

On Sunday night, the powerful sister of North Korean leader Kim Jong Un warned the drills would seriously undermine efforts to restore mutual trust between the Koreas and becloud prospects for better ties if the training is launched as scheduled this month. Her statement raised a question about the sincerity of North Korea’s recent decision to reopen long-stalled communication channels with South Korea.

South Korea’s Defense Ministry said Monday the exact timing, size and other details of the drills haven’t been fixed and that they were the issues that must be determined by South Korean and U.S. authorities. Spokesman Boo Seung-Chan repeated his previous statement that Seoul and Washington are examining factors like the pandemic’s current status, diplomat efforts to curb North Korea’s nuclear ambitions and South Korea-U.S. military readiness.

Lee Jong-joo, a spokeswoman at the Unification Ministry, said Seoul views the communication channels’ restoration as a starting point for restoring long-suspended ties between the Koreas. She said Seoul will steadily seek to resume talks with North Korea, but without haste.

North Korea sees regular military drills between South Korea and the United States as an invasion rehearsal and often responds them with its own weapons tests. In the past few years, however, South Korea and the U.S. have canceled or downsized some of their training to support the now-dormant diplomacy on ending the North Korean nuclear crisis or because of the COVID-19 pandemic.

Inter-Korean ties flourished after North Korea reached out to South Korea and the United States in 2018 for talks on its nuclear program. North Korea later cut off ties with South Korea after its larger nuclear diplomacy with the United States stalled in 2019.

Last Tuesday, the two Koreas restored their phone and fax lines after a 13-month hiatus, raising hopes of improved ties between the divided Koreas. But some experts say North Korea merely aims to use South Korea to let it convince the United States to make concessions before and when the stalled North Korea-U.S. nuclear diplomacy resumes eventually.

XS
SM
MD
LG