ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ໃຕ້ ຂໍ​ໃຫ້ ສະ​ຫະ​ລັດ ຊ່ວຍ​ເຫຼືອ ໃນ​ບັນ​ຫາ​ ຂັດ​ແຍ້ງ​ກັບ ຍີ່​ປຸ່ນ


ບັນ​ດາ​ພໍ່​ຄ້າ ເກົາຫຼີ​ໃຕ້ ຢຽບ​ກ່ອງ​ຕ່າງໆ​ທີ່​ມີ​ເຄື່ອງ​ໝາຍ​ສິນ​ຄ້າ ຍີ່​ປຸ່ນ ໃນ​ລະ​ຫວ່າງ ການ​ປະ​ທ້ວງ ເພື່ອ​ປະ​ກາດ​ການບໍ່​ຊື້​ສິນ​ຄ້າ ຍີ່​ປຸ່ນ. ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 5 ກໍ​ລະ​ກົດ, 2019.
ບັນ​ດາ​ພໍ່​ຄ້າ ເກົາຫຼີ​ໃຕ້ ຢຽບ​ກ່ອງ​ຕ່າງໆ​ທີ່​ມີ​ເຄື່ອງ​ໝາຍ​ສິນ​ຄ້າ ຍີ່​ປຸ່ນ ໃນ​ລະ​ຫວ່າງ ການ​ປະ​ທ້ວງ ເພື່ອ​ປະ​ກາດ​ການບໍ່​ຊື້​ສິນ​ຄ້າ ຍີ່​ປຸ່ນ. ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 5 ກໍ​ລະ​ກົດ, 2019.

ເກົາຫຼີ​ໃຕ້ ໄດ້​ຮຽກ​ຮ້ອງ​ໃຫ້ ສະ​ຫະ​ລັດ ​ຊ່ວຍໄກ່​ເກ່ຍ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ ແລະ
ການທູດທີ່ຮຸນແຮງຂຶ້ນ ຂອງເຂົາເຈົ້າກັບ ຍີ່ປຸ່ນ.

ໃນ​ອາ​ທິດ​ທີ່​ຜ່ານ​ມາ ຍີ່​ປຸ່ນ ໄດ້​ຮັດ​ກຸມ​ການ​ສົ່ງ​ອອກວັດ​ຖຸ​ທີ່​ສຳ​ຄັນ​ສາມ​ຢ່າງ​ໄປ ໃຫ້ຜູ້​
ຜະລິດຊິບຄອມພິວເຕີ ແລະ ໂທລະສັບມືຖືຂອງ ເກົາຫຼີໃຕ້, ລວມມີບໍລິສັດ ຊຳຊຸງ
ອີເລັກໂທຣນິກ, ແລະ SK Hynix, ເຊິ່ງສະໜອງຜະລິດຕະພັນຕ່າງໆໃຫ້ຫຼາຍບໍລິສັດ
ຄື Apple ແລະ Huawei. ຄວາມຂັດແຍ້ງດັ່ງກ່າວໄດ້ເກີດມາຈາກຄວາມຂັດແຍ້ງດົນ
ຫຼາຍທົດສະວັດ ກ່ຽວກັບ ການບັງຄັບຊາວ ເກົາຫຼີໃຕ້ ເຮັດວຽກໃຫ້ບັນດາບໍລິສັດ ຍີ່ປຸ່ນ
ໃນລະຫວ່າງ ສົງຄາມໂລກຄັ້ງທີສອງ, ເມື່ອກອງກຳລັງຫົວເມືອງຂຶ້ນ ຍີ່ປຸ່ນ ໄດ້ຍຶດຄອງ
ແຫຼມເກົາຫຼີ.

ລັດ​ຖະ​ບານ ໂຊ​ລ ໄດ້​ຍົກ​ບັນ​ຫາ​ດັ່ງ​ກ່າວ​ຂຶ້ນ​ມາ​ໃນ​ອາ​ທິດນີ້ ໃນ​ກອງ​ປະ​ຊຸມ​ສະ​ພາ​ສິນ
ຄ້າ ຂອງອົງການການຄ້າໂລກ ໃນນະຄອນ ເຈນີວາ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ເກົາ​ຫຼີ​ໃຕ້ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ລັດ​ຖະ​ມົນ​ຕີ​
ຕ່າງປະເທດ ທ່ານ ກາງ ຄຢຸງ-ວາ ໄດ້ລົມກັບລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ
ໄມຄ໌ ພອມພຽວ ທາງໂທລະສັບ ນຶ່ງວັນກ່ອນ ແລະ ໄດ້ເຕືອນທ່ານວ່າ ຄວາມຂັດແຍ້ງບໍ່
ພຽງແຕ່ຈະເປັນອັນຕະລາຍຕໍ່ບັນດາບໍລິສັດໃນປະເທດຂອງທ່ານເທົ່ານັ້ນ, ແຕ່ຍັງຈະ
“ຂັດແຍ້ງກັບລະບົບການຄຸ້ມຄອງທົ່ວໂລກ” ແລະ ສ້າງຄວາມເສຍຫາຍຕໍ່ບັນດາບໍລິສັດ
ຂອງ ສະຫະລັດ. ທ່ານ ກາງ ໄດ້ກ່າວວ່າ ຄວາມຂັດແຍ້ງຍັງຈະສົ່ງຜົນກະທົບໃນແງ່ລົບ
ຕໍ່ການຮ່ວມມືສາມຝ່າຍລະຫວ່າງລັດຖະບານ ໂຊລ, ໂຕກຽວ ແລະ ວໍຊິງຕັນ ດ້ວຍ.

ທ່ານ ກິມ ​ຮ​ຢຸນ-ຈ​ອງ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ
ເກົາຫຼີໃຕ້ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ ຕອນທີ່ທ່ານໄດ້ເດີນທາງຮອດ
ນະຄອນຫຼວງ ວໍຊິງຕັນວ່າ, ທ່ານຈະປຶກສາຫາລື ກ່ຽວກັບ ຄວາມຂັດແຍ້ງດ້ານການ
ຄ້າກັບ ບັນດາເຈົ້າໜ້າທີ່ ສະຫະລັດ ໃນລະຫວ່າງການຢ້ຽມຢາມຂອງທ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG