ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ພິ​ຈາ​ລະ​ນາ​ໃຊ້​ລະ​ບົບ ​ປ້ອງ​ກັນ​ລູກ​ສອນ​ໄຟ ທາດ (THAAD) ຂອງ ສ​ຫລ ຫລັງ​ຈາກ​ມີ​ການ​ຂົ່ມ​ຂູ່ ຈາກ​ເກົາ​ຫລີ​ເໜືອ


​ຮູບ​ໃນ​ແຟ​ມ​ ສະ​ແດງ​ໃຫ້​ເຫັນ​ທ່ານ Yoon Suk Yeol, ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫລີ​ໃຕ້​ ໄປ​ເຖິງກອງ​ປະ​ຊຸມ​ສຸດຍອດ​ຂອງ NATO ໃນ​ນະ​ຄອນ​ຫລວງ Madrid, ໃນ​ສະ​ເປນ, ວັນ​ທີ 30 ມິ​ຖຸ​ນາ, 2022.
​ຮູບ​ໃນ​ແຟ​ມ​ ສະ​ແດງ​ໃຫ້​ເຫັນ​ທ່ານ Yoon Suk Yeol, ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫລີ​ໃຕ້​ ໄປ​ເຖິງກອງ​ປະ​ຊຸມ​ສຸດຍອດ​ຂອງ NATO ໃນ​ນະ​ຄອນ​ຫລວງ Madrid, ໃນ​ສະ​ເປນ, ວັນ​ທີ 30 ມິ​ຖຸ​ນາ, 2022.

ລັດຖະບານຊຸດໃໝ່ຂອງເກົາຫຼີໃຕ້ ໄດ້ສົ່ງສັນຍານໃຫ້​ເຫັນເຖິງຄວາມ​ຕັ້ງໃຈທີ່ ຈະພິຈາລະນາຂະຫຍາຍການນຳໃຊ້ລະບົບປ້ອງກັນລູກສອນໄຟ ທາດ (THAAD) ທີ່ໃຊ້ໂດຍສະຫະລັດ ເພື່ອປະເຊີນໜ້າກັບຫຼັກຖານທີ່ມີ​ເພີ່ມຂຶ້ນ ວ່າ ເກົາຫຼີເໜືອກຳລັງກະກຽມການທົດລອງອາ​ວຸດນິວເຄລຍ.

ບັນດາ​ຜູ້​ຊ່ຽວຊານ​ດ້ານ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວທີ່​ຈະ​ຕ່າວ​ປີ້ນນະ​ໂຍບາຍ​ທີ່​ມີ​ຢູ່​ ​ແລະ​ຖືກ​ຄັດຄ້ານ​ຢ່າງແຮງ​ຈາກ​ຈີນນັ້ນ​ ມີ​ຄວາມ​ເໝາະ​ສົ​ມ ເມື່ອຄິດ​ເຖິງ​ຄວາມ​ລັ່ງ​ເລ​ໃຈ​ຂອງ​ປັກ​ກິ່ງທີ່​ຈະ​ສະກັດ​ກັ້ນ​ການ​ຍິງ​ລູກ​ສອນ​ໄຟ ຂອງ​ພຽງ​ຢາງໃນ​ໄລຍະ​ມໍ່ໆ​ມາ​ນີ້.

ຄະ​ນະລັດ​ຖະ​ບານເກົາຫຼີໃຕ້ ຊຸດກ່ອນ ຂອງທ່ານມູນ ແຈ-ອິນ ເລືອກທີ່ຈະບໍ່ ນຳໃຊ້ລະບົບຕ້ານລູກສອນໄຟຂີປະນາວຸດລະດັບສູງ ຫລື Terminal High Altitude Area Defence ທີ່​ເອີ້ນ​ຫຍໍ້​ວ່າ THAAD ນັ້ນ ຂອງສະ​ຫະ​ລັດ ໂດຍເປັນວິທີນຶ່ງ​ເພື່ອ​ເອົາໃຈຈີນ ໃນປີ 2017 ເມື່ອເກົາຫຼີໃຕ້ ໄດ້ຮັບລະ​ບົບການ​ປ້ອງ​ກັນ​ນັ້ນ. THAAD ທີ່​ຖືກ​ອອກ​ແບບ​ເພື່ອ​ສະກັດ​ກັ້ນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລຍະ​ສັ້ນ ​ແລະ​ກາງ​ ໄດ້​ຖືກ​ນຳ​ສົ່ງໄປປະຈຳການຢູ່​ທົ່ວ​ໂລກ.

ນະໂຍບາຍດັ່ງກ່າວທີ່ຮູ້ຈັກກັນ ຄື “ສາມບໍ່,” ໄດ້ຮຽກຮ້ອງໃຫ້ບໍ່ມີການສົ່ງລະ​ບົບ THAAD ໄປເພີ່ມເຕີມອີກ, ບໍ່ມີການເຂົ້າຮ່ວມໃນລະບົບປ້ອງກັນລູກສອນໄຟ ຂອງສະຫະລັດ, ບໍ່ມີການສ້າງຕັ້ງພັນທະມິດທາງທະຫານສາມຝ່າຍກັບວໍຊິງ ຕັນ ແລະໂຕກຽວ.

ຄະ​ນະລັດ​ຖະ​ບານຂອງທ່ານມູນ ໄດ້ເອົານະ​ໂຍ​ບາຍ "ສາມບໍ່" ອອກ​ມາ​ໃຊ້ໃນເດືອນຕຸລາ 2017 ຫຼັງຈາກປັກກິ່ງໄດ້​ເລີ້ມການປຸກ​ລະ​ດົມການຕອບໂຕ້ ທາງດ້ານເສດຖະກິດ ທີ່ເຮັດ​ໃຫ້​ເກີດ​ຄວາມເສຍ​ຫາຍ​ສູງຕໍ່ເກົາຫຼີໃຕ້. ໂຊ​ລ​ໄດ້​ຕັດ​ສິນ​ໃຈ​ໃນ​ປີ​ກ່ອນໜ້ານັ້ນ ວ່າຈະ​ອະ​ນຸ​ຍາດໃຫ້​ມີ​ການ​ຕິດ​ຕັ້ງ​ລະ​ບົບ THAAD ເພື່ອ​ປ້ອງ​ກັນ​ຕົນ​ເອງ ບໍ່​ໃຫ້​ຖືກ​ໂຈມ​ຕີ​ຈາກພຽງ​ຢາງ.

​ໃນ​ເວລາ​ນັ້ນ, ປັກ​ກິ່ງ​ໃຫ້​ການ​ໂຕ້​ແຍ້ງ​ວ່າ​ລະບົບ THAAD ສາມາດ​ຖືກ​ນຳ​ໃຊ້​ເພື່ອ​ກວດເບິ່ງການ​ເຄື່ອນ​ໄຫວ​ລູກ​ສອນ​ໄຟ​ຂອງ​ຕົນໄດ້. ເຊື່ອ​ກັນ​ວ່າ ​ການ​ຕອບ​ໂຕ້​ທາງ​ເສດ​ຖະ​ກິດຍັງ​ສືບ​ຕໍ່​ມີ​ຢູ່​ໃນ​ຫລາຍ​ເຂດ​ຂອງ​ເກົາຫຼີ​ໃຕ້, ອີງ​ຕາມທ່ານກິມ ຊຸງຮານ (Kim Sung-han) ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງປະ ທານາທິບໍດີຢູນ ຊຸກ ເຢໂອ (Yoon Suk Yeo) ທີ່ກ່າວໃນເດືອນ ກຸມພາໃນ ລະຫວ່າງການໂຄສະນາຫາສຽງເລືອກຕັ້ງນັ້ນ, ອີງຕາມອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ຢູ່​ລັດ​ຖະ​ສະ​ພາ​ ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້, ທ່ານພາກ ຈິນ (Park Jin), ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງເກົາຫຼີໃຕ້​ກ່າວ​ວ່າ “ນະ​ໂຍ​ບາຍສາມບໍ່ນັ້ນ ບໍ່ແມ່ນ​ຄຳ​ໝັ້ນ​ສັນ​ຍາ ຫຼື ຂໍ້​ຕົກ​ລົງອັນ​ໃດ​ທີ່​ພວກ​ເຮົາ​ໄດ້​ມີ​ກັບ​ຈີນ ແຕ່​ມັນແມ່ນ​ການ​ອະ​ທິ​ບາຍ​ຈຸດ​ຢືນ​ຂອງ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG