ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ນັກວິເຄາະກ່າວວ່າ ການວາງແນວທາງກັບສະຫະລັດຂອງເກົາຫຼີໃຕ້ ໄດ້ສ້າງຂໍ້ຂັດແຍ້ງໃຫ້ກັບຈີນ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເຂົ້າຮ່ວມຖະແຫຼງຂ່າວກັບປະທານປະເທດຂອງເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ, ຢູ່ທີ່ທໍານຽບປະທານປະເທດ ໃນນະຄອນຫຼວງໂຊລ, ເມື່ອວັນທີ 21 ພຶດສະພາ 2022.

ໃນຂະນະທີ່ລັດຖະບານຂອງເກົາຫຼີໃຕ້ ມີຄວາມສໍາພັນອັນເລິກເຊິ່ງທາງດ້ານເສດຖະກິດ ແລະຄວາມໝັ້ນຄົງກັບສະຫະລັດ, ບັນດານັກຊ່ຽວຊານຊໍ້າພັດກໍາລັງເຕືອນວ່າ ຄວາມສໍາພັນອັນຍາວນານລະຫວ່າງລັດຖະບານໂຊລກັບຈີນ ມີທ່າອ່ຽງຄືວ່າກໍາລັງຈະໄດ້ຮັບຜົນກະທົບ.

ຫຼັກຖານໃນ​ຂັ້ນ​ຕົ້ນ​ຂອງຄວາມເຄັ່ງຕຶງທີ່ອາດຈະເກີດຂຶ້ນໄດ້ ແມ່ນເຫັນໄດ້ຢ່າງແຈ່ມແຈ້ງ ຈາກລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ຢີ, ເຊິ່ງໄດ້ຕ້ອງຕິກ່ຽວກັບຂອບເຂດນະໂຍບາຍໃໝ່ທາງດ້ານເສດຖະກິດ ຂອງປະ ທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຢ່າງຮຸນແຮງ, ໂດຍການກໍ່ຕັ້ງຂອບ​ເສດ​ຖະ​ກິດ​ໃໝ່ ​ໃນພູມິພາກຂຶ້ນ ເຊິ່ງລວມມີເກົາຫຼີໃຕ້ ແຕ່ບໍ່ມີຈີນ.

“ເມື່ອໄວໆມານີ້ ສະຫະລັດໄດ້ສະເໜີໃຫ້ພິຈາລະນາໃນອັນທີ່ຮ້ອງວ່າ ຂອບເສດ ຖະກິດແຫ່ງອິນໂດ-ປາຊີຟິກຫຼື IPEF, ແລະໄດ້ກ່າວ​ອ້າງວ່າ ເພື່​ອສ້າງລະບຽບ ການ​ໃໝ່ທີ່ເປີດກວ້າງ, ແລະເສລີ ລວມເອົາ​ທຸກ​ພັກ​ຝ່າຍ,” ທ່ານ ຫວັງ ກ່າວໃນມື້ວັນຈັນແລ້ວນີ້ ໃນລະຫວ່າງການເດີນທາງໄປຢ້ຽມຢາມປະເທດຟີຈິ, ເຊິ່ງເປັນການ ຢ້ຽມຢາມນຶ່ງໃນ 8 ປະເທດເກາະດອນ ຂົງເຂດມະຫາສະມຸດປາຊີຟິກ ໂດຍໄດ້ແນເປົ້າໝາຍໃສ່ການຮັກສາຂໍ້ຕົກລົງທາງດ້ານການຄ້າໃນວົງກວ້າງ ແລະຄວາມໝັ້ນຄົງຕ່າງໆ.

“ຖ້າສະຫະລັດຫາກມີເຈດຕະນາທີ່ຈະບໍ່ລວມເອົາຈີນເຂົ້າຮ່ວມເປັນສະມາຊິກ ເຊິ່ງເປັນຕະຫຼາດທີ່ໃຫຍ່ທີ່ສຸດຢູ່ໃນພູມິພາກແຫ່ງນີ້ ແລະອື່ນໆ, ແລ້ວມັນຈະ ລວມກັນໄດ້ແນວໄດ້? ແທ້ຈິງແລ້ວ ສິ່ງທີ່ສະຫະລັດ ກໍາລັງດໍາເນີນການຢູ່ນີ້ ແມ່ນເປັນການຜັກດັນໃຫ້ປະເທດຕ່າງໆເຂົ້າສູ່ຂອບມາດຕະຖານ ແລະກົດລະ ບຽບຂອງຕົນເອງ,” ທ່ານ ຫວັງ ກ່າວເພີ້ມເຕີມ. ທ່ານ ໄບເດັນ ເລີ້ມດໍາເນີນງານກ່ຽວກັບ IPEF ເມື່ອວັນທີ 23 ພຶດສະພາ ໃນປະເທດຍີປຸ່ນ, ເຊິ່ງເປັນປະເທດທີສອງໃນການເດີນທາງຢ້ຽມຢາມເອເຊຍຄັ້ງທໍາອິດຂອງທ່ານ ລຸນຫຼັງທີ່ໄດ້ໄປຢ້ຽມຢາມປະເທດເກົາຫຼີໃຕ້.

ແມ່ຍິງຄົນນຶ່ງຍ່າງຜ່ານປ້ານຜ້າທີ່ມີຄໍາຂັວນ ຍິນດີຕ້ອນຮັບການຢ້ຽມຢາມຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ໃກ້ກັບສະຖານທູດສະຫະລັດ ໃນນຄອນຫຼວງໂຊລ, ເມື່ອວັນທີ 21 ພຶດສະພາ 2022.
ແມ່ຍິງຄົນນຶ່ງຍ່າງຜ່ານປ້ານຜ້າທີ່ມີຄໍາຂັວນ ຍິນດີຕ້ອນຮັບການຢ້ຽມຢາມຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ໃກ້ກັບສະຖານທູດສະຫະລັດ ໃນນຄອນຫຼວງໂຊລ, ເມື່ອວັນທີ 21 ພຶດສະພາ 2022.

ປະທານປະເທດທີ່ໄດ້ຮັບເລືອກຕັ້ງໃໝ່ຂອງເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢ​ລ ໄດ້ປະກາດວ່າ ທ່ານຈະເຂົ້າຮ່ວມກຸ່ມ IPEF ໃນລະຫວ່າງການປະຊຸມສຸດຍອດກັບທ່ານໄບເດັນ ທີ່ໄດ້ຈັດຂຶ້ນເມື່ອວັນທີ 21 ພຶດສະພາ ໃນນະຄອນຫຼວງໂຊລ. ໃນການຖະແຫຼງຂ່າວລຸນຫຼັງການປະຊຸມສຸດຍອດດັ່ງກ່າວ, ທ່ານ ໂຢ​ລ ກ່າວວ່າ ການມີສ່ວນຮ່ວມໃນການດໍາເນີນງານກັບ IPEF ຂອງລັດຖະບານໂຊລ ຖືເປັນ “ບາດກ້າວທໍາອິດ” ໄປສູ່ການສ້າງ “ລະບຽບບົນພື້ນຖານຂອງອິນໂດ-ປາຊີຟິກ” ຮ່ວມກັບວໍຊິງຕັນ.

ໂດຍປະກອບດ້ວຍ 13 ປະເທດ, ເຊິ່ງສ່ວນໃຫຍ່ແມ່ນຢູ່ໃນພູມິພາກອິນໂດ-ປາຊີຟິກ ແລະເອເຊຍຕາເວັນອອກ, ຄິດເປັນ 40 ເປີເຊັນຂອງຜະລິດຕະພັນລວມພາຍໃນປະເທດທົ່ວໂລກ, ກຸ່ມ IPEF ​ແມ່ນສ່ວນນຶ່ງຂອງ​ຂໍ້ລິເລີ້ມທີ່ນໍາໂດຍສະ ຫະລັດ ເພື່ອສ້າງ​ຕ່ອງ​ໂສ້​ສະ​ໜອງ​ອຸບ​ປະ​ທານ​ທີ່​ປັບ​ຕົວ​ໄດ້​ບົນ​ພື້ນ​ຖານການ​ຄ້າ​ທີ່ຍຸຕິທໍາ, ອີງຕາມການລາຍງານຂອງປະເທດສະມາຊິກຕ່າງໆ.

ໃນລະຫວ່າງການປະຊຸມສຸດຍອດກັບທ່ານ ໄບເດັນ, ທ່ານ ​ໂຢ​ລ ຍັງໄດ້ໃຫ້ຄວາມສົນໃຈທີ່ຈະເຂົ້າຮ່ວມກຸ່ມຄວດ ນໍາອີກດ້ວຍ, ອັນເປັນກຸ່ມພັນທະມິດທາງດ້ານຄວາມໝັ້ນຄົງທີ່ບໍ່ເປັນທາງການ ໂດຍປະກອບມີ ສະຫະລັດ, ຍີ່ປຸ່ນ, ອິນເດຍ ແລະອອສເຕຣເລຍ, ເຊິ່ງທ່ານ ໄບເດັນ ກໍສະແດງຄວາມຍິນດີຕ້ອນຮັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG