ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ລະນຶກເຖິງ ວັນຄົບຮອບ 35 ປີ ໃນການລຸກຮືຂຶ້ນ ທີ່ Gwangju


South Korea Marks Gwangju Uprising Anniversary
please wait

No media source currently available

0:00 0:02:23 0:00

ເບິ່ງວິດີໂອລາຍງານນີ້

ປະເທດເກົາຫຼີໃຕ້​ ໃນສັບປະດານີ້ ໄດ້ລະນຶກເຖິງວັນຄົບຮອບ
35 ປີ ຂອງການປະທ້ວງທີ່ໄດ້ກາຍເປັນເຫດການຮຸນແຮງເຖິງ
​ແກ່ຄວາມຕາຍ. ການລຸກຮືຂຶ້ນທີ່ເມືອງ Gwangju ແມ່ນຖືກ
ໃຫ້ກຽດວ່າ ເປັນການເລີ່ມ ຕົ້ນຂອງການປະຕິວັດປະຊາທິ
ປະໄຕຂອງປະເທດ ຫຼັງຈາກທີ່ຖືກ ປາບປາມຢ່າງຮຸນແຮງ ໂດຍ
ອະດີດຜູ້ປົກຄອງ ທະຫານເກົາຫຼີໃຕ້. ແຕ່ຜູ້ສັງເກດການບາງ
ຄົນກໍເປັນຫ່ວງວ່າ ປະຊາທິປະໄຕແມ່ນໄດ້ຖືກ ກັດເຊາະເມື່ອ
ບໍ່ດົນມານີ້.

ພິທີແມ່ນ​ໄດ້ຖືກຈັດຂຶ້ນເພື່ອເປັນກຽດໃຫ້ແກ່ປະຊາຊົນຜູ້ທີ່ເສຍ
ຊີວິດ ໃນລະຫວ່າງການລຸກຮືຂຶ້ນທີ່ເມືອງ Gwangju ຢູ່ສະຖານ
ທີ່ ທີ່​ໄດ້ມີການ​ປາບ​ປາມ​ໂດຍລັດຖະບານ.

ມູນ​ນິທິ​ລະ​ລຶກເຖິງວັນທີ 18 ​ເດືອນ ພຶດສະພາ ໄດ້​ເວົ້າ​ວ່າ​ມີ​ຢ່າງ​ໜ້ອຍ 154 ຄົນ​ຖືກ​
ຂ້າ​ຕາຍ​ ເມື່ອ​ທະຫານຍຶດເມືອງນີ້​ຄືນ​ຈາກພວກ​ປະ​ທ້ວງທີ່ ​ຕໍ່ຕ້ານອຳ​ນາດ​ຜະ​ເດັດ​ການ
ທະຫານເກົາຫຼີ​ໃຕ້.

ນອກນັ້ນຍັງມີອີກ​ຫຼາຍ​ສິບ​ຄົນ​ຫາຍ​ສາບ​ສູນ ​ແລະ ປະຊາຊົນ 4000​ຄົນ​ໄດ້​ຮັບ​ບາດເຈັບໃນ​ລະຫວ່າງການ​ຕໍ່ສູ້​ທີ່​ໄດ້​ຈົບ​ລົງ​ໃນ 9 ວັນຕໍ່​ມາ.

​ໃນ​ເວລາ​ນັ້ນ, ເກົາຫລີໃຕ່້ ​ໄດ້​ນິຍາມ​ການ​ລຸກຮືຂຶ້ນນີ້​ວ່າ ​ນິຍົມຄອມ​ມູນິສ໌. ນັ້ນ​ກໍ່ແມ່ນ​ໜຶ່ງ​ເຫດຜົນ​ທີ່​ບາງ​ປະ​ເທດ​ມະຫາອຳ​ນາດ, ​ເຊັ່ນ ສະຫະ​ລັດ​ອ​າ​ເມ​ຣິກາ ບໍ່​ໄດ້​ກ່າວ​ປະນາມ​ການ​ປາບ​ປາມ​ດັ່ງກ່າວ, ອີງ​ຕາມ George Katsiaficas, ນັກ​ຂຽນ​ປຶ້ມ ການ​ລຸກຮືຂຶ້ນຂອງ​ເອເຊຍ​ທີ່​ບໍ່​ມີ​ໃຜ​ຮູ້ຈັກ ຫຼື Asia’s Unknown uprising.

ທ່ານ Katsiaficas ​ໄດ້ເວົ້າ​ວ່າຖ້າ​ບໍ່​ຖ້າ​ບໍ່​ມີ​ການ​ລຸກຮືຂຶ້ນທີ່ເມືອງ Gwangju ແລ້ວ ທຸກ​ມື້​ນີ້​ເກົາຫຼີ​ໃຕ້​ຈະ​ບໍ່​ມີ​ປະຊາ​ທິປະ​ໄຕ. ​ແຕ່ລາວ ​ແລະ ຜູ້ສັງເກດການຄົນ​ອື່ນໄດ້​ພາກັນ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປະ​ທ້ວງ​ຕ່າງໆຂອງ​ປະ​ເທດ.

​ໃນ​ເດືອນ​ເມ​ສາ, ຕຳຫລວດປາບຈະລາຈົນໃນເກົາຫຼີ​ໃຕ້ ​ໄດ້​ໃຊ້​ກຳລັງ​ປາບ​ປາມ​ການ​ປະ​ທ້ວງ​ຂອງ​ບັນດາ​ຄອບ​ຄົວຜູ້​ເສຍ​ຊີວິດ​ຈາກ​ເຫດການ​ເຮືອກຳ​ປັ່ນ Sewol ຫຼົ້ມ.

ຜູ້​ເຂົ້າ​ຮ່ວມ​ບາງຄົນໃນການລຸກຮືຂຶ້ນທີ່ເມືອງ Gwangju ​ເຊັ່ນ​ນາງ Na Il Sung ​ໄດ້​ເວົ້າ​ວ່າ ​ເຫດການ​ນີ້ ​ແລະ ​ເຫດການ​ອື່ນ​ໆເມື່ອ​ບໍ່​ດົນ​ມາ​ນີ້ເຮັດ​ໃຫ້ການ​ເສຍສະຫຼະ​ຂອງ​ພວກ​ເຂົາ​ເບິ່ງ​ຄື​ບໍ່​ມີ​ປະໂຫຍ​ດຫຍັງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG