ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ສະພາຂອງເກົາຫຼີໃຕ້ ອະນຸມັດ ການສອບສວນຄັ້ງໃໝ່ ເຂົ້າໃນເຫດການຮ້າຍແຮງທີ່ຝູງຄົນແຫຍ້ກັນຕາຍ ເມື່ອປີ 2022


ພວກສະມາຊິກຄອບຄົວຂອງບັນດາຜູ້ເຄາະຮ້າຍຜູ້ທີ່ເສົ້າໂສກເສຍໃຈ ໃນເຫດການແຫຍ້ກັນຕາຍທີ່ບຸນ Halloween ໃນປີ 2022 ກໍໄດ້ສະແດງປະຕິກິລິຍາ ຢູ່ທີ່ສະພາແຫ່ງຊາດໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 2 ພຶດສະພາ 2024.
ພວກສະມາຊິກຄອບຄົວຂອງບັນດາຜູ້ເຄາະຮ້າຍຜູ້ທີ່ເສົ້າໂສກເສຍໃຈ ໃນເຫດການແຫຍ້ກັນຕາຍທີ່ບຸນ Halloween ໃນປີ 2022 ກໍໄດ້ສະແດງປະຕິກິລິຍາ ຢູ່ທີ່ສະພາແຫ່ງຊາດໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 2 ພຶດສະພາ 2024.

ສະພາແຫ່ງຊາດຂອງເກົາຫຼີໃຕ້ ໄດ້ລົງຄະແນນສຽງ ໃນວັນພະຫັດມື້ນີ້ ເພື່ອຮັບຜ່ານຮ່າງກົດທີ່ສະໜັບສະໜູນໂດຍພັກລັດຖະບານ ແລະ ຝ່າຍຄ້ານ ທີ່ຈະເລີມການກວດສອບຄັ້ງໃໝ່ ກ່ຽວກັບເຫດການຝູງຄົນແຫຍ້ກັນຈົນມີຄົນເສຍຊີວິດ ໃນວັນບຸນ Halloween ຢູ່ນະຄອນຫຼວງໂຊລ ໃນປີ 2022 ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ຮ່າງກົດໝາຍກ່ອນໜ້ານີ້ ເຊິ່ງໄດ້ຮັບການສະໜັບສະໜູນໂດຍສະພາທີ່ນຳພາໂດຍພັກຝ່າຍຄ້ານ ແຕ່ບໍ່ໄດ້ຮັບການສະໜັບສະໜູນຈາກພັກພະລັງປະຊາຊົນ ຫຼື PPP ທີ່ປົກຄອງປະເທດຢູ່ນັ້ນ ໄດ້ຖືກປະທານາທິບໍດີ ຢຸນ ຊຸກ ຢອລ ໃຊ້ສິດຄັດຄ້ານ ຫຼື ວີໂຕ້ ໃນເດືອນມັງກອນ.

ຮ່າງກົດໝາຍຫຼ້າສຸດນີ້ ເປັນການປະນີປະນອມກັນທີ່ຈະຖອນການໃຫ້ອຳນາດໃນການສືບສວນສອບສວນຢ່າງເຕັມສ່ວນແກ່ຄະນະກຳມະການ ຊຶ່ງທ່ານຢຸນ ໄດ້ຄັດຄ້ານ ອີງຕາມສຳນັກງານຂອງທ່ານ.

ພາຍໃຕ້ຮ່າງກົດໝາຍສະບັບນີ້ ຄະນະກຳມະການ ທີ່ປະກອບດ້ວຍ ບັນດາສະມາຊິກທີ່ໄດ້ຖືກແນະນຳໂດຍທັງສອງພັກການເມືອງໃຫຍ່ ແລະຕຳແໜ່ງປະທານ ໄດ້ຖືກເລືອກໂດຍຄະນະກຳມະການ ທີ່ຜ່ານການປຶກສາຫາລືກັນຫຼາຍຄັ້ງນັ້ນ ກໍຈະກວດສອບເບິ່ງເຫດໂສກນາດຕະກຳດັ່ງກ່າວ.

ຮ່າງກົດໝາຍດັ່ງກ່າວ ມີຂຶ້ນຫຼັງຈາກທີ່ ທ່ານຢຸນ ໄດ້ພົບປະກັບຜູ້ນຳຝ່າຍຄ້ານ ທ່ານລີ ແຈ-ມຍອງ (Lee Jae-myung) ຈາກພັກເດໂມແຄຣັດ ສຳລັບການເຈລະຈາ ໃນວັນຈັນ ພາຍຫລັງຄວາມຜ່າຍແພ້ຢ່າງໜັກ ໃນການເລືອກຕັ້ງໃຫຍ່ຂອງພັກ PPP ເມື່ອເດືອນແລ້ວນີ້.

ຮ່າງກົດໝາຍດັ່ງກ່າວ ຍັງມີຂຶ້ນທ່າມກາງການກົດດັນທີ່ເພີ້ມຂຶ້ນ ຕໍ່ອຳນາດການປົກຄອງ ໂດຍລວມທັງຈາກບັນດາຍາດຕິພີ່ນ້ອງຂອງພວກຜູ້ເຄາະຮ້າຍນຳດ້ວຍ ເພື່ອໃຫ້ນຳເອົາພວກທີ່ຮັບຜິດຊອບທັງຫຼາຍມາຮັບຜິດ.

ໂຄສົກຂອງທ່ານຢຸນ ໃນວັນພຸດວານນີ້ ໄດ້ຍິນດີນຳຂໍ້ຕົກລົງທີ່ໄດ້ບັນລຸ ລະຫວ່າງ ພັກທີ່ປົກຄອງປະເທດ ແລະບັນດາພັກຝ່າຍຄ້ານທັງຫຼາຍ ກ່ຽວກັບຮ່າງກົດໝາຍນັ້ນ ເຊິ່ງບົງບອກເຖິງການກັບຄືນມາຮ່ວມມືກັນທາງດ້ານການເມືອງ ອີກຄັ້ງ.

ເຫດການຝູງຄົນແຍ້ກັນໃນວັນບຸນ Halloween ໃນເຂດ ອີເຕວອນ ຂອງນະຄອນຫຼວງໂຊລ ເມື່ອປີ 2022 ໄດ້ສັງຫານເກືອບ 160 ຄົນ ແລະພວກຍາດຕິພີ່ນ້ອງຂອງພວກຜູ້ເຄາະຮ້າຍ ພ້ອມທັງ ຄະນະກຳມະການສິດທິມະນຸດຂອງສະຫະປະຊາຊາດ ນັບຕັ້ງແຕ່ນັ້ນມາ ກໍໄດ້ຮຽກຮ້ອງໃຫ້ມີການສອບສວນຢ່າງເປັນອິດສະຫຼະ.

South Korea's National Assembly voted Thursday to approve a bill backed by the ruling and opposition parties to launch a fresh probe into the deadly Halloween crowd crush in the capital Seoul in 2022.

An earlier bill, which was backed the opposition-led parliament without the support of the ruling People Power Party (PPP), was vetoed by President Yoon Suk Yeol in January.

The latest bill is a compromise that removes granting full investigative power to the panel, which Yoon had objected to, according to his office.

Under the bill, a committee made up of members recommended by two major parties and a chair chosen by them through consultations will look into the tragedy.

The passage of the bill comes after Yoon met opposition leader Lee Jae-myung of the Democratic Party for talks on Monday following the PPP's crushing general election defeat last month.

It also comes amid growing pressure on authorities, including from relatives of the victims, to hold those responsible to account.

A spokesperson for Yoon on Wednesday welcomed the agreement reached between the ruling and opposition parties on the bill as indicating a return to cooperation in politics.

The Halloween crowd crush in Seoul's Itaewon district in 2022 killed nearly 160 people and relatives of the victims as well as the United Nations Human Rights Committee have since called for an independent inquiry.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG